ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ໄປສຳຫຼວດແຫ່ຼງທ່ອງທ່ຽວ ແຂວງສະຫວັນນະເຂດ ວັນທີ 12 ທັນວາ 2010. ມື້ທີ 2 ຕອນທີ 2

໑໑ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ອອກເດີນທາງຈາກບ້ານດົງເມືອງ ໄປຫາບ້ານໜອງລຳຈັນ ໄລຍະທາງ 3km ຂ້າມນ້ຳເຊ ເຊຈຳພອນ ຖ້າຫາກມາໃນລະດູແລ້ງ ລົດສາມາດຂ້າມໄດ້ ເສຍດາຍ ບໍ່ໄດ້ຖ່າຍພາບມາໃຫ້ເບິ່ງທີ່ລົດພວມລຸຍຂ້າມນ້ຳເຊ. ຖ້າມາລະດູຝົນໝົດສິດຂ້າມເພາະວ່ານ້ຳເຊຈະຂືຶ້ນ ແຕ່ໃຊ້ເສັ້ນທາງອ້ອມໄປທ່ຽວ ໜອງປາຝາ ເຂົ້າມາທາງວັດຕາແຫຼວ ແລະຫໍໄຕ ບ້ານໜອງລຳຈັນ.

ຫໍໄຕປີດົກ
ຫໍພະໄຕປີດົກແຫ່ງນີ້ເປັນສະຖານທີ່ ທີ່ເກົ່າແກ່ ຖືກສ້າງຂືຶ້ນເມື່ອປະມານ 200 ປີກ່ອນ ເປັນສ່ວນໜຶ່ງຂອງວັດໜອງລຳຈັນ ເຊິ່ງໃຊ້ເປັນສະຖານທີ່ ເກັບຮັກສາ ໜັງສື ພະທຳ ພະຄຳພີ ພາສາບາລີ-ສັນສະກິດ ໜັງສືຜູກ ພາສາຂອມ ວັນນະຄະດີພື້ນເມືອງລາວ ແລະຍັງໄດ້ຂຽນເປັນຕົວທຳອີກ ທີ່ເກົ່າແກ່ຂອງລາວ ຫຼາຍກວ່າ 361 ເລື່ອງ ໂດຍບັນທຶກໄວ້ໃນໃບລານ ຈຳນວນ 4.000 ເຫຼັ້ມ ເຊິ່ງຖືກເກັບຮັກສາໄວ້ໂດຍພະສົງ, ສຳມະເນນ ແລະຊາວບ້ານທ້ອງຖິ່ນ ຫໍໄຕປີດົກ ແຫ່ງນີ້ຍັງເປັນສະຖານທີ່ເກັຍຮັກສາ ໍໜັງສືໄບລານຫຼາຍທີ່ສຸດໃນ ສປປ ລາວ.


ມາຮອດວັດເຫັນປ້າຍກະຮູ້ເລີຍວ່າເກົ່າແກ່ ແລະສັກສິດ


ພະອາຈານ ເຈົ້າອະທິການວັດ


ຫໍແຈກ


ຫໍໄຕປີດົກ


ບໍລິເວນດ້ານໜ້າປະຕູຫໍໄຕ


ສັກກະລະບູຊາກ່ອນເດີ້




ໜັງສືໄບລານຕ່າງໆ ທີ່ຖືກເກັບຮັກສາໄວ້


ຮູປປັ້ນພະພຸດທະຮູບໃຫ່ຍ


ຮູບປັ້ນພະພຸດທະຮູບ




ຄວາມງົດງາມຂອງພຶກສາຊາດ

ມີຕໍ່ ມີຕໍ່ ຕິດຕາມໆໆ