ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2010 | ມີ 1 ຄຳເຫັນ ແລະ 0 trackback(s)

 ສຳລັບການແຂ່ງຂັນກີລານັກຮຽນ ສາຍສາມັນສຶກສາ ທົ່ວນະຄອນຫຼວງວຽງຈັນ ປະຈຳສົກຮຽນ 2009-2010 ນີ້ ໂຮງຮຽນ ມ.ສ ວຽງຈັນ ສາມາດຍາດໄດ້ ເປັນເຈົ້າຫຼຽນຄຳ ຄືຍາດມາໄດ້ 9 ຫຼຽນຄຳ 10 ຫຼຽນເງິນ ແລະ 10 ຫຼຽນທອງ.

ການແຂ່ງຂັນກີລານັກຮຽນ ສາມັນສຶກສາ ປະຈຳສົກຮຽນນີ້ ແມ່ນໄດ້ເລີ່ມແຂ່ງຂັນ ມາແຕ່ວັນທີ 9-19 ມີນາ ຊຶ່ງປະກອບມີການແຂ່ງຂັນ ກີລາບານເຕະ ບານສົ່ງ ກະຕໍ້ ແລ່ນ-ລານ ເຕັ້ນຍາວ ເຕັ້ນສູງ ໂຍນນ້ຳໜັກ ແກ່ວງຈານ ແລະ ຊັດຫຼາວ.

ການແຂ່ງຂັນເຫັນວ່າ ສົກຮຽນນີ້ ແມ່ນໂຮງຮຽນ ມ.ສ ວຽງຈັນ ໄດ້ຄອງເຈົ້າຫຼຽນຄຳ ຮອງເຈົ້າຫຼຽນຄຳ ແມ່ນເມືອງສີໂຄດຕະບອງ ຍາດໄດ້ 7ຫຼຽນຄຳ ຫຼຽນເງິນ ແລະ ຫຼຽນທອງ ອັນດັບ ແມ່ນເມືອງປາກງື່ມ ຍາດໄດ້ ຫຼຽນຄຳ ຫຼຽນເງິນ ແລະ ຫຼຽນທອງ.

ເປົ້າໝາຍໃນການຈັດແຂ່ງຂັນກີລານັກຮຽນ ແມ່ນເຮັດໃຫ້ນັກຮຽນ ໄດ້ມີໂອກາດສະແດງຄວາມສາມາດຂອງຕົນ ໃນການເຄື່ອນໄຫວວຽກງານກີລາ ເປັນການເສີມສ້າງ ເຮັດໃຫ້ການປະຕິບັດ ຫຼັກມູນການສຶກສາ ຢູ່ໃນໂຮງຮຽນມີລັກຊະນະຄົບຖ້ວນ ແລະ ເດັ່ນຂຶ້ນ ນອກນັ້ນ ກໍເພື່ອເປັນການພັດທະນາ ຄວາມກ້າວໜ້າທາງດ້ານພື້ນຖານ ການກີລາຂອງພວກເຮົາ ໃຫ້ສູງຂຶ້ນ ເຮັດໃຫ້ນັກຮຽນ ນັກກີລາ ມີພະລະນາໄມທີ່ເຂັ້ມແຂງ ສົມບູນ ມີນ້ຳໃຈສາມັກຄີ ມິດຕະພາບ ມີລະບຽບວິໃນ ມີສະຕິຕໍ່ການຈັດຕັ້ງ ແລະ ຫ່າງໄກຈາກສິ່ງເສບຕິດ.

ໃນມື້ປິດການແຂ່ງຂັນ ຢູ່ທີ່ເດີ່ນກີລາບານເຕະເຈົ້າອະນຸວົງ ວັນທີ 19 ມີນາ ຜ່ານມານີ້ ທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ນະຄອນຫຼວງວຽງຈັນ ກໍໄດ້ໃຫ້ກຽດມອບຫຼຽນຄຳ ໃຫ້ນັກກີລາບານເຕະ ຄືທິມເມືອງໄຊເຊດຖາ ທີ່ເອົາຊະນະທິມເມືອງສີສັດຕະນາກໄປ 2-1.

ຂ່າວຈາກ 

http://www.vientianemai.net/news.php?col=4&id=1132

Delicious Digg Fark Twitter