ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຈະລາຈອນ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຈະລາຈອນ » ແຈ້ງການ!! ການນຳໃຊ້ເສັ້ນທາງສັນຈອນ ແລະ ສະຖານທີ່ຈອດລົດ ໄລຍະ​ບຸນ​ນະ­ມັດ­ສະ­ການ​ພຣະ​ທາດ­ຫຼວງ 2011

໓໑ ກະທູ້
໑໘໘ ໂພສ
ນັກການກະທູ້
ເຖິງ: ສຳ­ນັກ­ງານ ອົງ­ການ ຫົວ­ໜ່ວຍ​ທຸ­ລະ​ກິດ ອົງ​ການ­ຈັດ­ຕັ້ງ​ສາ­ກົນ ພະ­ນັກ­ງານ ລັດ­ຖະ­ກອນ ທະ­ຫານ ຕຳ­ຫຼວດ ພໍ່​ແມ່​ປະ­ຊາ­ຊົນ ຕະ­ຫຼອດ​ຮອດ​ແຂກ​ຕ່າງ​ດ້າວ​ຊາວ​ຕ່າງ­ປະ­ເທດ ທີ່​ມາ​ທ່ຽວ​ງານ​ບຸນ​ນະ­ມັດ­ສະ­ການ​ພຣະ​ທາດ­ຫຼວງ ແລະ ງານ​ຕະ­ຫຼາດ­ນັດ 2011.

ເລື່ອງ: ການ​ນຳ​ໃຊ້​ເສັ້ນ­ທາງ​ສັນ­ຈອນ ແລະ ສະ­ຖານ­ທີ່​ຈອດ​ລົດ​ໃນ​ໄລ­ຍະ​ບຸນ​ນະ­ມັດ­ສະ­ການ​ພຣະ​ທາດ­ຫຼວງ ແລະ ງານ​ຕະ­ຫຼາດ­ນັດ 2011.



ເພື່ອ​ເຮັດ​ໃຫ້​ບຸນ​ນະ­ມັດ­ສະ­ການ​ພຣະ​ທາດ­ຫຼວງ ແລະ ງານ​ຕະ­ຫຼາດ­ນັດ 2011 ໄດ້​ດຳ­ເນີນ​ໄປ​ດ້ວຍ​ບັນ­ຍາ­ກາດ​ແຫ່ງ​ຄວາມ​ເບີກ­ບານ​ມ່ວນ­ຊື່ນ ຮັກ­ສາ​ໄດ້​ເອ­ກະ­ລັກ​ວັດ­ທະ­ນະ­ທຳ​ອັນ​ດີ­ງາມ​ຂອງ​ຊາດ ຮັບ­ປະ­ກັນ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ແລະ ຄວາມ​ສະ­ອາດ​ສວຍ​ງາມ.



ກອງ​ບັນ­ຊາ​ການ ປກສ ນະ­ຄອນ­ຫຼວງ​ວຽງ​ຈັນ ຈຶ່ງ​ແຈ້ງ​ມາ​ຍັງ​ທຸກ​ພາກ­ສ່ວນ ທຸກ​ຊັ້ນ​ຄົນ ຮ່ວມ​ມື ແລະ ຈັດ​ຕັ້ງ​ປະ­ຕິ­ບັດ​ດັ່ງ­ນີ້:



1.ວ່າ​ດ້ວຍ​ສະ­ຖານ­ທີ່​ຈອດ​ລົດ​ປະ­ເພດ​ຕ່າງໆ:

P ພິ­ເສດ ອະ­ນຸ­ຍາດ​ເຂົ້າ​ຈອດ​ຢູ່​ໜ້າ​ຫໍ​ສະ­ພາ​ແຫ່ງ​ຊາດ.

P1 ອະ­ນຸ­ຍາດ​ໃຫ້​ຈອດ​ຢູ່​ເດີ່ນ​ຫໍ​ສະ­ພາ​ດ້ານ​ໜ້າ ແລະ ດ້ານ​ຂ້າງ.

P2 ອະ­ນຸ­ຍາດ​ໃຫ້​ຈອດ​ຢູ່​ເດີ່ນ​ຫໍ​ສະ­ພາ​ດ້ານ​ຂ້າງ ຫຼື ວ່າ​ເດີ່ນ​ດາວ​ແດງ​ເກົ່າ.

ສຳ­ລັບ​ລົດ​ຂົນ­ສົ່ງ​ມວນ​ຊົນ ລົດ​ຕຸກໆ-ຈຳ​ໂບ້ ລົດ​ຂົນ­ສົ່ງ​ໂດຍ­ສານ ອະ­ນຸ­ຍາດ​ຈອດ​ໄວ້​ຊົ່ວ­ຄາວ ເພື່ອ​ສົ່ງ​ຄົນ​ໂດຍ­ສານ​ລົງ​ຕາມ​ຈຸດ​ທີ່​ໄດ້​ກຳ­ນົດ​ເຊັ່ນ: ຂົວ​ຮ່ອງ​ແຊງ​ໄປ​ທາງ​ໂພນ​ພະ​ເນົາ ເສັ້ນ­ທາງ​ວຽງ​ຈະ­ເລີນ ຕະ­ຫຼາດ​ທາດ­ຫຼວງ ສີ​ສັງ­ວອນ-ໂພນ​ໄຊ ປະ­ຕູ​ໄຊ ໂພນ​ສະ­ອາດ ແລະ ຮ່ອມ​ໂຮງ­ຮຽນ​ມັດ­ທະ­ຍົມ​ໜອງ​ສ້າງ​ທໍ່.

ສະ­ເພາະ​ລົດ­ຍົນ ລົດ­ຈັກ ລົດ­ຖີບ ສາມ​ລໍ້ ທີ່​ມີ​ຈຸດ­ປະ­ສົງ​ໄປ​ທ່ຽວ​ງານ​ບຸນ​ນະ­ມັດ­ສະ­ການ​ພຣະ​ທາດ­ຫຼວງ ແລະ ງານ​ວາງ­ສະ­ແດງ​ສິນ­ຄ້າ​ລາວ-ໄອ​ເຕັກ ແລະ ເດີ່ນ​ທາດ­ຫຼວງ ແມ່ນ​ໃຫ້​ຈອດ​ຕາມ​ສະ­ຖານ­ທີ່​ຈອດ​ລົດ​ທີ່​ທາງ​ຄະ­ນະ​ກຳ­ມະ­ການ​ຈັດ​ງານ​ບຸນ​ກຳ­ນົດ​ໄວ້ ເຊິ່ງ​ມີ​ເຈົ້າ​ໜ້າ­ທີ່​ອຳ­ນວຍ​ຄວາມ​ສະ­ດວກ​ຕາມ​ຈຸດ​ຕ່າງໆ.

ພາ­ຫະ­ນະ​ທີ່​ມາ​ຈາກ​ເສັ້ນ­ທາງ 13 ເໜືອ ແມ່ນ​ອະ­ນຸ­ຍາດ​ຈອດ​ລານ​ຈອດ​ລົດ​ປະ­ຕູ​ໄຊ ຈອດ​ຕາມ​ທາງ​ຮ່ອມ​ຕ່າງໆ​ບ້ານ​ສີ​ບຸນ​ເຮືອງ ທີ່​ເຫັນ​ວ່າ​ມີ​ຄວາມ​ປອດ​ໄພ ແລະ ບໍ່​ເປັນ​ການ​ກີດ­ຂວາງ​ການ​ສັນ­ຈອນ​ຂອງ​ພາ­ຫະ­ນະ​ອື່ນໆ ສະ­ເພາະ​ລົດ­ເມ ລົດ​ໂດຍ­ສານ ລົດ 6 ລໍ້​ຂຶ້ນ​ໄປ.

ພາ­ຫະ­ນະ​ທີ່​ມາ​ຈາກ​ເສັ້ນ­ທາງ 13 ໃຕ້ ແລະ ເສັ້ນ­ທາງ​ເລກ 10 ບ້ານ​ເກິນ ແມ່ນ​ໃຫ້​ເຂົ້າ​ຈອດ​ລຽບ​ຕາມ​ທາງ​ບ້ານ​ໂພນ​ພະ​ເນົາ ຈອດ​ຕາມ​ທາງ​ຮ່ອມ​ຕ່າງໆ​ທີ່​ເຫັນ​ວ່າ​ມີ​ຄວາມ​ຮັບ­ປະ­ກັນ​ຄວາມ​ປອດ​ໄພ ສະ­ເພາະ​ລົດ­ເມ ລົດ​ໂດຍ­ສານ ລົດ 6 ລໍ້​ຂຶ້ນ​ໄປ.

ພາ­ຫະ­ນະ​ທີ່​ມາ​ຈາກ​ເສັ້ນ­ທາງ​ທ່າ​ເດື່ອ ເມືອງ​ຫາດ​ຊາຍ​ຟອງ ອະ­ນຸ­ຍາດ​ໃຫ້​ຈອດ​ຢູ່​ຕາມ​ຊອຍ​ບ້ານ​ສະ­ພັງ​ໝໍ້ ແລະ ເສັ້ນ­ທາງ​ໂພນ​ສີ​ນວນ ສະ­ເພາະ​ລົດ­ເມ ລົດ​ໂດຍ­ສານ ລົດ 6 ລໍ້​ຂຶ້ນ​ໄປ.



2.ວ່າ​ດ້ວຍ​ການ​ນຳ​ໃຊ້​ເສັ້ນ­ທາງ​ໃນ​ໄລ­ຍະ​ງານ​ບຸນ:

ລົດ​ທີ່​ບໍ່​ມີ​ຈຸດ­ປະ­ສົງ​ມາ​ທ່ຽວ­ບຸນ ທີ່​ແລ່ນ​ມາ​ແຕ່​ເສັ້ນ­ທາງ​ໄກ­ສອນ-ດອນ​ໜູນ ບໍ່​ມີ​ຈຸດ­ປະ­ສົງ​ເຂົ້າ​ໄປ​ທ່ຽວ​ໃນ​ງານ​ບຸນ ແຕ່​ມີ​ຄວາມ​ປະ­ສົງ​ຈະ​ເຂົ້າ​ໄປ​ໃນ​ເມືອງ ໃຫ້​ແລ່ນ​ໄປ​ຕາມ​ເສັ້ນ­ທາງ​ດົງ​ໂດກ ຮອດ​ໄຟ​ແດງ​ດົງ​ໂດກ ລ້ຽວ​ຂວາ​ໄປ​ຕາມ​ເສັ້ນ­ທາງ​ດົງ​ໂດກ-ໂພນ​ຕ້ອງ ແລ້ວ­ໄປ​ຕາມ​ຈຸດ­ປະ­ສົງ ຫຼື ໄປ​ຮອດ​ໄຟ​ແດງ​ຕານ​ມີ​ໄຊ ລ້ຽວ​ຊ້າຍ​ເຂົ້າ ເສັ້ນ­ທາງ​ຫ້ວຍ​ຫົງ ອອກ​ໃສ່​ດອນ​ແດງ ແລ້ວ­ໄປ​ຕາມ​ຈຸດ­ປະ­ສົງ.

ລົດ​ທີ່​ແລ່ນ​ມາ​ຈາກ​ເສັ້ນ­ທາງ 13 ໃຕ້ ເສັ້ນ­ທາງ​ເລກ 10 ຕໍ່​ໃສ່​ເສັ້ນ­ທາງ​ໄກ­ສອນ ບໍ່​ມີ​ຈຸດ­ປະ­ສົງ​ທ່ຽວ​ງານ​ບຸນ ມາ​ຮອດ​ໄຟ​ແດງ​ບ້ານ​ໜອງ​ໜ່ຽງ ອາດ​ລ້ຽວ​ຊ້າຍ​ເຂົ້າ​ໄປ​ຕາມ​ເສັ້ນ­ທາງ​ບ້ານ​ໜອງ​ໜ່ຽງ ອອກ​ໃສ່​ບ້ານ​ວັງ​ຊາຍ ແລ້ວ­ໄປ​ຕາມ​ຈຸດ­ປະ­ສົງ ຫຼື ລ້ຽວ​ຂວາ ອອກ​ໃສ່​ເສັ້ນ­ທາງ 150 ຕຽງ ແລ້ວ­ໄປ​ຕາມ​ຈຸດ­ປະ­ສົງ.

ສະ­ເພາະ​ລົດ​ບັນ­ທຸກ​ທີ່​ແລ່ນ​ມາ​ແຕ່​ເສັ້ນ­ທາງ 13 ເໜືອ ມີ​ຈຸດ­ປະ­ສົງ​ໄປ​ຂົວ​ມິດ­ຕະ­ພາບ ໃຫ້​ແລ່ນ​ຕາມ​ເສັ້ນ­ທາງ​ໜອງ​ບຶກ-ດົງ​ໂດກ ອອກ​ໃສ່​ເສັ້ນ­ທາງ 450 ປີ ໄປ​ຫາ​ຂົວ​ມິດ­ຕະ­ພາບ.

ລົດ​ບັນ­ທຸກ​ທີ່​ແລ່ນ​ມາ​ແຕ່​ເສັ້ນ­ທາງ 13 ເໜືອ ມີ​ຈຸດ­ປະ­ສົງ​ໄປ​ເສັ້ນ­ທາງ 13 ໃຕ້ ມາ​ຮອດ 3 ແຍກ​ໜອງ​ບຶກ ໃຫ້​ລ້ຽວ​ຊ້າຍ​ເຂົ້າ​ເສັ້ນ­ທາງ​ໜອງ​ບຶກ-ດົງ​ໂດກ ອອກ​ໃສ່​ສີ່​ແຍກ​ໄຟ​ແດງ​ດົງ​ໂດກ ໄປ​ຕາມ​ຈຸດ­ປະ­ສົງ.

ລົດ​ບັນ­ທຸກ​ທີ່​ມາ​ແຕ່​ຂົວ​ມິດ­ຕະ­ພາບ ມີ​ຈຸດ­ປະ­ສົງ​ໄປ​ເສັ້ນ­ທາງ 13 ໃຕ້ ໃຫ້​ແລ່ນ​ໄປ​ເສັ້ນ­ທາງ 450 ປີ ອອກ​ຫຼັກ 21.

ລົດ​ບັນ­ທຸກ​ທີ່​ແລ່ນ​ມາ​ແຕ່​ເສັ້ນ­ທາງ 13 ໃຕ້ ມີ​ຈຸດ­ປະ­ສົງ​ໄປ​ຂົວ​ມິດ­ຕະ­ພາບ ມາ​ຮອດ​ຫຼັກ 21 ໃຫ້​ລ້ຽວ​ຊ້າຍ ເຂົ້າ​ເສັ້ນ­ທາງ​ຫຼັກ 21 ອອກ​ໃສ່​ເສັ້ນ­ທາງ 450 ປີ ລ້ຽວ​ຊ້າຍ​ໄປ​ຂົວ​ມິດ­ຕະ­ພາບ.

ຖ້າ​ຫາກ​ການ​ສັນ­ຈອນ​ມີ​ຄວາມ​ສັບ­ສົນ ເຈົ້າ​ໜ້າ­ທີ່​ພວກ​ເຮົາ​ຈະ​ໄດ້​ແຍກ​ລົດ​ຢູ່​ຈຸດ​ໄຟ​ແດງ​ດົງ​ໂດກ ໃຫ້​ລ້ຽວ​ຂວາ​ໄປ​ໃຊ້​ເສັ້ນ­ທາງ​ດົງ​ໂດກ-ໜອງ​ບຶກ ຮອດ​ສາມ​ແຍກ​ປະ­ຕູ­ໂຂງ ມ.ຊ ແລ້ວ​ລ້ຽວ​ຊ້າຍ​ໄປ​ຕາມ​ເສັ້ນ­ທາງ​ດົງ​ໂດກ-ໂພນ​ຕ້ອງ ຫຼື ຮອດ​ໄຟ​ແດງ​ຕານ​ມີ​ໄຊ ໃຫ້​ລ້ຽວ​ຊ້າຍ​ໄປ​ຕາມ​ເສັ້ນ­ທາງ​ຕານ​ມີ​ໄຊ-ດອນ​ແດງ.



3.ວ່າ​ດ້ວຍ​ເສັ້ນ­ທາງ​ຫ້າມ​ຈອດ:

ເສັ້ນ­ທາງ​ໄກ­ສອນ ພົມ­ວິ­ຫານ ແຕ່​ສາມ​ແຍກ​ໂພນ​ພະ​ເນົາ ເຖິງ ປະ­ຕູ​ໄຊ.

ເສັ້ນ­ທາງ​ໜອງ​ບອນ ແຕ່​ໄຟ​ແດງ​ທາດ​ຝຸ່ນ ເຖິງ ສາມ​ແຍກ​ນາ​ໄຊ ແລະ ສາມ​ແຍກ​ນາ​ໄຊ ເຖິງ ສາມ​ແຍກ​ຕັງ​ສະ​ປັກ (ສີ​ສັງ­ວອນ).

ສາມ​ແຍກ​ນາ​ໄຊ ເຖິງ ວົງ­ວຽນ 450 ປີ.

ສາມ​ແຍກ​ສະ­ຖານ­ທູດ​ຫວຽດ­ນາມ ເຖິງ ສີ່​ແຍກ​ໄຟ​ແດງ​ໂພນ​ໄຊ.



4.ມາດ​ຕະ­ການ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ:

ມອບ​ໃຫ້ ປກສ ເມືອງ ປກສ ກຸ່ມ​ບ້ານ ປກສ ບ້ານ ສົມ­ທົບ​ກັບ​ອຳ­ນາດ​ການ​ປົກ­ຄອງ​ບ້ານ ຈັດ​ຕັ້ງ​ເຜີຍ­ແຜ່​ແຈ້ງ​ການ​ສະ­ບັບ​ນີ້ ໃຫ້​ປະ­ຊາ­ຊົນ​ຊັ້ນ​ຄົນ​ຕ່າງໆ​ຮັບ​ຮູ້​ຢ່າງ​ເລິກ­ເຊິ່ງ ແລະ ຮ່ວມ​ມື​ຢ່າງ​ເຂັ້ມ​ງວດ.

ໃນ​ກໍ­ລະ­ນີ​ເຈົ້າ​ໜ້າ­ທີ່​ກວດ­ກາ​ພົບ​ເຫັນ​ການ​ປະ­ພຶດ​ທີ່​ເປັນ​ການ​ລະ­ເມີດ ຕ້ອງ​ໄດ້​ສຶກ​ສາ​ອົບ­ຮົມ​ກ່າວ​ເຕືອນ ປັບ­ໄໝ ຫຼື ດຳ­ເນີນ​ມາດ​ຕະ­ການ​ແກ້​ໄຂ​ຢ່າງ​ເດັດ­ຂາດ ສົມ​ຄູ່​ກັບ​ລັກ­ສະ­ນະ​ຂອງ​ພຶດ­ຕິ​ກຳ​ລະ­ເມີດ​ດັ່ງ­ກ່າວ.

ມອບ​ໃຫ້​ພະ​ແນກ​ຕຳ­ຫຼວດ​ຈະ­ລາ­ຈອນ​ເປັນ​ຫຼັກ​ແຫຼ່ງ ເປັນ­ໃຈ​ກາງ​ປະ­ສານ​ງານ​ກັບ​ທຸກ​ພາກ­ສ່ວນ ຂະ­ແໜງ­ການ ອຳ­ນາດ​ການ​ປົກ­ຄອງ​ທຸກ​ຂັ້ນ ເພື່ອ​ຮ່ວມ​ມື​ຈັດ​ຕັ້ງ​ປະ­ຕິ­ບັດ​ແຈ້ງ​ການ​ສະ­ບັບ​ນີ້​ໃຫ້​ໄດ້​ຮັບ​ຜົນ​ດີ ຕະ­ຫຼອດ​ໄລ­ຍະ​ແຫ່ງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມີ​ຂໍ້​ສະ­ດວກ ພົບ​ຂໍ້​ຫຍຸ້ງ­ຍາກ​ປະ­ການ​ໃດ​ຮີບ​ຮ້ອນ​ລາຍ​ງານ​ຂໍ​ຄຳ​ເຫັນ​ນຳ​ກອງ​ບັນ­ຊາ​ການ ປກສ ນະ­ຄອນ­ຫຼວງ​ວຽງ​ຈັນ ເພື່ອ​ຊີ້​ນຳ­ທັນ​ການ.



ດັ່ງ­ນັ້ນ ຈຶ່ງ​ແຈ້ງ​ການ​ມາ​ຍັງ​ທຸກ​ພາກ­ສ່ວນ ທຸກ​ຊັ້ນ​ຄົນ ເພື່ອ​ຊາບ ແລະ ຮ່ວມ​ມື ຈັດ​ຕັ້ງ​ປະ­ຕິ­ບັດ​ແຈ້ງ​ການ​ສະ­ບັບ​ນີ້​ຢ່າງ​ເຂັ້ມ​ງວດ.

Credit: http://www.vientianemai.net/teen/khao/1/4837


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປີກາຍນີ້ ເຫຼືອໃຈຫຼາຍ
ໄປບຸນທາດຫຼວງ ໄປຮອດອານຸສາວະລີຕອນ ແປດໂມງ
12 ໂມງ (ທ່ຽງຄືນ) ຈຶ່ງໄປລຸໄປຮອດເຂດແດນທາດຫຼວງ !!! (ບ້ານໝູ່ນ້າບ່າວຢູ່ແຖວນັ້ນ)

ປີນີ້ ຈະຈອດໄວ້ ອານຸສາວະລີ ລະຊິຍ່າງຂຶ້ນໄປທາດຫຼວງເອົາດອກວະ !!!

I believe in the IMPOSSIBLE

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ປີກາຍນີ້ ເຫຼືອໃຈຫຼາຍ
ໄປບຸນທາດຫຼວງ ໄປຮອດອານຸສາວະລີຕອນ ແປດໂມງ
12 ໂມງ (ທ່ຽງຄືນ) ຈຶ່ງໄປລຸໄປຮອດເຂດແດນທາດຫຼວງ !!! (ບ້ານໝູ່ນ້າບ່າວຢູ່ແຖວນັ້ນ)

ປີນີ້ ຈະຈອດໄວ້ ອານຸສາວະລີ ລະຊິຍ່າງຂຶ້ນໄປທາດຫຼວງເອົາດອກວະ !!!

ໄປຈອດໄວ້ບ້ານຂ້ອຍກະໄດ້


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລົດຫລາຍໂຄດ.....


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Noukip ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ປີກາຍນີ້ ເຫຼືອໃຈຫຼາຍ
ໄປບຸນທາດຫຼວງ ໄປຮອດອານຸສາວະລີຕອນ ແປດໂມງ
12 ໂມງ (ທ່ຽງຄືນ) ຈຶ່ງໄປລຸໄປຮອດເຂດແດນທາດຫຼວງ !!! (ບ້ານໝູ່ນ້າບ່າວຢູ່ແຖວນັ້ນ)

ປີນີ້ ຈະຈອດໄວ້ ອານຸສາວະລີ ລະຊິຍ່າງຂຶ້ນໄປທາດຫຼວງເອົາດອກວະ !!!

ໄປຈອດໄວ້ບ້ານຂ້ອຍກະໄດ້



ບ້ານຢູ່ໃສ ??

ຢ່າບອກໃດ໋ ວ່າຢູ່ແຖວສາຍລົມ ຫະຫະຫະຫະ

I believe in the IMPOSSIBLE

໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາວຫຼາຍ ບໍ່ໄດ້ອ່ານ ຮາໆໆໆ


໑ ກະທູ້
໕໗໐ ໂພສ
ຊຳນານການເວັບບອດ


໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປເອົາບຸນກ່ອນນ້າ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຝາກມ່ວນແດ່ເດີ້

ຄິດດີ ເວົ້າດີ ເຮັດດີ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໄປເລາະຊື້ເຄື່ອງເດ ອິອິ