ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2009 | ມີ 0 ຄຳເຫັນ ແລະ 0 trackback(s)

 

ບໍລິສັດ KPN ຟາມາ ຈຳກັດ ພ້ອມຈະໃຫ້ການສະໜັບສະໜູນ ນັກກີລາເປຕັງທິມຊາດລາວ ຖ້າຫາກຍາດໄດ້ຫຼຽນຄຳ ໃນງານມະຫະກຳກີລາຊີເກມ ຄັ້ງທີ 25 ນີ້.
ທ່ານນາງ ກົງພັດ ທະວີທຳ ຜູ້ອຳນວຍການບໍລິສັດ KPN ຟາມາ ຈຳກັດ ໄດ້ແຈ້ງໃຫ້ຮູ້ວ່າ: ນັກກີລາເປຕັງທິມຊາດລາວ ຖ້າຫາກຍາດໄດ້ຫຼຽນຄຳ ຈະສະໜັບສະໜູນຫຼຽນລະ 20.000.000 ກີບ ໃນນີ້ ໃຫ້ນັກກີລາ 15 ລ້ານກີບ ແລະ ໃຫ້ຄູເຝິກ 5 ລ້ານກີບ ສຳລັບບໍລິສັດ KPN ຟາມາ ໃຫ້ການສະໜັບສະໜູນ ນັກກີລາເປຕັງທິມຊາດລາວ ຄັ້ງນີ້ ແມ່ນມີຄວາມພາກພູມໃຈຫຼາຍ ທີ່ປະເທດເຮົາໄດ້ຮັບກຽດເປັນເຈົ້າພາບຊີເກມ ຄັ້ງທີ 25 ສະນັ້ນ ຈຶ່ງບິແບ່ງທຶນຮອນໄວ້ສະໜັບສະໜູບ ນັກກີລາເປຕັງ ທີ່ເຄີຍມີຜົນງານມາແລ້ວ ເພື່ອຍາດເອົາຫຼຽນຄຳ ໃຫ້ໄດ້ຕາມເປົ້າໝາຍ ແລະ ອີກດ້ານໜຶ່ງ ແມ່ນຄວາມພາກພູມໃຈຂອງບໍລິສັດ KPN ຟາມາ ທີ່ຜະລິດຢາປົວພະຍາດ ໄດ້ມາດຕະຖານສາກົນ ໂດຍໄດ້ຮັບການຢັ້ງຢືນ ດ້ານຄຸນນະພາບ ISO 9001:2008 & GMP ເປັນຢ່າງດີ.
ຂ່າວແຈ້ງອີກວ່າ: ໃນໄລຍະຜ່ານມານີ້ ກຸ່ມບໍລິສັດ S.T Group ຜູ້ຈຳໜ່າຍຜະລິດຕະພັນເຄື່ອງດື່ມ M-150 ກໍໄດ້ປະກາດ ຈະໃຫ້ການສະໜັບສະໜູນ ນັກກີລາທິມຊາດລາວ ເຊັ່ນກັນ ເປັນຕົ້ນແມ່ນນັກກີລາປັນຈະສີລັດ ແລະ ກີລາປະເພດອື່ນໆ ຖ້າຫາກຍາດໄດ້ຫຼຽນຄຳ ຈະມອບ 10 ລ້ານກີບຕໍ່ປະເພດ ຫຼື ທິມຫຼຽນເງິນ ຈະມອບ 5 ລ້ານກີບຕໍ່ປະເພດ ຫຼື ທິມ ແລະ ຫຼຽນທອງ ຈະມອບ 2 ລ້ານກີບຕໍ່ປະເພດ ຫຼື ທິມ.
Delicious Digg Fark Twitter