ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 25, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

1. ຫມູ່ເພື່ອນນິນທາ,ເພື່ອນນິນທາສະແດງວ່າເຮົາຕ້ອງມີສິ່ງໃດສິ່ງຫນຶ່ງທີ່ດີເປັນພິເສດຈັກຢ່າງ

ຈົນຫມູ່ອິດສາ ແບບນີ້ເຮົາຫນ້າຈະພູມໃຈໃນຕົວເອງແທນທີ່ຈະໄປຄຽດຫລືຊັງຫມູ່ຄົນນັ້ນ ເວົ້າແບບງ່າຍໆວ່າເຂົາບໍ່ມີຈຸດເດັ່ນຄືເຮົາເຂົາຈຶ່ງນິນທາ.

2.ຫມູ່ຫັກຫລັງ (ກະເຈັບແຫລະເນາະ555555) ບໍ່ເປັນຫຍັງດອກ ຂໍກັນກິນຍັງຫລາຍກວ່ານີ້ ແຕ່ຫນ້າສົງສານເຂົາເພາະນິໄສແບບນີ້

ຄົງຈະເຮັດໃຫ້ເຂົາເສຍຫມູ່ໄປຫມົດທຸກຄົນໃນບໍ່ຊ້າ ເພາະບໍ່ມີໃຜດອກທີ່ຈະໄວ້ໃຈຄົນທີ່ຫັກຫລັງ.

3.ຊ່ອຍຫມູ່ຢ່າງເອົາເປັນເອົາຕາຍ ແຕ່ຫມູ່ຍັງຄິດຮ້າຍກັບເຮົາອີກ ເຮິ! ຈົ່ງຄິດວ່າຊ່ວຍເສືອທີ່ຕົກນ້ຳໃຫ້ລອດຕາຍຈັກໂຕຫນຶ່ງກໍ່ແລ້ວກັນ

ເສືອນີ້ເຖິງເຮົາຈະຊ່ວຍມັນ ແຕ່ຖ້າເຮົາເຂົ້າໃກ້ມັນມັນກໍ່ອາດກັດເຮົາ ຄົງປ່ອຍໃຫ້ມັນເຂົ້າປ່າໄປຈະດີກວ່າ. ຫມູ່ຄົນນີ້ກໍ່ເຊັ່ນກັນ ທີ່ແລ້ວມາຖືວ່າເປັນການຊ່ວຍເອົາບຸນກໍ່ແລ້ວກັນ

ແຕ່ເທື່ອຫນ້າຄົງບໍ່ຊ່ວຍແລ້ວລະ ປັບປຸງຕົນເອງໃຫ້ນິໄສດີກວ່ານີ້ກ່ອນແລ້ວຄ່ອຍວ່າກັນໃຫມ່.

4. ອົກຫັກອີກແລ້ວ ບໍ່ເປັນຫຍັງໃດ້ຮຽນຮູ້ຊີວິດ ແລະຍັງເປັນການພິສູດສັດຈະທຳອີກຄັ້ງຫນຶ່ງ ວ່າຄົນທີ່ຮັກແທ້ນັ້ນຄືແມ່ເຮົາ ຂໍແຕ່ໃຫ້ປັບປຸງໂຕເອງໃຫ້ດີໆ

ຂຶ້ນອີກຈັກຫນ່ອຍ ກໍ່ຄົງມີຄົນໃຫ່ມາຮັກເຮົາເອງ.

5. ຮູ້ສຶກວ່າຕົນເອງໂງ່  ຖືກຄົນອື່ນຫລອກລວງເປັນປະຈຳ ການຖືກຕົວະ ຫລື ຖືກຫລອກລວງບໍ່ໃດ້ຫມາຍຄວາມວ່າເຮົາເປັນຄົນໂງ່

ແຕ່ເປັນຄົນທີ່ຈິງຈັງ ແລະ ຈິງຈັງກັບຄົນອື່ນ ແຕ່ຖ້າມາຄິດເບິ່ງແລ້ວ ການຄິດຫລືເຮັດແບບຄົນໂງ່ໆ ຍັງດີກວ່າການເຮັດ ແລະ ຄິດວ່າຕົນເອງເປັນຄົນສະຫລາດ

ເພາະເພິ່ນເວົ້າວ່າ ຄົນສະຫລາດຄືຄົນທີ່ຮູ້ວ່າຕົນເອາເປັນຄົນໂງ່.

Delicious Digg Fark Twitter