ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 17, 2009 | ມີ 22 ຄຳເຫັນ ແລະ 0 trackback(s)

alt

ຈະເຮັດແນວໃດເມື່ອມືຖືຕົກນ້ຳ?

ທີ່ເອົາເລື່ອງນີ້ມານຳສະເໜີ ເພາະ ຂພຈ ເຄີຍເຮັດມືຖືຕົກນ້ຳ ແລ້ວແກ້ໄຂຢ່າງຜິດວິທີ ຜົນກໍ່ຄື...ຊື້ໜ່ວຍໄໝ່...

ມື້ນີ້ເລີຍນຳວີທີທີ່ຖືກຕ້ອງມາເວົ້າສູ່ກັນຟັງ ອາດຈະແປກໆແດ່ຈັກໜ້ອຍ ແຕ່ລອງເອົາໄປໃຊ້ກັນເບິ່ງ

(ຖ້າໃຜຮູ້ແລ້ວກະໃຫ້ຄິດວ່າເປັນການທົບທວນຄວາມຈຳເນາະ)

 

ຂັ້ນຕອນປະຕິບັດງ່າຍໆຄື

1. ຫ້າມກົດປຸ່ມເປີດເຄື່ອງ (power) ຢ່າງເດັດຂາດ ເພາະຈະເຮັດໃຫ້ເກີດການລັດວົງຈອນຢ່າງຮຸນແຮງ

2. ຢ່າພະຍາຍາມສັ່ນເອົານ້ຳອອກ ເພາະຍິ່ງຈະເຮັດໃຫ້ນ້ຳເຂົ້າໄປສ້າງຄວາມເສຍຫາຍໃຫ້ສ່ວນຕ່າງໆເພີ່ມຂຶ້ນ

3. ໄຂຝາຫຼັງ ຖອດແບັດເຕີລີ້ (battery) ອອກ ແລ້ວສັງເກດເບິ່ງວ່ານ້ຳເຂົ້າໄປຮອດໃສ ຫຼັງຈາກນັ້ນໃຊ້ຜ້າເຊັດນ້ຳໃຫ້ແຫ້ງ (ສະເພາະເທົ່າທີ່ເຮັດໄດ້)

4. ຢ່າໃຊ້ໄດເປົ່າຜົມ ເພື່ອເປົ່າໃຫ້ໂທລະສັບແຫ້ງ ເພາະອຸປະກອນອີເລັກໂທຣນິກບາງສ່ວນມີຄວາມອ່ອນໄຫວຕໍ່ຄວາມຮ້ອນ

5. ໃຊ້ຖົງຜ້າ ຫຼື ເສດຜ້າ ຫໍ່ໂທລະສັບ (ຢ່າລືມໄຂຝາຫຼັງອອກ) ແລ້ວເອົາໄປໃສ່ໄວ້ໃນຖັງເຂົ້າສານ ໃຫ້ເຂົ້າປົກໂທລະສັບປະມານ 1-2 ມື້ ແລ້ວເອົາອອກມາໃສ່ແບັດ ແລະລອງເປີດເຄື່ອງເບິ່ງ ໂທລະສັບຂອງທ່ານກໍ່ຈະກັບມາໃຊ້ໄດ້ອີກຄັ້ງໜຶ່ງ

ລອງເອົາວິທີນີ້ໄປໃຊ້ເບິ່ງ ແຕ່ຖ້າບໍ່ໄດ້ຜົນຂໍແນະນຳວ່າເອົາໄປແປງຢູ່ຮ້ານດີກວ່າ (ອ້າວ...ອ່ານມາຈົນເມື່ອຍ ສຸດທ້າຍມາບອກເອົາໄປຮ້ານ)alt

 

 

(ຂໍ້ມູນຈາກອິນເຕີເນັດເດີ້ພີ່ນ້ອງ)

 

Delicious Digg Fark Twitter