ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຕະຫຼາດພັນລາວ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຕະຫຼາດພັນລາວ » " ເອັມພອຍມາກ " M-point mart.

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
http://www.mpointmart.com/mpoint_2012/

-------

ເອັມພອຍມາກ M-point mart ແມ່ນຮ້ານສະດວກຊື້ ( ຄ້າຍຄື ມິນິມາກ, ແບບ ເຊເວັນອີເລເວັນຢູ່ໄທ )

M-point mart ເຊິ່ງ M ຫຍໍ້ມາຈາກ Meet ລວມຄວາມໝາຍເຂົ້າກັນແມ່ນ: ຈຸດນັດພົບ ( ຕະຫຼາດນັດພົບທີ່ໜ້າສົນໃຈ ) :D

ເຊິ່ງມີເຈົ້າຂອງເປັນຄົນລາວແທ້ໆ, ທຸລະກິດນີ້ເພື່ອສົ່ງເສີມໃຫ້ຄົນມີວຽກເຮັດງານທຳ ແລະ ລາຍໄດ້ເພີ່ມ.

ເປົ້າໝາຍໃນການບໍລິການແມ່ນ: ສະດວກ, ສະອາດ, ປອດໄພ, ວ່ອງໄວ, ໄດ້ຄຸນນະພາບ, ລາຄາປະຢັດ, ບໍລິການເປັນກັນເອງ, ຄວບຄຸມດ້ວຍລະບົບຄອມພິວເຕີ.

ປັດຈຸບັນມີ 11 ສາຂາໃນນະຄອນຫຼວງວຽງຈັນ ແລະ ກຳລັງຈະຂະຫຍາຍສາຂາອອກໄປອີກ

ເນື່ອງຈາກວ່າ ເອັມພອຍມາດທ໌ ໄດ້ຂະຫຍາຍສາຂາຢ່າງວ່ອງໄວ ສະນັ້ນຈິ່ງຕ້ອງການພະນັກງານຫຼາຍຕຳແໜ່ງເຊັ່ນ:

- ພະນັກງານຂາຍ: ພາກເຊົ້າ ( ແຕ່ 6 ໂມງ - 3 ໂມງແລງ ແລະ ພາກຄ່ຳ ແຕ່ 3 ໂມງແລງ - 12 ໂມງກາງຄືນ.

- ຜູ້ຊ່ວຍຜູ້ຈັດການ.

- ຜູ້ຈັດການ.

- ຜູ້ບໍລິຫານ.

- ການຕະຫຼາດ

( ມີເຄື່ອງນຸ່ງທາງບໍລິສັດໃຫ້ ).

* ສ່ວນພະນັກງານຂາຍແມ່ນເຂົາເຈົ້າຈະໄດ້ມີການສອນວິທີຂາຍຕ່າງໆລະອຽດ.

ຖ້າສະໝັກຊ່ວງນີ້ແມ່ນເຂົາຈະຮັບຕະຫຼອດ ມີໃບປະກາດ ຫຼື ບໍກໍ່ໄດ້ ເພາະເຂົາເຈົ້າຈະສອນເອົາ.

ແຕ່ຖ້າໃຜມີໃບປະກາດແມ່ນຈະໄດ້ກິນເງິນເດືອນຕາມໃບປະກາດນັ້ນພ້ອມ

ມີສະຫວັດດີການຄ່ານ້ຳມັນໃຫ້, ຄ່າບັດໂທລະສັບໃຫ້, ຖ້າແມ່ນແມ່ຍິງແຕ່ງງານແລ້ວເກີດລູກກໍ່ມີສະຫວັດດີການໃຫ້.

( ຖ້າສະໝັກເປັນພະນັກງານຂາຍແລ້ວ ຈະມີການເລື່ອນຂຶ້ນຕຳແໜ່ງຕ່າງໆຕາມທີ່ກ່າວມາຂ້າງເທິງນັ້ນ )

ໃນອານາຄົດໄວໆນີ້ ເອັມພອຍມາດ໌ ຈະໄດ້ເປີດຂາຍຕະຫຼອດ 24 ຊົ່ວໂມງ ໂດຍມີພະນັກງານປ່ຽນກະກັນເຮັດວຽກ.

ໃນ 11 ສາຂາໃນນະຄອນຫຼວງມີດັ່ງນີ້:

1. ສາຂາ ຫາຍໂສກ.
2. ສາຂາ ໂພນທັນ.
3. ສາຂາ ດົງປ່າລານ.
4. ສາຂາ ທາດຫຼວງ.
5. ສາຂາໃກ້ຕະຫຼາດແລງໜອງດ້ວງ.
6. ສາຂາ ດົງໂດກ;
7. ສາຂາ ແຄມຂອງ.
8. ສາຂາ ສີສະເກດ.
9. ສາຂາ ຕະຫຼາດເຊົ້າ.
10. ສາຂາໃກ້ຕະຫຼາດຫົວຂົວ.
11. ສາຂາທີ່ຢູ່ຕໍ່ໜ້າໂຮງໝໍ 103.

- ຖ້າໃຜສະໝັກເປັນພະນັກງານຂາຍ, ເຂົາເຈົ້າຈະສອນລະອຽດວິທີການຂາຍ ແລະ ການບໍລິການທີ່ດີໃຫ້ແກ່ລູກຄ້າ ລວມໄປຮອດບຸກຄະລິກກະພາບ, ສອນວິທີປຸງແຮມເບີເກີ້, ເຂົ້າຈີ່ໄສ້ຮັອດດັອກ, ແຊນວິສ, ປັອບຄອນ ( ສາລີຂົ້ວ), ສອນວິທີກວດກາວ່າເຄື່ອງປະກອບຕ່າງໆຄົບບໍ? ແລະ ສອນອື່ນໆ ຫຼາຍແນວປະມານອາທິດ1 ລວມທັງສອນທິດສະດີ ແລະ ພາກປະຕິບັດຕົວຈິງ. :)

ຂ້ອຍລອງແຕ້ມສຳນັກງານໃຫຍ່ໃຫ້ເບິ່ງ ຟາງໆ ອິິອິ ເພື່ອວ່າທ່ານໃດຕ້ອງການໄປສະໝັກວຽກທີ່ນັ້ນ
( ວຽກຢູ່ນັ້ນກໍ່ເໝາະສຳລັບນັກຮຽນທີ່ຕ້ອງການຫາວຽກເສີມ)

ສຳນັກງານໃຫຍ່ກຳລັງກໍ່ສ້າງໃໝ່ ຈັກໜ້ອຍເຂົາເຈົ້າຊິຍ້າຍສຳນັກງານໃຫຍ່ລະ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜ້າສົນໃຈດີ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Bearm2020 ຂຽນວ່າ...
ໜ້າສົນໃຈດີ

ແມ່ນລະ ໜ້າສົນໃຈດີ

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີດີ.... ຂອບໃຈທີ່ແບ່ງປັນ

ຄິດດີ ເວົ້າດີ ເຮັດດີ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Organ ຂຽນວ່າ...
ດີດີ.... ຂອບໃຈທີ່ແບ່ງປັນ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊິບໍ່ໄດ້ອອກວຽກໄປເຮັດຫັ້ນບໍນິ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປີດຢູ່ ສະຫັວນ ແລະ ບອກເດີ
ສະຫມັກ ເປັນ ຜູ້ ທຳອິດເລີຍ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜ້າສົນໃຈ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາເບີ້ໂທໃຫ້ພ້ອມໃດ...ໂທ : 021241124 ແຟັກ : 021 215788

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອງລາວ ແລ້ວໃບບິລຄືເປັນພາສາໄທ ເພີ່ນປ່ຽນລະວາ??

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ IQ5138 ຂຽນວ່າ...
ຂອງລາວ ແລ້ວໃບບິລຄືເປັນພາສາໄທ ເພີ່ນປ່ຽນລະວາ??

ເຈົ້າຂອງເປັນຄົນໄທ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທີ່ນັ້ນມີ ພິດຊ່າຄຸນນະພາບດີລາຄາປະມານ 12 ພັນກີບນີ້ລະ ມີແຮມເບີເກີ້, ເຂົ້າຈີ່ໄສ້ກອກ, ແຊນວິດ, ປັອບຄອນ ( ສາລີຂົ້ວ) ປຸງໃຫ້ທັນໃຈ ມີແຕ່ແນວເປັນຕາກິນ ທີ່ສຳຄັນ ສະອາດ, ລາຄາປະຢັດ
ເປັນຕາແຊບຫຼາຍ ອິອິອິ
ທີ່ສຳຄັນ ສິນຄ້າທຸກຢ່າງຖືກກວດວັນໝົດອາຍຸ ກ່ອນນຳອອກມາຈຳໜ່າຍ ສະຖານທີ່ສະດວກສະບາຍ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SoneTBS ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ IQ5138 ຂຽນວ່າ...
ຂອງລາວ ແລ້ວໃບບິລຄືເປັນພາສາໄທ ເພີ່ນປ່ຽນລະວາ??

ເຈົ້າຂອງເປັນຄົນໄທ...

ເຈົ້າຂອງເປັນຄົນລາວແທ້ໆນີ້ລະ ແຕ່ສິນຄ້າສ່ວນຫຼາຍແມ່ນນຳເຂົ້າຈາກໄທ, ພາສາໄທກໍ່ບໍ່ເປັນຫຍັງຕິ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

[/quote
ແມ່ນຫວາສາວພາສຸກດຽວນີ້ເຈົ້າຂອງ M-Point Mark ປ່ຽນເປັນຄົນລາວບໍ ຫລື ວ່າຄົນລາວມາແຕ່ຕົ້ນເລີຍ...?

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໒໓ ກະທູ້
໖໖໐ ໂພສ
ຊຳນານການເວັບບອດ

.ເຮີເຮີ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອໍໆໆ ມີອະຄະຕິນ່າ ຖ້າເປັນພາສາລາວຫນ້າຈະດີໆໆ ເຫັນແລ້ວມັນຈະຊື່ນໃຈກ່ວາ
ເຫັນເປັນພາສາໄທກະບໍ່ຕ່າງຫຍັງກັບເປັນພຽງຕະຫລາດໃຫ້ເຂົາຫັ້ນແຫລ້ວ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SoneTBS ຂຽນວ່າ...

ແມ່ນຫວາສາວພາສຸກດຽວນີ້ເຈົ້າຂອງ M-Point Mark ປ່ຽນເປັນຄົນລາວບໍ ຫລື ວ່າຄົນລາວມາແຕ່ຕົ້ນເລີຍ...?

ບໍ່ຮູ້ຄືກັນວ່າແມ່ນຄົນລາວແຕ່ຕົ້ນ ຫຼື ບໍ? ຮູ້ແຕ່ວ່າ ຄົນປະຈຸບັນແມ່ນຄົນລາວເປັນຜູ້ບໍລິຫານສູງສຸດ

ຕາມຂ້ອຍຄິດຄືຊິແມ່ນຄົນລາວແຕ່ຕົ້ນເພາະເລີ່ມຈາກທຸລະກິດນ້ອຍໆຈາກປີ 2004 ຈົນຂະຫຍາຍສາຂາຮອດປັດຈຸບັນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ IQ5138 ຂຽນວ່າ...
ອໍໆໆ ມີອະຄະຕິນ່າ ຖ້າເປັນພາສາລາວຫນ້າຈະດີໆໆ ເຫັນແລ້ວມັນຈະຊື່ນໃຈກ່ວາ
ເຫັນເປັນພາສາໄທກະບໍ່ຕ່າງຫຍັງກັບເປັນພຽງຕະຫລາດໃຫ້ເຂົາຫັ້ນແຫລ້ວ

ມື້ໜ້າຈະໄປເບິ່ງວ່າໃບບິນເປັນພາສາໃດແທ້
ແຕ່ຖົງຢາງໃສ່ເຄື່ອງແມ່ນສັ່ງຜະລິດມາແຕ່ກຸງເທບ ເພາະເນັ້ນຄຸນນະພາບ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນປະກາດຮັບສະໝັກຕະຫລອດ...
ທີ່ສຳຄັນໃຜຈະໄປສະໝັກກະສຶກສາເບິ່ງຂໍ້ມູນດ້ານຄວາມໝັ້ນຄົງແນ່ເດີ
ຂັບທີ່ຢູ່ໄດ້ ຂັບໃຈມັນຢູ່ຍາກ ຄັນກິດຈະການໃດປະກາດຮັບສະມັກແຕ່ພະນັກງານຕະຫລອດ ສ່ວນຄົນເກົ່າຄົນແກ່
ທີ່ເຮັດວຽກມາກ່ອນບໍ່ມີພໍຄົນ ອັນນີ້ໜ້າຄິດ

໘ ກະທູ້
໘໔໑ ໂພສ
ຊຳນານການເວັບບອດ
ດີເນາະ ເປີດ24ຊົ່ວໂມງແລ້ວ.....

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດຽວຮຽນຈົບປະລິນຍາຕີກ່ອນຈະໄປເຮັດ!!!!

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ເຫັນປະກາດຮັບສະໝັກຕະຫລອດ...
ທີ່ສຳຄັນໃຜຈະໄປສະໝັກກະສຶກສາເບິ່ງຂໍ້ມູນດ້ານຄວາມໝັ້ນຄົງແນ່ເດີ
ຂັບທີ່ຢູ່ໄດ້ ຂັບໃຈມັນຢູ່ຍາກ ຄັນກິດຈະການໃດປະກາດຮັບສະມັກແຕ່ພະນັກງານຕະຫລອດ ສ່ວນຄົນເກົ່າຄົນແກ່
ທີ່ເຮັດວຽກມາກ່ອນບໍ່ມີພໍຄົນ ອັນນີ້ໜ້າຄິດ

ຂ້ອຍກໍ່ເຫັນພະນັກງານເກົ່າຫຼາຍຢູ່ ຖາມໃຜກໍ່ວ່າເຮັດວຽກຢູ່ນັ້ນໄດ້ 2-3 ປີແລ້ວ, ສ່ວນຫຼາຍແມ່ນເລື່ອນຈາກຕຳແໜ່ງຂາຍຂຶ້ນເປັນຜູ້ຊ່ວຍ ແລ້ວ ກໍ່ເປັນຫົວໜ້າຮ້ານ ແລະ ຜູ້ຮັບຜິດຊອບເຂດ... ສ່ວນຫຼາຍກໍ່ແມ່ນນັກຮຽນນັກສຶກສາທີ່ຫາວຽກເພີ່ມ, ຂ້ອຍວ່າກໍ່ດີໃດ ເພາະຊ່ວຍແບ່ງເບົາພາລະພໍ່ແມ່ໄດ້ອີກ, ໄດ້ຄວາມຮູ້ເພີ່ມໃນວິຊາການຕະຫຼາດອີກ, ເລື່ອງຄວາມໝັ້ນຄົງແມ່ນ ຕາມທີ່ເບິ່ງແລ້ວແມ່ນໝັ້ນຄົງກວ່າທີ່ເຈົ້າຂອງເປັນຄົນຕ່າງຊາດທີ່ລົມກັນບໍ່ເຂົ້າໃຈແນ່ນອນ (ບາງບ່ອນຊື່ໆ), ປັດຊະຍາຂອງທີ່ນີ້ແມ່ນເຂົາເຈົ້າຈະສ້າງທີມງານຝີມືດີໃຫ້ເປັນໃຫ້ໄດ້ຫຼັງຈາກສະໝັກວຽກ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ uranus ຂຽນວ່າ...
ດີເນາະ ເປີດ24ຊົ່ວໂມງແລ້ວ.....

ຍັງບໍ່ທັນເປີດຕະຫຼອດ 24 ຊົ່ວໂມງເທື່ອ, ຕອນນີ້ເປີດແຕ່ 6 ໂມງເຊົ້າ ຫາ 12 ໂມງກາງຄືນ, ໃນອານາຄົດໄວໆນີ້ຈະເປີດ 24 ຊົ່ວໂມງ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ IQ5138 ຂຽນວ່າ...
ອໍໆໆ ມີອະຄະຕິນ່າ ຖ້າເປັນພາສາລາວຫນ້າຈະດີໆໆ ເຫັນແລ້ວມັນຈະຊື່ນໃຈກ່ວາ
ເຫັນເປັນພາສາໄທກະບໍ່ຕ່າງຫຍັງກັບເປັນພຽງຕະຫລາດໃຫ້ເຂົາຫັ້ນແຫລ້ວ

ຖາມເຂົາເຈົ້າແລ້ວວ່າໃບບິນເປັນຫຍັງຈິ່ງເປັນພາສາໄທ?
ເຂົາເຈົ້າຕອບວ່າ: ຍ້ອນວ່າຊື້ລິຂະສິດລະບົບການຂາຍຈາກປະເທດໄທ ສະນັ້ນຈິ່ງປ່ຽນບໍ່ໄດ້

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ SoneTBS ຂຽນວ່າ...

ແມ່ນຫວາສາວພາສຸກດຽວນີ້ເຈົ້າຂອງ M-Point Mark ປ່ຽນເປັນຄົນລາວບໍ ຫລື ວ່າຄົນລາວມາແຕ່ຕົ້ນເລີຍ...?

ບໍ່ຮູ້ຄືກັນວ່າແມ່ນຄົນລາວແຕ່ຕົ້ນ ຫຼື ບໍ? ຮູ້ແຕ່ວ່າ ຄົນປະຈຸບັນແມ່ນຄົນລາວເປັນຜູ້ບໍລິຫານສູງສຸດ

ຕາມຂ້ອຍຄິດຄືຊິແມ່ນຄົນລາວແຕ່ຕົ້ນເພາະເລີ່ມຈາກທຸລະກິດນ້ອຍໆຈາກປີ 2004 ຈົນຂະຫຍາຍສາຂາຮອດປັດຈຸບັນ

ໂອຂອບໃຈຂ້ອຍກໍ່ຮູ້ຈັກຫລາຍຄົນຢູ່...ອຳນວຍການໃຫ່ຍແມ່ນທ່ານ ພົງປະເສີດ ກັນລະຍາ...ຢູ່ຕຶກ SCC ແຕ່ບໍ່ຮູ້ຕົ້ນກຳເນີດມາ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ IQ5138 ຂຽນວ່າ...
ອໍໆໆ ມີອະຄະຕິນ່າ ຖ້າເປັນພາສາລາວຫນ້າຈະດີໆໆ ເຫັນແລ້ວມັນຈະຊື່ນໃຈກ່ວາ
ເຫັນເປັນພາສາໄທກະບໍ່ຕ່າງຫຍັງກັບເປັນພຽງຕະຫລາດໃຫ້ເຂົາຫັ້ນແຫລ້ວ

ຖາມເຂົາເຈົ້າແລ້ວວ່າໃບບິນເປັນຫຍັງຈິ່ງເປັນພາສາໄທ?
ເຂົາເຈົ້າຕອບວ່າ: ຍ້ອນວ່າຊື້ລິຂະສິດລະບົບການຂາຍຈາກປະເທດໄທ ສະນັ້ນຈິ່ງປ່ຽນບໍ່ໄດ້

ອໍໆໆ ຂອບໃຈຫລາຍໆ ກະນຶກວ່າຂອງໄທ ເພາະເປັນພາສາໄທ
ຄວາມຈິງຊື້ລະຂະສິດກະປ່ຽນເປັນຂອງລາວໄດ້ ຖ້າຜະລິດເປັນ ຄືເພງເດເຂົາຊື້ໄປກະຍັງປ່ຽນ ຫນັງສືກະຄືກັນ
ຊື້ລິຂະສິດພາສາຫນຶ່ງ ແປອີກພາສາຫນຶ່ງໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ IQ5138 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ IQ5138 ຂຽນວ່າ...
ອໍໆໆ ມີອະຄະຕິນ່າ ຖ້າເປັນພາສາລາວຫນ້າຈະດີໆໆ ເຫັນແລ້ວມັນຈະຊື່ນໃຈກ່ວາ
ເຫັນເປັນພາສາໄທກະບໍ່ຕ່າງຫຍັງກັບເປັນພຽງຕະຫລາດໃຫ້ເຂົາຫັ້ນແຫລ້ວ

ຖາມເຂົາເຈົ້າແລ້ວວ່າໃບບິນເປັນຫຍັງຈິ່ງເປັນພາສາໄທ?
ເຂົາເຈົ້າຕອບວ່າ: ຍ້ອນວ່າຊື້ລິຂະສິດລະບົບການຂາຍຈາກປະເທດໄທ ສະນັ້ນຈິ່ງປ່ຽນບໍ່ໄດ້

ອໍໆໆ ຂອບໃຈຫລາຍໆ ກະນຶກວ່າຂອງໄທ ເພາະເປັນພາສາໄທ
ຄວາມຈິງຊື້ລະຂະສິດກະປ່ຽນເປັນຂອງລາວໄດ້ ຖ້າຜະລິດເປັນ ຄືເພງເດເຂົາຊື້ໄປກະຍັງປ່ຽນ ຫນັງສືກະຄືກັນ
ຊື້ລິຂະສິດພາສາຫນຶ່ງ ແປອີກພາສາຫນຶ່ງໆ

ອໍ ອັນນີ້ກໍ່ບໍ່ຮູ້ນຳເຈົ້າຂອງເຂົາເຈົ້າ ເພາະຂ້ອຍຖາມພະນັກງານເຂົາຊື່ໆ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າມີເວລາຫວ່າງກໍ່ໄປເຮັດວຽກເສີມລອງໆເບິ່ງໄດ້

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປະຫວັດ: ເລີ່ມຕົ້ນທຸລະກິດທຳອິດແມ່ນຮ້ານ V-shop ຢູ່ທີ່ຫາຍໂສກ, ຕໍ່ມາຈິ່ງປ່ຽນຊື່ເປັນ M-point mart ແລະ ຂະຫຍາຍສາຂາມາເລື້ອຍໆຈົນຮອດປັດຈຸບັນແມ່ນມີ 11 ສາຂາ, ທ້າຍປີນີ້ຈະຂະຫຍາຍອອກອີກ 3 ສາຂາຄື: ຢູ່ຫຼັກ 4 ( ທາງໄປທ່າເດື່ອ), ຢູ່ໃກ້ໂຮງໝໍ 150ຕຽງ ແລະ ຢູ່ສີໄຄ :)

໐ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ
​ເຈົ້າ​ຂອງເອມພອຍ-ມາກ​​ ​ແມ່ນ ທ່ານ​ພົງ​ປະ​ເສີດ ກັນລະຍາ ​​ເປັນ​ສະຖາປະນິກ​ລາວ​ທີ່​ຈົບ​ມາ​ແຕ່​ຕ່າງປະ​ເທດ ​ເບື່ອ​ງຕົ້ນ​ເພີ່ນ​ກະ​ເຮັດ​ອາຊີບ​ສະຖາປະນິກ​ເພີ່ນ​ເອງ​ຈົນ​ເປັນບໍ​ລິ​ສັດກັນ​ລະ​ຍາ​ສະຖາປະນິກ ເຊີ່ງ​ເປັນ​ເຈົ້າ​ຂອງ​ດຽວ​ກັນ​ກັບອາຄານSCC ສີ​ຫອມ ນອກຈາກ​ນີ້​ເພີ່ນ​ຍັງ​ເປັນ​ຜູ້​ໜື່ງທີ່​ມັກ​ແລະ​ສົ່ງ​ເສີມ​ກິລາ​ເຊີ່ງ​ເພີ່ນ​ໄດ້​ຊ່ວຍ​ເປັນ​ຜູ້​ສະໜັບສະໜູນ​ກິລາ​ມາ​ຕະຫລອດ ​ແລະ​ເຄີຍ​ສ້າງ​ສະ​ໂມ​ສອນ​ເຕະບານ​ໃນ​ລາວ​ລີກ​ທີ່​ມີ​ຮູບ​ແບບ​ເປັນ​ເຄີ່ງ​ອາຊີບ​ແຕ່​ກະ​ບໍ່​ປະສົບ​ຄວາມ​ສຳ​ເລັດ​ເພາະ​ລາວ​ລິກ​ເຮົາ​ຍັງ​ໄປ​ບໍ່​ໄດ້​ເຄີ່ງ​ອາຊີບ​ເທື່ອ ຄື ກັນລະຍາ​ເອບຊີ​ ຊ່ວງ​ປີ2004-2005(ຖ້າ​ຈື່​ບໍ່​ຜິດ) ປະຈຸ​ບັນ​ເພີ່ນ​ຍັງ​ເປັນ​ຄົນ​ໜື່ງທີ່​ຍັງ​ຢູ່​ໃນ​ວົງ​ການ​ກິລາ​ໂດຍ​ສະ​ເພາະ​ເຕະບານ​ທີ່​ຍັງ​​ເຫັນ​ເພີ່ນ​ເປັນ​ປະທານ​ຜູ້​ຈັດການ​ແຂ່ງຂັນ​ລາຍການ​ລະດັບ​ຊາດ​ຢູ່​ເຊັນ ຊຸດ​ແຂ່ງU16ທີ່ທີມຊາດລາວຖືວ່າປະສົບຄວາມສຳເລັດສູງ.ຖືໄດ້ວ່າທ່ານພົງປະເສີດ ກັນລະຍາ ເປັນບຸກຄົນໜື່ງທີ່ປະສົບຄວາມສຳເລັດທີ່ຍັງໜຸ່ມນ້ອຍທັງທາງດ້ານທຸລະກິດແລະດ້ານວຽກງານຕ່າງໆ...ຕາມທີ່ຂ້າພະເຈົ້າຄີຍອ່ານວິໃສ່ທັດຂອງ
ເພີ່ນຈາກໜັງສືພິມຂ່າວກິລາສະບັບໜື່ງແມ່ນເພີ່ນກ້າຄິດໃນທາງສ້າງສັນຫລືເຮົາມັກເອີ່ນວ່າຄິດໃນສີ່ງທີ່ແຕກຕ່າງ...ຖືໄດ້ວ່າທ່ານສາມາດ
ເປັນຕົ້ນແບບ(Idor)ຂອງຄົນທີ່ຈະພັດທະນາຕົນເອງຕໍ່ໄປໄດ້...

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>