ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ຄວາມຣູ້ດີດີ ສຳລັບທ່ານທີ່ໃຊ້ຄອມພິວເຕີ້ຍັງບໍ່ທັນເປັນ

໖ ກະທູ້
໔໙ ໂພສ
ຂາປະຈຳເວັບບອດ
[size=12pt] ຄວາມຣູ້ດີດີ ສຳລັບທ່ານທີ່ໃຊ້ຄອມພິວເຕີ້ຍັງບໍ່ທັນເປັນ[/size]
ຫລາຍໆຄົນໄດ້ມີໂອກາດໃຊ້ງານເຄື່ອງຄອມພິວເຕີ້ ກໍ່ເຣັດໄດ້ແຕ່ໃຊ້ຊອບຟ໌ແວຣ໌ຕ່າງໆ ທີ່ມີຢູ່ໃນເຄື່ອງສຳເລັດຣູບແລ້ວເທົ່ານັ້ນ ມື້ໃດມື້ໜຶ່ງ ຄອມພິວເຕີ້ຂອງທ່ານເກີດບັນຫາຂື້ນມາ ບໍ່ຣູ້ວ່າຈະຫັນໜ້າໄປເພິ່ງໃຜ ຫາກທ່ານພໍຣູ້ຈັກກັບອຸປະກອນຕ່າງໆ ລວມໄປເຖິງຊອບຟ໌ແວຣ໌ຕ່າງໆ ທີ່ມີຢູ່ໃນເຄື່ອງຄອມພິວເຕີ້ນັ້ນ ທ່ານອາດຈະຊ່ວຍຕົວເອງໄດ້ຫລາຍຂື້ນ
ແບບໃດຈຶ່ງຈະເອີ້ນວ່າໃຊ້ຄອມພິວເຕີ້ເປັນ
ຄຳຖາມທຳອິດເລີຍ ທ່ານໃຊ້ຄອມພິວເຕີ້ເປັນຫລືຍັງ ? ອາດຈະບໍ່ມີຄຳຕອບທີ່ແນ່ນອນຕາຍໂຕ ວ່າແບບໃດທີ່ເອີ້ວ່າໃຊ້ຄອມພິວເຕີ້ເປັນ ໃນຄຳເຫັນຂອງຂ້ອຍ ຫາກທ່ານສາມາດບອກໄດ້ຫມົດວ່າ ເຄື່ອງຄອມພິວເຕີ້ມີ ສະເປັກແບບໃດ ໃຊ້ຊີພີຢູຄວາມໄວເທົ່າໃດ ຂະໜາດຂອງແລມ ຊະນິດຂອງກາດຈໍ ແລະ ກາດສຽງ ອຸປະກອນຕ່າງໆທີ່ຕໍ່ໃຊ້ງານຢູ່ ລະບົບປະຕິບັດການ ແລະ ຊອບຟ໌ແວຣ໌ທີ່ປະຕິບັດງານຢູ່ມີຫຍັງແດ່ ແລະທີ່ສຳຄັນຄື ຈາກຈຸດເລີ່ມຕົ້ນຖ້າຣາດສ໌ດິດຂອງທ່ານບໍ່ມີຫຍັງຢູ່ເລີຍ ທ່ານສາມາດທີ່ຈະລົງ WINDOW ແລະໂປແກຮມຕ່າງໆໄດ້ດ້ວຍຕົນເອງຈົນຄົບຕາມທີ່ສາມາດໃຊ້ງານໄດ້ ສາມາດໃຊ້ງານຊອບຟ໌ແວຣ໌ຕ່າງໆຕາມຄວາມຈຳເປັນ ອາດຈະບໍ່ຕ້ອງຄົບທຸກຢ່າງ ນັ້ນແລະທີ່ເອີ້ນວ່າໃຊ້ຄອມພິວເຕີ້ເປັນ (ຕາມຄວາມຄິດຂອງຂ້ອຍ)
ລຳດັບການເລີ່ມຣຽນຣູ້ຄອມພິວເຕີ້
ມາເບິ່ງລຳດັບການເລີ່ມຕົ້ນສຶກສາຫາຄວາມຣູ້ເຣື່ອງຄອມພພິວເຕີ້ກ່ອນ ລອງສຶກສາແຕ່ລະຂັ້ນຕອນ ຢ່າຂ້າມເດີ
1. ສຶກສາການໃຊ້ງານ window ໃນເບື້ອງຕົ້ນ ໂດຍສາມາດໃຊ້ຟັງຊັ້ນຕ່າງໆ ພື້ນຖານໄດ້ພໍສົມຄວນ
2. ສຶກສາໃຊ້ງານຊອບຟ໌ແວຣ໌ຕ່າງໆ ທີ່ມາກັບເຄື່ອງ ເທົ່າທີ່ຈຳເປັນແລະຄວນໃຊ້ງານເຊັ່ນ : internet,word,excel ແລະອື່ນໆ
3. ອຸປະກອນຕ່າງໆເຊັ່ນ : printer, scanner, modern ທີ່ມີຕໍ່ຢູ່ ຕ້ອງຣູ້ຈັກແລະ ໃຊ້ງານໄດ້ເຕັມຄວາມສາມາດ
4. ສາມາດທຳງານລົງຊອບຟ໌ແວຮ໌ໃຫມ່ ແລະທຳງານ Uninstall ອອກໄດ້ ເນັ້ນທີ່ຊອບຟ໌ແວຣ໌ຕ່າງໆ
5. ເລີ່ມຕົ້ນຣຽນລົງ window ດ້ວຍຕົນເອງ ຈາກການ ຟໍແມັດ ຣາດສ໌ດິດ ລົບ ຂໍ້ມູນອອກທັງຫມດແລະລົງ window ໄດ້ຈົນຄົບ
6. ເປີດຝາເຄື່ອງ ລອງສຳຫລວດອຸປະກອນພາຍໃນ ແລະ ທຳຄວາມຮູ້ຈັກວ່າ ອັນໃດເປັນອັນໃດ ໃຊ້ສຳຫລັບຫຍັງ
7. ກວດສອບສະເປັກເຄື່ອງຢ່າງລະອຽດວ່າ ໃຊ້ອຸປະກອນຢີຫໍ້ໃດ ຣຸ້ນໃດ ຂະໜາດເທົ່ໃດ (ເປັນບົດຣຽນເລີ່ມຕົ້ນດ້ານຣາດສ໌ແວຣ໌)
8. ເລີ່ມການຖອດປ່ຽນຣາດສ໌ດິດກ່ອນ ສຶກສາຕໍ່ສາຍໄຟ ແລະ ສາຍຂໍ້ມູນຕ່າງໆ (ຮາດສ໌ດິດຈະເປັນຈຸດທຳອິດທີ່ຄວນຣູ້ໄວ້)
9. ຫລັງຈາກຣູ້ຈັກກັບຣາດສ໌ດິດແລ້ວ ສຶກສາໂຕ ຊີດີຣອມ ແລະ ຟອບຟີ້ດິດ
10. ຖ້າມີກາດສ໌ຕ່າງໆ ທີ່ສຽບຢູ່ເທິງແມມບອດ ເຊັ່ນ ກາດສ໌ຈໍ ກາດສ໌ສຽງ ໂມເດັ້ມ ການທົດລອງຖອດ\\ໃສ່ ກໍ່ເປັນບົດຣຽນຫນຶ່ງທີ່ດີຫລາຍ
11. ຊີພີຢູ ແຣມ ທົດລອງແງະອອກມາ ແລ້ວໃສ່ກັບເຂົ້າໄປໃຫມ່ (ໃຫ້ມັນຄຸ້ນເຄີຍ)
12. ອຸປະກ່ອນຕ່າງໆ ສາຍໄຟຂອງລະບົບ ສາຍແພ ສາຍສຽງແລະອື່ນໆ ເບິ່ງໃຫ້ຄົບວ່າມີຫຍັງແດ່
13. ສັງເກດ jumper ຕ່າງໆ ແລະ ລອງເປີດຄູ່ມື ແມມບອດມາອ່ານເບິ່ງ ວ່າແຕ່ລະໂຕໃຊ້ສຳຫລັບເຣັດຫຍັງແດ່
14. ເຣັດໄດ້ເທົ່ານີ້ກໍ່ຖືວ່າເກັ່ງແລ້ວ ຖ້າຈະໃຫ້ດີ ຕ້ອງຖອດທຸກຊີ້ນສ່ວນອອກມາ ແລ້ວປະກອບໃຫມ່ ຖ້າເຄື່ອງຄອມພິວເຕີ້ ທຳງານໄດ້ ແປວ່າເຈົ້າເກັ່ງແລ້ວ


ທຸກໆຫັວຂໍ້ດ້ານເທິງນັ້ນ ໃຊ້ເວລາຢ່າງຫນ້ອຍກະ ເຄິ່ງປີຂື້ນໄປ ບໍ່ຕ້ອງຝັນຫວານກັນເລີຍວ່າສາມາດເຣັດທຸກຢ່າງ ຣຽນຣູ້ພາຍໃນ 1 ອາທິດ (ແບບທີ່ໂຣງຣຽນສອນຄອມພິວເຕີ້ທັ່ວໄປ ນິຍົມໃຊ້ເວົ້າກັນ) ແຕ່ຖ້າຫາກເຈົ້າ ສາມາດເຣັດໄດ້ທັງຫມົດນີ້ ກໍ່ຈະເປັນຄວາມພູມໃຈສ່ວນຂອງໂຕເຈົ້າເອງ.
ຈະເລີ່ມຕົ້ນສຶກສາ ຕ້ອງລົງທຶນກັນແນ່
ຄົນເຣົາມັກຈະຖາມວ່າ ມີໂຣງຣຽນໃດທີ່ມີອາຈານສອນຄອມພິວເຕີ້ເກັ່ງໆແນ່ ໂດຍສ່ວນໂຕຂອງຂ້ອຍເອງແລ້ວ ເຄື່ອງຄອມພິວເຕີ້ຂອງເຈົ້າທີ່ໃຊ້ຢູ່ນັ້ນແລະຄືອາຈານທີ່ດີທີ່ສຸດ ພຽງແຕ່ວ່າ ຫາກຕ້ອງການໃຊ້ ເຄື່ອງຄອມພິວເຕີ້ ໃນການສຶກສາຫາຄວາມຣູ້ ກໍ່ຕ້ອງລົງທຶນກັນແນ່ ຢ່າຟ້າວນຶກວ່າເປັນການລົງທຶນແບບອັບເກຣດ ຫລື ຕ້ອງຊື້ອຸປະກອນຕ່າງໆມາເພີ່ມ ຂ້ອຍໝາຍເຖິງການລົງທຶນແບບລົບທຸກສິ່ງທຸກຢ່າງ ທີ່ມີເກັບຢູ່ໃນເຄື່ອງຄອມ ພິວເຕີ້ຂອງທ່ານອອກໃຫ້ໝົດ ແລ້ວເລີ່ມຕົ້ນຈາກການຕິດຕັ້ງແລະລົງຊອບຟ໌ ແວຣ໌ຕ່າງໆລົງ ດ້ວຍຕົວເອງ ແຕ່ຖ້າໄດ້ທົດລອງຈັກເທື່ອໜຶ່ງ ເທື່ອຕໍ່ໆໄປກໍ່ຈະບໍ່ແມ່ນເລື່ອງຍາກເລີຍ .
ເທື່ອຕໍ່ໄປການທີ່ຈະອັບເກຣດເຄື່ອງຄອມພິວເຕີ້ດ້ວຍຕົນເອງ ກໍ່ລອງຫາກາດສ໌ຕ່າງໆ ແຣມ ຫລື ຊີພີຢູ ມາປ່ຽນເອງຈາກນັ້ນຄວາມຣູ້ ແລະ ຄວາມຊຳນານໃນດ້ານຕ່າງໆ ກໍ່ຈະຕາມມາເອງ ມັນບໍ່ຍາກດອກ ແຕ່ ຖ້າຫາກວ່າທ່ານຄິດວ່າມັນຍາກເກີນໄປ ກໍ່ຕ້ອງຫາໝູ່ທີ່ພໍເປັນມາຄ່ອຍບອກເຣົາກໍ່ໄດ້
ສະຫລຸບສົ່ງທ້າຍ
ການຣຽນຣູ້ຈະເກີດຂື້ນຈາກການທົດລົງ ຫາກຕ້ອງການຣຽນຣູ້ກໍ່ຕ້ອງເຣັດການທົດລອງດ້ວຍຕົນເອງ .


໔ ກະທູ້
໗໕໐ ໂພສ
ຊຳນານການເວັບບອດ
ໃຊ້ດົນໆໄປກໍຈະໃຊ້ເປັນຫລອກ! ບໍ່ມີໃຜຮູ້ຫຍັງໝົດທຸກຢ່າງ












໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໒໒ ກະທູ້
໒໗໔ ໂພສ
ນັກການກະທູ້
ຟໍແມັດເປັນຢ່າງດຽວ Shift+Del.............................


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເກັ່ງວະ ເຈົ້າ ຂອງກະທູ້ ນິ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາເປັນຮອດແຕ່ຂໍ້ສີ່

ຄິດດີ ເວົ້າດີ ເຮັດດີ