ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 10, 2012 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ສະບາຍດີສະມາຊິກພັນລາວທຸກຄົນ

ເນື່ອງຈາກເດືອນນີ້ເປັນແຫ່ງຄວາມຮັກ ຂ້ອຍຈື່ງມີເລື້ອງທີ່ຄ້າງຄາໃຈບາງເລື້ອງມາຖາມກັບທຸກຄົນ:  ຂ້ອຍເອງເປັນຄົນນື່ງທີ່ແອບຮັກລຸ້ນອ້າຍຄົນນື່ງ ແຕ່ຂ້ອຍບໍ່ຮູ້ວ່າລາວນັ້ນ ຈະມັກຂ້ອຍຫຼືບໍ່ ທຸກຄັ້ງທີ່ຂ້ອຍຢູ່ໃກ້ລາວຂ້ອຍຮູ້ສຶກວ່າມີຄວາມອົບອຸ່ນ ແລະ ກ້າສະແດງອາລົມທີ່ເປັນກັນເອງແບບບໍ່ຕ້ອງອາຍໄດ້, ແຕ່ຂ້ອຍບໍ່ຮູ້ວ່າຖ້າຫາກຂ້ອຍບອກຄວາມຮູ້ສືກທີ່ຂ້ອຍມີຕໍ່ລາວອອກມາ ລາວຈະຊັງຂ້ອຍຫຼືບໍ່ແຕ່ຖ້າຫາກບໍ່ບອກຂ້ອຍເອງ ກັບເປັນຝ່າຍຕ້ອງປວດໃຈ ເພາະເວລາທີ່ໄດ້ຍິນວ່າມີຜູ້ສາວມາມັກມາສົນໃຈລາວ ຂ້ອຍຮູ້ສຶກໃຈຮ້າຍແລະຫຶງຫວງລາວ  ແລະບໍ່ຢາກໃຫ້ລາວໄປມີຄົນອື່ນ.

ດັ່ງນັ້ນ:

ເຂົາຈະເຮັດແນວໃດດີ?

 

 

 

Delicious Digg Fark Twitter