ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 6, 2011 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

              ສະບາຍດີສະມາຊິກພັນລາວທຸກໆທ່ານທີ່ຮັກແພງ ^ + ^ ມັນເກີດແມ່ນຫຍັງຂຶ້ນນໍ ກັບ

ໂສມໜ້າຂອງພັນລາວເຮົານີ້? ຂ້ອຍບໍ່ໄດ້ເຂົ້າມາຫຼິ້ນພັນລາວພຽງອາທິດດຽວເທົ່ານັ້ນ, ພໍກັບເຂົ້າ

ມາຫຼິ້ນອີກທີ ກໍ່ຮູ້ສຶກແປກໃຈຫຼາຍ ກັບ ໂສມໜ້າຂອງພັນລາວເຮົາ; ແຕ່ກະລັກດີໃຈຢູ່ບໍ່ໜ້ອຍທີ່ໂສມ

ໜ້າຂອງພັນລາວກັບມາຢູ່ໃນຮູບແບບທີ່ຄຸ້ນເຄີຍ-ຄຸ້ນຕາ ແລະ ກໍ່ຄຸ້ນໃຈ, ແຕ່ກໍ່ເປັນພຽງຄວາມສົງ

ໄສເລັກນ້ອຍເທົ່ານັ້ນວ່າ: ທີພັນລາວເຮົາຈະປັບປຸງຮູບແບບພັນລາວເປັນ: ພັນລາວ3 ກະຍັງວ່າ

ບອກກ່າວກັນລ່ວງໜ້າຕັ້ງເປັນ2-3ອາທິດ! ແຕ່ພໍຊິມາເຮັດໃນຮູບແບບພັນລາວໂຕເດີມກັບບໍ່ຍອມ

ບອກກ່າວກັນເລີຍ( ເຮັດໃຫ້ແປກໃຈຢູ່ບໍ່ໜ້ອຍ ) ແລະ ຂໍຖາມເພື່ອນໆສະມາຊິກພັນລາວທຸກຄົນ

ເລີຍເນາະວ່າ: ທ່ານພໍໃຈຫຼືບໍ່ກັບພັນລາວໃນຮູບແບບເດີມນີ້? ມັກຫຼາຍບໍ່?

            ແລະກໍ່ຂໍອາໄພມາໃນທີນີ້ດ້ວຍຖ້າຫາກວ່າ: ມີສະມາຊິກພັນລາວເຮົາທ່ານໃດທີ່ໄດ້ຂຽນ

ຄຳຄິດເຫັນລົງໃນໂປຣໄຟລ໌ ຫຼື ໄດ້ສົ່ງຂໍ້ຄວາມຫຼັງໄມມາຫາຕຸ່ນ ແລ້ວບໍ່ເຫັນຕອບກັບກໍ່ຕ້ອງຂໍໂທດ

ດ້ວຍ! ເພາະວ່າ: ມັນບໍ່ປາກົດເຫັນອັບເດດຄ້າງເລີຍ( ຍົກເວັ້ນອັບເດດຂອງພັນລາວໃນຮູບແບບ

ເກົ່າເທົ່ານັ້ນ ) ແລະ ທີ່ແນ່ໆກໍ່ຄື: ບໍ່ວ່າຈະເປັນໄດອາຣີ່-ແບບສຳຫຼວດ-ເວັບບອດ ທີ່ສ້າງຂຶ້ນໃນພັນ

ລາວໂສມໜ້າໃໝ່ນັ້ນກະຫາຍໄປນຳ.

         ພໍໃຈແລ້ວບໍ່ ກັບ ພັນລາວໃນຮູບແບບເກົ່ານີ້?

Delicious Digg Fark Twitter