ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເພື່ອນໆຊ່ວຍຄິດເດ່ວ່າເຮັດແນວໃດປະເທດລາວເຮົາຊິຈະເລີນແລະພັດທະນາແບບກ້າວກະໂດດຄືຈີນ

໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ຕາມນັ້ນລະຂ້ອຍອົດບໍ່ໄຫວລະທີ່ຕ້ອງເຫັນປະເທດເຮົາຖືກປະເທດເພື່ອນບ້ານດູຖູກແບບນີ້
ຫວັງວ່າຈະໄດ້ຮັບຂໍ້ຄວາມທີ່ມີປະໂຫຍດ

ຂ້ອຍ ແຮງ ບໍ່ແຄສື່


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລີ່ມພັດທະນາຕົວເຮົາເອງກ່ອນພີ້ລະ
ປະເທດໃດມັນຊິມາດູໝີນປະເທດເຮົາກະຊ່າງຫົວມັນ, ຖ້າວ່າຈະເລີນແລ້ວບໍ່ມີຄວາມສະຫງົບກະບໍ່ເອົານຳລະເດີ...

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...
ເລີ່ມພັດທະນາຕົວເຮົາເອງກ່ອນພີ້ລະ
ປະເທດໃດມັນຊິມາດູໝີນປະເທດເຮົາກະຊ່າງຫົວມັນ, ຖ້າວ່າຈະເລີນແລ້ວບໍ່ມີຄວາມສະຫງົບກະບໍ່ເອົານຳລະເດີ...



ແລ້ວຈະເຮັດວິທີໃດລະເຮົາຈະມາເວົ້າວ່າພັດທະນາໂຕເອງກ່ອນລະນັ່ງຢູ່ລາລ້າບໍ່ໄດ້ລະໃດ
ເປັນຫຍັງບໍ່ມີໃຜຄິດຢາກຈະໃຫ້ປະເທດລາວພັດທະນະຂື້ນແດ່ພໍໃຈລະຫວາກັບຄຳດູຖູກຈາກປະເທດອື່ນ
ແລະຄຳວ່າປະເທດລາວປະເທດດ້ອຍພັດທະນາຄັນເປັນແບບນີ້ຕໍ່ໄປປານໃດປະເທດເຮົາຊິຈະເລີນຈັກເທື່ອຄິດຊ່ວຍກັນແດ່ແມ້
ເຮົາເປັນອານາຄົດຂອງຊາດໄດ໋ເຮົາຕ້ອງຊ່ວຍກັນຫາວິທີ່ແກ້ໄຂຊ່ວຍກັນຕົວະບໍ່ແມ່ນນັ່ງໃຫ້ຕ່າງປະເທດດູຖູກລາລ້າ

ຂ້ອຍ ແຮງ ບໍ່ແຄສື່


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປະເທດລາວພັດທະນາມາໃໝ່ຫາກະໄດ້30 ກວ່າປີ ແຖມປະຊາກອນກໜ້ອຍ
ຕາມພາບແລະໃບໜ້າຂອງປະເທດລາວທີ່ເຫັນປະຈຸບັນນີ້ກໍ່ຖືວ່າພັດທະນາຂື້ນຫລາຍແລ້ວ.-
ໃນເມື່ອເຮົາເປັນອານາຄົດຂອງຊາດ ເຮົາກໍ່ຕ້ອງພັດທະນາຕົນເອງໃຫ້ມີຄວາມຮູ້ຄວາມສາມາດ ຫລັງຈາກນັ້ນກໍ່ໃຊ້ຄວາມຮູ້ຄວາມສາມາດທີ່ເຮົາມີນີ້ລະພັດທະນາປະເທດຊາດ.
......ຄິດວ່າແນວໃດລະຄິດຕໍ່ດຸ ວ່າເຮົາຊິພັດທະນາປະເທດຊາດແນວໃດອີກແດ່..


-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຈີນຄົນເຂົາກະຫລາຍ, ແຕ່ກວ່າ ຈີນສິມາໄດ້ຮອດຈຸດນີ້
ກະໄດ້ຜ່ານສົງຄາມທັງຈາກພາຍໃນປະເທດ ແລະ ນອກປະເທດບໍ່ຕ່າງກັບລາວ
ສະນັ້ນ ກະໄດ້ພັດທະນາຕໍ່ໄປ.

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮັດແບບຈີນເລີຍ ປະຕິຮູບທີ່ດິນ ເພາະບ້ານເຮົານາຍທຶນທີ່ດິນມີຫຼາຍໂພດ