ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ກະລຸນາຊ່ວຍແດ່ ທ່ານ ຜູ້ຮູ້ ຂໍຂອບໃຈ

໙ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
USB ຂອງຂ້ອຍໄດ້ save file ເປັນ folder ເຂົ້າໄປ ແຕ່ເອົາໄປເປີດເບິ່ງພັດບໍ່ເຫັນ ຖ້າຫາກ scan USB ພັດຈະເຫັນຂໍ້ມູນໃນ folder ທີ່ຫາຍໄປ ຄິດວ່າເປັນ virus ເຊື່ອງໄວ້


໖ ກະທູ້
໑໗໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາເປີດກະທູ້


໖ ກະທູ້
໑໗໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນເປັນນຳ usb


໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກຮູ້ຄືກັນ


໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖືກໄວຣັດເຊື່ອງ Folder ໄວ້ຕີ້ເບາະ!!!!

ລອງວິທີງ່າຍໆນີ້ເບິ່ງດູ!!!

ເຂົ້າໄປທີ່ My Computer >> Tools >> Folder Options

ຈະໂຊໜ້າຕ່າງ Folder Options ຂຶ້ນມາແລ້ວໄປທີ່ View

ເລືອກ Show Hidden Files and Folders ແລ້ວກົດ Apply

ຈາກນັ້ນກໍ່ໄປເບິ່ງ Folder ທີ່ທ່ານເກັບໄຟລ໌ຂໍ້ມູນໄວ້ໃນ USB!!

ຖ້າເຫັນ..ມັນຈະໂຊເປັນຮູບ Folder ສີຈາງໆດອກທ່ານ!!!

ເບິ່ງຕາມຮູບເດີ້:


1.



2.





໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າມາຫົວ ຮາໆໆໆໆໆໆໆ


໔໖ ກະທູ້
໓໙໙ ໂພສ
ຊຳນານການເວັບບອດ
ເປີດ Text Document ແລ້ວຂຽນ attrib -s -h -r /S /D F:\\* ຫຼັງຈາກນັ້ນ save ເປັນ file ດັອດ bat
ເຊັ່ນຕົວຢ່າງ ShowhiddenFolder.bat ແລ້ວ double click ໃສ່ມັນແລ້ວລໍຖ້າໃຫ້ມັນຫາຍໄປເອງກໍ່ຈະ show ທັງໝົດ folder ທີ່ຖືກເຊື່ອງໄປ
ໝາຍເຫດ F ແມ່ນ Drive ທີ່ເຮົາຕ້ອງການ show folder ສາມາດ ເຮັດໄດ້ກັນຊ່ອງ ອື່ນໆ C ຫຼື D ຫຼື G ....
ມີ \\ ຕົວດຽວເດີ

Expert of Math apply, Math analysis and General Math

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊື້ USB ໃໝ່ໂລດ


໐ ກະທູ້
໒໔໘ ໂພສ
ນັກການກະທູ້
ວິທີແກ້ໄຂກໍ່ຄື :
1. ເຂົ້າທີ່ Start > Run > cmd
2. ແລ້ວພີມໃສວ່າ attrib -s -h -r /s /d
3. ຫລັງຈາກນັ້ນເຮົາກໍ່ຈະເຫັນ
4. Folder ເອກະສານຂອງທ່ານ
5. ລົບ Folder Short cut ອອກທັງໝົດເລີຍ

ໃຫ້ທ່ານອັດເດດໂປຮແກຮມ Anti Virus ແລ້ວ Scan ໃນ USB ແລະ ຄອມພິວເຕີຂອງທ່ານພ້ອມ ຖ້າເຫັນໄວລັດສ໌ກໍ່ທຳການລົບມັນອອກໄປສາ ເພື່ອຄວາມປອດໄພຂອງທ່ານເອງ


໑໙ ກະທູ້
໒໙໐ ໂພສ
ຊຳນານການເວັບບອດ
ໃຫ້ເຂົ້າເວບນີ້ເພາະໄວລັດໂຕນີ້ແມ່ນໄວລັດລາວ
http://laoav.net/index.php
ແລ້ວເລືອກໂລດເອົາຂ້າໄວລັດ kill folder-file hidden
ໝາຍເຫດ ໃຫ້ສະມັກສະມາຊິກກ່ອນເດີ້