ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 17, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ສ່ວນປະສົມ

ຊີ້ນໜູສົດ: 200 ກລ

ຊີ້ນໝູບົດ: 200 ກລ

ຕັບໝູ: 100ກລ

ພຸງໝູ: 1 ອັນ

ຫົວໃຈໝູ: 100 ກລ

ເລືອດໝູຊະນິດກ້ອນ: 4ກ້ອນ(ເພີ່ມໄດ້ຕາມໃຈ)

ກະດູກໜູສຳລັບຕົ້ມນ້ຳແກງ: 1ກກ           ຫົວຜັກກາດຂາວ: 1ຫຼື2 ຫົວ

ຍອດໃບຕຳນິດ: 300 ກລ               ໃບຫອມປ້ອມຊອຍ: 1ກລ

ກະທຽມຈືນ: 2ປວງແກງ                 ສະອີວຂາວ: 2ປວງແກງ

ນ້ຳປາ: 1ປວງແກງ                            ນ້ຳມັນຫວຍ:1ປວງແກງ

ພິກໄທປົນ: 1/2 ປວງກາເຟ                ເກືອ: 1ປວງແກງ

ເຄື່ອງປຸງ

ນ້ຳຕານ, ສະອີ້ວຂາວ, ໜາກເພັດດອງ ແລະ ພິກໄທປົ່ນ

ວິທີເຮັດ:

1. ເອົານ້ຳມັນຫວຍ,ສະອີ້ວຂາວ1ປວງແກງ ແລະ ນ້ຳປາ ມາປະສົມເຂົ້າກັບຊີ້ນໝູບົດໃຫ້ເຂົ້າກັນແລ້ວປະໃວ້

2. ກະໝູທີລ້າງສະອາດແຊລົງໃສ່ໜໍ໊ປະໃວ້ປະມານ1ຊົ່ວໂມງຈີງນຳໄປຕົ້ມໃຫ້ໃຊ້ໄຟປານກາງ

3. ປອກຫົວພັກກາດຂາວລ້າງໃຫ້ສະອາດແລ້ວຊອຍໃຫ້ເປັນວົງໜາປະມານ1ຊມຫຼັງຈາກນັ້ນໃສ່ລົງໃນໜໍ້ພ້ອມກັບເກືອ

4. ຕົ້ມຕໍ່ຈົນນ້ຳແກງໃສຫຼັງຈານັ້ນໃຫ້ໃສ່ຜັກກາດຂາວ,ຊີ້ນໝູບົດທີໝັກໃວ້(ເຮັດເປັນກ້ອນຄືລູກຊີ້ນ)ພໍດີໝູສຸກປົງລົງ

5. ຊີ້ນໝູແລະເຄື່ອງໝູທີ່ຕົ້ມສຸກແລ້ວຊອຍເປັນຕອນພໍຄຳໃຫ້ລວກລົງນ້ຳຮ້ອນໆປະມານ1-2ນາທີໃຫ້ສຸກແລ້ວຕັກອອກ

6. ເລືອດໝູຕົ້ມໃສ່ນ້ຳຮ້ອນປະມານ3ນາທີຕັກອອກມາໃສ່ຖ້ວຍກັບນ້ຳໜ້ອຍໆ

7. ເວລາຈະກິນໃຫ້ກຽມຖ້ວຍແລ້ວໃສ່ເຄື່ອງໃນໝູ,ເລືອດໝູ, ຜັກຕຳນິດ,ຜັກຊີຊອຍ ແລະ ພິກໄທບົດຫຼັງຈາກນັ້ນໃຫ້ຕັກນ້ຳແກງໃສ່

ຖ້າມີຄວາມຄິດເຫັນແນວໃດບອກແດ່ເດີ(ໃຜເຮັດກິນແລ້ວຖ້າແຊບຫຼືບໍ່ແຊບບອດແດ່ເດີ)

 

 

Delicious Digg Fark Twitter