ກະທູ້ມາໃໝ່ | ຫມວດ | ເທັກໂນໂ... » ບັນຫາຄອມ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຊ່ວຍແດ່ usb ໂຫຼດຫຍັງໃສ່ກໍ່ບໍ່ໄດ້ format ກໍ່ບໍ່ໄດ້ ເວລາເຮົາໂຫຼດຫຍັງໃສ່ ມັນຂື້ນວ່າ the disk is write protected ສ່ວນ usb ກໍ່ຍັງມີພື້ນທີ່ຫວ່າງ ແລະ ຂໍ້ມູນໃນ usb ກໍ່ຍັງໃຊ້ໄດ້ຍູ່ ໂຫຼດອອກໄດ້ແຕ່ເອາໃສ່ບໍ່ໄດ້ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຂອງຂ້ອຍກະເຄີຍເປັນ ແຕ່ເອົາຖີ້ມແລ້ວໃຊ້ບໍ່ໄດ້ ເອີ....ຂ້ອຍມີໂປຣແກມແກ້ໄຂຢູ່ແຕ່ບໍ່ຊ່າງອັບໂຫລດເຂົ້າ ຂ້ອຍດາວໂຫລດເອົານຳເວັບຍີ້ນລາວມາດົນແລ້ວ ໄດ້ປີນຶ່ງລະເດ ເຈົ້າລອງເຂົ້າໄປຄົ້ນຢູ່ຍີ້ມລາວເບີ່ງເດີ ຫຼື ທ່ານໃດຮູ້ລິ້ງກະບອກກັນແດ່ເດີ ຖືວ່າຮັກແພງກັນເໝືອອ້າຍ ເອື້ອຍ ນ້ອງ ດຽວກັນ...ຂອບໃຈ.....
ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ມາບໍ່ທັນຊຳ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ບໍ່ທັນຫຍັງລະທ້າວ
ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ບໍ່ທັນເປີດສົດຕິເບາະ ຮາໆໆໆໆໆ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
1. ເຂົ້າໄປໂຫຼດ Program ຕາມ Link ນີ້ http: //www.apacer.com/en/support/downloads/Repair_v2.9.1.1.zip 2. ຫຼັງຈາກໂຫຼດສຳເລັດແລ້ວໃຫ້ສຽບ USB Drive ທີ່ມີບັນຫານັ້ນເຂົ້າທີ່ພອດ USB ຂອງຄອມພິວເຕີ (ຈົ່ງຮັບຮູ້ໄວ້ວ່າຂໍ້ມູນທັງໝົດທີ່ຢູ່ໃນ USB Drive ນັ້ນຈະຖືກລົບທັງໝົດ ແລະ ບໍ່ສາມາດກູ້ຄືນໄດ້) 3. ຄຣິກເປີດ file .ZIP ທີ່ໂຫຼດມາແລ້ວຕາມຂໍ້ 1. ຈະພົບກັບ file Repair ທີ່ມີນາມສະກຸນເປັນ .exe ຈາກນັ້ນກໍ່ ຄຣິກຄຣິກ ທີ່ file Repair ນັ້ນ Program ຈະສະແດງຂໍ້ຄວາມເຕືອນວ່າ ຂໍ້ມູນພາຍໃນພ້ອມທີ່ຈະ ບ່າຍ2 ທັງໝົດຫາກທຳການ Format ຈາກນັ້ນກໍ່ກົດທີ່ປຸ່ມ Format ນັ້ນຊະ (ແລ້ວກໍ່ໄປນັ່ງຈິບ Beer ເບົາໆຈັກ 3ແກ້ວ ລະກະກັບມາເອົາ USB ໄດ້). ໃຊ້ໄດ້ໃນກໍລະນີທີ່ຍັງມີພື້ນທີ່ຫວ່າງໃນ USB |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຂ້ອຍໂຫຼດ Program ມາແລ້ວ ແຕ່ດັບໂບຄຣິກໃສ່ file Repair ແລ້ວ ແຕ່ມັນຂື້ນວ່າ usb flash disk not found! |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ beerkhampate ຂຽນວ່າ... ຊ່ວຍແດ່ usb ໂຫຼດຫຍັງໃສ່ກໍ່ບໍ່ໄດ້ format ກໍ່ບໍ່ໄດ້ ເວລາເຮົາໂຫຼດຫຍັງໃສ່ ມັນຂື້ນວ່າ the disk is write protectedສ່ວນ usb ກໍ່ຍັງມີພື້ນທີ່ຫວ່າງ ແລະ ຂໍ້ມູນໃນ usb ກໍ່ຍັງໃຊ້ໄດ້ຍູ່ ໂຫຼດອອກໄດ້ແຕ່ເອາໃສ່ບໍ່ໄດ້ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ເຖິງຄາວອາວະສານແລ້ວຕິເບາະ (ເພ)
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ KhoBjAi ຂຽນວ່າ... 1. ເຂົ້າໄປໂຫຼດ Program ຕາມ Link ນີ້ http: //www.apacer.com/en/support/downloads/Repair_v2.9.1.1.zip2. ຫຼັງຈາກໂຫຼດສຳເລັດແລ້ວໃຫ້ສຽບ USB Drive ທີ່ມີບັນຫານັ້ນເຂົ້າທີ່ພອດ USB ຂອງຄອມພິວເຕີ (ຈົ່ງຮັບຮູ້ໄວ້ວ່າຂໍ້ມູນທັງໝົດທີ່ຢູ່ໃນ USB Drive ນັ້ນຈະຖືກລົບທັງໝົດ ແລະ ບໍ່ສາມາດກູ້ຄືນໄດ້) 3. ຄຣິກເປີດ file .ZIP ທີ່ໂຫຼດມາແລ້ວຕາມຂໍ້ 1. ຈະພົບກັບ file Repair ທີ່ມີນາມສະກຸນເປັນ .exe ຈາກນັ້ນກໍ່ ຄຣິກຄຣິກ ທີ່ file Repair ນັ້ນ Program ຈະສະແດງຂໍ້ຄວາມເຕືອນວ່າ ຂໍ້ມູນພາຍໃນພ້ອມທີ່ຈະ ບ່າຍ2 ທັງໝົດຫາກທຳການ Format ຈາກນັ້ນກໍ່ກົດທີ່ປຸ່ມ Format ນັ້ນຊະ (ແລ້ວກໍ່ໄປນັ່ງຈິບ Beer ເບົາໆຈັກ 3ແກ້ວ ລະກະກັບມາເອົາ USB ໄດ້). ໃຊ້ໄດ້ໃນກໍລະນີທີ່ຍັງມີພື້ນທີ່ຫວ່າງໃນ USB ບັດຂ້ອຍເອົາໄປເຮັດມັນຄືບໍ່ໄດ້ຊັ້ນ ມັນError ມັນບອກວ່າ usb flash Disk not found ສິເຮັດຈັ່ງໃດ ມັນບໍ່ໄດ້ ຮ່າໆໆໆ
ເວົ້າເລື່ອງຂ້າເລື່ອງຕີໜີບໍ່ສູ້ ເວົ້າເລື່ອງກີນເລື່ອງຢູ່ສູ້ບໍ່ໜີ ອິອິອິ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
-ບາງທີເຈົ້າອາດຈະມີ hidden file ຢູ່ໃນ USB ລອງເປີດມັນອອກມາເບິ່ງກ່ອນດຸ -ຫຼື ບາງທີ່ຢູ່ໃນ USB ເຈົ້າອາດຈະມີ ຟາຍໃດຟາຍໜຶ່ງທີ່ໄຫຍ່ເກີນໄປ ເພາະບາງ USB ມີຂໍ້ຈຳກັດດ້ານນີ້ ລອງເອົາມີດຊັບໆໃຫ້ມັນນ້ອຍລົງເບິ່ງດຸ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
USB ບໍ່ຮູ້ເຮັດແນວໄດ໋ ແຕ່ຖ້າເປັນ ເມັມເບິຮີ່ກາດ ມັນຊິມີປຸ່ມນ້ອຍໆ ປຸ່ມໜຶ່ງ ເລື່ອນລ໊ອກ ປ້ອງກັນ (protected) ບໍ່ໃຫ້ຂຽນທັບໄດ້ ປ້ອງກັນຂໍ້ມູນສູນຫາຍ
ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ beerkhampate ຂຽນວ່າ... ຂ້ອຍໂຫຼດ Program ມາແລ້ວ ແຕ່ດັບໂບຄຣິກໃສ່ file Repair ແລ້ວ ແຕ່ມັນຂື້ນວ່າ usb flash disk not found! ຄັນຊັ້ນລອງວິທີທີ່ 2: ເບິ່ງເດີ 1. ໄປທີ່ Start --> Run ຈາກນັ້ນພິມ regedit ແລ້້ວ ok 2. ຈະມີ Pop up ຂື້ນມາແລ້ວໄປທີ່ HKEY_LOCAL_MACHINE - - > System - - > CurrentControlSet - - > Control ແລ້ວຊອກຫາ folder ທີ່ມີຊື່ວ່າ StorageDevicePolicies ຖ້າບໍ່ມີກໍ່ໃຫ້ສ້າງຂື້ນມາໃໝ່, ໂດຍຄິກຂວາທີ່ folder Control ຄິກເລືອກ KEY ຈະໄດ້ folder ຊື່ New Key#1 ຄິກຂວາທີ່ folder ນີ້ ແລ້ວປ່ຽນຊື່ເປັນ StorageDevicePolicies ແລ້້ວ ok 3. ຄິກຂວາພື້ນທີ່ສີຂາວດ້ານຂວາມື ຈະມີ Pop up ຂື້ນມາ ແລ້ວເລືອກ DWORD Value ຈະໄດ້ໄຟລ໌ເພີ່ມມາອີກ1ໄຟລ໌, ຄິກຂວາທີ່ໄຟລ໌ນີ້ແລ້ວປ່ຽນຊື່ເປັນ WriteProtect 4. ດັບເບິນຄິກທີ່ WriteProtect ຈະມີ Pop up ຂື້ນມາໃຫ້ໃສ່ຄ່າ Value data = 0 ເພື່ອຍົກເລີກ WriteProtect, if Value data = 1 ຈະເປັນການເປີດໃຊ້ງານ WriteProtect ແລ້ວກໍ່ເລີ່ມເຄື່ອງໃໝ່ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຂອບໃຂເດີ ຖ້າບໍ່ໄດ້ຊິມາບອກຕື່ມ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ເອົາຖື້ມແລ້ວໄປຊື້ໃໝ່ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ແນວຄິດດີ ແຕ່ກໍ່ເສຍດາຍ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ລອງຕົ້ມນຳຮ້ອນລວກເບິ່ງ....ບາງທີມັນອາດຈະໄດ້ ອິອິ..... |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຂ້ອຍລອງແລ້ວວິທີຂອງ KhoBjAi ແຕ່ກໍ່ບໍ່ໄດ້ ສົງໄສມີແຕ່ຊິທັບຄືຊິດີແຫຼະ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ beerkhampate ຂຽນວ່າ... ຂ້ອຍລອງແລ້ວວິທີຂອງ KhoBjAi ແຕ່ກໍ່ບໍ່ໄດ້ ສົງໄສມີແຕ່ຊິທັບຄືຊິດີແຫຼະເສຍໃຈນຳເດີ!!!! ອາດເຖິງຄາວອາວະສານແລ້ວ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ KhoBjAi ຂຽນວ່າ... 1. ເຂົ້າໄປໂຫຼດ Program ຕາມ Link ນີ້ http: //www.apacer.com/en/support/downloads/Repair_v2.9.1.1.zip2. ຫຼັງຈາກໂຫຼດສຳເລັດແລ້ວໃຫ້ສຽບ USB Drive ທີ່ມີບັນຫານັ້ນເຂົ້າທີ່ພອດ USB ຂອງຄອມພິວເຕີ (ຈົ່ງຮັບຮູ້ໄວ້ວ່າຂໍ້ມູນທັງໝົດທີ່ຢູ່ໃນ USB Drive ນັ້ນຈະຖືກລົບທັງໝົດ ແລະ ບໍ່ສາມາດກູ້ຄືນໄດ້) 3. ຄຣິກເປີດ file .ZIP ທີ່ໂຫຼດມາແລ້ວຕາມຂໍ້ 1. ຈະພົບກັບ file Repair ທີ່ມີນາມສະກຸນເປັນ .exe ຈາກນັ້ນກໍ່ ຄຣິກຄຣິກ ທີ່ file Repair ນັ້ນ Program ຈະສະແດງຂໍ້ຄວາມເຕືອນວ່າ ຂໍ້ມູນພາຍໃນພ້ອມທີ່ຈະ ບ່າຍ2 ທັງໝົດຫາກທຳການ Format ຈາກນັ້ນກໍ່ກົດທີ່ປຸ່ມ Format ນັ້ນຊະ (ແລ້ວກໍ່ໄປນັ່ງຈິບ Beer ເບົາໆຈັກ 3ແກ້ວ ລະກະກັບມາເອົາ USB ໄດ້). ໃຊ້ໄດ້ໃນກໍລະນີທີ່ຍັງມີພື້ນທີ່ຫວ່າງໃນ USB ອັນຂໍຖາມແດ່ວ່າອັນນີ້ໃຊ້ກັບແມມນ້ອຍໃດ້ບໍ່ ?
.ເຮີເຮີ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ AMBS7 ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ KhoBjAi ຂຽນວ່າ... 1. ເຂົ້າໄປໂຫຼດ Program ຕາມ Link ນີ້ http: //www.apacer.com/en/support/downloads/Repair_v2.9.1.1.zip2. ຫຼັງຈາກໂຫຼດສຳເລັດແລ້ວໃຫ້ສຽບ USB Drive ທີ່ມີບັນຫານັ້ນເຂົ້າທີ່ພອດ USB ຂອງຄອມພິວເຕີ (ຈົ່ງຮັບຮູ້ໄວ້ວ່າຂໍ້ມູນທັງໝົດທີ່ຢູ່ໃນ USB Drive ນັ້ນຈະຖືກລົບທັງໝົດ ແລະ ບໍ່ສາມາດກູ້ຄືນໄດ້) 3. ຄຣິກເປີດ file .ZIP ທີ່ໂຫຼດມາແລ້ວຕາມຂໍ້ 1. ຈະພົບກັບ file Repair ທີ່ມີນາມສະກຸນເປັນ .exe ຈາກນັ້ນກໍ່ ຄຣິກຄຣິກ ທີ່ file Repair ນັ້ນ Program ຈະສະແດງຂໍ້ຄວາມເຕືອນວ່າ ຂໍ້ມູນພາຍໃນພ້ອມທີ່ຈະ ບ່າຍ2 ທັງໝົດຫາກທຳການ Format ຈາກນັ້ນກໍ່ກົດທີ່ປຸ່ມ Format ນັ້ນຊະ (ແລ້ວກໍ່ໄປນັ່ງຈິບ Beer ເບົາໆຈັກ 3ແກ້ວ ລະກະກັບມາເອົາ USB ໄດ້). ໃຊ້ໄດ້ໃນກໍລະນີທີ່ຍັງມີພື້ນທີ່ຫວ່າງໃນ USB ອັນຂໍຖາມແດ່ວ່າອັນນີ້ໃຊ້ກັບແມມນ້ອຍໃດ້ບໍ່ ? ຖ້າເປັນ MMC ແນະນຳໃຫ້ໃຊ້ວິທີທີ່2ເດີ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຫາກເຈົ້າໃຊ້ວິນໂດວ໌ເອກຊ໌ພີ ກໍ່ ໄປທີ່ Start --> Run ຈາກນັ້ນພິມ regedit ແລ້້ວຄລິກ ok ຫາກເຈົ້າໃຊ້ວິນໂດວ໌7 ກໍ່ Start -->Search programs and files ພິມ regedit ໃສ່ ແລ້້ວຄລິກ ok ເບິ່ງວີດີໂອຕໍ່ http://www.youtube.com/watch?v=0jHm68sDFZY How to fix The disk is write-protected. Remove the write-protection |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ແຕ່ຫາກຢາກ Format ກໍ່ http://www.youtube.com/watch?v=3YtpVpdY5eQ&feature=related |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຊື້ໃໝ່ເລີຍຄັກສຸດ.... |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
5555 ແນວຄິດດີ ເພາະລອງແກ້ຫຼາຍວິທີແລ້ວບໍ່ດີ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ໃຊ້ການບໍ່ໄດ້ດອກ ຫາ ໂຕໃຫມ່ສາ ກະບໍ່ແພງ ເທົ່າໃດໃນທູກມື້ນີ້ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ເມື່ອຍນຳຄືກັນເລື່ອງແບບນີ້ນະ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອີກວິທີຫນຶ່ງ ສຸດທ້າຍ http://youtu.be/BXpPga8igzU |