ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 18, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

                                                                                      

ສ່ວນປະກອບ

1. ລູກຊີ້ນປາ  2ຖ້ວຍ

2. ຂີງຊອຍເປັນເສັ້ນນ້ອຍ 1ປວງແກງ

3. ໜາກເພັດແດງຊອຍຕາມລວງຍາວ 2ໜ່ວຍ

4. ໃບບົວລະພາ 1/2 ຖ້ວຍນ້ອຍ

5. ນ້ຳຕານປີບ 1ປວງແກງ

6. ນ້ຳປາ 3ປວງແກງ

7. ນ້ຳມັນ 4ປວງແກງ

ເຄື່ອງປຸງລົດ

1. ໜາກເພັດແຫ້ງແຊ່ນ້ຳ  5ເມັດ              2. ຫົວຜັກບົວແຫ້ງ 2ປວງແກງ

3. ກະທຽມຊອຍ 1ປວງແກງ                   4. ຂ່າຊອຍ  1ປວງກາເຟ

5. ຫົວຊີງໃຄ  1ຫົວ                                 6. ໜັ້ງໜາກຂີ້ຮູດຊອຍ 1ປວງກາເຟ

7. ຮາກຜັກຊີຊອຍ  1ປວງກາເຟ              8. ເກືອ,ກະປິ ຢ່າງລະ 1ປວງກາເຟ

                               ຕຳທັງໝົດເຂົ້າກັນໃຫ້ລະອຽດ

ວິທີການເຮັດ

ໃສ່ນ້ຳມັນລົງໜໍ້ຂາງໃສ່ເຄື່ອງປຸງຂົ້ວໃຫ້ຫອມຫຼັງຈາກນັ້ນໃສ່ລູກຊີ້ນປາລົງຂົ້ວໃຫ້ທົ່ວ

ປຸງລົດຊາດດ້ວຍນ*ຕານປີບ, ນ້ຳປາ, ຊີມລົດ ຫຼັງຈາກນັ້ນໃສ່ຂີງ,ໜາກເພັດແດງຂົ້ວໃຫ້ທົ່ວ

ຕັກຂຶ້ນໃສ່ຈານ ໂຮຍໜ້າດ້ວຍໃບບົວລະພາ

ໜາຍເຫດ: ໃຊ້ລູກຊີ້ນຣ່ວມກັນກໍ່ໄດ້

 

 

 

 

Delicious Digg Fark Twitter