ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຂອຖາມແດ່ ຮີດ12 ຄອງ14 ຂອງລາວມີຫຍັງແດ່

໑໗ ກະທູ້
໑໗໑ ໂພສ
ນັກການກະທູ້
ພໍດີໄດ້ຟັງເພງສາວຜົມແດງ ແລ້ວໄດ້ຍິນ ຮີດ12 ຄອງ14 ຄືອິຫຍັງ ບໍ່ໄດ້ພິມພາສາລາວດົນ ຜິດຖືກກໍ່ຂອອາໄພ

໒ ກະທູ້
໑໒໙ ໂພສ
ນັກການກະທູ້
ຮີດ12ກະຄືບຸນຕ່າງໃນແຕ່ລະເດືອນນັ້ນແຫລະມີທັງຫມົດ12ເດືອນ
ຄອງ14ກະຄື...ຮີດວັດຄອງສົງ..ຮີດບ້ານຄອງເມືອງ..ຮີດປູ່ຄອງຢຫ່ຍາ...ຮີດປ້າຄອງລຸງ
ຮີດຜົວຄອງເມຍ....ແລະຮີດຕ່າງໆໆໆ

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ noom ຂຽນວ່າ...

ຂໍລະອຽດກ່ອນນີ້ອີກແດ່ນາອ້າຍໜຸ່ມ ເປັນຕາສົນໃຈ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດຽວໄປເປີດປື້ມອີກກອ່ນ ຢາກລືມໆແດ່ລະ

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາມາໃຫ້ອ່ານນຳແດ່ດີ ສາວສວນມອນ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູ້ໄວ້ພໍຊິປະຕິບັດຮີດປະຕິບັດຄອງຖືກຫັ້ນນ່າ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອິອິ ຜູ້ເອົາມາໃຫ້ຍັງປະຕິບັດບໍ່ໄດ້ເລີຍ

໑ ກະທູ້
໒໑໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ noom ຂຽນວ່າ...
ຮີດ12ກະຄືບຸນຕ່າງໃນແຕ່ລະເດືອນນັ້ນແຫລະມີທັງຫມົດ12ເດືອນ
ຄອງ14ກະຄື...ຮີດວັດຄອງສົງ..ຮີດບ້ານຄອງເມືອງ..ຮີດປູ່ຄອງຢຫ່ຍາ...ຮີດປ້າຄອງລຸງ
ຮີດຜົວຄອງເມຍ....ແລະຮີດຕ່າງໆໆໆ

ມັນແມ່ນຢູ່ວ່າ ນິ ຟັງເບີ່ງ ຄືແປກໆໆໆ

ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ສ່ຳໃດເອົາສ່ຳນັ້ນກະພໍລະເນາະ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອິອິ ແຕ່ຖ້າບໍ່ໄດ້ໝົດເດະ ຫຍຸ້ງໄດ໋ຫັ້ນ

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ເຮືອນ 3 ນ້ຳ 4 ກະບໍ່ລອດແລ້ວເນາະ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮ່າຮ່າ ແມ່ນລະ ເວົ້າອີກຖືກອີກ

໐ ກະທູ້
໒໖໒ ໂພສ
ນັກການກະທູ້
ความเปันคน บ่อต้อง มีรีด มีคอง ก่อได้ แต่ ให้ ถือ สีลห้า ก่อเปัน มะนุด เตัมตัวแล้ว

໐ ກະທູ້
໒໖໒ ໂພສ
ນັກການກະທູ້
สีล ห้า มีหยังแด่

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜຮູ້ ມາໃຫ້ລາຍລະອຽດດ່ວນ

~Vਕਆpïrєی™~

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮີດ ໑໒ ກັບຄອງ ໑໔ ພື້ນຖານການກຳເນີດວັດທະນະທັມລາວ

ເມື່ອມາຮອດບັດນີ້ ຈຶ່ງຮູ້ໄດ້ວ່າ ຮີດ ໑໒ ກັບ ຄອງ ໑໔ ມັນແມ່ນພື້ນຖານວັດທະນະທັມລາວຢ່າງຈະແຈ້ງ ເຮົາຈະເຫັນວ່າພຶດຕິກັມ ແລະປະຕິສັມພັນທາງສັງຄົມລາວຂອງພວກເຮົາແມ່ນກ່ຽວຂ້ອງກັບ ຮີດ ໑໒ ກັບຄອງ ໑໔ ນີ້ທັງນັ້ນ.
ຮີດ ໑໒ ນັ້ນມີດັ່ງນີ້
໑. ເດືອນຈຽງ ເຮັດບຸນເຂົ້າກັມ (ເປັນບຸນພິທີທາງສາສນາພຸດ ເປັນກິດຈະກຳຂອງສົງ ຍາດໂຍມຈະຖືໂອ ກາດທຳບຸນ ເມື່ອພຣະສົງມາໂຮມກັນຫຼາຍໆອົງ).
໒. ເດືອນຍີ່ເຮັດບຸນຄຸນລານ (ຫຼືບຸນກອງເຂົ້າ) ເປັນພິທີທາງສາສນາແຖນ ຫຼືວັດທະນະທັມຄວາມເຊື່ອ ລາວບູຮານ ຄຳວ່າບຸນກອງເຂົ້າ ແມ່ນຕິດພັນກັບສາສນາພຸດ).
໓. ເຮັດບຸນເຂົ້າຈີ່(ເຮັດບຸນທາງສາສນາແຖນ ຫຼືຄວາມເຊື່ອບູຮານປະຍຸກມາເປັນວິຖີພຸດແລ້ວ) ແລະມາ ມາຄະບູຊາ (ເປັນບຸນທາງສາສນາພຸດແທ້) ນອກຈາກນັ້ນຍັງ ຄວາມເຊື່ອທາງປະເພນີໜຶ່ງອີກ ຄື ຂຶ້ນ ໓ ຄ່ຳ ແຮມ ໓ ຄ່ຳຂອງເດືອນສາມ ແມ່ນວັດເອົາຝຸ່ນລົງນາ.
໔. ເດືອນ ໔ ເຮັດບຸນພະເຫວດ (ບຸນທາງພຸດທະສາສນາ)
໕. ເຮັດບຸນສົງນ້ໍາພຣະ(ພຸດທະສາສນ) ບຸນສົງການ ແລະປີໃໝ່ (ເປັນບຸນທາງວັດທະນະທັມລາວ) ປະຍຸກມາເປັນວິຖີພຸດ.
໗. ເດືອນ ໗ ເຮັດບຸນຊຳຮະ (ບຸນທາງສາສນາພຸດ ເປົ້າໝາຍຂອງການເຮັດຄືຊຳຮະສະສາງສິ່ງບໍ່ດີ ແລະຊຳຮະພູດຜີປີສາດ ກ່ອນໜ້ານີ້ລາວນັບຖືແຖນ ແລະຜີຮອດປີມາຕ້ອງຊຳຮະເພື່ອຈະນັບຖືພຸດໂດຍເດັດຂາດ ກົນອຸບາຍລະເລີກຜີ.
໘. ບຸນເຂົາພັນສາ (ບຸນທາງພຸດທະສາສນາ ແລະເປັນພຸດທະບັນຍັດດ້ວຍ).
໙. ບຸນເຂົ້າປະດັບດິນ (ເປັນທາງພຸດທະສາສນາ ແລະປະຍຸກມາຈາກການລ້ຽງຜີຕາແຮກ ອັນເປັນວັດ ທະນະທັມລາວ, ເພື່ອຢາກໃຫ້ຄົນເລີກລົ້ມການເຊື່ອຜີຕາແຮກ ໃຫ້ຫັນໜ້າເຂົ້າວັດ ທຳທານ ສິນ ພາວະນາ.
໑໐. ບຸນເຂົາສລາກ(ສາກ) ສືບເນື່ອງຈາກເຂົ້າປະດັບດິນ ມີເປົ້າໝາຍດຽວກັບ ຕ່າງແຕ່ວິທີເຮັດເລັກ ນ້ອຍ.
໑໑. ບຸນອອກພັນສາ (ປັນບຸນທາງພຸດທະສາສນາ ອັນສືບເນື່ອງມາຈາກວັນເຂົ້າພັນສາ) ນອກຈາກນີ້ ຍັງມີບຸນຊ່ວງເຮືອ ແມ່ນບຸນທາງຄວາມເຊື່ອຂອງປະເພນີລາວບູຮານ ເຊື່ອເລື່ອງນາກ, ບຸນໄຫຼເຮືອໄຟ, ພຸດປະ ສົມວັດທະນະທັມລາວ.
໑໒. ເຮັດບຸນກະຖີນ ແລະສະຫຼອງພຣະທາດ (ເປັນບຸນທາງພຸດທະສາສນາ ກະຖິນເປັນພຸດທະບັນຍັດ ດ້ວຍ).
ກິດຈະກັມທັງສິບສອງເດືອນນີ້ ເປັນພື້ນຖານວັດທະນະທັມລາວ ການສືບຕໍ່ປະຕິບັດຮີດ ໑໒ ເປັນການ ສືບຕໍ່ພັດທະນາ ສາສນາ ແລະວັດທະນະທັມລາວຢ່າງຍິ່ງ.
ຈາກ:ສາຍເຊລຳເພົາ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑໗ ກະທູ້
໑໗໑ ໂພສ
ນັກການກະທູ້
ຂໍຂອບໃຈເດ້

໖ ກະທູ້
໑໐໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼາຍອັນເຕີບ

ບໍ່ຈື່ລ່ະ

໕ ກະທູ້
໑໙໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...

ຄືຈະແມ່ນ