ຂຽນເມື່ອ: ພ.ພ.. 6, 2013
| ມີ
23 ຄຳເຫັນ
ແລະ
0 trackback(s)
ຂ້ອຍກັບແຟນຄົບກັນມາເປັນເວລາ 2 ປີ ກວ່າ
ລາວເປັນຜູ້ຊາຍທີ່ແຕກຕ່າງຈາກຜູ້ຊາຍຄົນອື່ນ ລາວສຸພາບ, ໃຈດີ, ເປັນຄົນທີ່ຮຽນເກັ່ງ ແລະ ທີ່ສຳຄັນລາວເຂົ້າໃຈຂ້ອຍ ແລະ ຂ້ອຍໄວ້ໃຈລາວທີ່ສຸດ ລາວເປັນຄົນຊ່ວຍເຫຼືອຂ້ອຍຕະຫຼອດມາ ເຮັດໃຫ້ຂ້ອຍຮັບຮູ້ໄດ້ເຖິງຄວາມຮັກທີ່ລາວມີໃຫ້ຂ້ອຍ ແລະ ຂ້ອຍກໍ່ຮັກລາວຫຼາຍ ເບິ່ງແລ້ວຄວາມຮັກຂອງພວກເຮົາທັງສອງຄົງບໍ່ມີອຸປະສັກຫຍັງທີ່ເຮັດໃຫ້ເຮົາສອງຄົນຕ້ອງເລີກກັນໄດ້
ແຕ່ແລ້ວ ຈຸດໜື່ງທີ່ເຮົາທັງສອງຄົນຟືນມາຕະຫຼອດຄືຄວາມແຕກຕ່າງລະຫວ່າງເຮົາທັງສອງຄົນ(ຄວາມແຕກຕ່າງໃນທີ່ນີ້ໝາຍເຖິງ ຂ້ອຍເປັນຄົນລາວລຸ່ມ ສ່ວນລາວ ເປັນຄົນມົ້ງ) ເຊິ່ງທາງຄອບຄົວຂອງລາວກໍ່ຫ້າມບໍ່ໃຫ້ແຕ່ງງານກັບຊົນເຜົ່າອື່ນ ນອກຈາກຊົນເຜົ່າມົ້ງດ້ວຍກັຍນກັນເອງ ຖ້າເປັນລາວລຸ່ມຍິ່ງເປັນໄປບໍ່ໄດ້ . ສ່ວນໂຕຂ້ອຍເອງກໍ່ເຂົ້າໃຈເຫດຜົນທີ່ທາງແມ່ລາວກ່າວຂື້ນມາ ເຊິ່ງເບິ່ງຈາກສະພາບຕົວຈິ່ງ ລາວລຸ່ມໃນເມື່ອກ່ອນມັກຈະດູຖູກ,ດູມິນ ຄົນຊົນເຜົ່າ ເຊິ່ງໃນປັດຈຸບັນ ກໍ່ຍັງມີບາງກຸ່ມຄົນທີ່ຄິດແນວນີ້ຢູ່ ເຊິ່ງເຮັດໃຫ້ແມ່ນລາວລຳບາກໃຈຫຼາຍ ລາວກໍ່ພະຍາຍາມອະທິບາຍທຸກຢ່າງໃຫ້ແມ່ລາວຟັງ ແຕ່ມັນກໍ່ບໍ່ມີປະໂຫຍດ ເພາະແມ່ລາວເບິ່ງຈາກຄົນອ້ອມຂ້າງທີ່ແຕ່ງງານກັບຄົນລາວລຸ່ມແຕ່ລະຄູຕ້ອງໄປບໍ່ລອດ ຍ້ອນພີ່ນ້ອງຄົນຮອບຂ້າງ(ຂອງຄົນລາວລຸ່ມ) . ເຊິ່ງເລື່ອງນີ້ເອງກໍ່ເຮັດໃຫ້ຂ້ອຍລຳບາກໃຈພໍສົມຄວນ ແຕ່ ຂ້ອຍກໍ່ບອກກັບລາວວ່າບໍ່ມີຫຍັງທີ່ເປັນໄປບໍ່ໄດ້.
ພວກເຮົາທັງສອງກໍ່ຄົບກັນມາເລື້ອຍໆ ................. ຈົນນະມື້ໜື່ງຂ້ອຍໄດ້ຮູ້ຄວາມຈິງເມື່ອຂ້ອຍເຫັນຮູບຍິງຄົນໜື່ງໃນໂທລະສັບຂອງລາວ ຍິງຄົນນັ້ນເປັນຍິງທີ່ລາວແອບຮັກຕັ້ງແຕ່ຕອນຍັງບໍ່ໄດ້ຄົບກັນ (ລາວເຄີຍເລົ່າໃຫ້ຟັງ) ແລະ ຂ້ອຍກໍ່ເຫັນຂໍ້ຄວາມໜື່ງ "ຂ້ອຍຮັກເຈົ້າ XXX" ເມື່ອເຫັນແລ້ວມັນເຮັດໃຫ້ຂ້ອຍອື້ງ ຢືນຢຸດນິ້ງດ້ວຍຄວາມເຈັບປວດ . ຂ້ອຍກໍ່ເລີຍຖາມລາວໄປຕົງໆວ່າ ເປັນຫຍັງຈື່ງມີຮູບຜູ້ຍິງຄົນ
ລາວຕອບວ່າ:"ຮູບງາມດີກະເລີຍເອົາລົງ"
ຂ້ອຍ: ແລ້ວຂໍ້ຄວາມນັ້ນເດ
ລາວ: ດຽວເຂົາຈະເລົ່າຄວາມຈິງໃຫ້ຟັງ , ຕອນ 4 ເດືອນກ່ອນຂ້ອຍໄດ້ເຈິກັບລາວອີກຄັ້ງ ໂດຍບັງເອີນ (ລາວເປັນນັກສຶກສາມົ້ງທີ່ໄປຮຽນຕໍ່ເກົາຫຼີ) ຂ້ອຍກໍ່ເລີຍໄດ້ລົມກັບລາວ , ຈາກນັ້ນ ລາວກໍ່ຮັບຂ້ອຍຢູ່ບ່ອນເຮັດວຽກ ໄປກິນເຂົ້ານຳກັນ , ຂ້ອຍກັບລາວໄປກິນເຂົ້ານຳກັນສອງຄັ້ງ ແລະ ຫຼັງຈາກນັ້ນລາວກໍ່ກັບ ໄປເກົາຫຼີ ,ແຕ່ຂ້ອຍກັບລາວກໍ່ລົມກັນມາເລື້ອຍໆ ແລະ ຂ້ອຍກໍ່ຮູ້ສຶກເຖິງຄວາມຮູ້ສຶກຂອງຕົວເອງ ຂ້ອຍຮູ້ວ່າຂ້ອຍເຮັດຜິດຕໍ່ເຈົ້າ ແຕ່ ຂ້ອຍກໍ່ຮັກລາວຫຼາຍ ແລະ ຮັກມາຕະຫຼອດ ທີ່ ຜ່ານມາຂ້ອຍພະຍາຍາມຈະລືມລາວ ໂດຍການເປີດໃຈຮັບຄົນໃຫມ່ເຂົ້າມາ ແລະ ກໍ່ຄື ເຈົ້າ ແຕ່ມັນກໍ່ບໍ່ອາດເຮັດໃຫ້ຂ້ອຍລືໃລາວໄດ້ ແລະ ອີກເລື່ອງໜື່ງເລື່ອງຂອງເຮົາມັນບໍ່ມີທາງຈະເປັນໄປໄດ້
ຂ້ອຍໄດ້ແຕ່ງຽບ ແລະ ປ່ອຍໃຫ້ນຳຕາໄຫຼອອກມາ ດ້ວຍຄວາມເຈັບປວດ ມັນເຮັດໃຫ້ຂ້ອຍລົ້ມທັງຢືນ ເພາະກ່ອນໜ້ານີ້ລາວດີກັບຂ້ອຍຫຼາຍ ທັງການເອົາໃຈໃສ່, ການເບີ່ງແຍງ, ຄວາມຫວ່ງໄຍ ມັນເຮັດໃຫ້ຂ້ອຍເຊື່ອຈົນໝົດໃຈ ແລະ ບໍ່ຄາດຄິດວ່າຈະມີເຫດການແບບນີ້ເກີດຂື້ນກັບຂ້ອຍໄດ້ ແລະ ສິ່ງທີຍັງເປັນຄຳຖາມຄ້າງໃຈຂ້ອຍ ລະເປັນຫຍັງຈື່ງຕ້ອງໃຫ້ຄວາມຫວັງກັບຂ້ອຍຂະໜາດນັ້ນ ໃນເວລາທີ່ຄົບກັນຂ້ອຍຍັງດີບໍ່ພໍຫວາ, ຂ້ອຍຜິດບ່ອນໃດ ເປັນຫຍັງຂ້ອຍຕ້ອງມາເຈັບປວດ, ສອງປີທີ່ຜ່ານມາມັນບໍ່ມີຄວາມໝາຍເລີຍຫວາ
ຂ້ອຍທີ່ເປັນຢູ່ໃນຕອນນີ້ມັນບອກບໍ່ຖືກ ແລະບໍ່ຮູ້ ຊິເຮັດແນວໃດຕໍ່ໄປ ເມື່ອຄົນທີ່ໄວ້ໃຈທີ່ສຸດມາທຳຮ້າຍ
ຍັງມີຕອນຕໍ່ໄປ ................................ຂອບໃຈທີ່ອ່ານ...................ຖ້າຊ່ວຍໃຫ້ຄວາມເຫັນແດ່ກໍ່ດີ