໙ ກະທູ້ ໓໐ ໂພສ
ຂາປະຈຳເວັບບອດ
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
<a href="http://img.laoupload.com/"><img src="http://img.laoupload.com/images/11369655597818627287.jpg" border="0" alt="img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!!" /></a>
ເຫດເກີດຂຶ້ນໃນເວລາ 9:21 ໂມງ(ເຊົ້າ)ຂອງວັນທີ 28 ມິຖຸນາ 2011 ເມື່ອມີລົດບັນທຸກຫີນ-ຊາຍ ໄດ້ເກາະເອົາສາຍໄຟບໍລິເວນບ້ານດົງນາໂຊກເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນເວລາທີ່ກຳລັງປະຕິບັດງານ (ຖອກດິນ) ໂຄງການກໍ່ສ້າງເສັ້ນທາງ ເຮັດໃຫ້ເສົາໄຟຟ້າສູງ 16 ແມັດ ລົ້ມເຖິງ 8 ຕົ້ນ ສ້າງຄວາມເສຍຫາຍຫຼາຍຮ້ອຍລ້ານກີບ.
ອີງຕາມການໃຫ້ສຳພາດຂອງທ່ານ ຄຳສິງ ເຄນກິຕິສັກ ຫົວໜ້າພະແນກປະຊາສຳພັນໄຟຟ້ານະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ເຫດເກີດຂຶ້ນຄັ້ງນີ້ ແມ່ນໄດ້ສ້າງຄວາມເສຍຫຼາຍຢ່າງຫຼວງຫຼາຍ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການຊົມໃຊ້ໄຟຟ້າຂອງພໍ່ແມ່ປະຊາຊົນ ໂດຍສະເພາະແມ່ນບັນດາຫົວໜ່ວຍທຸລະກິດ ໂຮງຈັກໂຮງງານ ເພາະຈຸດທີ່ເກີດເຫດແມ່ນຢູ່ລະຫວ່າງ ສະຖານີໄຟຟ້າດົງນາໂຊກ ກັບ ສະຖານີໄຟຟ້າໂພນຕ້ອງ ເຮັດໃຫ້ການກະຈາຍໄຟຟ້າອາດບໍ່ພຽງພໍກັບຄວາມຕ້ອງການ ແຕ່ລັດວິສາຫະກິດໄຟຟ້າລາວ ກໍຄືໄຟຟ້ານະຄອນຫຼວງວຽງຈັນ ເລັ່ງສ້ອມແປງ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ ໂດຍຈະໃຫ້ສຳເລັດ ແລະ ສາມາດນຳໃຊ້ໄດ້ຄືເກົ່າໃນເວລາ 2-3 ມື້ ສຳລັບມູນຄ່າເສຍຫາຍແມ່ນຍັງບໍ່ສາມາດຄາດຄະເນໄດ້ ເພາະນອກຈາກໄຟຟ້າທີ່ໄດ້ຮັບຜົນກະທົບແລ້ວ ເຫດເກີດຂຶ້ນຄັ້ງນີ້ຍັງໄດ້ສົ່ງຜົນກະທົບຕໍ່ບັນດາບໍລິສັດໂທລະຄົມ ແລະ ໂທລະພາບໃຊ້ສາຍ ອີກດ້ວຍ.
ເຫດທີ່ເກີດຂຶ້ນຄັ້ງນີ້ ຝ່າຍໃດຝ່າຍໜຶ່ງຕ້ອງໄດ້ຮັບຜິດຊອບຢ່າງແນ່ນອນ ແຕ່ຂໍໃຫ້ເລື່ອງນີ້ເປັນອຸທາຫອນໃຫ້ບັນດາຜູ້ຂັບຂີ່ ຕ້ອງໄດ້ເບິ່ງຢ່າງຖີ່ຖ້ວນ ເພື່ອບໍ່ໃຫ້ເກີດມີບັນຫາຄ້າຍຄືດັ່ງກ່າວ ເພາະເປັນເລື່ອງທີ່ຫຼາຍຄົນບໍ່ຢາກໃຫ້ເກີດຂຶ້ນ.
ຈາກ:ວຽງຈັນໃໝ່
|
໑໘ ກະທູ້ ໒໐໖໐ ໂພສ
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ
|
໒ ກະທູ້ ໑໖໗໗ ໂພສ
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຂອບໃຈທີ່ເອົາເລື່ອງດີໆໆ ມາໂພດ
|
໔ ກະທູ້ ໑໒໗໑ ໂພສ
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຂອບໃຈທີ່ໃຫ້ຂໍ້ມູນຂ່າວສານ
|
໔໒ ກະທູ້ ໒໖໐໑ ໂພສ
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເຮັດໃຫ້ຂ້ອຍເດືອດຮ້ອນນຳເລີຍ...ເຂົ້າຮ່ອມນັ້ນບໍ່ໄດ້!!
ຢາກຮູ້ວ່າແປງແລ້ວຫຼືຍັງ??
|
໒ ກະທູ້ ໑໖໗໗ ໂພສ
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|
໔໘ ກະທູ້ ໑໙໓໑ ໂພສ
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ໃຜຈະເປັນຄົນຮັບຜິດຊອບລະນິ
ຮັກແທ້ຄືແມ່ຂ້າ ຮັກຕໍ່ມາຄືແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ
|
໙ ກະທູ້ ໓໐ ໂພສ
ຂາປະຈຳເວັບບອດ
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຕາຢ້ານເນາະ
|
໑ ກະທູ້ ໒໖໔໑ ໂພສ
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ແປງແລ້ວລະຕິປ້ານນີ້
|
໒໑ ກະທູ້ ໑໔໘໗ ໂພສ
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ມື້ນີ້ເຂົາເຈົ້າກຳລັງແປງ ປິດໄຟຟ້າເຂດນັ້ນໝົດມື້.
ຄິດດີ ເວົ້າດີ ເຮັດດີ
|
໗ ກະທູ້ ໑໙໐ ໂພສ
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
THE GUNNER
|
໔໔ ກະທູ້ ໓໖໘໘ ໂພສ
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຂອບໃຈທີ່ແບ່ງປັນຂ່າວສາຣ..
|
໐ ກະທູ້ ໑໒໙ ໂພສ
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ແປງລະຕິປານນິ
ຂ້ອຍຮັກປະເທດລາວ
|
໙ ກະທູ້ ໓໐ ໂພສ
ຂາປະຈຳເວັບບອດ
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ລະວັງຊ່ວຍກັນເດີ້ຄົນແຖວນັ້ນ
|
໒໒ ກະທູ້ ໑໑໘໕ ໂພສ
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຄົນຂັບຂາດປະສົບການ
ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ
|
໒ ກະທູ້ ໔໒໑ ໂພສ
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຂອບໃຈທີ່ໃຫ້ຂໍ້ມູນ
..........................................................................
..........................................................................
|
໒ ກະທູ້ ໑໖໗໗ ໂພສ
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ແລ້ວລະບໍ່ແປງໄຟນາ
|