ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 1, 2010 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

1. ໂທລະສັບຫາເຂົາກາງເດິກ : ຖ້າໂທໄປເວົ້າຫວານໆນຳກະບໍ່ເປັນຫຍັງ ແຕ່ຖ້າໂທໄປເພື່ອຢາກຮູ້ວ່າເຂົາຢູ່ເຮືອນຫຼືບໍ່ ນັ້ນກໍ່ແມ່ນອີກເລື່ອງທີ່ບໍ່ຄວນສະແດງອອກ

2. ຢາກຮູ້ຢາກເຫັນ : ຕອນທຳອິດຄືຈະຫລົງຮັກເຂົາເອົາແທ້ເອົາວ່າ ເລີຍຢາກຮູ້ເລື່ອງຂອງເຂົາທັງຫມົດ ແລະແລ້ວກໍ່ໄປຖາມເຖິງແຟນເກົ່າຂອງເຂົາ ແລ້ວເລີ່ມຈິງຈັງກັບເລື່ອງນັ້ນ

3. ຕັ້ງໂຕເອງເປັນສັດຕູກັບແຟນເກົ່າຂອງເຂົາ : ຖ້າເລີກກັນໄປແລ້ວກໍ່ຄືຈົບ ແຕ່ຄົນມັກຫືງຫວງຈະບໍ່ຍອມຈົບ ຄືຈະຮູ້ສືກຫງຸດຫງິດຫລືບໍ່ຢາກເຫັນເຂົາຕິດຕໍ່ ຫລື ເວົ້າຈາກັບແຟນເກົ່າເລີຍ. ຫລາຍຄົນທີ່ມີອາການຫນັກແດ່ ກໍຈະພານໄປຮອດພີ່ນ້ອງ, ຫມູ່ຄູ່ ແລະສັດລ້ຽງຂອງແຟນໂຕເອງເພາະຢ້ານຖືກແບ່ງປັນຄວາມຮັກ

4. ຄົ້ນເຄື່ອງຂອງ : ພືດຕຶກຳແບບນີ້ສາວໆມັກເຮັດກັນຫລາຍໂດຍສະເພາະ ເວລາທີ່ຮູ້ສືກບໍ່ຫມັ້ນຄົງ ຫລືສົງໄສວ່າກຳລັງຖືກປິດຫູປິດຕາ, ການຮັບຮູ້ຄວາມຈິງບາງເທື່ອມັນກໍບໍ່ແມ່ນເລື່ອງດີ ເພາະວ່າເມື່ອອີກຝ່າຍບໍ່ມີທາງເລືອກ ເຂົາກໍ່ຕັດສິນໃຈທີ່ຈະຈາກໄປແບບງ່າຍໆ

5. ຂູ່ຂ້າໂຕຕາຍ : ຄົນມັກຫືງຫວງມັກຈະຊອກເລື່ອງຂູ່ຄົນຮັກສາລະພັດຮູບແບບ ຊື່ງອາດຖືງຂັ້ນຂູ່ຈະຂ້າໂຕຕາຍກໍມີ, ການຫືງຫວງເຖິງຂັ້ນນີ້ບາງເທື່ອອາດເຮັດໃຫ້ຝ່າຍກົງກັນຂ້າມຕີຕົວອອກຫ່າງກໍເປັນໄດ້.

 (ເອົາມາຈາກ ວາລະສານ ອັບເດດເດີ້)

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່