ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 29, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

       ການໃຊ້ຊີວິດຄູ່ຢູ່ຮ່ວມກັນຢ່າງມີຄວາມສຸກນັ້ນ ຍັງມີຫຼາຍຄົນຍັງເຂົ້າໃຈວ່າ ການທີ່ຈະຢູ່ຮ່ວມກັນໄດ້ນັ້ນຕ້ອງມີນິໄສຄືກັນແລະ ຂໍໃຫ້ເຮົາທັງສອງຄົນຮັກກັນກໍ່ພໍ ແຕ່ຄວາມເຂົ້າໃຈນັ້ນຍັງເປັນຄວາມເຂົ້າໃຈທີ່ຜິດພາດ ເພາະວ່າຄົນນິໄສຄືກັນຍັງມີຈຸດໜຶ່ງທີ່ຄົນເຮົາຄິດບໍ່ເຖິງ ກໍ່ຄື:
- ຄົນໃຈຮ້ອນຢູ່ກັບຄົນໃຈຮ້ອນ : ຄົນໜຶ່ງໃຈຂື້ນ ອີກຄົນກໍ່ໃຈຂື້ນ ຕ່າງຝ່າຍບໍ່ຍອມກັນ ສຸດທ້າຍກໍ່ກາຍເປັນເລື່ອງໃຫຍ່
- ຄົນໃຈນ້ອຍຢູ່ກັບຄົນໃຈນ້ອຍ : ຄົນໜຶ່ງໃຈນ້ອຍ ອີກຄົນກໍ່ໃຈນ້ອຍ ຕ່າງຝ່າຍບໍ່ຍອມງໍ້ກັນ ຄຽດໃສ່ກັນ ສຸດທ້າຍກໍ່ເລີກ

- ຄົນຂີ້ຫຶງຢູ່ກັຄົນຂີ້ຫຶງ : ຕ່າງຝ່າຍຕ່າງຫຶງກັນ ຈົນກາຍເປັນຫວງ ແລະ ບໍ່ໃຫ້ກຽດກັນ
ແລະ ຍັງມີຫຼາຍຢ່າງ

ສິ່ງທີ່ແນ່ນອນທີ່ສຸດກໍ່ຄື ຄວາມເຂົ້າໃຈກັນ ຄົນໜຶ່ງເຮັດຜິດ ແລະ ຍອມຮັບວ່າຕົວເອງຜິດ ອີກຄົນກໍ່ເຂົ້າໃຈ ແລະ ໃຫ້ອະໄພ ສິ່ງນີ້ແຫຼະທີ່ເຮັດໃຫ້ຊີວິດຄູ່ ຫຼື ແຟນຢູ່ຮ່ວມກັນໄດ້ນານ ແຕ່ຢ່າໃຫ້ເຂົ້າໃຈເກີນໄປ ເພາະຈະເຮັດໃຫ້ຄົນທີ່ເຮັດຜິດນັ້ນໄດ້ໃຈແລ້ວເຮັດຜິດຕື່ມອີກ ລົງໂທດຕາມຄວາມຜິດໃຫ້ເໝາະສົມ ແລະ ຄົນທີ່ເຮັດຜິດນັ້ນກໍ່ຕ້ອງເຂົ້າໃຈໃນການລົງໂທດຄວາມຜິດຂອງຕົນ.

( ໃຜມີບັນຫາຫຍັງປຶກສາໄດ້ເດີ )

Delicious Digg Fark Twitter