ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຈະລາຈອນ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຈະລາຈອນ » ການສັນຈອນຢູ່ວຽງຈັນ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພື່ອນພັນລາວຄິດແນວໃດກັບການໃຊ້ລົດໃຊ້ຖະໜົນຢູ່ໃນວຽງຈັນ ເພິ່ນຂັບຂີ່ຕາມກົດຈະລາຈອນຢູ່ບໍ

ເຫັນໆ ສ່ວນຫລາຍແມ່ນເອົາແຕ່ສິຂີ່ ພາໃຫ້ລົດຕິດໃນຕອນເຊົ້າ ບາງເທື່ອກາຈົນອາລົມເສຍຍ້ອນ


໓໙ ກະທູ້
໔໘໒ ໂພສ
ຊຳນານການເວັບບອດ
ກະເປັນຊ່ວງໄປການນະ

ແຕ່ສາຍໄອເຕັກ ມີແຕ່ລົດໄຫຍ່ ລົດກະຕິດບັກຫລາຍໆ ບໍ່ກ້າທ່ຽວສາຍນັ້ນຊ້ຳ

ຫຼໍ່ລ່ຳ ປ້ຳງ່າຍ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ບໍ່ມັກພວກສິລ້ຽວຊ້າຍ ລະມາເລນໄປຊື່ ແຊງຂວາລ້ຽວຊ້າຍຕັດຫນ້າເລີຍ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜິດຫ້ອງ


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ບໍ່ມັກພວກສິລ້ຽວຊ້າຍ ລະມາເລນໄປຊື່ ແຊງຂວາລ້ຽວຊ້າຍຕັດຫນ້າເລີຍ



ກໍລະນີນີ້ເຮົາພົບມື້ເຊົ້ານີ້ ເກືອບໄດ້ປະສານງານກັນລະ


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...
ຜິດຫ້ອງ



ຍ້າຍແນວໄດ ເຮົາຍ້າຍບໍ່ເປັນ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...
ຜິດຫ້ອງ



ຍ້າຍແນວໄດ ເຮົາຍ້າຍບໍ່ເປັນ



ທີ່ຈິງຄວນຕັ້ງໃສ່ ຫນ້າ ຈະລາຈອນ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໒໕ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...
ຜິດຫ້ອງ



ຍ້າຍແນວໄດ ເຮົາຍ້າຍບໍ່ເປັນ



ທີ່ຈິງຄວນຕັ້ງໃສ່ ຫນ້າ ຈະລາຈອນ



ແມ່ນແຫຼະ


໐ ກະທູ້
໑໘໔ ໂພສ
ນັກການກະທູ້
young yark lai u vt na ! jon bor yark pai u na ieieie ouk jai u ni lae


໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ບໍ່ມັກຈອດໄຟເເດງ.....ບາງເທືອໄຟຈົນເເດງ ລະຍັງຂີ່ມາເສີຍ

♡ເເມ່ລູກອ໋ອນ♡



.

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄຄແຕ່ບໍ່ມີລົດຂີ່ນຳໝູ່


໑໕ ກະທູ້
໑໒໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເປັນລະບຽບ
ພວກບໍ່ມີລະດັບເປັນຈັ່ງຊີ້ລະ

〞 ┱3ц┏┓g 〝
Create weath by using wisdom,think ahead,stay one step ahead of others




໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາແຕ່ພວກຊິໄປ ບໍ່ເປັນລະບຽບເລີຍ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ກະບໍ່ມີຫຍັງຫລາຍ ດີແລ້ວສ່ຳນີ້ນະບໍ່ຄືກັບປະເທດອື່ນຄືທີ່ທຸກຄົນເຫັນຫັ້ນແຫລະ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ javentra ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...
ຜິດຫ້ອງ



ຍ້າຍແນວໄດ ເຮົາຍ້າຍບໍ່ເປັນ



ທີ່ຈິງຄວນຕັ້ງໃສ່ ຫນ້າ ຈະລາຈອນ



ແມ່ນແຫຼະ



ຮູ້ແລ້ວວ່າຕັ້ງຜິດນະ ບັນດາທ່ານເອີຍ

ເຮົາກາບອກລະເດ ວ່າຍ້າຍບໍ່ເປັນນະ
ລະສິໃຫ້ເຮັດແນວໄດລະ ໃຫ້ລຶບອອກຫວາ ບັນດາທ່ານ


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວຽງຈັນລົດໂຄດຫຼາຍ
ໄປໃສມາໃສກະຍາກ

ຮັກນ້ອງຕອນເມົາ

໐ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ກ່ຽວກັບການຈະລາຈອນ, ຂ້າພະເຈົ້າໄດ້ງິນວ່າ 3 ແຍກ ປ້ຳນ້ຳມັນເກົ່າໂພນສະອາດ ທີ່ເພິ່ນຫາກໍສ້າງແລ້ວໃໝ່ໆ ໝາດໆ ເພື່ອຮັບຕ້ອນ ວັນສະຫຼອງຄົບຄອບ 450 ປີ ຂອງເມືອງວຽງຈັນເປັນນະຄອນຫຼວງນັ້ນ ຈະມີການທຸບແລ້ວກໍ່ສ້າງໃໝ່ ໃຫ້ຄືແຕ່ກ່ອນ ທີ່ຍັງບໍ່ທັນກໍ່ສ້າງ ພຸ້ນວ່າຊັ້ນ, ຢາກຖາມ ທາງພະແນກກ່ຽວຂ້ອງ ວ່າ : ເປັນຄວາມຈິງບໍ? ເພາະຫາງສຽງ ວິພາກວິຈານວ່າ ສ້າງຫຼາຍເສັ້ນທາງໂພດ ມັນສັບສົນ ແລະ ລາຍຕາ. ເຮັດໃຫ້ມີອຸປະຕິເຫດ ແລະ ເສຍຊີວິດວ່າຊັ້ນ,ມື້ບຸນປີໃໝ່ ຜ່ານມາກໍ ຕາຍພາບກັນ 2 ສົບ ວ່າຊັ້ນ.
ຕາມຄຳເຫັນຂ້າພະເຈົ້າວ່າ ເພິ່ນສ້າງມາໃຫ້ງາມ ແລະຖືກຕ້ອງຄາມກົດຈະລາຈອນແລ້ວ ພຽງແຕ່ໃຊ້ຫຼັກົດ ຜູ້ຢູ່ຂວາມືໄດ້ໄປກ່ອນ ກໍບໍ່ຈຳເປັນມີ ໄຟອຳນາດ ກໍໄດ້ ແລະເຮົາກໍຄວນລະວັງໃນການໄປມາ ທໍ່ນັ້ນດີແລ້ວ, ເລື້ອງເກີດອຸປະຕິເຫດ ຖະໜົນເສັ້ນໃດກໍເກີດຂຶ້ນໄດ້ແມ່ນບໍ ແມ້ແຕ່ນອນຢູ່ໃນເຮືອນແຄມທາງດີໆ ລົດກໍໄປຢຽບເອົາກໍມີ.
ຖ້າຫາກເປັນໄປໄດ້, ລັດຖະບານມີງົບປະມານ ກໍຢາກໃຫ້ແປງບ່ອນທາງໂຄ້ງອັນຕະລາຍດີກວ່າ ຫຼືຈະເລືອກເອົາໂຄ້ງໃດກໍໄດ້ ເພື່ອການສ້ອມແປງ ຈະດີກວ່າບໍ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊາຂ້ອຍເຫັນນີ້ແມ່ນເພີ່ນຂີ່ໄວ, ເມົາແລ້ວຂັບນິໄສຄົນລາວ, ສ່ວນຫລາຍບໍ່ມີໃບຂັບຂີ່ຄັນມີກະແບບຊື້ເອົາໂດຍທີ່ບໍ່ໄປເສັງ, ບໍ່ຮູ້ກົດລະບຽບຈໍລະຈອນ ປ້າຍຂ້າງຖະຫນົນບາງຄົນບໍ່ຮູ້ຊ້ຳວ່າມີຄວາມໝາຍແນວໃດ? ຂັບຂີ່ຕາມໃຈໂຕເອງບໍ່ຮູ້ເລັນເພີ່ນເລັນໂຕ ເຜີໆລົດເຂົາຈອດໄວ້ຊື່ໆແດດເຕັມຟ້າກະຂັບໄປຕຳເອົາເຈີມາກັບໂຕເອງແລ້ວ. ການກວດກາເຕັກນິກສະພາບລົດກ່ອນການຂັບຂີ່ບໍ່ມີ ມີແຕ່ຮູ້ຂີ່ລູກດຽວ ຄັນລົດປາກໄດ້ມັນດ່າແລ້ວ, ທຸກມື້ເລີຍອຸບັດຕິເຫດໃນນະຄອນຫລວງວຽງຈັນນີ້ ແລະກະເກືອບວ່າຖະໜົນທຸກສາຍທີ່ລົດຕຳກັນ ຄັນຮູ້ຈັກກົດລະບຽບຈໍລະຈອນ ມີໃບຂັບຂີ່ຖືກຕ້ອງເສັງເອົາເອງໝົດທຸກຄົນ ອຸບັດຕິເຫດມັນກະບໍ່ຫລາຍປານນີ້ດອກ.


໖ ກະທູ້
໓໖໖ ໂພສ
ຊຳນານການເວັບບອດ
ໃຈເຢັນໆ ລົດມັນຫຼາຍ

ຄົນໄກບ້ານ........ຍາກກັບບ້ານເດ່

໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນນີ້ກະບຣູ້ນຳເດີ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໑໐ ກະທູ້
໔໙໐ ໂພສ
ຊຳນານການເວັບບອດ
ຂ້ອຍຄິດວ່າການສັນຈອນຢູ່ນະຄອນຫຼວງວຽງຈັນແມ່ນສັບສົນທີ່ສຸດ ສິ່ງທີ່ເຮັດໃຫ້ເປັນແບບນັ້ນກໍຍ້ອນ
1. ຜັງເມືອງ (ຜັງເມືອງ ສະຫວັນນະເຂດຄັກສຸດດດດດດ)
2. ຄົນຂັບລົດ (ເປັນລະບຽບສ່ວນໜ້ອຍ, ສ່ວນຫຼາຍແມ່ນເອົາຕາມຊິເປັນ)
3. ບໍ່ມີການຄວບຄຸມການຊື້ລົດໃນແຕ່ລະຄອບຄົວ
4. ການຂົນສົ່ງສາທາລະນະ (ລົດເມ ເກົ່າໆ ເວລານັ່ງລົດເມສາຍດົງໂດກ ຫຼຽວເບິ່ງແວ່ນຈົນວ່າບໍ່ເຫັນທາງນອກ)
5. ຕໍ່ໄປຕ້ອງເປັນບັນຫາອັນໃຫຍ່ຫຼວງແນ່ນອນ (ເບິ່ງນະຄອນຫຼວງຂອງປະເທດໄທກໍແລ້ວກັນ)
6. ໝົດ ບໍ່ຮູ້ແນວຊິເວົ້າ

ຂ້ອຍແມ່ນ ”ລາວ“

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕິດຂັດ ແອອັດຫຼາຍ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໙ ກະທູ້
໑໖໐ ໂພສ
ນັກການກະທູ້
ມື້ໃດຕຳຫຼວດ ເພິ່ນເອົາແທ້ກັບການຈາລະຈອນຄືກັນກັບປະເທດອື່ນ ແລ້ວຄົງປ່ຽນໄດ້


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການຄູມເລື່ອງກົດລະບຽບຈະລະຈອນ ຍັງບໍ່ດີເທົ່າທີ່ ຄວນ ເຊັ່ນ ປ້າຍຢຸດ ກັບ ປ້າຍປ່ອຍທາງ ມີຫລາຍຄົນຍັງບໍ່ເຂົ້າຈັຍ ແລະ ຜູ່ເຂົ້າຈັຍກະບໍ່ປະຕີບັດ ທາງ ພາກ ສ່ວນ ທີ່ກ໋ຽວຂ້ອງ ກະບໍ່ປະຕີບັດຫຍັງ ....

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ