ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ອອກຄຳເຫັນເປັນກາບກອນທັງນັ້ນ!

ໜ້າທີ່ 10 ຈາກທັງໝົດ 15 ໜ້າ <<<12345 ... 89101112131415>>>

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ມີໃຜແດ່ບໍ່ເຈົ້າ..................ທີ່ບໍ່ເສົ້າໂສກາ
ເກີດມາມີຄວາມສຸກ...........ຕະຫລອດມາເລິງເລື້ອຍ
ຢູ່ສະເບີຍຫາຍຮ້ອນ..........ຄວາມທຸກຂ້ອນແມ່ນບໍ່ມີ
ທັ້ງຊີວິດມີແຕ່ສຸກ.............ລ່າເລີງຕະຫລອດການ ມີບໍໜໍ???

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ມີໃຜແດ່ບໍ່ເຈົ້າ..................ທີ່ບໍ່ເສົ້າໂສກາ
ເກີດມາມີຄວາມສຸກ...........ຕະຫລອດມາເລິງເລື້ອຍ
ຢູ່ສະເບີຍຫາຍຮ້ອນ..........ຄວາມທຸກຂ້ອນແມ່ນບໍ່ມີ
ທັ້ງຊີວິດມີແຕ່ສຸກ.............ລ່າເລີງຕະຫລອດການ ມີບໍໜໍ???

ຄົນເຮົາເກີດມາພ້ອມ-----------------------ທຸກສຸກປົນກັນ
ຄັນມີແຕ່ສຳລານ---------------------------ເຫດໃດຊິພົບສຸກແທ້
ອັນຄວາມສຸກແທ້ນັ້ນ-----------------------ເກີດມາຈາກຄວາມບາກບັ່ນ
ໄປເຖິງໄຊຊະນະຫາກໄດ້------------------ຄວາມສຸກແທ້ທີ່ຍິ່ງໃຫຍ່ ທ່ານເອີຍ :)

໒ ກະທູ້
໒໒໑ ໂພສ
ນັກການກະທູ້
ມີຊີວິດຕ້ອງຕໍ່ສູ້.....................ຜ່ານຜ່າອຸປະສັກ
ທະເລຈະສວຍງາມ...................ຕ້ອງມີຟອງກະແສຄື້ນ
ຄືດັ່ງແນວນາມພ້າ.....................ຈະຄົມແຂງກ້າກັ່ນ
ຕ້ອງສຸບຫຼອມຫຼໍ່ປັ້ນ....................ປະເຊີນສູ້ຜ່ານໄຟ
ສະນັ້ນຂໍທຸກທ່ານຢ່າໄດ້.............ງໍ້ງຽ່ງກັບບັນຫາ
ຖືເວລາເປັນສຳຄັນ.....................ເຮັດວຽກງານຢ່າງຕັ້ງໝ້າ
ຄວາມສຸກໃຈຕ້ອງມີພ້ອມ..............ໃຫ້ກັບຄົນທີ່ບາກບັ່ນ
ເຖິງວັນນີ້ເມື່ອຍລ້າ......................ວັນໜ້າຫາກຈະເລີນ ທ່ານເອີຍ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vixayalath ຂຽນວ່າ...

ແມ່ນຄວາມທີ່ທ່ານເວົ້າ------------------ຈາກ່າວເທິງມາ
ຄົນເຮົາຕ້ອງນຳພາ----------------------ຊີວິດຕົນໃຫ້ກ້າວໜ້າ
ບໍ່ເມີນເສີຍລ້າໆ--------------------------ຊິບໍ່ເຫັນທາງປ່ອງ
ເຊາະຫາຫົນທາງຍາກລ້ຳ---------------ແຕ່ຫາໄດ້ຫາກຈະເລີນ ທ່ານເອີຍ :)

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ມັກກອນຫລາຍເຈົ້າ....................ໃຫ້ເວົ້າເປັນກອນເລີຍສາ
ຍາມເຫັນຫນ້າຜູ້ບ່າວ...................ກໍ່ໃຫ້ວ່າກ່າວເປັນກາບກອນ
ເຫັນເດັກນ້ອຍກໍ່ເອີ້ນມາສອນ........ໃຫ້ເປັນກອນກາບເດີ້!
ຍາມນອນຝັນເພີ້ພ່ຳ................... ລຳພັນອອກມາເປັນກອນ
ອອນຊອນຄົນນອນຂ້າງໆ............ເພິ່ນຊິລຸກຍ່າງອອກໄປເປີດກອນ

ມັກກອນຫລາຍກໍ່ແນ່ນອນ...........ເມື່ອເຫັນກອນແລ້ວຕ້ອງກາບ
ແລະເພິ່ນຈະບໍ່ໃຊ້ຄຳຫຍາບ.........ໃນກາບກອນຂອງເພິ່ນ
ເຊີນອະເຊີນມາແຕ່ງກອນກັນ.......ແລ້ວເກັບໄປຝັນແຕ່ງຕໍ່ຍາມຫລັບ
ຫາກຊາດນີ້ຍັງບໍ່ດັບ..................ຈະງັບກອນນອນຊ້ອນນາງທຸກຄ່ຳຄືນ ຫລື ຈະຂໍຫລັບໄປພ້ອມກອນທຸກຄ່ຳຄືນ.

ຊີວິດຈະຍາວຍືນ.......................ດວງຈິດຊົດຊື່ນເບີກບານແຈ່ມໃສ
ເມື່ອຕ້ອງອອກຈາກບ້ານໄປໄກ......ກໍ່ຢ່າລືມໃສ່ໄລໃສ່ກອນໃຫ້ແຫນ້ນຫນາ
ບໍ່ຢາກເຫັນໃຜເສຍນ້ຳຕາ.............ວ່າກອນຜູ້ຂ້າຖືກງັດເສຍແລ້ວ ນາງເອີຍ!

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ຫລາຍວັນນັບມື້ກ້າວ.....................ບົດກອນກ່າວເປັນຄຳເຫັນ
ນີ້ຫາກເປັນບ່ອນປັ້ນ....................ສ້າງກໍ່ກະວີວອນ ອີ່ຫລີໄດ໋
ຫາໃສມາປຽບໄດ້........................ການໄຂຂໍ້ຕໍ່ບົດກອນ
ຢອກຢ້ອນກັນມ່ວນຫລາຍ.............ພາຜ່ອນຄາຍໃຈແທ້ ແລນາ

ໂດຍ ແມ່ນຄວາມທ່ານເວົ້າ-----------------ທ່ານກໍ່ແຕ່ງກອນດີຫຼາຍ
ແຕ່ຂໍຕຳໜິວິວິໄຈ---------------------------ຢູ່ບາງບ່ອນໄດ້ບໍ່ທ່ານເຈົ້າ
ຄືວ່າບາງບົດກອນທີ່ທ່ານເວົ້າ-------------ຄືວ່າເຈົ້ານັ້ນບໍ່ຖືກຫຼັກການກາງໂທເອກ
ກໍ່ເລີຍງົງໜ້ອຍໜຶ່ງວ່ານັ້ນ-----------------ທ່ານເຈົ້າຕັ້ງແຕ່ງແນວນັ້ນແທ້ບໍ :)

ຂໍອະໄພຖ້າຫາກທ່ານນັ້ນ------------------ຄິດຄຽດນ້ອຍໃຈ
ຢ່າຟ້າວໜີໄປໄກ---------------------------ຈົ່ງມາແຕ່ງກອນນຳກັນນີ້
ຢ່າຟ້າວຄຽດໄປລີ້--------------------------ໄປໄກທາງອື່ນ
ຂ້ອຍກໍ່ແຕ່ງບໍ່ໄດ້ຄ່ອງແຄ້ວ----------------ຈິ່ງໃຫ້ທ່ານຕຳໜິຊົມນຳນັ້ນກໍ່ດີໃດທ່ານເອີຍ ຂອບໃຈ

ຂໍລອງແປງກອນເຈົ້າເປັນແບບນີ້ລອງເບິ່ງເດີ

ຫລາຍວັນນັບມື້ກ້າວ.....................ບົດກອນກ່າວເປັນຄຳເຫັນ
ນີ້ຫາກເປັນບ່ອນປະດິດ....................ກໍ່ສອນກະວີວອນກ້າວ
ຫາໃສມາປຽບໄດ້........................ການໄຂຂໍ້ບົດກອນຕໍ່
ຢອກຢ້ອນກັນມ່ວນແມ້ງ.............ພາກັນໄດ້ຜ່ອນຄາຍໃຈແທ້ ແລນາ

ບໍ່ເຂົ້າທ່າຕິສາວພາ............................ສົມມຸດວ່າຄົນອ່ານທຳມະດາ
ທີ່ບໍ່ຮູ້ວ່າຫລັກການເປັນເຊັ່ນໃດ.............ແລ້ວມາອ່ານກອນທີ່ເຈົ້າແກ້ໄຂ
ທ່ວງທຳນອງມັນຄືສຸດຈຸດປຸດ................ຄືຈັ່ງວ່າຈະຕ້ອງມີບາດຕໍ່ໄປ
ຕ່າງຈາກອັນທີ່ບໍ່ໄດ້ແກ້ໄຂ..................ທ່ວງທຳນອງຄ່ອຍລົງເຫມືອນຂັ້ນບັນໃດ
ແລະສຸດທ້າຍຂ້ອຍກໍ່ຫາທາງລົງບໍ່ໄດ້.....ຈຶ່ງຕ້ອງໃຊ້ຄຳດຽວວ່າຈົບ.

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ອ່ານຈົບຫນ້າ7.......................ເຮັດເອົາຂ້ອຍເກືອບຕາຍ
ຍັງບໍ່ວາຍຕ້ອງຜ່ານຫນ້າ9.........ເພື່ອເຂົ້າສູ່ຫນ້າ10
ແລະແລ້ວຫນັງຕາກໍ່ຫິບ............ຄືຈັ່ງວ່າຢາກນອນ
ເອົາໄວ້ສ່ຳນີ້ກ່ອນ....................ນອນຕື່ນ ຊົດຊື່ນຈະມາໄຂຕໍ່ ເນາະສາວພາ.

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
+ ໄປໃສເດລະເຈົ້າ.........................ຄົນເກົ່າເຄີຍຮ່ວມຈາ
ບໍ່ເຫັນມາຕອບກອນ.........................ປະໃຫ້ເຫງົານອນລະເມີພ້ອມ
ມາໃດພາກັນສ້ອມ...........................ຂຽນກ່ອມກອນໄຂ
ໄປໃສໃຫ້ຮີບມາ..............................ຮ່ວມຈາກອນກັບຂ້ອຍ.ແດ່ໃດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ສຳລັບເຈົ້າອາດງ່າຍແທ້.......................ສ່ວນຂ້ອຍນັ້ນງ່າຍບໍ່ເປັນ
ກວ່າຈະເປັນກອນບົດ.........................ໜຶ່ງຕອ້ງໄດ້ພຽນຫລາຍຫລົບຫລາຍຕ່າວ
ບາງຄັ້ງຄາວກໍ່ນັ່ງຄ້າງ........................ບໍ່ຮູ້ທາງວາງຕໍ່ກໍ່ມີ
ບາງບົດລົບຫລາຍທີຈິ່ງໄດ້..................ເປັນກະວີນ້ອຍອອກມາ ແທ້ດາຍ

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
คนเฮานี้ ต้องเผิ่งอาศัยกัน
คือดังปลาอาศัยน้ำ น้ำกะเผิ่งวังปลา
ปลาอาศัยวังเวิน จึ่งล่องลอยนาน้ำ
ทามอาศัยห้วย งัวควยอาศัยแอก
ตาแฮกอาศัยไก่ต้ม จึงโดนตุ้มจากคอน
คือดังคอนอาศัยไม้ นกใส่อาศัยโกน
คนกะอาศัยคน เผิ่งกันโดยด้าม
คามอาศัยหม้อ หมอมออาศัยส่อง
ฆ้องอาศัยไม้ฆ้อน ตีต้องจึงค่อยดัง

สามัคคีกันไว้ คือข้าวเหนียวนึ่งใหม่
อย่าได้เพแตกม้าง คือน้ำถืกข้าวเหนียว
สามัคคีกันไว้ คือฝนแสนห่า
ตกลงมาจากฟ้า ไหลโฮมโห่งอยู่หนอง

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
เมายศลืมตาย.......เมากายลืมแก่
เมาผัว-เมียลืมพ่อแม่.........เมาทรัพย์สินเงินทองหูหนวกตาบอด

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MeElse ຂຽນວ່າ...
ມັກກອນຫລາຍເຈົ້າ....................ໃຫ້ເວົ້າເປັນກອນເລີຍສາ
ຍາມເຫັນຫນ້າຜູ້ບ່າວ...................ກໍ່ໃຫ້ວ່າກ່າວເປັນກາບກອນ
ເຫັນເດັກນ້ອຍກໍ່ເອີ້ນມາສອນ........ໃຫ້ເປັນກອນກາບເດີ້!
ຍາມນອນຝັນເພີ້ພ່ຳ................... ລຳພັນອອກມາເປັນກອນ
ອອນຊອນຄົນນອນຂ້າງໆ............ເພິ່ນຊິລຸກຍ່າງອອກໄປເປີດກອນ

ມັກກອນຫລາຍກໍ່ແນ່ນອນ...........ເມື່ອເຫັນກອນແລ້ວຕ້ອງກາບ
ແລະເພິ່ນຈະບໍ່ໃຊ້ຄຳຫຍາບ.........ໃນກາບກອນຂອງເພິ່ນ
ເຊີນອະເຊີນມາແຕ່ງກອນກັນ.......ແລ້ວເກັບໄປຝັນແຕ່ງຕໍ່ຍາມຫລັບ
ຫາກຊາດນີ້ຍັງບໍ່ດັບ..................ຈະງັບກອນນອນຊ້ອນນາງທຸກຄ່ຳຄືນ ຫລື ຈະຂໍຫລັບໄປພ້ອມກອນທຸກຄ່ຳຄືນ.

ຊີວິດຈະຍາວຍືນ.......................ດວງຈິດຊົດຊື່ນເບີກບານແຈ່ມໃສ
ເມື່ອຕ້ອງອອກຈາກບ້ານໄປໄກ......ກໍ່ຢ່າລືມໃສ່ໄລໃສ່ກອນໃຫ້ແຫນ້ນຫນາ
ບໍ່ຢາກເຫັນໃຜເສຍນ້ຳຕາ.............ວ່າກອນຜູ້ຂ້າຖືກງັດເສຍແລ້ວ ນາງເອີຍ!

ແຮໆດີໃຈນຳທ່ານເຈົ້າ------------------ທີ່ເຂົ້າມາແຕ່ງກອນ
ມາສ້າງຄວາມມ່ວນອອນຊອນ-----------ບໍ່ຫຼາຍກໍ່ໜ້ອຍ
ແຕ່ວ່າກາບກອນເຈົ້ນັ້ນ-------------------ຍັງບໍ່ຖືກຫຼັກຄຳປະຈຳບ່ອນ
ກາງໂທເອກນັ້ນ---------------------------ທ່ານນັ້ນບໍ່ທັນເຕີມຖືກ ເດ ອີອີ

ແຕ່ເທື່ອໜ້າກໍ່ໃຫ້------------------ເຂົ້າມາແຕ່ງອີກເດີ
ຢ່າທຳທ່າລເມີ----------------------ຜ່ານກາຍຫາຍພົ້ນ
ຖ້າຢາກແຕ່ງກອນແທ້-------------ໃຫ້ມາພຽນກອນກາບ
ແຕ່ງຫຼາຍເທື່ອຫາກໄດ້------------ກອນມ່ວນດັ່ງປະສົງດອກນາ :)

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MeElse ຂຽນວ່າ...

ບໍ່ເຂົ້າທ່າຕິສາວພາ............................ສົມມຸດວ່າຄົນອ່ານທຳມະດາ
ທີ່ບໍ່ຮູ້ວ່າຫລັກການເປັນເຊັ່ນໃດ.............ແລ້ວມາອ່ານກອນທີ່ເຈົ້າແກ້ໄຂ
ທ່ວງທຳນອງມັນຄືສຸດຈຸດປຸດ................ຄືຈັ່ງວ່າຈະຕ້ອງມີບາດຕໍ່ໄປ
ຕ່າງຈາກອັນທີ່ບໍ່ໄດ້ແກ້ໄຂ..................ທ່ວງທຳນອງຄ່ອຍລົງເຫມືອນຂັ້ນບັນໃດ
ແລະສຸດທ້າຍຂ້ອຍກໍ່ຫາທາງລົງບໍ່ໄດ້.....ຈຶ່ງຕ້ອງໃຊ້ຄຳດຽວວ່າຈົບ.

ຊ່າງວ່າແທ້ເນາະເຈົ້າ--------------------ວ່າຊິຂັ້ນຂັ້ນໄດ
ແຖມຖາມວ່າລົງທາງໃດ-----------------ສຸດຕຸດປຸດຢູ່ຫັ້ນ
ແມ່ນເຈົ້າງົງອັນໃດແທ້-------------------ມາເຮັດໃຫ້ຂ້ອຍງົງຕໍ່
ບໍ່ເປັນຫຍັງເດີເຈົ້າ------------------------ເຂົ້າມາເວົ້າຈາເປັນກອນອີກເດີ :)

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MeElse ຂຽນວ່າ...
ອ່ານຈົບຫນ້າ7.......................ເຮັດເອົາຂ້ອຍເກືອບຕາຍ
ຍັງບໍ່ວາຍຕ້ອງຜ່ານຫນ້າ9.........ເພື່ອເຂົ້າສູ່ຫນ້າ10
ແລະແລ້ວຫນັງຕາກໍ່ຫິບ............ຄືຈັ່ງວ່າຢາກນອນ
ເອົາໄວ້ສ່ຳນີ້ກ່ອນ....................ນອນຕື່ນ ຊົດຊື່ນຈະມາໄຂຕໍ່ ເນາະສາວພາ.

ກອນເລີ່ມມ່ວນຂຶ້ນເນາະເຈົ້າ--------------ຊ່າງຫາຄຳເວົ້າມາ
ຂອບໃຈຫຼາຍທີ່ມາ------------------------ອ່ານກອນຫຼາຍໜ້ານັ້ນ
ເປັນຄົນດຸໝັ່ນແທ້-------------------------ມັກພຽນຂຽນອ່ານ
ອ່ານກອນໄດ້ຫຼາຍໜ້າ-------------------ສົມຄວນແລ້ວຂໍຊົມເຊີຍ ແຮໆ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...
+ ໄປໃສເດລະເຈົ້າ.........................ຄົນເກົ່າເຄີຍຮ່ວມຈາ
ບໍ່ເຫັນມາຕອບກອນ.........................ປະໃຫ້ເຫງົານອນລະເມີພ້ອມ
ມາໃດພາກັນສ້ອມ...........................ຂຽນກ່ອມກອນໄຂ
ໄປໃສໃຫ້ຮີບມາ..............................ຮ່ວມຈາກອນກັບຂ້ອຍ.ແດ່ໃດ

ຂ້ອຍມາແລ້ວເດີເຈົ້າ-------------------ມາຂຽນແຕ່ງກາບກອນ
ພໍໄດ້ມ່ວນອອນຊອນ-------------------ກ່ອນນອນກໍ່ດີແລ້ວ
ພໍໃຫ້ຮອຍເສົ້າແປ້ວ-------------------ທີ່ມັນມັກເກີດກໍ່
ໄດ້ພໍຢຸດອ່ອນໄດ້----------------------ຫ່າງໄກແທ້ຍິ່ງດີ ແລ້ວເດ

ແຕ່ງມົ້ວເດີ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ສຳລັບເຈົ້າອາດງ່າຍແທ້.......................ສ່ວນຂ້ອຍນັ້ນງ່າຍບໍ່ເປັນ
ກວ່າຈະເປັນກອນບົດ.........................ໜຶ່ງຕອ້ງໄດ້ພຽນຫລາຍຫລົບຫລາຍຕ່າວ
ບາງຄັ້ງຄາວກໍ່ນັ່ງຄ້າງ........................ບໍ່ຮູ້ທາງວາງຕໍ່ກໍ່ມີ
ບາງບົດລົບຫລາຍທີຈິ່ງໄດ້..................ເປັນກະວີນ້ອຍອອກມາ ແທ້ດາຍ

ເຈົ້າກໍ່ແຕ່ງເປັນແລ້ວເດເຈົ້າ-----------------ຈົ່ງຢ່າກັງວົນໃຈ
ແຕ່ງເຕີມກາບກອນໄປ------------------------ຫາກຈະມ່ວນເມືອໜ້າ
ກາບກອນນຳພາພົ້ນ---------------------------ຄວາມທຸກບາງປະການດອກ
ບໍ່ບອກກໍ່ຮູ້ແລ້ວ---------------------------------ເຈົ້ານັ້ນແຕ່ງກອນມ່ວນແລ້ວເດ
ອິອິ

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ຂ້ອຍຮູ້ເດີ້ສາວພາ......................................ວ່າເຈົ້າຫັ້ນໄປຫລິ້ນບຸນຊ່ວງເຮືອມາ
ເຂົາຊ່ວງກັນແລ້ວຕັ້ງແຕ່ສວາຍພຸ້ນນ່າ..............ຄືຈັ່ງວ່າກັບມາເດິກເອົາແທ້
ຫລືວ່າໄປຫາແວ່ເລາະຫລິ້ນທາງອື່ນ................ເດິກໆໆດື່ນຈັ່ງຄ່ອຍເຫັນມາ?
ບໍ່ຮູ້ບໍ່ວ່າມີຄົນຄອຍຖ້າ...............................ຫນ້າຈະເອົາເບຍມາຝາກຈັກຂວດຈັກແກ້ວກໍ່ຍັງດີ.

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼົງອີກແລ້ວ----------------ເມັ້ນຫຼາກຫຼາຍຊ້ຳກັນ
ເລີຍຕ້ອງຫັນ---------------ແຕ່ງຕໍ່ໄຂແກ້
ເປັນກອນແທ້---------------ຂຽນເປັນ 1 ບາດ
ແທນຄຳເຫັນຊ້ອນ---------ທີ່ຕອນນັ້ນຫຼົງມາ ແທ້ເດ ອິອິ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...
คนเฮานี้ ต้องเผิ่งอาศัยกัน
คือดังปลาอาศัยน้ำ น้ำกะเผิ่งวังปลา
ปลาอาศัยวังเวิน จึ่งล่องลอยนาน้ำ
ทามอาศัยห้วย งัวควยอาศัยแอก
ตาแฮกอาศัยไก่ต้ม จึงโดนตุ้มจากคอน
คือดังคอนอาศัยไม้ นกใส่อาศัยโกน
คนกะอาศัยคน เผิ่งกันโดยด้าม
คามอาศัยหม้อ หมอมออาศัยส่อง
ฆ้องอาศัยไม้ฆ้อน ตีต้องจึงค่อยดัง

สามัคคีกันไว้ คือข้าวเหนียวนึ่งใหม่
อย่าได้เพแตกม้าง คือน้ำถืกข้าวเหนียว
สามัคคีกันไว้ คือฝนแสนห่า
ตกลงมาจากฟ้า ไหลโฮมโห่งอยู่หนอง

ກອນມ່ວນຢູ່ດອກເຈົ້າ-------------------ແຕ່ຫາກເປັນພາສາເຂົາ
ຖ້າຫາກເປັນພາສາລາວ---------------ອາດມ່ວນຫຼາຍກວ່ານີ້
ເພາະເຂົ້າກັບບົດກອນນັ້ນ--------------ແມ່ນຄົນລາວແຕ່ງ
ບໍ່ແມ່ນພາສາອື່ນນັ້ນ---------------------ມັນຈະເຂົ້າກັນດີກວ່າໃດ ທ່ານເອີຍ ອິອິ

ບາງທີເຈົ້າອາດໃຊ້----------------------ໂທລະສັບມືຖື
ຍັງບໍ່ທັນລົງໂປຣແກຣມ-----------------ເລີຍພິມລາວບໍ່ໄດ້
ກໍ່ເລີຍຈຳໃຈແທ້--------------------------ພິມພາສາອື່ນກ່ອນ
ຍັງພໍອ່ານໄດ້ຄ່ອງ------------------------ຖ້າເປັນພາສາຄາລາໂອເກາະກອນນັ້ນ ຍິ່ງເວນລະເນາະ ແຮໆໆ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...
เมายศลืมตาย.......เมากายลืมแก่
เมาผัว-เมียลืมพ่อแม่.........เมาทรัพย์สินเงินทองหูหนวกตาบอด

ອັນນີ້ເຂົາຮຽນເອີ້ນ------------------------ເປັນສຸພາສິດ ຫຼື ຜະຫຍາແມ່ນບໍ
ບໍ່ອາດເປັນກາບກອນ--------------------ແຕ່ກໍ່ອ່ານມ່ວນໄດ້
ອ່ານໄປຕາມນັ້ນ--------------------------ຄວາມໝາຍມີຫຼາຍອີກ
ແລ້ວແຕ່ຜູ້ພິຈາລະນານັ້ນ---------------ຄວາມໝາຍແທ້ປີ້ນແປກໄປແນວໃດ​:)

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MeElse ຂຽນວ່າ...
ຂ້ອຍຮູ້ເດີ້ສາວພາ......................................ວ່າເຈົ້າຫັ້ນໄປຫລິ້ນບຸນຊ່ວງເຮືອມາ
ເຂົາຊ່ວງກັນແລ້ວຕັ້ງແຕ່ສວາຍພຸ້ນນ່າ..............ຄືຈັ່ງວ່າກັບມາເດິກເອົາແທ້
ຫລືວ່າໄປຫາແວ່ເລະຫລິ້ນທາງອື່ນ................ເດິກໆໆດື່ນຈັ່ງຄ່ອຍເຫັນມາ?
ບໍ່ຮູ້ບໍ່ວ່າມີຄົນຄອຍຖ້າ...............................ຫນ້າຈະເອົາເບຍມາຝາກຈັກຂວດຈັກແກ້ວກໍ່ຍັງດີ.

ບໍ່ທັນໄດ້ໄປດອກເຈົ້າ------------------ອັນວ່າບຸນຊ່ວງເຮືອ
ໄປແຕ່ຫໍວັດທະນາທຳ-----------------ໄປຫານ້ອງຮັບໃບປະກາດນັ້ນ
ລົດຕິດຫຼາຍແທ້ໆ----------------------ຮ້ອນຫຼາຍເຫື່ອກໍ່ອອກ
ມາຮອດເຮືອນໝູນ້ອງມາຫຼິ້ນ----------ເລີຍໄດ້ຊຸມແຊວນຳເພິ່ນ ແທ້ເດີ

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ຄົນທີ່ຄອງຖ້າເຈົ້າເຂົາຄົງນອນຫມົດແລ້ວ..................ໂດຍສະເພາະຄົນຜູ້ທີ່ຊື່ວ່າໄກ່ແກ້ວ ແລ້ວຍັງທຳມະຣາຍສ໌.
ນອນເດິກແບບນີ້..............................................ບໍ່ວ່າຕີ້ຊິບໍ່ອາບນ້ຳ ສາວພາ
ບາດວ່າຍາມຕື່ນເຊົ້າໄປ..........................................ຂີ້ໃຄຊິເປັນແຜ່ນອ່າມລ່າມ ເດີ້ລະ!

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ MeElse ຂຽນວ່າ...
ອ່ານຈົບຫນ້າ7.......................ເຮັດເອົາຂ້ອຍເກືອບຕາຍ
ຍັງບໍ່ວາຍຕ້ອງຜ່ານຫນ້າ9.........ເພື່ອເຂົ້າສູ່ຫນ້າ10
ແລະແລ້ວຫນັງຕາກໍ່ຫິບ............ຄືຈັ່ງວ່າຢາກນອນ
ເອົາໄວ້ສ່ຳນີ້ກ່ອນ....................ນອນຕື່ນ ຊົດຊື່ນຈະມາໄຂຕໍ່ ເນາະສາວພາ.

ກອນເລີ່ມມ່ວນຂຶ້ນເນາະເຈົ້າ--------------ຊ່າງຫາຄຳເວົ້າມາ
ຂອບໃຈຫຼາຍທີ່ມາ------------------------ອ່ານກອນຫຼາຍໜ້ານັ້ນ
ເປັນຄົນດຸໝັ່ນແທ້-------------------------ມັກພຽນຂຽນອ່ານ
ອ່ານກອນໄດ້ຫຼາຍໜ້າ-------------------ສົມຄວນແລ້ວຂໍຊົມເຊີຍ ແຮໆ

ອາດເປັນຍ້ອນຢາກນອນຫລາຍ...............ເລີຍເວົ້າກາຍຫນ້າ8ໄປ
ເຖິງຢ່າງໃດກໍ່ຈະອ່ານ...........................ບໍ່ອາດຜ່ານຂ້າມກາຍໄດ້
ບໍ່ຢາກຜິດຫວັງຄືດັ່ງ............................ທີ່ເຄີຍຕັ້ງໃຈ
ຈຶ່ງຫາໄດ້ເຫັນຄຳຜະຫຍາ......................ເພື່ອນຳມາຕໍ່ກອນນຳສາວພາ ນັ້ນດອກເດ

ອັນຄຳວ່າ......................ມ່ວນແມ້ງ...............ແຮ່ງເຫັນຫລາຍ
ຄຳທີ່ໃຫ້ຄວາມຫມາຍ........ຄ້າຍກັນ.................ຫັ້ນບໍ່ມີຫວ໋າ?
555 ຫາກເປັນເຊັ່ນ..........ດັ່ງ........................ຄືຈັ່ງວ່າ
ຄືບໍ່ມາ........................ໃຊ້ຄຳວ່າ..................ມ່ວນກະດໍ້ ນໍສາວພາ
ມີຕົວຢ່າງ.....................ທາງລຸ່ມ..................ໃຫ້ພິ ຈາລະນາ
ເອົາລະນາ....................ຜູ້ຂ້າ.....................ຈະໄດ້ໄຂ ກ່າວວາຈາ.
ກອນສາວພາ................ມ່ວນກະດໍ້................ພໍໄດ້ອ່ານ
ຊ່າງສຳລານ.................ເບີກບານ.................ມະໂນຈິດ
ຊວນໃຫ້ຄິດ..................ຕາມໄປ...................ໃນກະວີເຈົ້າ
ທັງຫນຸ່ມສາວ...............ເດັກນ້ອຍ.................ຫລືຜູ້ເຖົ້າ
ເປັນຕ້ອງເຂົ້າ...............ມາຈອບສ່ອງ.............ມອງກະທູ້
ເພາະຢາກຮູ້.................ວ່າເປັນຫຍັງ..............ຈັ່ງຮິດແທ້
ມາຖະແມ້....................ພາກັນແກ້.................ກອນຊ່ວຍກັນ
ພອນສະແຫວງ............ແວວແສງ.................ກວ່າພອນສະຫວັນ
(ພອນສະແຫວງ...........ສໍ່ແສງ.....................ເຖິງພວງສະຫວັນ)
ເອົາຄວາມມັນ..............ຄວາມມ່ວນ...............ຊວນກັນມາ
ເຂົ້າມາແລ້ວ................ປີດແຊ່ວຫນີ.............ໃຫ້ເສຍລ້າໆ
ແຕ່ງບໍ່ເປັນ.................ບໍ່ລ່ຽນ.......................ຮຽນນຳສາວພາ
ສະຫງວນທ່າ..............ຮັກສາວາດ...............ຈະຂາດທັກສະ ແທ້ແລ້ວຫມູ່ເອີຍ!

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ຕອນຍັງນ້ອຍ............ຂ້ອຍຢູ່.................ນຳປູ່ແລະຍ່າ
ມື້ຫນຶ່ງຍ່າພາ...............ໄປຫລິ້ນ.............ນຳແມ່ນ້າ
ເພິ່ນກຽມຊ້າ..............ຫມາກພ້ອມ..........ອອກເດີນທາງ
ຫມາບັກດ່າງ.............ແລ່ນອອກຫນ້າ......ຄືຈັ່ງວ່າ ມັນຮູ້ທາງດີ
ແມ່ຕູ້ສີ....................ເອີ້ນໃສ່................ໄປເກີເລີເອາະ?
ບໍ່ເຂົ້າໃຈ.................ຍ່າແປໃຫ້..............ວ່າໄປໃສ?
ຊ້າຫມາກໃຫຍ່...........ຍ່າຫິ້ວໄປ............ນຳທຸກແຫ່ງ
"ຫລານແຂງແຮງ........ຫລານຖືໃຫ້.........ໄດ້ບໍ່ຍ່າ?"
"ຢ່າກະຫລ່າວ..............ຮີບຟ້າວຍ່າງ"........ທາງຍັງໄກ
ຫມາບັກດ່າງ...............ຍ່ຽວຕາມທາງ........ທີ່ເຮົາໄປ
ເຂ່ຍດິນໃສ່.................ເຮັດຄືຈັ່ງ..............ທຳທ່າຖົມ
ຍິນສຽງລົມ.................ຜ່ານໃບແປກ........ດັງວີ່ໆ
ແລ້ວຍັງມີ..................ສຽງຮ່ຳເພງ..........ຈາກສາວລາວສູງ
ດັງຄ່ອຍໆ.................ຈີ່ຈໍ່ນໍອໍ.................ມາໃນສາຍລົມ
ເຂົາຂຶ້ນພູໄປ..............ຕັດເອົາໄມ້ແຫ້ງ......ພໍມາເປັນຟືນ
ຄິດມ່ວນຟົດຟື້ນ.........ຈຶ່ງຂັບບັນເລງ........ຈີ່ຈໍ່ນໍອໍ

ຫົນທາງຄົດຄ້ຽວ............ລ້ຽວເລາະ.........ຜ່ານພູຫົວໂຫລ້ນ
ຍ່າງກັນສອງຄົນ...........ຍ່າຫລານ............ຕາມທາງສາຍກວຽນ
ເຂົ້າໄປໃນປ່າ...............ຫມູ່ບ້ານທີ່ມີຊື່ວ່າ.......ບ້ານຄູ
ຈັ່ງຊັ້ນແມ່ນ້າ..............ຂ້ອຍເອີ້ນເພິ່ນວ່າ...........ແມ່ນ້າບ້ານຄູ
ຈາກບ້ານໂພນສະຫວັນ...ນັ້ນກໍ່ໄກຢູ່...............ຍ້ອນຂ້ອຍຍັງນ້ອຍ
ດຽວນີ້ຂ້ອຍໃຫຍ່..........ແຕ່ຍັງບໍ່ທັນມີໂອກາດໄປ......ຮອດຊຽງຂວາງເລີຍ!

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MeElse ຂຽນວ່າ...
ຄົນທີ່ຄອງຖ້າເຈົ້າເຂົາຄົງນອນຫມົດແລ້ວ..................ໂດຍສະເພາະຄົນຜູ້ທີ່ຊື່ວ່າໄກ່ແກ້ວ ແລ້ວຍັງທຳມະຣາຍສ໌.
ນອນເດິກແບບນີ້..............................................ບໍ່ວ່າຕີ້ຊິບໍ່ອາບນ້ຳ ສາວພາ
ບາດວ່າຍາມຕື່ນເຊົ້າໄປ..........................................ຂີ້ໃຄຊິເປັນແຜ່ນອ່າມລ່າມ ເດີ້ລະ!

ອອຍ! ອັນນີ້ບໍ່ແມ່ນແລ້ວ-------------------------ກອນກາບທ່ານເອີຍ
ຄືບໍ່ແຕ່ງໃຫ້ເລີຍ 1 ບາດເລີຍ------------------ຈິ່ງເປັນກອນເກາະກ້ຽວ
ກອນເຈົ້າຄືຫັນລ້ຽວ------------------------------ໄປແນວທາງອື່ນ
ຫຼັກການເອກໂທທີ່ວ່ານັ້ນ------------------------ຫາຍຊ້ອນເຊື່ອງຢູ່ໃສ ເດນໍ
ແຮໆໆໆ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MeElse ຂຽນວ່າ...

ອາດເປັນຍ້ອນຢາກນອນຫລາຍ...............ເລີຍເວົ້າກາຍຫນ້າ8ໄປ
ເຖິງຢ່າງໃດກໍ່ຈະອ່ານ...........................ບໍ່ອາດຜ່ານຂ້າມກາຍໄດ້
ບໍ່ຢາກຜິດຫວັງຄືດັ່ງ............................ທີ່ເຄີຍຕັ້ງໃຈ
ຈຶ່ງຫາໄດ້ເຫັນຄຳຜະຫຍາ......................ເພື່ອນຳມາຕໍ່ກອນນຳສາວພາ ນັ້ນດອກເດ

ອັນຄຳວ່າ......................ມ່ວນແມ້ງ...............ແຮ່ງເຫັນຫລາຍ
ຄຳທີ່ໃຫ້ຄວາມຫມາຍ........ຄ້າຍກັນ.................ຫັ້ນບໍ່ມີຫວ໋າ?
555 ຫາກເປັນເຊັ່ນ..........ດັ່ງ........................ຄືຈັ່ງວ່າ
ຄືບໍ່ມາ........................ໃຊ້ຄຳວ່າ..................ມ່ວນກະດໍ້ ນໍສາວພາ
ມີຕົວຢ່າງ.....................ທາງລຸ່ມ..................ໃຫ້ພິ ຈະລະນາ
ເອົາລະນາ....................ຜູ້ຂ້າ.....................ຈະໄດ້ໄຂ ກ່າວວາຈາ.
ກອນສາວພາ................ມ່ວນກະດໍ້................ພໍໄດ້ອ່ານ
ຊ່າງສຳລານ.................ເບີກບານ.................ມະໂນຈິດ
ຊວນໃຫ້ຄິດ..................ຕາມໄປ...................ໃນກະວີເຈົ້າ
ທັງຫນຸ່ມສາວ...............ເດັກນ້ອຍ.................ຫລືຜູ້ເຖົ້າ
ເປັນຕ້ອງເຂົ້າ...............ມາຈອບສ່ອງ.............ມອງກະທູ້
ເພາະຢາກຮູ້.................ວ່າເປັນຫຍັງ..............ຈັ່ງຮິດແທ້
ມາຖະແມ້....................ພາກັນແກ້.................ກອນຊ່ວຍກັນ
ພອນສະແຫວງ............ແວວແສງ.................ກວ່າພອນສະຫວັນ
(ພອນສະແຫວງ...........ສໍ່ແສງ.....................ເຖິງພວງສະຫວັນ)
ເອົາຄວາມມັນ..............ຄວາມມ່ວນ...............ຊວນກັນມາ
ເຂົ້າມາແລ້ວ................ປີດແຊ່ວຫນີ.............ໃຫ້ເສຍລ້າໆ
ແຕ່ງບໍ່ເປັນ.................ບໍ່ລ່ຽນ.......................ຮຽນນຳສາວພາ
ສະຫງວນທ່າ..............ຮັກສາວາດ...............ຈະຂາດທັກສະ ແທ້ແລ້ວຫມູ່ເອີຍ!

ແຕ່ງແບບນີ້---------------ທີເຈົ້າ--------------ແຕ່ງໄດ້ດີ
ໄປຮຽນໃສ----------------ຈິ່ງໄດ້--------------ມ່ວນຄັກນີ້
ມ່ວນຄັກແທ້--------------ກອນເຈົ້າ-----------ຊິຮຽນນຳ
ມາຍົກຍ້ອງ---------------ຊ່າງວ່າ------------ວາຈາຫວານ

ກອນແບບນີ້-------------ຂ້ອຍບໍ່ເກັ່ງ----------ຄືຈັ່ງເຈົ້າ
ເຂົ້າມາເວົ້າ--------------ມາສອນ-------------ຂ້ອຍແນ່ເດີ
ກໍ່ດີໃຈ-------------------ຖ້າໃຜທີ່-------------ມັກອ່ານກອນ
ເຂົ້າມາແລ້ວ-------------ມາແຕ່ງ-------------ໃຫ້ອອນຊອນ

ຢາກແຕ່ງກອນ---------ແບບນີ້----------------ໃຫ້ເປັນຄັກ
ເຈົ້າຜູ້ມັກ----------------ແຕ່ງກອນ------------ໄດ້ມ່ວນຫຼາຍ
ເຂົ້າມາສອນ------------ໃຫ້ຮຽນຮູ້-------------ຢ່າຟ້າວໄປ
ຮີບມາໄວ----------------ບອກແນ່--------------ຫຼັກການນີ້
ຂອບໃຈ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຸດແສນດີໃຈແທ້...................ເມື່ອແລສ່ອງກະທູກອນ
ຈັ່ງແມ່ນມ່ວນອອນຊອນ.............ບັນດາກອນທຸກທ່ານແຕ່ງ
ກອນເຈັດກໍ່ມາແຮງ..................ກໍ່າລັງກໍ່ແສງແມ່ນກອນແປດ
ເພັດແພັດດົງດັງກ້ອງ...............ນອງນັນກຸ້ມຊຸມໝູ່ເຮົາຮາ.ແທ້ເດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...
ສຸດແສນດີໃຈແທ້...................ເມື່ອແລສ່ອງກະທູກອນ
ຈັ່ງແມ່ນມ່ວນອອນຊອນ.............ບັນດາກອນທຸກທ່ານແຕ່ງ
ກອນເຈັດກໍ່ມາແຮງ..................ກໍ່າລັງກໍ່ແສງແມ່ນກອນແປດ
ເພັດແພັດດົງດັງກ້ອງ...............ນອງນັນກຸ້ມຊຸມໝູ່ເຮົາຮາ.ແທ້ເດ

ສອນແດ່ດຸເຈົ້າ-------------------ກອນເຈັດກອນແປດນາ
ມັນເປັນຈັ່ງໃດແທ້ຫວາ--------ສ່ວນຂ້ອຍຍັງບໍ່ຮູ້ຄັກໃດນີ້
ເຊື່ອວ່າເຈົ້າຮູ້ແທ້---------------ດີກວ່າຂ້ອຍອີກ
ມາສອນແດ່ເດີເຈົ້າ-------------ຊິເຝົ້າເບິ່ງຄຳຕອບມາ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກອນແປດກໍ່ແມ່ນກອນເຈົ້າແຕ່ງມາເທີງນີ້ລະ
+ ມັນມ່ວນດີ................ວາທີ............ຂອງທ່ານເວົ້າ
ໃຈບໍ່ເສົ້າ...................ສົດຊື່ນ.........ໃນອຸລາ
ກະວີຈາ....................ພາໃຈ...........ສົດຊື່ນຊ້ອຍ
ຫວານກ່ວາອ້ອຍ..........ແດນດອຍ......ໃນເດືອນສີ່.ແທ້ເດ
*ຂໍໂທດໃດຂ້ອຍກໍ່ບໍ່ຖານັດຄືກັນ...ແຕ່ບາງທ່ານມັກຂື້ນຕົ້ນດ້ວຍ ພະຍາງ 2.......3.......3 , 3......2......3 ຫລື 3......3.........2 ກໍ່ໄດ້
ສຳດັບກອນເຈັດແລະຄຳປະຈຳບ່ອນທີ່ມີສະຫລະປະຈຳຢູ່ນັ້ນແມ່ນກອນດຽວກັນຄືພະຍາງ 3.......4 ທີ່ເຈົ້າແລະຂ້ອຍກໍ່ແຕ່ງມາຫລາຍແລ້ວ
ຢູ່ເທີງຫັ້ນ :ກາງເອກໂທ.........ກາງເອກກາງກາງ
ກາງກາງກາງ....................ເອກກາງກາງໂທ
ກາງກາງໂທ......................ກາງກາງກາງເອກ
ກາງເອກໂທ......................ກາງໂທກາງກາງ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...
ກອນແປດກໍ່ແມ່ນກອນເຈົ້າແຕ່ງມາເທີງນີ້ລະ
+ ມັນມ່ວນດີ................ວາທີ............ຂອງທ່ານເວົ້າ
ໃຈບໍ່ເສົ້າ...................ສົດຊື່ນ.........ໃນອຸລາ
ກະວີຈາ....................ພາໃຈ...........ສົດຊື່ນຊ້ອຍ
ຫວານກ່ວາອ້ອຍ..........ແດນດອຍ......ໃນເດືອນສີ່.ແທ້ເດ
*ຂໍໂທດໃດຂ້ອຍກໍ່ບໍ່ຖານັດຄືກັນ...ແຕ່ບາງທ່ານມັກຂື້ນຕົ້ນດ້ວຍ ພະຍາງ 2.......3.......3 , 3......2......3 ຫລື 3......3.........2 ກໍ່ໄດ້
ສຳດັບກອນເຈັດແລະຄຳປະຈຳບ່ອນທີ່ມີສະຫລະປະຈຳຢູ່ນັ້ນແມ່ນກອນດຽວກັນຄືພະຍາງ 3.......4 ທີ່ເຈົ້າແລະຂ້ອຍກໍ່ແຕ່ງມາຫລາຍແລ້ວ
ຢູ່ເທີງຫັ້ນ :ກາງເອກໂທ.........ກາງເອກກາງກາງ
ກາງກາງກາງ....................ເອກກາງກາງໂທ
ກາງກາງໂທ......................ກາງກາງກາງເອກ
ກາງເອກໂທ......................ກາງໂທກາງກາງ

ຂອບໃຈຊັ້ນ-----------ຊິລອງ-----------ແຕ່ງເບິ່ງກ່ອນ
ອັນທີ່ບ່ອນ------------ເຈົ້າວ່າ-----------ຂ້ອຍຮູ້ແລ້ວ
ທີ່ສົນໃຈ--------------ແມ່ນບ່ອນ--------ຈະສຳພັດ
ໄປແນວໃດ-----------ມາແນວໃດ-------ຈິ່ງຊິມ່ວນ ຫັ້ນນ໋າ

ໜ້າທີ່ 10 ຈາກທັງໝົດ 15 ໜ້າ <<<12345 ... 89101112131415>>>