ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

 

ຄໍລຳພວກເຮົາເຄີຍຍົກບັນຫາການເກັບມ້ຽນຂີ້ເຫຍື້ອຂຶ້ນມາເວົ້າຫຼາຍເທື່ອ ແຕ່ໃນຄວາມເປັນຈິງພວກເຮົາກໍຕ້ອງຍອມຮັບນຳກັນວ່າ: ການແກ້ໄຂພົບຄວາມ ຫຍຸ້ງຍາກສົມຄວນ.

 

ອີງຕາມຂໍ້ມູນຈາກ ອ.ພ.ບ ໃຫ້ຮູ້ວ່າ: ສະເລ່ຍມື້ໜຶ່ງຂີ້ເຫຍື້ອຢູ່ນະຄອນຫຼວງວຽງຈັນ ເກີດຂຶ້ນຈາກທຳມະຊາດ ແລະ ຄົນ ແມ່ນປະມານ320-350 ໂຕນ ແຕ່ການເກັບປະຕິບັດໄດ້ພຽງແຕ່ເຄິ່ງໜຶ່ງທໍ່ນັ້ນ ຄືປະມານ 150-200 ໂຕນ ເຊິ່ງແມ່ນກອງບໍລິການລົດຂົນສົ່ງຂີ້ເຫຍື້ອນະຄອນຫຼວງວຽງຈັນ 43% ແລະ ບໍລິສັດເອກະຊົນ ບໍລິສັດຮັບຜິດຊອບ 57%.

 

ສ່ວນການສ້າງທາງຈຳນວນ 23 ເສັ້ນທາງສຳຄັນນັ້ນ ການລ້າງຄັ້ງໜຶ່ງຈະຕ້ອງລ້າງປະມານ 200-300 ຖ້ຽວລົດ ຫຼື ຕົກເປັນເງິນປະມານ 40-60ລ້ານ ກີບຕໍ່ຄັ້ງ ຢາກໃຫ້ວຽງຈັນສະອາດສົດໃສ ຕ້ອງໃຊ້ງົບປະມານ 300 ລ້ານກີບຕໍ່ເດືອນ.

 

ຟັງຂໍ້ມູນນີ້ແລ້ວ ຫຼາຍທ່ານຈະພໍເຂົ້າໃຈວ່າ ສະເພາະເກັບມ້ຽນຂີ້ເຫຍື້ອ ແລະ ລ້າງທາງກໍຕົກເປັນເງິນເດືອນໜຶ່ງ 300 ລ້ານກີບແລ້ວ ດັ່ງນັ້ນ ຜູ້ຜະລິດ ຂີ້ເຫຍື້ອທັງຫຼາຍກໍຄວນຄຳນຶງວ່າ ຕົນຜະລິດໜ້ອຍຫຼາຍຊ່ຳໃດ໋!.

 

ຫຼາຍປີຜ່ານມາຄຽງຄູ່ກັບຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາທີ່ວ່ອງໄວຂອງນະຄອນຫຼວງພວກເຮົາ ບັນຫາຂີ້ເຫຍື້ອກໍເປັນເງົາຕາມຕົວ ແກ້ບໍ່ ຕົກຮ້ອຍສ່ວນຮ້ອຍ... ກໍເຄີຍມີຫຼາຍຮູບແບບ ຈົນມີເຖິງທະນາຄານຂີ້ເຫຍື້ອ ແຕ່ກໍແກ້ໄຂເປັນບາງຄັ້ງບາງຄາວ ເມື່ອບັນຫາເຖິງຂັ້ນນີ້ແລ້ວ ການຈັດຕັ້ງທີ່ ກ່ຽວຂ້ອງ ເປັນຕົ້ນ ອ.ພ.ບ ຄວນໄດ້ຄິດເຖິງການສ້າງຕັ້ງບໍລິສັດທຳຄວາມສະອາດຂຶ້ນມາ ໂດຍມອບໃຫ້ເອກະຊົນຂາດຕົວ 100% ຫຼືວ່າມີລັດຖືຫຸ້ນ ຖ້າບໍ່ ດັ່ງນັ້ນ ການເກັບມ້ຽນຂີ້ເຫຍື້ອຄົງແກ້ບໍ່ຕົກ ໂດຍສະເພາະແມ່ນມື້ບຸນ ມື້ງານສຳຄັນຂອງຊາດຫຍັບມໍ່ເຂົ້າມາທຸກເວລາ.

 

ແນ່ນອນຄັນມີບໍລິສັດເອກະຊົນ ຫຼື ຮ່ວມທຶນ ມັນກໍຕ້ອງເວົ້າເຖິງກຳໄລຈຶ່ງຈະຢູ່ລອດ ສະນັ້ນ ການເກັບຄ່າບໍລິການຂີ້ ເຫຍື້ອມັນກໍຕ້ອງສູງຂຶ້ນຢ່າງ ຫຼີກລ້ຽງບໍ່ໄດ້... ແຕ່ຫາກມີການຄຸ້ມຄອງດີ ໃຫ້ລາຄາເາະສົມ ບໍ່ສູງເກີນໄປ ແລະ ຈັດໃຫ້ເປັນຫຼາຍລະດັບ ເຊັ່ນ: ຄອບຄົວທົ່ວໄປ ທຸລະກິດ ໂຮງແຮມ ຮ້ານອາຫານ ຄິດວ່າຄົງເປັນໄປໄດ້.

 

ການປຸກລະດົມໃຫ້ສັງຄົມມີສ່ວນຮ່ວມໃນການກຳຈັດຂີ້ເຫຍື້ອ ແຍກຂີ້ເຫຍື້ອໂດຍຮູບການຕ່າງໆຜ່ານມານັ້ນແມ່ນດີຫຼາຍ ສະນັ້ນ ຕ້ອງໄດ້ສືບຕໍ່ເຮັດ ແລະ ປຸກລະດົມເອກະຊົນຜູ້ທີ່ມີຄວາມສາມາດລົງທຶນລົງຮອນເຂົ້າໃສ່ເລື່ອງນີ້ ຄິດວ່າເປັນທາງອອກທີ່ດີຍິ່ງ ເພາະຖ້າອາໄສເບື້ອງລັດກໍຕ້ອງຍອມຮັບໃນເລື່ອງ ຂອງງົບປະມານທີ່ມີຂໍ້ຈຳກັດ.

 

ຢາກໃຫ້ໝົດທຸກຄົນເອົາໃຈໃສ່ເລື່ອງການກຳຈັດຂີ້ເຫຍື້ອ ເພື່ອຄວາມສະອາດຈົບງາມຂອງນະຄອນຫຼວງ ທັງບັນລຸເປົ້າໝາຍ ສ ທີ່ການຈັດຕັ້ງ ວາງອອກ.

 

 

 

Delicious Digg Fark Twitter