ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ຊ່ວຍແນ່ເຂົ້າ Windows ບໍ່ໄດ້

໗ ກະທູ້
໑໐໑ ໂພສ
ນັກການກະທູ້
ກຳລັງຫຼິ້ນພັນລາວມ່ວນໆຢູ່ ຢູ່ດີໆຄອມກະດັບເອງເພາະຫຼົງໄປເຕາະສາຍໄຟ

ພໍເປີດຂື້ນມາໃໝ່ຮອດຕອນຊິເຂົ້າ Windows ປາກົດວ່າມັນໃຫ້ໃສ່ Password ຂ້າພະເຈົ້າກະງົງບໍ່ຮູ້ວ່າມັນມາແຕ່ໃສ ເພາະບໍ່ເຄີຍຕັ້ງ Password ຈັກເທື່ອ
ຊຽນທ່ານໃດຮູ້ບອກແນ່ ເພາະຢາກຫຼີ້ນພັນລາວແຮງ

*ความรู้ คือ อำนาจ**ถ้าไม่โง่ก่อน แล้วจะฉลาดได้ิอย่างไร*

໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍເຈິຢູ່ອາການແບບນີ້ນະ ແຕ່ພໍ restart ມັນກະກັບມາຄືນຄືເກົ່າ
ລອງເຂົ້າວິນໂດດດຍ SafeMode ເບີ່ງລະ

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າບໍ່ໄດ້ ແນະນຳໃຫ້ hack password ເລີຍໂດຍຫາແຜ່ນບູດທີ່ສາມາດແຫິກພາສເວີດໄດ້ມາບູດເອົາ

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໗ ກະທູ້
໑໐໑ ໂພສ
ນັກການກະທູ້
CrazyGirl ຄືຮູ້ຫຼາຍແນວແທ້ ສຸດຍອດ

*ความรู้ คือ อำนาจ**ถ้าไม่โง่ก่อน แล้วจะฉลาดได้ิอย่างไร*

໐ ກະທູ້
໙໖ ໂພສ
ຂາປະຈຳເວັບບອດ
ເພາະການເຕະສາຍໄຟອາດເຮັດໃຫ້ໄຟລ໌ວິນໂດ້ຂອງເຈົ້າເສຍຫາຍ
ແນະນຳໃຫ້ລົງວິນໂດ້ໄໝ່ໂລດ ອາດສາມາດແກ້ບັນຫານີ້ໃດ້ແນ່ນອນ

IlOvECompUteR

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ເລື່ອງເລີຍຂ້ອຍ ແຕ່ເຂົ້າມາເບິ່ງຄຳຕອບ

<-----ຄົນໃຈດີແຟນຄລັບ

໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ມາຈອບເຍິ່ງຄຳຕອບ5555

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໒ ກະທູ້
໑໐໑ ໂພສ
ນັກການກະທູ້
ທຸກປັນຫາຍ່ອມມີທາງອອກ ຖ້າຍັງບໍ່ມີທາງອອກລອງມາໃຊ້ວິທີນີ້

ເຂົ້າມາຫນ້າ login ຂອງ XP ເຊິ່ງທ່ານເອງໄດ້ລືມລະຫັດໂຕເອງໄປແລ້ວ


ຈາກນັ້ນກໍເອົາແຜ່ນໂປຣແກຣມ winternals ERD Commander ຍັດເຂົ້າໄປ


ຈາກນັ້ນກໍ reboot


ເຂົ້າໄປໃນ BIOS ເພື່ອປັບໃຫ້ມັນ boot ຜ່ານ CD


ຫລັງຈາກປັບແລ້ວໆ ມັນກໍ boot ຜ່ານ CD


ແລ້ວກໍເຂົ້າສູ່ລະບົບ


ລໍຖ້າໃຫ້ມັນໂຫລດຈັກຄາວຫນຶ່ງ


ຫລັງຈາກນັ້ນມັນຈະມີຊ່ອງໃຫ້ເຮົາເລືອກໂຟນເດີ້ວ່າ Windows ເຮົາໄດ້ຕິດຕັ້ງຢູ່ຊ່ອງໃດ


ໃຫ້ທ່ານເລືອກເອົາຊ່ອງ C:\\WINDOWS


ແລ້ວກໍຄລິກ OK ເພື່ອເຂົ້າສູ່ຂັ້ນຕອນຕໍ່ໄປ


ມັນຈະມີ pop up ຂຶ້ນມາ ບໍ່ຕ້ອງສົນໃຈຫຍັງ ໃຫ້ກົດ OK ໄປໂລດ


ແລະແລ້ວກໍເຂົ້າມາໃນຫນ້າຕາຂອງໂປຣແກຣມ

ໃຫ້ທ່ານ Click Start menu > Administrative tools > Locksmith

ແລ້ວກໍ Next


ເລືອກ User account ຂອງທ່ານເພື່ອ reset ລະຫັດໃຫມ່


ຈາກນັ້ນກໍໃສ່ລະຫັດໃຫມ່ເຂົ້າໄປ ແລ້ວກໍກົດ Next


ຫລັງຈາກນັ້ນກໍກົດ Finished ແລ້ວ PC ຂອງທ່ານມັນຈະ Restart


OK ເພື່ອ restart


ຫລັງຈາກ boot ເຂົ້າລະບົບມາໃຫມ່ແລ້ວ ກໍໃຫ້ທ່ານໃສ່ລະຫັດທີ່ຫາກໍໄດ້ປ່ຽນເຂົ້າໄປວ່າງກີ້ນີ້ ແລະ ຈະເຫັນວ່າທ່ານສາມາດເຂົ້າໄປໃນລະບົບໄດ້ປົກກະຕິອີກຄັ້ງ


໒ ກະທູ້
໑໐໑ ໂພສ
ນັກການກະທູ້
ໂອ໋ຍຍຍຍ ລືມໆໆໆໆ ລືມເອົາລິ້ງດາວໂຫລດໂປຣແກຣມມັນໃຫ້
http://rapidshare.com/files/57244671/ERD_Commander_2007.rar


໐ ກະທູ້
໙໖ ໂພສ
ຂາປະຈຳເວັບບອດ
ໂອ້ ຂອບໃຈຫຼາຍໆທ່ານໄຂ້ຫວັດນົກ^^

IlOvECompUteR

໑໐ ກະທູ້
໑໙໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Orochi ຂຽນວ່າ...
ກຳລັງຫຼິ້ນພັນລາວມ່ວນໆຢູ່ ຢູ່ດີໆຄອມກະດັບເອງເພາະຫຼົງໄປເຕາະສາຍໄຟ

ພໍເປີດຂື້ນມາໃໝ່ຮອດຕອນຊິເຂົ້າ Windows ປາກົດວ່າມັນໃຫ້ໃສ່ Password ຂ້າພະເຈົ້າກະງົງບໍ່ຮູ້ວ່າມັນມາແຕ່ໃສ ເພາະບໍ່ເຄີຍຕັ້ງ Password ຈັກເທື່ອ
ຊຽນທ່ານໃດຮູ້ບອກແນ່ ເພາະຢາກຫຼີ້ນພັນລາວແຮງ



ວິທີແກ້ງ່າຍໆ ຖ້າເຂົ້າ ທາງວິນໂດ້ບໍ່ໄດ້
ກະຍ່າງໄປໜ້າບ້ານ ເຂົ້າທາງປະຕູແທນ
ວິນໂດ້ : ໜ້າຕ່າງ : ປ່ອງຢ້ຽມ

<img src="http://uphoup.com/image-2D9D_4C8B6A12.jpg" width="338" height="50">

໔ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ຕາມທີ່ເຄີຍຮູ້ມາ ປະກົດການແບບນີ້ແມ່ນຖຶກໄວຣັດສ໌ freshy.exe ຈັດການ, ວິທີແກ້ຂອງເຮົາກະງ່າຍໆ ຄືໃຊ້ Hiren BootCD ເຂົ້າໄປ reset password ມັນເລີຍ, ຫລືຈະເຂົ້າຕອນມັນຂື້ນ password ເລີຍກະໄດ້, password ຂອງມັນແມ່ນ: "Hacked"


໔ ກະທູ້
໒໐໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ birdflu2007dotexe ຂຽນວ່າ...
ໂອ໋ຍຍຍຍ ລືມໆໆໆໆ ລືມເອົາລິ້ງດາວໂຫລດໂປຣແກຣມມັນໃຫ້
http://rapidshare.com/files/57244671/ERD_Commander_2007.rar



ທີ່ນ້ອງເບີດຂຽນບັກຍາວໆຄັກເນາະ ແຕ່ວ່າຕ້ອງເອົາໂປຣແກຣມລົງຫກ່ອນ?? ງົງ

ວ່າແຕ່ແຮ໋ກໄດ້ແນວນີ້ ບາດໜ້າກາບໍ່ຈຳເປັນພາກັນໃສ່ ພວ ລະ ຢາກເຂົ້າຂອງໃຜກາເຮັດແບບນີ້ໂລດ

ອື່ມມມມ ແມ່ນຫວ໋າ?? ໂງ່ຕາມເຄີຍ ເຮົາ ະຮະຮະ

有自信不一定赢 没自信一定输

໒ ກະທູ້
໑໐໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ WanJaiiiiiiiiiiiii ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ birdflu2007dotexe ຂຽນວ່າ...
ໂອ໋ຍຍຍຍ ລືມໆໆໆໆ ລືມເອົາລິ້ງດາວໂຫລດໂປຣແກຣມມັນໃຫ້
http://rapidshare.com/files/57244671/ERD_Commander_2007.rar



ທີ່ນ້ອງເບີດຂຽນບັກຍາວໆຄັກເນາະ ແຕ່ວ່າຕ້ອງເອົາໂປຣແກຣມລົງຫກ່ອນ?? ງົງ

ວ່າແຕ່ແຮ໋ກໄດ້ແນວນີ້ ບາດໜ້າກາບໍ່ຈຳເປັນພາກັນໃສ່ ພວ ລະ ຢາກເຂົ້າຂອງໃຜກາເຮັດແບບນີ້ໂລດ

ອື່ມມມມ ແມ່ນຫວ໋າ?? ໂງ່ຕາມເຄີຍ ເຮົາ ະຮະຮະ


ໂປຣແກຣມ ເຮົາຕ້ອງ burn ໃສ່ຊີດີກ່ອນ ແລ້ວຈັ່ງເອົາແຜ່ນມາ boot ເຂົ້າຫັ້ນນະເອື້ອຍ


໗ ກະທູ້
໑໐໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Thrunks ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Orochi ຂຽນວ່າ...
ກຳລັງຫຼິ້ນພັນລາວມ່ວນໆຢູ່ ຢູ່ດີໆຄອມກະດັບເອງເພາະຫຼົງໄປເຕາະສາຍໄຟ

ພໍເປີດຂື້ນມາໃໝ່ຮອດຕອນຊິເຂົ້າ Windows ປາກົດວ່າມັນໃຫ້ໃສ່ Password ຂ້າພະເຈົ້າກະງົງບໍ່ຮູ້ວ່າມັນມາແຕ່ໃສ ເພາະບໍ່ເຄີຍຕັ້ງ Password ຈັກເທື່ອ
ຊຽນທ່ານໃດຮູ້ບອກແນ່ ເພາະຢາກຫຼີ້ນພັນລາວແຮງ



ວິທີແກ້ງ່າຍໆ ຖ້າເຂົ້າ ທາງວິນໂດ້ບໍ່ໄດ້
ກະຍ່າງໄປໜ້າບ້ານ ເຂົ້າທາງປະຕູແທນ
ວິນໂດ້ : ໜ້າຕ່າງ : ປ່ອງຢ້ຽມ


5555555555 ກ້າເວົ້າເສີຍເນາະ 555555555

*ความรู้ คือ อำนาจ**ถ้าไม่โง่ก่อน แล้วจะฉลาดได้ิอย่างไร*

໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
ຖ້າທ່ານເປີດເຂົ້າບໍ່ໄດ້ທາງທີ່ດີຄືລົງwindowເລີຍແລ້ວຮັກສາມັນດີໆຫ້າມໃຫ້ໄວຮັສເຂົ້າຫຼາຍ

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໐ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
5555 ຊ່າງວ່າເປັນ!!!!


໘ ກະທູ້
໒໐໒ ໂພສ
ນັກການກະທູ້
ລອງພີມ
username : user
password :
ລອງບໍ່ໃສ່psswordລອງເບີ່ງ