ຂຽນເມື່ອ: ພ.ພ.. 7, 2013
| ມີ
29 ຄຳເຫັນ
ແລະ
0 trackback(s)
ຄໍາຖາມຄ້າງໃຈຮ້ອຍພັນ ແລະ ຂ້ອຍເອງກໍ່ຕ້ອງການຄໍາຕອບ ຈື່ງຕັດສິນໃຈຖາມຊາຍຄົນນັ້ນອີກຄັ້ງ
ຂອ້ຍ: ທີ່ຜ່ານມາມັນໝາຍຄວາມວ່າແນວໃດ ຂ້ອຍຄິດໄປເອງຫວາ
ຊາຍຄົນນັ້ນ: ທີ່ຜ່ານເຈົ້າບໍ່ໄດ້ຄິດໄປເອງ ເພາະ ຂ້ອຍເອງກໍ່ຮູ້ສຶກດີກັບເຈົ້າຕະຫຼອດມາ ຊ່ວງເວລາທີ່ຢູ່ກັບເຈົ້າຂ້ອຍມີຄວາມສຸກ
ຂ້ອຍ: ແຕ່ມັນບໍ່ແມ່ນຄວາມຮັກແມ່ນບໍ່?
ຊາຍຄົນນັ້ນ: ເປັນຫຍັງເຈົ້າຄືຄິດແບບນັ້ນ ສິ່ງທີ່ຂ້ອຍພະຍາຍາມເຮັດເພື່ອເຈົ້າມາຕະຫຼອດ ເຈົ້າເບິ່ງບໍ່ອອກຫວາ
ຂ້ອຍ: ກໍ່ເພາະແບບນັ້ນແຫຼະມັນເຮັດໃຫ້ຂ້ອຍບໍ່ເຊື່ອໃນສິ່ງທີ່ເກີດຂື້ນ, ຂ້ອຍບໍ່ເຊື່ອວ່າເຈົ້າຈະຮັກຜູ້ຍິງຄົນອື່ນ
ຊາຍຄົນນັ້ນ: ຂ້ອຍບໍ່ຢາກຫຼອກໂຕ ຮູ້ທັງຮູ້ວ່າເລື່ອງຂອງເຮົາມັນເປັນໄປບໍ່ໄດ້ ບໍ່ມີທາງທີ່ແມ່ຂ້ອຍ ຈະອຸນຸຍາດໃຫ້ເຮົາແຕ່ງງານກັນ ເມື່ອເຫັນທາງທີ່ມັນໄປຕໍ່ບໍ່ໄດ້ເຮົາກໍຄວນຢຸດ ຂ້ອຍເອງກໍ່ເສຍໃຈຕະຫຼອດ 2 ປີທີ່ຜ່ານມາຂ້ອຍກໍ່ພະຍາຍາມເຮັດທຸກຢ່າງກ່ຽວກັບເລື່ອງຂອງເຮົາ ແຕ່ສຸດທ້າຍກໍ່ບໍ່ມີຫຍັງທີ່ຈະປ່ຽນຄວາມຄິດຂອງແມ່ຂ້ອຍໄດ້ ເມື່ອເຮົາຮູ້ວ່າເປັນໄປບໍ່ໄດ້ເຮົາກໍ່ຄວນຖອຍ. ແລະ ອີກຢ່າງໜື່ງ ຂ້ອຍກໍ່ບໍ່ອາດລືມຍິງຄົນນັ້ນ ເຖິງຂ້ອຍແລະລາວຈະຢູ່ໄກ ກັນ ແຕ່ມັນບໍ່ໄດ້ເຮັດໃຫ້ຄວາມຮັກທີ່ຂ້ອຍມີໃຫ້ລາວມັນໜ້ອຍລົງ ຂ້ອຍຄິດວ່າເຈົ້າ ຈະສາມາດເຮັດໃຫ້ຂ້ອຍລືມລາວໄດ້ ແຕ່ເມື່ອຂ້ອຍໄດ້ເຈິກັບລາວອີກ ມັນຍິ່ງເຮັດໃຫ້ຂ້ອຍຮັກລາວຫຼາຍຂື້ນ
ຂ້ອຍ: ຂ້ອຍເຂົາໃຈແລ້ວຄວາມຮູ້ສຶກຂອງເຈົ້າ ແຕ່ມັນໄວເກີນໄປ ຂ້ອຍຍັງຮັບບໍ່ໄດ້
ຊາຍຄົນນັ້ນ: ຂ້ອຍຮູ້ດີ ຂ້ອຍຄິດມາຕະຫຼອດແຕ່ຂ້ອຍບໍກ້າບອກກັບເຈົ້າ ເພາະຂ້ອຍເອງກໍ່ຮັກເຈົ້າ ແລະ ເປັນຫວ່ງເຈົ້າຫຼາຍ ສວ່ນຂ້ອຍເອງກໍ່ຂໍຢູ່ແບບນີ້ຢູ່ທີ່ເດີມທີ່ຍັງເປັນຫວ່ງເຈົ້າ
ແລະຍ້ອນເຫດນັ້ນຂ້ອຍເອງຈື່ງຄິດເອງວ່າຈະຂໍຢູ່ແບບນີ້ໄປເລື້ອຍໆ ຂໍພຽງແຕ່ຍັງໄດ້ລົມໂທລະສັບກັບລາວ, ຍັງໄດ້ໄປກິນເຂົ້ານໍາກັນ, ຍັງມາຫາກັນ ເຖິງລາວຈະຮັກຍິງອີກຄົນຂ້ອຍຮັບໄດ້
ຫຼາຍວັນຜ່ານໄປ ສິ່ງທີ່ຄ້າງໃນໃຈກໍ່ເກີດຂື້ນອີກ ຂ້ອຍຕ້ອງການຢາກລົມກັບຍິງຄົນນັ້ນ ໃນໃຈກໍ່ແຄ້ນ ທັ້ງໆທີ່ລາວບໍ່ໄດ້ເຮັດຫຍັງແຕ່ລາວຊໍ້າພັດໄດ້ຄວາມຮັກ ຈາກຄົນີທີ່ຂ້ອຍຮັກ ແຕ່ຂ້ອຍທຸ່ມເທທຸກຢ່າງແຕ່ກໍ່ຍັງເຈັບ ຂ້ອຍຈື່ງສົ່ງຂໍ້ຄວາມໄປທີ່ຊື່ໃນ facebook ຂອງຍິງຄົນນັ້ນ
ຂ້ອຍ: ຢາກຮູ້ຈັກກັບເຈົ້າ ......ສາວຜູ້ໂຊກດີໄດ້ບໍ!!!!
ຍິງຄົນນັ້ນ: ມິດ.........
ຂ້ອຍ: ເຈົ້າຮັກ XX ຫວາ
ຍິງຄົນນັ້ນ: ແມ່ນແລ້ວ ແລະ ຂ້ອຍກໍຮັກລາວຫຼາຍ
ຄໍາຕອບທີ່ສຸດແສນຈະເຈັບປວດຂ້ອຍຮູ້ແລ້ວວ່າຕອນນີ້ຄວນເຮັດແບບໃດ ຂ້ອຍຄວນຈະຕ້ອງຕັດໃຈ ແລະ ປ່ອຍໃຫ້ຄົນທີ່ຂ້ອຍຮັກໄດ້ມີຄວາມສຸກ ເພາະຂ້ອຍຮູ້ດີວ່າຂ້ອຍເອງບໍ່ມີທາງທີ່ຈະສູ້ລາວໄດ້ ທັງໜ້າຕາ, ຖານະ
ແຕ່ສິ່ງທີ່ເຈັບປວດໄປກວ່ານັ້ນ ຊາຍຄົນນັ້ນ ຍັງເປັນຫວ່ງຂ້ອຍຢູ່ ແລະພະຍາຍາມເຮັດທຸກຢ່າງໃຫ້ຂ້ອຍຮູ້ສຶກດີ ແຕ່ການເຮັດດີຂອງລາວມັນຍິ່ງເຮັດໃຫ້ຂ້ອຍເຈັບປວດຂື້ນເຕີ່ມ ແລະ ຂ້ອຍເອງກໍ່ຄວນຈະຢຸດ ຂ້ອຍຈື່ງຕັດສິນໃຈໂທຫາລາວ ແລະບອກລາວເຖິງຄວາມເຈັບປວດຂອງໂຕເອງ ແລະ ຂ້ອຍຕ້ອງການທີ່ຈະຢຸດມັນ
ຂ້ອຍບໍ່ຮູ້ວ່າໂຕເອງຈະຕ້ອງໃຊ້ເວລາດົນປານໃດຈື່ງສາມາດລືມລາວໄດ້ ແລະ ຂ້ອຍເອງກໍ່ຈະບໍ່ພະຍາຍາມທີ່ຈະລືມລາວ ຂ້ອຍຮັກລາວ, ລາວຈະຢູ່ໃນຄວາມຊົງຈໍາທີ່ດີໆຂ້ອຍຕະຫຼອດໄປ, ຈະເກັບທຸກຄວາມຮູ້ສຶກທີ່ດີທີ່ເຄີຍໄດ້ຮັບ ເປັນຄວາມຊົງຈໍາໃນໃຈຕະຫຼອດໄປ
ໂລກນີ້ມັນບໍ່ແນ່ ບໍ່ຮູ້ວ່າຕໍ່ຈາກນີ້ຂ້ອຍຈະກ້າຮັບໃຜເຂົ້າມາໃນຊີວິດອີກບໍ່ ເພາະຄົນທີ່ຄິດວ່າດີແລ້ວ ແຕ່ກໍ່ຍັງເສຍໃຈຢູ່ ແລະ ຈະມີຈັກຄົນບໍ່ ທີ່ດີ ພໍຈະບໍ່ເຮັດໃຫ້ຂ້ອຍເສຍໃຈອີກ