ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 30, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ຜູ້ທີ່ຢາກມີໃບໜ້າຂາວໃສ ບໍຈຳເປັນຕ້ອງໃຊ້ເງີນຫຼາຍ ເພື່ອໄປຊື້ເຄື່ອງສຳອາງລະດັບແພງໆດອກ, ພຽງແຕ່ມີຄວາມພາກພຽນໜ້ອຍດຽວ ໂດຍການໃຊ້ວັດຖຸໃກ້ໆຕົວກໍພໍແລ້ວ.
ເຄື່ອງປະກອບ ມີຄື: ນ້ຳເຂົ້າມວກ, ໂຢເກິດ, ກາກກາເຟສົດ ແລະນ້ຳເຜີ້ງ

ຂັ້ນຕອນການປະຕິບັດ:

1.  ເອົານ້ຳເຂົ້າມວກ (ນ້ຳທີ່ລ້າງອອກຈາກເຂົ້າສານ) ປະມານເຄີ່ງຈອກ ແລ້ວໃຊ້ສຳລີຈຸ່ມລົງໃນນ້ຳເຂົ້າມວກນັ້ນ ແລ້ວເອັາມາເຊັດທົ່ວໃບໜ້າ.
ນີ້ເປັນວິທີທຳຄວາມສະອາດຜີວໜ້າ ໂດຍທີ່ບໍ່ທຳລາຍຜີວ ແຖມຍັງເຮັດໃຫ້ຜີວໜ້ານຸ່ມນວນອີກດ້ວຍ.

2.  ນຳເອົາໂຢເກິດ (ຣົດທຳມະຊາດ) 1 ບ່ວງແກງ, ກາກກາເຟສົດ 1 ບ່ວງຊາ ແລະ ນ້ຳເຜີ້ງໜ້ອຍໜື່ງ ປະສົມເຂົ້າກັນໃນຖ້ວຍນ້ອຍ.

3.  ນຳເອົາເຄື່ອງທີ່ປະສົມນັ້ນ ມາຂັດເບົາໆໃຫ້ທັ່ວໃບໜ້າ ແລະ ຄໍປະມານ 3 ນາທີ ແລ້ວປະໄວ້ປະມານ 5-10 ນາທີ ແລ້ວຈື່ງລ້າງອອກ.
ຖ້າຫາກເຮັດເປັນປະຈຳ ອາທິດລະ 1-2 ເທື່ອ ທ່ານຈະໄດ້ຜີວໜ້າທີ່ຂາວນຽນໃສ.
ສຳລັບກາກກາເຟ ແມ່ນໄປຂໍເອົາຢູ່ຮ້ານຂາຍກາເຟສົດທົ່ວໄປ
.

Delicious Digg Fark Twitter