ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຂ້ອຍຢາກສະມັກ AF academy fantasia ຢູ່ໄທຈະເຮັດແນວໃດຄົນລາວສະມັກໄດ້ບໍ່

໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ຕາມນັ້ນແຫລະຄວາມຝັນຂອງຂ້ອງຕະຫຼອດຫ້າປີທີ່ຜ່ານມາຕັ້ງແຕ່ໄດ້ຮູ້ຈັກເອເອຟແມ່ນຢາກສະມັກເອເອຟຕອນນີ້ຂ້ອຍຈົບມໍປາຍແລ້ວ
ຂ້ອຍຈະມີທາງຊິໄດ້ສະມັກຢູ່ຫວາ

ຂ້ອຍ ແຮງ ບໍ່ແຄສື່


໐ ກະທູ້
໑໖໔໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
tha pai za muk kao AF. ka jao ka zi accept u wah? por wa hao man khon lao

° ° ° Believe iN DestinY ° ° °

໐ ກະທູ້
໑໐໓ ໂພສ
ນັກການກະທູ້
ເຂົາຊິຮັບສະເບາະ ອັນພວກ af ຫັ້ນ ດີບໍ່ດີພວກຄົນ ທ ຊິເວົ້າໃຫ້ຊ້ຳ

ເຈົ້າບໍ່ເຫັນຫວາ ຂະນາດເຂົາເອົາຮູບຄົນລາວໄປໂພດໃສ່ເວັບຂອງປະເທດເຂົາ , ເຂົາເຈົ້າຍັງດ່າເຮົາແບບບໍ່ມີອັນດີເລີຍ.

ບໍ່ແມ່ນເວົ້າໃຫ້ເຈົ້າເດີ້ ມີແຕ່ເວົ້າໃຫ້ຟັງຊື່ໆ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຢ່າງຫນ້ອຍເຈົ້າຕ້ອງເປັນສະມາຊິກ True Vision ແບບຖືກກົດຫມາຍກ່ອນ ຮະໆ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໗ ກະທູ້
໑໕໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ alp ຂຽນວ່າ...
ເຂົາຊິຮັບສະເບາະ ອັນພວກ af ຫັ້ນ ດີບໍ່ດີພວກຄົນ ທ ຊິເວົ້າໃຫ້ຊ້ຳ

ເຈົ້າບໍ່ເຫັນຫວາ ຂະນາດເຂົາເອົາຮູບຄົນລາວໄປໂພດໃສ່ເວັບຂອງປະເທດເຂົາ , ເຂົາເຈົ້າຍັງດ່າເຮົາແບບບໍ່ມີອັນດີເລີຍ.

ບໍ່ແມ່ນເວົ້າໃຫ້ເຈົ້າເດີ້ ມີແຕ່ເວົ້າໃຫ້ຟັງຊື່ໆ




ຂ້ອຍວ່າແມ່ນຄວາມເຈົ້າ

EVERYONE IS EMPOWER TO STOP UNSAFE BEHAVIORS

໙ ກະທູ້
໒໒໕ ໂພສ
ນັກການກະທູ້
ລອງເບິ່ງ ຄັ້ນວ່າ ຢາກຮູ້

ຖ້າ ຊະນະ ຂຶ້ນມາ ລ່ະ

ໜ້າໃຫຍ່ ເລີຍ

ແຕ່ຄືສິມີໜ້ອຍ ເປີເຊັນ ທີ່ມັນຈະປ່ອຍໃຫ້ເຂົ້າໄປ ຮອດຮອບ 12ຄົນ

ຄິດແລ້ວເສົ້າ ບ້ານເຮົາປານໃດ ສິມີ

55+

•*.:。-•(¯`°°•.★*wHaTEVeR WiLl Be, wilL bE*★.•°°´¯)•-。:.*•

໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
khon tang pa thet sa muk bor dai ti

ຄົນຄິດຮອດບ້ານ

໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົາເຈົ້າບໍ່ມີທາງຍອມຮັບຄົນລາວ
ຄັນເຈົ້າຢາກປະກວດຮ້ອງເພງ
ປະກວດຢູ່ລາວກໍໄດ້
ດຽວນີ້ວົງການເພງລາວກໍພັດທະນາຂຶ້ນຫລາຍແລ້ວເດ້
ຈັກຫນ່ອຍກໍມີ

ຂ້ອຍກໍຖ້າໄປປະກວດຢູ່ຄືກັນ


໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ຄືຊິຍາກຢູ່ດອກ


໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ alp ຂຽນວ່າ...
ເຂົາຊິຮັບສະເບາະ ອັນພວກ af ຫັ້ນ ດີບໍ່ດີພວກຄົນ ທ ຊິເວົ້າໃຫ້ຊ້ຳ

ເຈົ້າບໍ່ເຫັນຫວາ ຂະນາດເຂົາເອົາຮູບຄົນລາວໄປໂພດໃສ່ເວັບຂອງປະເທດເຂົາ , ເຂົາເຈົ້າຍັງດ່າເຮົາແບບບໍ່ມີອັນດີເລີຍ.

ບໍ່ແມ່ນເວົ້າໃຫ້ເຈົ້າເດີ້ ມີແຕ່ເວົ້າໃຫ້ຟັງຊື່ໆ



ແມ່ນຫວາ ເວັບໃດ ຂ້ອຍຊິໄປເບິ່ງ


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍແນະນຳແບບນີ້..
ກ່ອນອື່ນ..ເຈົ້າຕ້ອງປະກວດໃນບ້ານເຮົາກ່ອນ..
ດັງຢູ່ນິກ່ອນ..
ຍົກຕົວຢ່າງ..ວົງເຊລ..LOG..
ພວກນີ້ຖືກຄ່າຍເພງໄທ..ທາບທາບ..
ຖຶງຈະບໍ່ເຖິງຂັ້ນປະສົບຜົນສຳເຫຼັດ..
ແຕ່ຖືວ່າ..ເປັນການຖືກຍອມຮັບແລ້ວ..

ປລ. ຈະຍົກຕົວຢ່າງວົງການບັນເທີງຢີ່ປຸ່ນ ກັບ ເກົາຫຼີ..
ແຕ່ກ່ອນຢີ່ປຸ່ນເຟື່ອງຟູ..ສາມາດຂາຍໄດ້ໃນເກົາຫຼີ..
ແຕ່ຕໍ່ມາເກົາຫຼີໄດ້ພັດທະນາຕົວເອງແລະຍົກລະດັບຂຶ້ນ..
ທຸກມື້ນີ້..ເກົາຫຼີສາມາດຄອງອັນດັບນຶ່ງດ້ານບັນເທີງໃນເອເຊຍ..
ແຖມນັກຮ້ອງເກົາຫຼີ..ກໍສາມາດປະສົບຄວາມສຳເຫຼັດໃນຕະຫຼາຍຢີ່ປຸ່ນໄດ້ຢ່າງຫຼາຍ..
ເຊັ່ນ..Tohoshinki..Rain..BigBang..
ສິ່ງສຳຄັນຄື..ຕ້ອງຮູ້ຈັກພັດທະນາຕົວເອງ


໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ສີ່ງສຳຄັນບໍ່ແມ່ນຂ້ອຍຢາກເປັນນັກຮ້ອງດັງດອກແຕ່ຂ້ອຍຢາກສຳພັດກັບບັນຍາກາດໃນບ້ານເອເອຟ
ຢາກຢູ່ຢາກຝືກຊ້ອມຄືບ້ານເອເອຟແລະຢາກເປັນໜື່ງໃນເອເອຟເວົ້າໄປຄົງຈະບໍ່ມີໃຜເຊື່ອຊີວິດຂ້ອຍມີຄວາມສຸກແລະມີຄວາມຫວັງ
ກະຍ້ອນເອເອຟນີ່ແຫລະຂ້ອຍຢາກໄດ້ຮັບຄວາມຮູ້ສືກແບບນັ້ນສື່ໆ
ຂ້ອຍກະເປັນພຽງຄົນໜື່ງທີ່ມັກເອເອຟເບີ່ງມາຕະຫຼອດບ້ານບໍ່ເງີນຕິດທຮູຍັງອຸດສາເບີ່ງຜ່ານເນັດເອົາ
ທຸກໆວັນເສົາເກົ້າໂມງແລງເປັນມື້ທີ່ຂ້ອຍມີຄວາມສຸກທີ່ສຸດ
ຂ້ອຍພຽງແຕ່ຢາກເປັນສ່ວນໃດສ່ວນໜື່ງຂອງເອເອຟສີ່ງທີ່ຂ້ອຍມັກທີ່ສຸດໃນຊີວິດ
ຫຼາຍຄົນອາດຈະສົງໄສເປັນຫຍັງຂ້ອຍຄືບ້າເອເອຟຂະໜາດນີ້ເພາະຂ້ອຍເປັນຄົນບໍ່ຄ່ອຍມີໝູ່ໝູ່ຂ້ອຍແມ່ນທໍລະທັດ
ລະຂ້ອຍກະ ຢູ່ ກິນ ນອນ ໄຫ້ ຫົວ ຮ້ອງເພງ ເຕັ້ນ ແລະອື່ນໆພ້ອມເອເອຟ
ຄວາມຝັນຂອງຂ້ອຍກະພຽງແຕ່ຢາກເປັນໜື່ງໃນເອເອຟເພາະນັກຮ້ອງໃຜສຽງດີລະເປັນກະໄດ້ພໍດົນໄປຄົນກະລືມ
ແຕ່ເອເອຟ v13 season5 thailand ມີພຽງຄົນດຽວເທົ່ານັ້ນໃນໂລກ
ຄວາມຝັນຂອງຂ້ອຍມັນຄົງຊິບໍ່ມີວັນເປັນຈິງເພາະຂ້ອຍໄປເບີ່ງກະຕຶກາສະມັກມາແລ້ວຄົນຕ່າງປະເທດບໍ່ມີທາງສະມັກໄດ້
ເພາະຕ້ອງເອົາບັດປະຊາຊົນໃບຍັ້ງຢືນທີ່ຢູ່ໄປພ້ອມ ຄົງຈະມີແຕ່ປາຕິຫານທໍ່ນັ້ນແຫລະ

ຂ້ອຍ ແຮງ ບໍ່ແຄສື່


໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຂ້ອຍແນະນຳແບບນີ້..
ກ່ອນອື່ນ..ເຈົ້າຕ້ອງປະກວດໃນບ້ານເຮົາກ່ອນ..
ດັງຢູ່ນິກ່ອນ..
ຍົກຕົວຢ່າງ..ວົງເຊລ..LOG..
ພວກນີ້ຖືກຄ່າຍເພງໄທ..ທາບທາບ..
ຖຶງຈະບໍ່ເຖິງຂັ້ນປະສົບຜົນສຳເຫຼັດ..
ແຕ່ຖືວ່າ..ເປັນການຖືກຍອມຮັບແລ້ວ..

ປລ. ຈະຍົກຕົວຢ່າງວົງການບັນເທີງຢີ່ປຸ່ນ ກັບ ເກົາຫຼີ..
ແຕ່ກ່ອນຢີ່ປຸ່ນເຟື່ອງຟູ..ສາມາດຂາຍໄດ້ໃນເກົາຫຼີ..
ແຕ່ຕໍ່ມາເກົາຫຼີໄດ້ພັດທະນາຕົວເອງແລະຍົກລະດັບຂຶ້ນ..
ທຸກມື້ນີ້..ເກົາຫຼີສາມາດຄອງອັນດັບນຶ່ງດ້ານບັນເທີງໃນເອເຊຍ..
ແຖມນັກຮ້ອງເກົາຫຼີ..ກໍສາມາດປະສົບຄວາມສຳເຫຼັດໃນຕະຫຼາຍຢີ່ປຸ່ນໄດ້ຢ່າງຫຼາຍ..
ເຊັ່ນ..Tohoshinki..Rain..BigBang..
ສິ່ງສຳຄັນຄື..ຕ້ອງຮູ້ຈັກພັດທະນາຕົວເອງ





ຊິເວົ້າຫຍັງຫຼາຍເບວໄປເບີ່ງກະທູ້ບໍ່ໃຫ້ຂີ່ລົດຈັກກະຄືຊິຮູ້ລະນິໄສຂອງຄົນລາວ (ບາງຄົນ)
ເກົາຫຼີກະເຈົ້າລະຮູ້ຈັກທີ່ຈະພັດທະນາໂຂເອງບໍ່ແມ່ນຢູ່ຄືເກົ່າແຕ່ກີ້ປະເທດເກົາຫຼີກະບໍ່ຕ່າງຫຍັງກັບລາວດອກ
ແຕວ່າຫຼັງຈາກທີ່ຍີ່ປູ່ນໄດ້ໄປສອນຄົນເກົາຫຼີກະເຈົ້າກະຕັ້ງໃຈພັດທະນາຕົນເອງຈົນທຸກມື້ນີ້ກ້າວໜ້າກ່ອນຍີ່ປຸ່ນ
ກະເຈົ້າບໍ່ມີວັດທະນະທຳທີ່ນ່າສົນໃຈກະເຈົ້າກະຂາຍດາຮາຂາຍນັກຮ້ອງຝືກກັນເປັນສິບໆປີ
ກະເຈົ້າຍອມທີ່ຈະໃຫ້ປະເທດກະເຈົ້າມີອິນເຕີເນັດລາຄາຖືກລະກະໄວໄດ້ຍ້ອນໃຫ້ຄົນເກົາຫຼີກ້າວທັນໂລກ(ບໍ່ແມ່ນຄືຄົນລາວດອກຢ້ານແຕ່ລູກເປີດເວັບໂປ້)
ກະເຈົ້າຫນ້າຕາບໍ່ດີກະໄປຮຽນການເຮັດສັນຍະກຳມາຄົນເກົາຫຼີກະເລີຍໜ້າຕາດີ
ໄວຮຸ່ນກະເຈົ້າກະມີສິດເສລີພາບມີຄົນສະໜັບສະໜູນໃຫ້ເຮັດໃນສີ່ງທີ່ມັກລະກະເຮັດອອກມາໄດ້ດີ
ມາທຽບໃ່ສປະເທດເຮາລອງຄິດເບີ່ງວ່າສິບປີທີ່ຜ່ານມາປະເທດເຮົາມີຫຍັງປ່ຽນເແດ່

ຂ້ອຍ ແຮງ ບໍ່ແຄສື່


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະຄົງຈະມີຢ່າງດຽວ..ຄືຄວາມໂກດແຄ້ນເວລາ..ຖືກເພື່ອນບ້ານດູໝິ່ນ..
ແຕ່ບໍ່ເຄີຍຄິດຈະປ່ຽນແປງ..ແລະ..ພັດທະນາ..
ແບບນີ້..ອີກສິບຊາດເຮົາກໍຄົງຖືກດູມິ່ນເໝືອນເດີມ..
ດຽວຈັກໜ້ອຍກະຈະມີໂພສ..ມາວ່າໃຫ້ຂ້ອຍວ່າພ້ອມຄົນອື່ນ..
ທັງທີ່ຂ້ອຍຢາກຊີ້ໃຫ້ເຫັນວ່າເຮົາຄວນຈະເຮັດຢ່າງໃດ..ບໍ່ແມ່ນຈະນັ່ງຖືກເຂົາດູມິ່ນຢ່າງເດີມ..

ປລ. ກະທູ້ຂັບຂີ່ລົດຈັກຂອ້ຍບໍ່ໄດ້ເຂົ້າໄປລະແຫຼະ..
ທີ່ໂພສຢູ່ຫັ້ນວ່າເຫັນດີ..ເຫັນງາມ..ບໍ່ແມ່ນຜູ້ປະຕິບັດຈັກຄົນ..
ຢາກແຕ່ສະບາຍຕາຕົວເອງ..ແຕ່ບໍ່ເຄີຍສົນຄວາມລຳບາກເດືອດຮ້ອນຂອງຄົນອື່ນ..
ອານາດໃຈ..


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກະມີຄວາມຝັນເໝືອນເຈົ້າຂອງກະທູ້..
ຂ້ອຍຝັນຢາກເປັນນັກຮ້ອງ..ໃນສັງກັດRS..
ຕັ້ງແຕ່ນ້ອຍ..
ຂ້ອຍວ່າຄວາມຝັນຂ້ອຍພໍມີໂອກາດຢູ່..ແຕ່ມັນອາດຈະຫຼິບຫຼີ່..
ຍ້ອນກົດເກນຫຼາຍຢ່າງ..

ປລ. ຄັນເຈົ້າຢາກສຳຜັດບັນຍາກາດການປະກວດ..
ຖ້າເວົ້າລະບ້ານເຮົາກະມີຢູ່..
ແຕ່ອາດຈະບໍ່ເຖິງຂັ້ນAF..
ແຕ່ມັນມີສິ່ງໜຶ່ງທີ່ເໝືອນກັນ..
ກໍຄືມັນທ້າທາຍຄວາມສາມາດຂອງເຮົາ..
ຈັ່ງໃດກະລອງຊອກຯເບິ່ງ..


໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ແນວນີ້ກະຄືຊິຫວັງລົມໆແລ້ງໆລະແຫຼະຄັນຄົນລາວໃຈຮ້າຍລະມີໃຈຮືດສູ້ຕໍ່ຄຳດູຖູກຂອງຕ່າງປະເທດຈັກໜ້ອຍ
ກໍ່ຄົງຈະດີອັນນີ້ກະເຈົ້າດູຖູກແນວໃດກະມີແຕ່ຢູ່ລະລ້າ
ຄັນປະເທດລາວເປັນປະເທດວັດທະນະທຳມັນໂພດໆທີ່ຈະຮັກສາປະເພນີເກົ່າແກ່ທັ້ງປະເທດຫັ້ນຢ່າງຫຼາຍກະເອົາແຕ່
ຫຼວງພະບາງຊະຄັນປະເທດເຮົາຍັງຄິດວ່າຈະເປັນປະເທດວັດທະນະທຳດັ້ງເດີມບໍ່ຄິດທີ່ຈະເປັນປະເທດທີ່ທັນສະໄຫມ
ປະເທດເຮົາກະບໍ່ຕ່າງຫຍັງກັບວັດຖຸໂບຮານໃຫ້ຕ່າງປະເທດຍ່າງກາຍມາເບີ່ງພ້ອມຄຳຍ້ອງຍໍປົນດູຖູກວ່າເປັນປະເທດທີ່ຍັງຮັກສາ
ຮີດຄອງປະເພນີອັນເກົ່າແກ່ໂບຮານເຕົ່າລ້ານປີບໍ່ຮູ້ຈັກພັດທະນະໃຫ້ທັນໂລກຈັກເທື່ອ

ຂ້ອຍ ແຮງ ບໍ່ແຄສື່


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະບໍ່ເຖິງຂັ້ນຕ້ອງລືມສິ່ງເກົ່າຯທີ່ເປັນປະເພນີໄປໝົດດອກ..
ແຕ່ເຮົາກະຕ້ອງພັດທະນາໄປຕາມຍຸກສະໄໝ..
ໃຫ້ສອດຄ່ອງກັບປະເພນີ..
ແຕ່ຖ້າບ້ານເຮົາຂາດການພັດທະນາແບບນີ້..
ກະອຸກ..ໄດ້ແຕ່ອຸກຫັ້ນລ່ະ..


໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ເຮື້ປານໃດເນາະປະເທດລາວສິຈະເລີນ

ຂ້ອຍ ແຮງ ບໍ່ແຄສື່


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະຂຶ້ນຢູ່ກັບເຮົາທຸກຄົນນິລ່ະ..ທີ່ຈະຊ່ວຍໃຫ້ຊາດຈະເລີນ..
ເຮົາຕ້ອງມອງທີ່ຕົວເຮົາ..ວ່າເຮົາມີຄ່າຫຼາຍເທົ່າໃດຕໍ່ປະເທດຊາດ..
ຖ້າຮູ້ສຶກວ່າຍັງ..ກະຕ້ອງພັດທະນາຕົວເອງ..
ແລ້ວກໍມາພັດທະນາບ້ານເມືອງ..
ຖຶງແມ້..ວ່າຈະມີກຸ່ມຄົນທີ່ຍັງດຶງໃຫ້ປະເທດເຮົາຍັງຕົກຕ່ຳຢູ່..
ກະຊ່າງເຂົາ..ເຮົາເຮັດໃຫ້ດີທີ່ສຸດກໍພໍ..


໐ ກະທູ້
໑໐໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ b4510024 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ alp ຂຽນວ່າ...
ເຂົາຊິຮັບສະເບາະ ອັນພວກ af ຫັ້ນ ດີບໍ່ດີພວກຄົນ ທ ຊິເວົ້າໃຫ້ຊ້ຳ

ເຈົ້າບໍ່ເຫັນຫວາ ຂະນາດເຂົາເອົາຮູບຄົນລາວໄປໂພດໃສ່ເວັບຂອງປະເທດເຂົາ , ເຂົາເຈົ້າຍັງດ່າເຮົາແບບບໍ່ມີອັນດີເລີຍ.

ບໍ່ແມ່ນເວົ້າໃຫ້ເຈົ້າເດີ້ ມີແຕ່ເວົ້າໃຫ້ຟັງຊື່ໆ



ແມ່ນຫວາ ເວັບໃດ ຂ້ອຍຊິໄປເບິ່ງ




ກາແທ້ ເຂົ້າໄປເບິ່ງໂລດເວັບ postjung ໄປຄົ້ນເບີ່ງໂລດຫາກຊິເຫັນດອກ





໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະມັກໄດ້ຢູ່ ແຕ່ບໍ່ຮູ້ວ່າຂະເຈົ້າຈະຮັບຫຼືບໍ່

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ alp ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ b4510024 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ alp ຂຽນວ່າ...
ເຂົາຊິຮັບສະເບາະ ອັນພວກ af ຫັ້ນ ດີບໍ່ດີພວກຄົນ ທ ຊິເວົ້າໃຫ້ຊ້ຳ

ເຈົ້າບໍ່ເຫັນຫວາ ຂະນາດເຂົາເອົາຮູບຄົນລາວໄປໂພດໃສ່ເວັບຂອງປະເທດເຂົາ , ເຂົາເຈົ້າຍັງດ່າເຮົາແບບບໍ່ມີອັນດີເລີຍ.

ບໍ່ແມ່ນເວົ້າໃຫ້ເຈົ້າເດີ້ ມີແຕ່ເວົ້າໃຫ້ຟັງຊື່ໆ



ແມ່ນຫວາ ເວັບໃດ ຂ້ອຍຊິໄປເບິ່ງ




ກາແທ້ ເຂົ້າໄປເບິ່ງໂລດເວັບ postjung ໄປຄົ້ນເບີ່ງໂລດຫາກຊິເຫັນດອກ





ຄົ້ນບໍ່ເຫັນໃນເວັບເລີຍ ບໍ່ເປັນຫຍັງດອກ ພວກນັ້ນ ມັນເປັນສ່ວນນ້ອຍ ຢ່າຖືຊາ ເຖາະ