ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ຊ່ວຍແດ່ຊາວຊ່າງຄອມພັນລາວ

໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ພໍດີລົງວິນໂດໃຫມ່ ແລ້ວໄປລົບພາດດິຊັ່ນ D ວ່າຊິເອົາມາແບ່ງຕື່ມໃສ່ຊ່ອງC ແຕ່ແບ່ງບໍ່ໄດ້ ແລ້ວຊິມາສ້າງຫ້ອງໃຫມ່ກໍ່ສ້າງຄືນບໍ່ໄດ້ ມັນມີຂໍ້ຄວາມວ່າ: Failed to create a new partition on the selecteed, Unused space.[Erro: 0x8004240f] ໃຜຮູ້ບອກແດ່ ແລ້ວກໍ່ ຕອນນີ້ລົງວິນ ເຈັດຢູ່ ວ່າຊິປ່ຽນມາລົງວິນເອັກພີ ກະລົງບໍ່ໄດ້ ມັນບໍ່ບູດເລີຍ ທ່ານໃດຮູ້ຊ່ວຍບອກແດ່ ຫຼືບໍ່ທັນເຂົ້າໃຈອາການຖາມໄດ້ເດີ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ຄືກັນ ໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ລອງໃຊ້ Disk management ລົບPartition Dທິ້ມກ່ອນ ແລ້ວລອງແບ່ງPartition Dໃໝ່ເບິ່ງ ໄດ້ລຶບໍ່
ຖ້າໄດ້ ຄ່ອຍໄປລົບ Partition ແລ້ວກໍ່ແບ່ງPartitionໃໝ່ ຕອນກ່ອນສິລົງwindows


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ


໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Cupcake ຂຽນວ່າ...





໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ໃຊ້ວິທີນັ້ນແລ້ວບໍ່ໄດ້ ຈັກມັນເປັນຫຍັງ ລອງລົບໝົດທຸກຊ່ອງພັດໄດ້ ແຕ່ຕອນນີ້ຂໍ້ມູນໂປຣແກມຫາຍກ້ຽງຢາກໄຫ້


໓໖ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Cupcake ຂຽນວ່າ...
ລອງໃຊ້ Disk management ລົບPartition Dທິ້ມກ່ອນ ແລ້ວລອງແບ່ງPartition Dໃໝ່ເບິ່ງ ໄດ້ລຶບໍ່
ຖ້າໄດ້ ຄ່ອຍໄປລົບ Partition ແລ້ວກໍ່ແບ່ງPartitionໃໝ່ ຕອນກ່ອນສິລົງwindows



ແມ່ນລະເຫັນດີນຳ



໐ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
Partion wizard ເຮົດຕາມລິງນີ້ໂລດ ຖ້າອ່ານຍາກມີ້ອໃດຫຍູດສິມາເຂີຍນບອກໃຫ້ເດີ້


໕ ກະທູ້
໓໐໓ ໂພສ
ຊຳນານການເວັບບອດ
ບໍ່ຮູ້.....ມີແຕ່ຫລີ້ນເປັນ

ມີຫົວໃຈແຕ່ ໄຣ້ຄວາມຮູ້ສືກ

໑ ກະທູ້
໙ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ໃຊ້ ໂປຣແກມ acronis ຫຼື Partition Magic ທີ່ມີຢູ່ໃນແຜ່ນ Hiren boot ລອງເບິ່ງເດີ


໔ ກະທູ້
໘ ໂພສ
ຂາປະຈຳເວັບບອດ
ໃຊ້ partition wizard ແບ່ງ


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ຂ້ອຍບໍ່ແມ່ນຊ່າງຄອມດອກເດີ້ ແລະບໍ່ໄດ້ຮຽນມາ ພໍດີວ່າໄປເຫັນຄຳຕອບຫນຶ່ງ ຄິດວ່າຄົງເປັນຄຳຕອບປັນຫາຂອງPh3t
ຈະຊ່ວຍແປໃຫ້ຕາມມີຕາມເກີດເດີ້!

Error 0x8004240f, "Failed to create a new partition on the selected unused space"

Step A: Refer the following steps and see if that helps.
ຂັ້ນຕອນ A : ເຮັດຕາມຂັ້ນຕອນດ້ານລຸ່ມເບິ່ງ ບາງທີ່ອາດຊ່ວຍໄດ້.

a) In the BIOS set the boot order to boot first from the CD/DVD Drive, insert the Windows 7 installation DVD and restart the PC, at the first black/screen hit the space bar for the "Press any key to boot " prompt, then at the "Language" screen hold the "Shift" key and hit the F10 hot-key to open a command window.
ຕັ້ງຄ່າ BIOS ໃຫ້ບູດຈາກ CD/DVD Drive, ເອົາແຜ່ນວິນໂດວ໌ເຂົ້າໄປ ແລ້ວ ປິດເປີດຄອມຂຶ້ນມາໃຫມ່.
ເມື່ອມີຂໍ້ຄວາມຂຶ້ນວ່າ "Press any key to boot " ກໍ່ໃຫ້ກົດປຸ່ມ space bar ທີ່ແປ້ນພິມ.
ເມື່ອເຂົ້າສູ່ຫນ້າຕ່າງ "Language" ໃຫ້ກົດ "Shift"ແຊ່ໄວ້ ແລະກົດ F10 ເພື່ອເປີດຫນ້າຕ່າງຄຳສັ່ງ.


b) In the command window that opens type diskpart then hit the <enter> key then type list disk <enter> if you have more than one SSD / HDD in the machine it'll list them all.
b) ເມື່ອຫນ້າຕ່າງຄຳສັ່ງປາກົດຂຶ້ນ ໃຫ້ພິມ diskpart ແລ້ວກົດ <enter> ແລ້ວພິມ list disk ແລ້ວກົດ <enter>
ມັນຈະໂຊ disk ທັງຫມົດທີ່ມີໃນຄອມ.


c) Now in the command window type select disk # (# = target disk number) then <enter>, you will get "Disk # is now the selected disk".
c) ບັດນີ້, ຢູ່ຫນ້າຕ່າງຄຳສັ່ງ ໃຫ້ພິມ select disk # (ໃສ່ຫມາຍເລກຂອງ disk ແທນເຄື່ອງຫມາຍ #) ແລ້ວກົດ <enter>
ກໍ່ຈະພົບກັບຂໍ້ຄວາມ "Disk # is now the selected disk".


d) Now type clean all <enter> you will get a blinking cursor telling you that clean all is working like in the second snip down, just relax and let it work.
d) ບັດນີ້ໃຫ້ພິມ clean all ແລ້ວກົດ <enter> ກໍ່ຈະເຫັນວ່າ cursor ກຳລັງກະພິບໄລ່ລົງເລື້ອຍໆ, ເຊິ່ງບົ່ງບອກວ່າ ເຈົ້າຈະຕ້ອງຖ້າຢ່າງດຽວ.

NOTE: You could type clean instead to do the same thing quicker, but just without a secure erase.
ຫມາຍເຫດ: ຄັນຖ້າວ່າພິມ clean ລ້າໆ ມັນຈະແລ້ວໄວ, ແຕ່ຈະເປັນການລຶບທີ່ບໍ່ປອດໄພ.

Running the "clean all" command on a SSD / HDD takes a good bit of time, remember it's writing zeroes ( 0's ) to the entire drive, I've done quite a few of these, here's some examples a 500GB HDD took just at 2 hours, my 80GB SSD takes around 20 minutes and the "virtual" 20GB drive in a VM takes about 7 minutes to complete.
ການທຳງານຂອງຄຳສັ່ງ "clean all" ແມ່ນກິນເວລາຢູ່, ຢ່າລືມວ່າ ນັ້ນເປັນການຂຽນ 0 (ສູນ)ຈົນກວ່າວ່າເຕັມໄດຣວ໌).
ຂ້ອຍເຮັດມາແລ້ວ ສອງສາມເທື່ອ ຮາດດິສ(HDD) 500GB ກິນເວລາໄປ 2 ຊົ່ວໂມງ, 80GB SSD 20 ນາທີ,
ແລະ "virtual" 20GB drive ໃນ VM ແມ່ນ 7 ນາທີຈຶ່ງແລ້ວ.

When it finishes you'll get "DiskPart succeeded in cleaning the disk" in the command window.
ເມື່ອແລ້ວໆ ກໍ່ຈະພົບກັບຂໍ້ຄວາມ "DiskPart succeeded in cleaning the disk"

e) To leave diskpart at any time and return to the Windows 7 installer type exit two (2) separate times and hit <enter> after each and you will be returned to the installer to continue the installation process.
e) ເຮົາສາມາດອອກຈາກຫນ້າຕ່າງ diskpart ເພື່ອກັບຄືນສູ່ຫນ້າຕ່າງຕິດຕັ້ງ Windows 7 ເມື່ອໃດກໍ່ໄດ້ພຽງແຕ່ພິມຄຳວ່າ exit ສອງເທື່ອບໍ່ຕິດຕໍ່ກັນ
ແລ້ວກົດ <enter>. ແລ້ວກໍ່ຈະກັບຄືນສູ່ຫນ້າຕ່າງຕິດຕັ້ງ ວິນໂດວ໌ຕໍ່ໄປ.

ສ່ວນ Step B ແລະ Step C ບໍ່ແປກະໄດ້ຕິເນາະ!

ລິ້ງທີ່ມາ

ເປັນການລ້າງຮາດດິສເນາະ!