ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຈະລາຈອນ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຈະລາຈອນ » ມີຄຳຕອບ ເປັນຫຍັງຂົວທ່າງ່ອນຈຶ່ງຍັງເກັບຄ່າພ່ານທາງ ທັງໆທີ່ລັດຖະບານຍົກເລີກຂົວແຫ່ງອື່ນທັງໝົດທົ່ວປະເທດໄປແລ້ວ

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 21 ທັນ­ວາ 2011 ຜ່ານ​ມາ​ນີ້ ທ່ານ ບຸນ​ທະ­ວີ ແກ​ທະ­ລົງ ຫົວ­ໜ້າ​ສູນ​ບໍ­ລິ­ການ​ເກັບ​ຊື້​ໜີ້ ແລະ ຮັບ​ຝາກ​ໜີ້ ທະ­ນາ­ຄານ ແຫ່ງ ສປປ ລາວ ໄດ້​ອອກ​ມາ​ຊີ້​ແຈງ​ເຖິງ​ກໍ­ລະ­ນີ​ການ​ເກັບ​ຄ່າ​ຜ່ານ​ຂົວ​ທ່າ​ງ່ອນ ໄປ​ຍັງ​ບັນ­ດາ​ທ່ານ​ຜູ້​ໃຊ້​ລົດ-ໃຊ້​ຖະ­ໜົນ​ດັ່ງ­ກ່າວ ໂດຍ​ທ່ານ​ໄດ້​ກ່າວ​ເຖິງ​ບັນ­ຫາ​ທີ່​ລັດ­ຖະ­ບານ ໄດ້​ຢຸດ­ຕິ​ການ​ເກັບ​ຄ່າ​ຜ່ານ​ຂົວ ຢາກ​ຊີ້​ແຈງ​ໃຫ້​ສັງ­ຄົມ​ຮັບ​ຮູ້​ວ່າ: ຂົວ​ທ່າ​ງ່ອນ ກໍ​ເປັນ​ໂຄງ­ການ​ໜຶ່ງ​ທີ່​ສູນ​ບໍ­ລິ­ການ​ເກັບ​ຊື້​ໜີ້​ເປັນ​ຜູ້​ຮັບ­ຜິດ­ຊອບ​ເກັບ​ຄ່າ​ຜ່ານ​ຂົວ ແລະ ສັງ­ຄົມ​ກໍ​ຄົງ​ຈະ​ມີ​ຄວາມ​ສົນ­ໃຈ​ຕັ້ງ​ບັນ­ຫາ​ຖາມ​ວ່າ ແຕ່​ກ່ອນ​ທົ່ວ​ປະ­ເທດ​ລາວ ໄດ້​ມີ​ການ​ເກັບ​ເງິນ​ຄ່າ​ຜ່ານ​ຂົວ​ມີ​ທັງ​ໝົດ 36 ຂົວ ແຕ່​ຕົກ​ມາ​ເຖິງ​ປັດ­ຈຸ­ບັນ​ນີ້ ແມ່ນ​ຍັງ​ແຕ່​ຂົວ​ແຫ່ງ​ດຽວ­ນີ້ ເຫດ­ຜົນ​ທີ່​ຍັງ​ເກັບ​ກໍ​ຍ້ອນ​ວ່າ ການ​ສ້າງ​ຂົວ​ນີ້​ໄດ້​ໃຊ້​ທຶນ​ຢ່າງ​ຫຼວງ­ຫຼາຍ ແລະ ກໍ​ແມ່ນ​ທະ­ນາ­ຄານ​ເປັນ​ຜູ້​ລົງ­ທຶນ ແຕ່​ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໃນ​ໄລ­ຍະ​ຜ່ານ​ມາ​ຖື​ວ່າ ທະ­ນາ­ຄານ​ທຸ­ລະ​ກິດ ບໍ່​ສາ­ມາດ​ເກັບ​ເງິນ​ຄືນ​ໄດ້ ສະ­ນັ້ນ ສູນ​ບໍ­ລິ­ການ​ເກັບ​ຊື້​ໜີ້ ກໍ​ໄດ້​ມາ​ເກັບ​ໂດຍ​ກົງ ແລະ ໃນ​ເບື້ອງ​ຕົ້ນ​ຄາດ​ຄະ­ເນ​ວ່າ ການ​ເກັບ​ຄ່າ​ຜ່ານ​ຂົວ​ອາດ​ຈະ​ໃຊ້​ເວ­ລາ​ຍາວ​ນານ​ເຖິງ 18 ປີ ຈຶ່ງ​ຈະ​ຄົບ​ຖ້ວນ ແຕ່​ມາ​ເຖິງ​ປັດ­ຈຸ­ບັນ​ນີ້ ພວກ​ເຮົາ​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ມາ​ໄດ້ 3 ປີ​ແລ້ວ ກໍ​ສັງ​ເຫດ​ເຫັນ​ວ່າ ສາ­ມາດ​ເກັບ​ໄດ້​ດີ​ພໍ​ສົມ­ຄວນ ແລະ ຄາດ​ວ່າ​ຈະ​ໃຊ້​ເວ­ລາ​ອີກ​ບໍ່​ເກີນ 4 ປີ ກໍ​ຈະ​ຄົບ​ຖ້ວນ​ຕາມ​ຕົ້ນ​ທຶນ​ທີ່​ທະ­ນາ­ຄານ​ໄດ້​ປ່ອຍ​ໃຫ້ ແລະ ເມື່ອ​ເກັບ​ທຶນ​ໄດ້​ໝົດ​ແລ້ວ ທາງ​ສູນ​ເກັບ​ຊື້​ໜີ້ ກໍ​ຈະ​ໄດ້​ມອບ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ​ເປັນ​ຜູ້​ຄຸ້ມ​ຄອງ ເປັນ­ຕົ້ນ​ແມ່ນ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ເພິ່ນ​ກໍ​ຈະ​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ຕາມ​ທິດ​ຊີ້​ນຳ​ຂອງ​ຂັ້ນ​ເທິງ​ຕໍ່​ໄປ.

ຂ້າ­ພະ­ເຈົ້າ​ຢາກ​ມີ​ຄຳ​ເຫັນ​ອີກ​ກ່ຽວ​ກັບ​ການ​ເກັບ​ເງິນ​ຄ່າ​ຜ່ານ​ຂົວ​ແຫ່ງ​ນີ້ ຈຸດ­ປະ­ສົງ​ທີ່​ທະ­ນາ­ຄານ​ເກັບ​ຄືນ ກໍ​ເພື່ອ​ເອົາ​ເງິນ​ຈຳ­ນວນ​ດັ່ງ­ກ່າວ​ໄປ​ລົງ­ທຶນ​ໃນ​ໂຄງ­ການ​ໃໝ່ ຕາມ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງ​ສັງ­ຄົມ ເປັນ­ຕົ້ນ​ກໍ​ແມ່ນ​ຕາມ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ IX ຂອງ​ພັກ ກໍ​ໄດ້​ກຳ­ນົດ​ແຈ້ງ​ຕາມ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ຂ້າ­ພະ­ເຈົ້າ​ໃນ​ນາມ​ຜູ້​ຮັບ­ຜິດ­ຊອບ​ສູນ​ເກັບ​ຊື້​ໜີ້ ຂໍ​ຝາກ​ຄຳ​ຄິດ​ເຫັນ​ເຖິງ​ພໍ່​ແມ່​ປະ­ຊາ­ຊົນ ຫຼື​ວ່າ​ສັງ­ຄົມ ໃຫ້​ເຂົ້າ­ໃຈ​ນຳ​ໃນ​ສະ­ພາບ​ປັດ­ຈຸ­ບັນ​ນີ້ ໂດຍ​ສະ­ເພາະ​ການ​ເກັບ​ເງິນ​ຄ່າ​ຜ່ານ​ຂົວ​ທ່າ​ງ່ອນ ກໍ​ອາດ​ຈະ​ມີ​ຄວາມ​ຂາດ​ຕົກ​ບົກ​ຜ່ອງ ເປັນ­ຕົ້ນ​ກໍ​ແມ່ນ​ມີ​ຄວາມ​ຫຍຸ້ງ­ຍາກ​ໃນ​ການ​ສັນ­ຈອນ​ໄປ​ມາ ມີ​ການ​ຊັກ​ຊ້າ​ໃຫ້​ແກ່​ຜູ້​ທີ່​ນຳ​ໃຊ້​ເສັ້ນ­ທາງ​ນີ້ ແຕ່​ເຖິງ​ຢ່າງ­ໃດ​ກໍ​ຕາມ ກໍ​ຂໍ​ຮຽກ­ຮ້ອງ​ໃຫ້​ຜູ້​ທີ່​ນຳ​ໃຊ້​ເສັ້ນ­ທາງ​ນີ້ ໃຫ້​ເຂົ້າ​ອົກ​ເຂົ້າ­ໃຈ​ນຳ​ກັນ​ວ່າ ເງິນ​ຄ່າ​ຜ່ານ​ຂົວ​ນີ້ ຈະ​ໄດ້​ເອົາ​ໄປ​ທົດ​ແທນ​ທຶນ​ຄືນ ແລະ ສຸດ​ທ້າຍ​ນີ້ ຂ້າ­ພະ­ເຈົ້າ​ໃນ​ນາມ​ຕາງ­ໜ້າ​ໃຫ້​ສູນ​ເກັບ​ຊື້​ໜີ້ ກໍ​ຕ້ອງ​ຂໍ​ໂທດ​ຂໍ​ອະ­ໄພ​ນຳ​ບັນ­ດາ​ທ່ານ​ຜູ້​ທີ່​ນຳ​ໃຊ້​ເສັ້ນ­ທາງ​ນີ້ ທີ່​ບໍ່​ໄດ້​ຮັບ​ການ​ອຳ­ນວຍ​ຄວາມ​ສະ­ດວກ​ໃນ​ການ​ສັນ­ຈອນ.
ຂອບໃຈ ວຽງຈັນໃໝ່


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາແວ່ໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ whereismyaim ຂຽນວ່າ...
ມາແວ່ໆໆ



ມາແວ່ກະໄດ້ອ່ານຢູ່ບໍວ່າມັນເປັນແນວໃດ


໑໙ ກະທູ້
໒໙໐ ໂພສ
ຊຳນານການເວັບບອດ
ຂອບໃຈສຳລັບຂໍ້ມູນ


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຳອິດຄິດວ່າ ເພິ່ນຢືມເງິນເຂົາມາສ້າງ ແລ້ວຕ້ອງເກັບຄ່າທາງໃຊ້ໜີ້ໃຫ້ມັນໝົດກ່ອນຊັ້ນດອກ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນນັ້ນແມ່ນເບື້ອງຫນ້າ ເບື້ອງຫລັງຍັງ ບໍ່ບອກ


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກໍ່ຮູ້ໃດນິ
ຂອບໃຈທີ່ ແບ່ງປັນ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂອບໃຈສຳລັບຂໍ້ມູນໃຫມ່ໆ

ລະອອງຝຸ່ນ

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ອັນນັ້ນແມ່ນເບື້ອງຫນ້າ ເບື້ອງຫລັງຍັງ ບໍ່ບອກ



ໃຫ້ເບຍສອງແກ້ວ ຊິບອກບໍ?


໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ອັນນັ້ນແມ່ນເບື້ອງຫນ້າ ເບື້ອງຫລັງຍັງ ບໍ່ບອກ



ໃຫ້ເບຍສອງແກ້ວ ຊິບອກບໍ?



ຂພຈ ວ່າເປັນເບື້ອງຂ້າງແນ່ນອນ!! ​5555



໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ tahipVTE ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ອັນນັ້ນແມ່ນເບື້ອງຫນ້າ ເບື້ອງຫລັງຍັງ ບໍ່ບອກ



ໃຫ້ເບຍສອງແກ້ວ ຊິບອກບໍ?



ຂພຈ ວ່າເປັນເບື້ອງຂ້າງແນ່ນອນ!! ​5555



ໝາຍຄວາມວ່າແນວໃດຫວາ?


໓ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
ສາຍເຫດທຳອິດ, ມາຈາຄົນກໍ່ສ້າງສຳປະທານຂວາ ແຫ່ງນີ້ ບໍ່ມີຄວາມຮັບຜິດຊອບ ບໍ່ໃຊ້ໜີ້ຄືນໃຫ້ຜູ້ປ່ອຍກູ້............ ລັຖບານບໍ່ມີມາຕະການ ຊ່ວຍເຫຼືອ ອື່ນ... ຈື່ງໄດ້ ຍູ້ ພາລະໄປໃຫ້ປະຊາຊົນ ຜູ້ ໃຊ້ຖະ ຂວາແຫ່ງນັ້ນ ເປັນຜູ້ຮັບຜິດຊອບ ຈ່າຍຄືນໜີ້ສິນດັ່ງກ່າວ............ ຈາກ ຜົນທີ່ຂະເຈົ້າບໍ່ໄດ້ເຮັດ....

ຟ້າເອີ້ຍ...

Que sera sera

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫ້ອງເກັບເງິນ ກະຍັງຕິດແອ ເຢັນໃຈສະບາຍມາກ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ບໍ່ຈັກຊິວ່າ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ taxi ຂຽນວ່າ...
ສາຍເຫດທຳອິດ, ມາຈາຄົນກໍ່ສ້າງສຳປະທານຂວາ ແຫ່ງນີ້ ບໍ່ມີຄວາມຮັບຜິດຊອບ ບໍ່ໃຊ້ໜີ້ຄືນໃຫ້ຜູ້ປ່ອຍກູ້............ ລັຖບານບໍ່ມີມາຕະການ ຊ່ວຍເຫຼືອ ອື່ນ... ຈື່ງໄດ້ ຍູ້ ພາລະໄປໃຫ້ປະຊາຊົນ ຜູ້ ໃຊ້ຖະ ຂວາແຫ່ງນັ້ນ ເປັນຜູ້ຮັບຜິດຊອບ ຈ່າຍຄືນໜີ້ສິນດັ່ງກ່າວ............ ຈາກ ຜົນທີ່ຂະເຈົ້າບໍ່ໄດ້ເຮັດ....

ຟ້າເອີ້ຍ...



ແມ່ນຫວະ? ຫາກໍ່ຮູ້ໃດນິ