ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຈະລາຈອນ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຈະລາຈອນ » ລົດປ້າຍກະຊວງ?

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>


໕ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ຕອນບ່າຍຂອງມື້ນີ້ 12 ເມສາ 2010 , ພໍດີວ່າໄດ້ມີໂອກາດອອກໄປວຽກນອກ ເຊິ່ງບໍ່ໄດ້ໄປດົນແລ້ວ ຈັກສິເອີ້ນວ່າ ຊວຍ ກ່ອນປີໃຫມ່ ຫລື ບໍ່ ອິອິ
ເລື້ອງມີຢູ່ວ່າ ຂ້ອຍໄດ້ຂັບລົດອອກໄປກາຍທາງຫນ້າຕະຫລາດເຊົ້າ ເຊິ່ງຢູ່ເລນທາງກາງ ລະບັງເອີນວ່າ ທາງກາງລົດຊ້ຳພັດຕິດຍ້ອນວ່າລົດທີ່ອອກມາຈາກຕະຫລາດເຊົ້າ ຂ້ອຍກໍ່ເລີຍປ່ຽນມາທາງຊ້າຍ ເຊິ່ງທາງຫນ້າຂ້ອຍແມ່ນລົດ ຍີ່ຫໍ້ ເກັຍ ປ້າຍກະຊວງ ສັງເກດເຫັນວ່າຄົນໃນລົດຫນ້າຈະເປັນນັກສຶກສາ ເພາະວ່າເບິ່ງຈາກການຂັບລົດແມ່ນຄຶກຄະນອງຫລາຍ ຕອນນັ້ນລາວ (ມັນ) ຢູ່ເລນຊ້າຍດີໆ ພໍຂ້ອຍເຂົ້າມາເລນທາງກາງ ລາວ(ມັນ)ກໍ່ຈະເຂົ້າທາງກາງ ໂດຍທີ່ ລາວ(ມັນ)ຈະຕັດຫນ້າລົດຂ້ອຍ ເຊິ່ງຂ້ອຍກໍ່ໍບໍ່ໃຫ້ຕັດ ແລ້ວ ລາວ(ມັນ)ກໍ່ບີບແກລົດໃສ່ຂ້ອຍຫລາຍຄັ້ງ ຈົນຮອດໄຟແດງ ຫນ້າທະນານຄານ ລາວ ຫວຽດ. ພໍອອກຈາກໄຟແດງໄປແລ້ວລາວ(ມັນ) ພະຍາຍາມສິແຊງຂ້ອຍອີກ ແລະແລ້ວ ລາວ (ມັນ)ກໍ່ໄດ້ຈັງຫວະໃນການແຊງ ແຕ່ຄືໂຊກບໍ່ເຂົ້າຂ້າງແຊງໄປແລ້ວພັດໄປເຈິະລົດທາງຫນ້າເຂົາຊ້ຳພັດຂີ່ ຊ້າ ຂ້ອຍກາເລີຍແຊງລາວ(ມັນ)ຄືນ ແລ້ວລາວ(ມັນ)ກໍ່ບີບແກລົດໃສ່ຂ້ອຍອີກ ອ່ານມາຮອດຕອນນີ້ແລ້ວ ພວກທ່ານຄິດວ່າເປັນແນວໃດ
ນິໄສ ແບບນີ້ ຂ້ອຍເອງກໍ່ບໍ່ແມ່ນຄົນຂັບລົດເກັ່ງມາແຕ່ໃສດອກ ແຕ່ກາຄິດວ່າ ຮູ້ແລະເຂົ້າໃຈລະບຽບກົດຈາລະຈອນດີພໍສົມຄວນ ຈາກພຶດຕິກຳການຂັບຂີ່ລົດແບບນີ້ ບໍ່ຫນ້າຈະມີໂອກາດຂີ່ລົດປ້າຍກະຊວງເລີຍ ແລ້ວຖ້າຄົນຂັບເປັນນັກສຶກສາຢູ່ນຳ ຖືວ່າການສຶກສາບໍ່ໄດ້ຊ່ວຍຫຍັງເລີຍ ເວົ້າໄປແລ້ວກາຈັກວ່າ ສິຖືກປິດປາກຕອນໃດກາບໍ່ຮູ້ໃດນິນະ ຄວາມຈິງແລ້ວຢາກບອກຮອດປ້າຍລົດພຸ້ນນະແຕ່ກະຢ້ານມົນດຳ ອິອິ ຈັ່ງໃດກາເວົ້າລະ ຖ້າກຳລັງແຮງຂອງປະເທດມີນິໄສແບບຄົນຜູ້ນີ້ຢູ່ ຂ້ອຍລະອິຕົນຄົນລຸ້ນຫລັງແທ້ໆໆໆ ແຕ່ຕອນນີ້ຮູ້ສຶກອິຕົນຜູ້ເປັນພໍ່ເປັນແມ່ ອົດສາສົ່ງໃຫ້ຮຽນສູງແລ້ວແຕ່ມັນກາບໍ່ຊ່ວຍຫຍັງໄດ້ເລີຍ.
ຈົບເທົ່ານີ້ດີກວ່າ ຍິ່ງເວົ້າຍິ່ງອາລົມເສີຍ ໃຈຮ້າຍສຸດໆໆໆ

ຄົນຫນ້າຮັກ ຈິງໃຈ

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີແຕ່ໂຮງຮໍ່າ ບໍ່ມີໂຮງຮຽນມັນກະເລີຍເປັນຈັ່ງຊີ້ລະ


໐ ກະທູ້
໔໔໘ ໂພສ
ຊຳນານການເວັບບອດ
ມັນເປັນພືດຕິກຳຂອງພວກທີ່ເປັນລູກຫລານຂອງຄົນທີ່ມີອຳນາດແລະບົດບາດໃນສັງຄົມເລີຍຄິດວ່າໂຕເອງຊິເຮັດຫຍັງກະໄດ້ໂດຍບໍ່ເກງກົວຜູ້ໃດ


໕ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ແຮງເວົ້າຮອດລະແຮງເຈັບໃຈ ນິໄສ ແບບນີ້ ຂ້ອຍລະຄິດຮອດອະນາຄົດຂອງປະເທດເຮົາເດ້

ຄົນຫນ້າຮັກ ຈິງໃຈ

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັບມັນມາຕົບດຸ ກ້າເຮັດແບບນິກັບເຈ້ກຸນໜ້າຮັກໄດ້ແນວໃດ


໕ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ຊ່ວຍຈັບມາຕົບໃຫ້ເອື້ອຍແດ່ຈັກບາດສອງບາດ
ອິອິ

ຄົນຫນ້າຮັກ ຈິງໃຈ

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາມາ ມັນຢູ່ໃສ ເລືອດກະລັງຂື້ນໜ້າ


໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພວກນີ້ມັນຕັ້ງຈອງຫອງແບບນີ້ລະ
ມັນຄິດວ່າພໍ່ແມ່ມັນໃຫຍ່ຕິເບາະ ມັນກະເລີຍຢາກອວດ...
ແຕ່ວ່າມັນຢູ່ບໍ່ໄດ້ດົນດອກຄົນແບບນີ້...ນະລົກຂຶ້ນບັນຊີດຳຮຽບຮ້ອຍແລ້ວ
ຮອດມື້ມັນກະໄປເອງລະ...ຮ່າໆໆໆໆ


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາຫນ່າຍເນາະພວກນີ້


໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຈເຢັນໆ ນັ່ງລົງກິນນ້ຳກ່ອນ ເອື້ອຍກຸນ

ທ້າວທອງໃສ

໕ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ລືມ ໄປຢ່າງຫນຶ່ງ ຕ້ອງຂໍໂທດກັບຄົນທີ່ໃຊ້ລົດກະຊວງອີກຫລາຍຄົນ ຂ້ອຍບໍ່ໄດ້ມີເຈດຕະນາທີ່ຈະເວົ້າໃຫ້ຄົນອື່ນທີ່ໃຊ້ລົດກະຊວງ ນອກຈາກຄົນທີ່ກ່າວມາໃນບົດຄວາມເທົ່ານັ້ນ

ຄົນຫນ້າຮັກ ຈິງໃຈ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ເຂດອື່ນຂ້ອຍກ່າບໍ່ຮູ້ວ່າເປັນແນວໃດ ແຕ່ເຂດບ້ານຂ້ອຍນະ ລູກເຈົ້າລູກນາຍພັດເສເພກວ່າລູກຫຼານຂອງປະຊາຊົນໄດ. ຍົກເວັ້ນບາງຄົນເດີ ເພາະຜູ້ໃຫຍບາງຄົນກໍ່ສອນໃຫ້ລູກຮູ້ຈັກວຽກງານ ແລະ ສອນໃຫ້ລູກຮູ້ຈັກຄວາມທຸກ, ຄວາມກະຕັນຍູ, ຄວາມຕັ້ງໃຈມານະອົດທົນ ແລະ ລູກຜູ້ໃຫຍ່ຂອງກຸ່ມຄົນເຫຼົ່ານັ້ນກໍ່ນິດໄສດີແທ້ ເປັນລູກທີ່ດີຂອງພໍ່ແມ່ ແລະ ແບບເປັນຢ່າງແກ່ຜູ້ອື່ນແທ້ ອັນນີ້ຂ້າພະເຈົ້າຂໍຊົມເຊີຍ.
ແຕ່ວ່າຕໍ່ກັບລູກຜູ້ໃຫຍ່ຜູ້ເສເພນີ້ຕິ ຂ້າພະເຈົ້າຈົນມານັ່ງຄິດວ່າເປັນເພາະສາຍເຫດອັນໃດ?
ເປັນເພາະຜູ້ເປັນພໍ່ແມ່ຫຍຸ້ງນຳແຕ່ນຳວຽກນຳງານແລ້ວບໍ່ມີເວລາສອນລູກບໍ?
ເປັນນຳຜູ້ເປັນພໍ່ແມ່ອຳນວຍຄວາມສະດວກໃຫ້ເຂົາໂພດຈົນເຂົາບໍ່ຮູ້ວ່າຄວາມທຸກມັນເປັນຈັ່ງໃດບໍ?
ເປັນນຳຜູ້ເປັນພໍ່ແມ່ຕັ້ງຄວາມຫວັງຂອງລູກໄວ້ສູງໂພດ ເມື່ອເຂົາເຮັດບໍ່ໄດ້ແລ້ວຄວາມຫວັງດັ່ງກ່າວໄດ້ລົ້ມລົງຈົນເຮັດໃຫ້ເຂົາເສຍຄົນບໍ?
ເປັນເພາະເຂົາຢາກອວດອົ່ງກຽດສັກສີ, ອຳນາດຂອງພໍ່ແມ່ເຂົາ ແລະ ຄິດວ່າການກະທຳຜິດເປັນພຽງເລື່ອງຈິບຈ້ອຍສຳລັບເຂົາເພາະມີຄົນຊິປະກັນອອກໄດ້ຢ່າງສະບາຍຊັ້ນບໍ?

ສະນັ້ນຕໍກັບບັນຫາຂ້າພະເຈົ້າຢາກໃຫ້ຄິດນຳກັນໝົດທຸກຄົນວ່າ ຢ່າບ້າອຳນາດ, ຢ່າເອົາເງິນມາເປັນຕົວຕັດສິນທຸກສິ່ງຢ່າງ ເພາະມີບາງຢ່າງທີ່ເງິນຊື້ບໍ່ໄດ້. ຖ້າທ່ານເອົາເງິນເປັນຕົວກຳນົດທຸກສິ່ງຢ່າງ ຊີວິດຂອງທ່ານກໍ່ຈະມີພຽງເງິນທີ່ໄຮ້ຄວາມຢຸດຕິທຳຮັກຄົນອື່ນ.


໒ ກະທູ້
໕໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Laosgirl ຂຽນວ່າ...
ແຮງເວົ້າຮອດລະແຮງເຈັບໃຈ ນິໄສ ແບບນີ້ ຂ້ອຍລະຄິດຮອດອະນາຄົດຂອງປະເທດເຮົາເດ້


ອ່ານແລ້ວ ເປັນຕາເຈັບໃຈ(ແຮງໆ) ອິຫຼີ.... ພຶດຕິກຳແບບນີ້ ນ່າຖຶ່ກປະໜາມທີສຸດ...

^if i know what love is, it's because of you^

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຂໍປະກາດວ່າ ຝີມື ການຂັບລົດ laosgirl ນັ້ນໂຫດຫລາຍ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜບອກວ່າໂລກນີ້ມີຄວາມຢຸດຕິທຳ



໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ຂາຍງົວສົ່ງຄວາຍຮຽນໜັງສື

K.Soubandith

໓ ກະທູ້
໑໙໑ ໂພສ
ນັກການກະທູ້
ຕ້ອງຂໍໂທດ ຈຂກທ ເດີ້ ຕອນນັ້ນຂ້ອຍອາລົມເສຍ ເພາະສາວທີ່ນັ່ງທາງຂ້າງ ລາວຕົດອູດຂ້ອຍ
ຂໍໂທດຫຼາຍໆ ເທື່ອໜ້າຂ້ອຍຈະຂັບໃຫ້ດີດີກວ່ານີ້ ອິອິ
(ບໍ່ກ່ຽວກັນເດີ້ 555)

When I saw you, I was afraid of meeting you. When I met you, I was afraid of kissing you.
When I kissed you, I was afraid to love you. Now that I love you, I'm afraid of losing you.

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຖິງ......................ເຈົ້າຂອງກະທູ້..
ຢາກໃຫ້ເຈົ້າເອົາທະບຽນ..ສີລົດ..ລຸ່ນ..ຢີ່ຫໍ້..ລົງໃຫ້ຄົບເລີຍ..
(ເປັນໄປໄດ້ຢາກໃຫ້ເອົາເລກຈັກພຸ້ນລ່ະ..ແຕ່ຄືສິເວີ່ໄປ)
ດ໋ຽວຈະຊ່ວຍປະຈານເອງ..

ຕາມທີ່ຂ້ອຍຮູ້ມາ..
ການທີ່ນັກສຶກສາສາມາດຈັບລົດປ້າຍຟ້າໄດ້..
ມີຢູ່ສອງກໍລະນີ..

1. ພໍ່ມັນໃຫຍ່..ແມ່ມັນໃຫຍ່ ເລີຍເອົາລົດໃຫ້ລູກມັນມາຂີ່ເລາະຫາລາກໄກ່ໄປກິນໃນນ້ຳ..
ໂດຍເອົາລົດຈາກກົມກອງ ຫຼື ແຫຼ່ງທີ່ຕົນສັງກັດມາ..

2. ປັຈຈຸບັນ ມີການນຳເອົາລົດເຖື່ອນ ຫຼື ລົດທີ່ໜີພາສີ ນຳເຂົ້າມາ..
ແຕ່ເຮັດຈັ່ງໃດໄດ້ ເມື່ອນຳຂຶ້ນປ້າຍເຫຼືອງບໍ່ໄດ້..
ກໍເລີຍເກີດຂະບວນການ Under The Table ເກີດຂຶ້ນ..
ຄືໃຊ້ເສັ້ນສາຍທີ່ໜາປານເສັ້ນເຂົ້າປຽກພະໄຊ..
ເພື່ອໃຫ້ລົດຄັນດັ່ງກ່າວສາມາດຂຶ້ນທະບຽນ ປ້າຍສີຟ້າ..
ແລ້ວເອົາອອກມາຂີ່ເລາະຢ່າງໜ້າຊື່ນຕາບານ..

ຂ້ອຍກໍຂໍແລກປ່ຽນມຸມມອງ ແລະ ຄວາມຮູ້ຕາມທີ່ຮູ້ມາ..
ມັນອາດຈະອອກແນວໂຈມຕີແດ່ (ແລະອາດມີຄົນມາໂຈມຕີຂ້ອຍ ເພາະໄປແຕະຕ້ອງລັດ)..
ແຕ່ກໍບໍ່ອາດປະຕິເສດໄດ້ວ່າປັນຫານີ້ມີແທ້..
ແລະແທ້ຈິງໃນສັງຄົມ..


໓ ກະທູ້
໒໕໐ ໂພສ
ນັກການກະທູ້
ອືມ ໃຜເກັ່ງ Drift ໃສ່ຫນ້າມັນ - -


໕ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ


Diow : Dying To Life
໒໖ ກະທູ້
໑໘໙໗ ໂພສ
ທີມງານພັນລາວ

ອ້າງອີງຂໍ້ຄວາມນີ້ ຂຽນເມື່ອ ປະມານ 14 ຊົ່ວໂມງ ກ່ອນໜ້ານີ້
ຂໍປະກາດວ່າ ຝີມື ການຂັບລົດ laosgirl ນັ້ນໂຫດຫລາຍ

ດຣາມ່າເອີຍ...ຈົບ

ເວົ້າໂພດເບາະ ດ່ຽວ ບໍ່ປານນັ້ນດອກ

ຄົນຫນ້າຮັກ ຈິງໃຈ

໐ ກະທູ້
໙໙ ໂພສ
ຂາປະຈຳເວັບບອດ
ເຮົາຈະບໍ່ຂໍເວົ້າຫຼາຍ
ຢ່າເອົາເງີນມາຕັດສີນບັນຫາ ຢ່າເອົາໜ້າພໍ່ໜ້າແມ່ມາອ້າງອີງ ຢ່າເອົາທຸກສີ່ງທຸກຢ່າງມາອວດອົງ ຢ່າເອົາອຳນາດມາບີບບັງຂັບພໍ່ແມ່ປະຊາຊົນ
ຢ່າເອົາຄົນຊີ້ອົ່ງມາເປັນນາຍ ຢ່ານັ່ງຢູ່ດຽວດາຍຖ້າຢາກສຳບາຍຕ້ອງອອກເຮືອເທແຮງ ຢ່າຢາກມີກຳລັງແຮງຕ້ອງມີຄວາມສາມະຄີ

ເປັນຫັຍງຄົນເຮົາຈີ່ງບໍ່ມີເມືອງພໍມີເທົ່າໃດແລ້ວຍັງຍາກມີອີກ ທັງໆທີ່ຕາຍໄປກໍ່ບໍ່ສາມາດເອົາຫັຍງໄປໄດ້

໐ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
ມັນໄປລັກລົດມາຕິເບາະ


໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ຄັນກົດຫມາຍອານູຍາດໃຫ້ເອົາຄົນກິນພາສີປະຊາຊົນເຮັດຜິດກົດຫມາຍມາປະຈານແຕ່ຊີຄັກນໍ
ແມ່ນຫວາໄດ້ຍີນເຂົາວາຫວຽດນາມຈີນຄັນພະນັກງານລັດເຮັດຜິດອອກຂ່າວປະຈານ

ແຕ່ຄົນກິນພາສີເຮົາມາຂົ່ມເຫັງເຮົານະມັນບໍຊອບປານໄດລະເວົ້າບາງປະເທດເດີ
ຂໍໂທດນຳຖ້າຂຽນແຮງນະ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໒ ກະທູ້
໑໐໑ ໂພສ
ນັກການກະທູ້
ແມ່ນໆໆ ການສຶກສາບໍ່ຊ່ວຍຫຍັງອີ່ຫລີ ຍອມນຳເລີຍພວກນິໄສແບບນິ - -


໕ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ເດັກນ້ອຍສະໄໝນີ້ ຮຽນຍັງບໍ່ຈົບກະມີລົດປະຈຳຕຳແໜ່ງແລ້ວ... ຂີ່ລົດລາຄາແພງ ປ້າຍສີຟ້າອີກຕ່າງຫາກ.


໙ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ນີ້ແຫຼະບັນດາລູກຜູ້ໃຫຍ່ນະ ຄັນບໍ່ແມ່ນລົດປະຈຳຕຳແໜ່ງພໍ່ມັນກາຕ້ອງແມ່ນລົດສ່ວນໂຕແຕ່ເອົາໄປແລ່ນເປັນປ້າຍລັດ ຂໍໃຫ້ມັນຕາຍໃນປີໃໝ່ນີ້ເລີຍສະປະເທດລາວຄືຊີຈະເລີນຂື້ນຕື່ມ ຂ້ອຍໂຄດໆໆໆໆໆໆໆໆໆໆໆໆຊັງບັນດາຜູ້ໃຫຍ່ທີ່ໃຊ້ອຳນາດແລະຊື່ສຽງໄປໃນທາງທີ່ຜິດແນວນີ້ ປານໃດພວກແນວນີ້ຊິຕາຍເດ້ເນາະ.


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າຍນ້ອງເຮົາ ຢ່າຟ້າວຕີໂພຍຕີພາຍໄປທົ່ວທີບ ເພາະເຮົາບໍ່ແມ່ນຕົວລະຄອນຕົວນັ້ນ
ບາງທີລາວອາດຈະຟ້າວດ້ວຍເຫດຜົນບາງຢ່າງ ເຊັ່ນ: ອາດມີີຄົນຕ້ອງການຄວາມຊ່ວຍເຫຼືອຈາກລາວຢູ່, ພີ່ນ້ອງລາວອາດຈະໄດ້ຮັບອຸປະຕິເຫດຫຼືເຈັບປ່ວຍ, ແລະອື່ນໆທີ່ເຮັດໄຫ້ລາວຈຳເປັນຕ້ອງປະພຶດເຊັ່ນນັ້ນ


໙ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ grasshopper ຂຽນວ່າ...
ອ້າຍນ້ອງເຮົາ ຢ່າຟ້າວຕີໂພຍຕີພາຍໄປທົ່ວທີບ ເພາະເຮົາບໍ່ແມ່ນຕົວລະຄອນຕົວນັ້ນ
ບາງທີລາວອາດຈະຟ້າວດ້ວຍເຫດຜົນບາງຢ່າງ ເຊັ່ນ: ອາດມີີຄົນຕ້ອງການຄວາມຊ່ວຍເຫຼືອຈາກລາວຢູ່, ພີ່ນ້ອງລາວອາດຈະໄດ້ຮັບອຸປະຕິເຫດຫຼືເຈັບປ່ວຍ, ແລະອື່ນໆທີ່ເຮັດໄຫ້ລາວຈຳເປັນຕ້ອງປະພຶດເຊັ່ນນັ້ນ

ເອີອັນນັ້ນກາແມ່ນຢູ່


໕ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ grasshopper ຂຽນວ່າ...
ອ້າຍນ້ອງເຮົາ ຢ່າຟ້າວຕີໂພຍຕີພາຍໄປທົ່ວທີບ ເພາະເຮົາບໍ່ແມ່ນຕົວລະຄອນຕົວນັ້ນ
ບາງທີລາວອາດຈະຟ້າວດ້ວຍເຫດຜົນບາງຢ່າງ ເຊັ່ນ: ອາດມີີຄົນຕ້ອງການຄວາມຊ່ວຍເຫຼືອຈາກລາວຢູ່, ພີ່ນ້ອງລາວອາດຈະໄດ້ຮັບອຸປະຕິເຫດຫຼືເຈັບປ່ວຍ, ແລະອື່ນໆທີ່ເຮັດໄຫ້ລາວຈຳເປັນຕ້ອງປະພຶດເຊັ່ນນັ້ນ



ຄົນຫນ້າຮັກ ຈິງໃຈ

໕ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ແຫະໆໆ ອ້າງອີງໄປລະ ລືມພິມໃສ່ ມາພິມທາງລຸ່ມນີ້ກາໄດ້ເນາະ
ຖ້າມັນເປັນຄືເຈົ້າເວົ້າ ຂ້ອຍກາສິບໍ່ວ່າຫຍັງຂະເຈົ້າດອກ ແຕ່ຜ່ານການສັງເກດເບິ່ງແລ້ວ ບໍ່ໄດ້ຟ້າວໄປວຽກໄປງານຫຍັງດອກ
ແບບວ່າຈອງຫອງໄປຈັ່ງຊັ້ນລະ ເພາະຂ້ອຍເຫັນລາວ (ມັນ) ແຊງລົດຄັນອື່ນກາແບບດຽວກັນນີ້ ເຫັນມາກັບຕາ ແບບວ່າ ຕັດຫນ້າລົດອີກຄັນຫນຶ່ງ
ລະກາດ້ວຍຄວາມບັງເອີນອີກທີ່ຫລັງຈາກຂ້ອຍ ຂີ່ຕິດເລນຂວາມາ ລາວ (ມັນ)ແຊງລົດອີກຄັນມາ ກາຊ້ຳພັດ ມາຂີ່ທາງຫນ້າຂ້ອຍອີກ ຊັ້ນຂ້ອຍສິຖ່າຍຮູບລົດ ລາວ (ມັນ) ທັນ ເຫັນປ້າຍລົດ ລະກາເຫັນວ່າໃນລົດມີກັນຢູ່ປະມານ ຫ້າ ຄົນ ແລ້ວກໍ່ລ້ຽວເຂົ້າຮ່ອມ ທາງຂ້າງຕຶກທະນາຄານຂອງ ໂຄລາວ
ຈາກການຄາດການຂອງຂ້ອຍຄິດວ່າຫນ້າຈະໄປງານລ້ຽງໂຮງຮຽນມາ ກໍ່ເປັນໄປໄດ້.

ຄົນຫນ້າຮັກ ຈິງໃຈ

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>