ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

  ເຮີໆໆ.....ແລະ ແລ້ວພາດສອງ ກາຕາມມາ

        ເປັນເລື່ອງເປັນລາວ..ເຮີ...

                                     ເຖິງຈະເລີ່ມຕົ້ນດ້ວຍ ຄວາມຫຼົງໄຫຼແບບ ພິເສດ ນັບແຕ່ຈັບ ກີ້ຕ້າ ມາ ກໍ່ຍັງບໍ່ຮູ້ສຶກວ່າຮັກມັນໜ້ອຍລົງເລີຍ..ຖ້າໄດ້ແຟນແບບນີ້ກາຄົງດີ ເຮີໆນອກເລື່ອງ....ເວລາຫວ່າງອັນນອກເໜືອຈາກພາລະກິດຕ່າງໆ ຈຳເປັນຕ້ອງຈັບ ດາລິງ ເຈົ້າກີຕ້າ ມາຕະແນ໋ວຕະແນ໋ວ ເຮີໆ...ຊ່ວງທຳອິດຫຼີ້ນບໍ່ເປັນ ສໍ້ ອິ່ພໍ່ຊື້ກີຕ້າມາໃຫ້...ບົດຮຽນທຳອິດເກິດຈາກ ຜູ້ເປັນພໍ່ ອັນແສນຈະລູກທົງບ້ານເຮົາ......ມັນເປັນຈຸດເລິ່ມຕົ້ນທີ່ສວຍງາມ..... ຫຼີ້ນເພງ”ນົກແກ້ວລືມຄອນ”...ເຮີໆໆ.......................

.................................... ຝັນທີ່ກຳລັງເລີ່ມຕົ້ນ ກັບຄວາມຫຼົງໃຫຼໃນ ເມໂລດີ້ ອັນຈະປະທັບໃຈ..ຍັງຕ້ອງຄຽງຄູ່ໄປກັບພາລະກິດລະດັບຊາດ....ການຮຽນໜັງສື...ເຮີໆໆ ຍິ່ງໃຫຍ່ໃດ໋...ໃນຊ່ວງເລີມ ຕົ້ນການຮຽນເປັນພາລະກິດຫຼັກທີ່ຕ້ອງປະຕິບັດ ຈົນແທບເບິ່ງບໍ່ເຫັນຄວາມຝັນ...ເພາະມັນເລືອນລາງຫຼາຍ...ໄປໂຮງຮຽນ ຊ່ວງພັກຜ່ອນ ໄດ້ພຽງແຕ່ນັ່ງເບິ່ງຄົນອື່ນທີ່ຫຼີ້ນ ຝັນຕົວເອງ..ຫື່! ຫຼີ້ນກີຕ້າ ...ເຮີໆຫຼີ້ນຍັງບໍ່ເປັນ...ນະຈຸດນັ້ນມັນເປັນຈຸດທີ່ຕ້ອງໂຊສາວ..ເຮີໆ..

.................................... ວົງດົນຕຣີທີ່ເຂົ້າມາໃນຊ່ວງນັ້ນ ທີ່ຫຼອນ ໃຫ້ຈົນຮ້ອງໄດ້ເກືອບໝົດທຸກເພງເປັນ ວົງ ລູກເຂົ້າໜຽວ ແນວຣອກຊ່ວງຊ່ວງບຸກເບີກຂອງວົງການເພງລາວ...ກະແສັດເທບມ້ວນໜຶ່ງ.. ຖືກບໍ່ນິ...ຂອງແທ້ ພອມກັບ ເຈ້ຍໃບໜຶ່ງທີ່ຕິດມາ..ເນື້ອເພງນັ້ນລະ..ເຮີໆໆ..ເປັັນຕ້ອງຫຼົງໄຫຼ... ແຕ່ໜ້າເສຍດາຍ ອາລະບ້ຳ 2 ຕ້ອງອອກມາເພງດຽວ..ຫາກມ່ວນໄດ໋ລະ..ຮ້ອງໄດ້ຢູ່ໄດ໋....ຈື່ໄດ້ແມ່ນຊ່ວງຮຽນ ມ5..ຂື້ນຕົ້ນປະມານວ່າ..”ເຖິງສອງເຮົາຈະຈາກ ຈາກກັນແສນໄກ ທູກສິ່ງທີ່ສ້າງນັ້ນຈະບໍ່ລືມ....”ເຮີໆໆ ປະມານນີ້ລະ....ແນວດົນຕຣີເລີ່ມເຂົ້າໃນທາງທີ່ຕົນເອງມັນ ຜັນປ່ຽນຈາກຊ່ວງເວລາທຳອິດມະຫັນ..(ບໍ່ແມ່ນດ໊ອກ ທຳອິດກາຣອກຢູ່ແລ້ວ ຫາກຫຼີ້ນເພງບ້ານນາເຮີໆໆ)..

..................................... ແຕ່ສ່ວນໃຫຍ່ນະເວລານັ້ນ ເພງທີ່ຫຼີ້ນ ກັບເປັນເພງໄທ ສະໄຕລ ປອບຣອກ ແລະ ກາຣອກ ໃນລະດັບກາງໆ..ແບບວ່າສາວໆກຣີດ..ເຮີໆໆ (ແຕ່ບໍ່ເຫັນໃຜກຣີດໃຫ້ໂຕເອງເລີຍ) ”ດຽວສິຂຽນເລື່ອງນີ້ແບບສອດແຊກຄວາມຮູ້ໃນທາງດົນຕຣີເລັກໜ້ອຍ ຊິໄດ້ບໍ່ເສຍເວລາໃນການອ່ານເລື່ອງ ລອຍໆແບບນີ້..ເຮີໆໆໆ” ການຫຼີ້ນກີຕ້າໃນຊ່ວງທຳອິດດດດທຳອໍ ລະຍັງບໍ່ຮູ້ຫຍັງຫຼາຍເລີຍ ເສຍເວລາຖີ້ມ...ຖີ້ມແບບມີຄຸນຄ່າ...ເຮີໆ...ຫຼີ້ນພຽງຮູບແບບເກົ່າລະດັບຄອດໆໆ.. ຫາກຂ້າພະເຈົ້າເອງກັບມີຄວາມມັກຢາກຖໂຊໂລ້..(ສຸພາບຂື້ນທັນຕາ).... ການຕັ້ງສາຍນະຕອນນັ້ນເປັນຮູບແບບມາດຕະຖານສາກົນລະດັບໂລກ..ເຮີໆໆ................................

....................................................................................ອຸ໊ຍ ອຸ໊ຍ....10 ໂມງ 50ນາທີ...ອຸ໊ຍ....ຕ້ອງນອນລະ ດຽວຕື່ນສວຍ

ເອົາເປັນວ່າຕິດຕາມຕໍ່ພາດໜ້າສາ....ເຮີໆໆຂໍໄປນອນກ່ອນ...

ດຽວ!   ພາດໜ້າຮັບຮອງມີສາລະຂື້ນແນ່ນອນ...ຢ່າພາດໂດຍສະເພາະຄົນມັກສຽງເພງ  ..ເຮີໆໆ

to be coninue ::::::::

thanks for reading::::::::::::::::::::::::

Delicious Digg Fark Twitter