ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 31, 2012 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

                                      >>  ດີເກີນໄປ <<

     ຄຳວ່າ ດີເກີນໄປ  ເປັນຄຳທີ່ເຄີຍໄດ້ຍິນຈາກຄົນທີ່ຮັກກັນ ຫຼື ເປັນແຟນກັນໃນ

ເວລາທີ່ຝ່າຍໃດໜຶ່ງຈະບອກເລີກກັນ ແຕ່ບໍ່ມີຄຳໃດຈະບອກ ຫຼື ອະທິບາຍໃຫ້ເຂົ້າໃຈ

ແລະ ແຈ່ມແຈ້ງກວ່າຄຳນີ້ ທັງເປັນຄຳບອກເລີກກັນແບບງ່າຍໆ ແລະ ເຂົ້າໃຈງ່າຍໆ

ຊຶ່ງຫຼາຍໆຄົນຍັງເຂົ້າໃຈວ່າຄຳ " ດີເກີນໄປ " ເປັນຄຳບອກທີ່ດີທີສຸດ ແລະ ເປັນຄຳທີ່ມີ

ຄວາມໝາຍອວຍພອນໃຫ້ຄົນທີ່ຕົນຈະບອກເລີກນັ້ນໃຫ້ພົບກັບສິ່ງທີ່ດີກວ່າ

ແຕ່ຄຳວ່າ " ດີເກີນໄປມັນມີຄວາມໝາຍກົງກັນຂ້າມດັ່ງທີ່ຄິດເພາະວ່າຄຳນີ້

ຄວາມໝາຍເລິກແທ້ແມ່ນການຢຽບຢ້ຳສັກສີອີກຝ່າຍໜຶ່ງ (ຖານະ, ໜ້າຕາ, ຄວາມຮັກ

ແລະ ຄວາມດີທີ່ມີໃຫ້) ບໍໍ່ແມ່ນຄຳອວຍພອນທີ່ດີ ອີກຢ່າງໜຶ່ງແມ່ນເຮັດໃຫ້ຝ່າຍໜຶ່ງ

ເຂົ້າໃຈຜິດວ່າ ຕົວເອງເຮັດດີແລ້ວຍັງບໍ່ຮັກ ຫຼືວ່າຕ້ອງເປັນຄົນຊົ່ວແລ້ວຈຶ່ງຈະຮັກບໍ

ບາງຄັ້ງອາດຈະເຮັດໃຫ້ຄົນດີໆກາຍເປັນຄົນຊົ່ວກໍ່ເປັນໄດ້

      ດັ່ງນັ້ນ ເຮົາຄວນໃຊ້ຄຳອື່ນທີ່ເຫັນວ່າເໝາະສົມກວ່າ ອີງຕາມຄວາມເປັນຈິງຂອງ

ທັງສອງຝ່າຍ ຫວັງວ່າ ທຸກຄົນຄົງຈະເຂົ້າໃຈກັນດີເນາະ ແລະ ຂໍໃຫ້ຄູ່ຮັກທຸກໆຄູ່ຮັກກັນຕະຫຼອດໄປ.

         ( ຫາກມີຄຳຕຳນິຕິຊົມ ຫຼື ສະແດງຄຳເຫັນໃດໆກໍ່ຂຽນມາໄດ້ເດີ )

                                   ຂໍຂອບໃຈ

 

Delicious Digg Fark Twitter