ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ຊ່ວຍແດ່ບັນດາທຸກໆທ່ານ Expert ແກ້ ເລື່ອງບັນຫາ ຄອມ

໙ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ຂ້ອຍບໍ່ເຈົ້າໃຈວ່າຄອມຂອງຂ້ອຍຢາກລົງໂປຼແກມໃໝ່ເຂົ້າໄປ ແລະ ຂພຈ ໄດ້ໄປຍົກເລີກໂປຼແກມເກົ່າອອກຢູ່ Add or remove programs ພັດບໍ່ສາມາດຍົກອອກໄປໄດ້ ແລະ ຂພຈ ຕັ້ງໂປຼແກມໃໝ່ເຂົ້າໄປທັບ ມັນພັດບອກໃຫ້ໄປຍົກເລີກໂຕເກົ່າອອກ ແຕ່ບໍ່ສາມາດຍົກເລີກໄດ້
ຂໍຂອບໃຈລວງນ້າ ຂໍໃຫ້ມີຄວາມສຸກ, ສຸກຂະພາບແຂງແຮງ, ໜ້າທີ່ການງານຈະເລີນໆ ແລະ ມີເງິນຫຼາຍໆໆໆໆໆ


໙ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ໄປລຶບ folder ຢູ່ C > program file


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍແນະນຳໃຫ້ໃຊ້ໂປແກມ Your Uninstaller! ມາລົງໄວ້ໃນເຄື່ອງ

ໂປແກຣມ Your Uninstaller! ນີ້ ຈະລົບໂປແກມທີ່ເຮົາບໍຕ້ອງການ ໃຫ້ຫາຍ
ໄປຈາກຄອມພິວເຕີຂອງເຮົາ ລວມທັງກຳຈັດຄາບ ໄຟລ໌ຕ່າງໆທີ່ບໍ່ຈຳເປັນອອກ ໄປ ຊ່ວຍໃຫ້ປະຫຍັດພື້ນທີ່ Hard Disk ແລະເຮັດໃຫ້ຄອມພິວເຕີເຮັດວຽກໄດ້ ໄວຂຶ້ນອີກ. ສ່ວນການໃຊ້ງານ ກໍບໍ່ຍາກ ພຽງແຕ່ເຮົາເປີດໂປແກມ Your Uninstaller!
ຂຶ້ນມາ ເລືອກໂປແກມທີ່ເຮົາຕ້ອງການຈະລົບ ຄິກປຸ່ມ Uninstall ແລະຄິກ next ໄປຕາມຂັ້ນຕອນຈົນສຳເລັດ
ເມື່ອສຳເລັດແລ້ວພຽງເທົ່ານີ້ ໂປແກມທີ່ ທ່ານບໍ່ຕ້ອງການກໍ ຈະບໍ່ມາປາກົດໃຫ້ເຫັນອີກ....
ຕາມປົກກະຕິແລ້ວເວລາທີ່ເຮົາລົບ (Uninstall) ໂປແກມໃນວິນໂດ
ນັ້ນ ຈະຍັງຄົງມີໄຟລ໌ບາງຢ່າງທີ່ບໍ່ໄດ້ໃຊ້ງານແລະບໍ່ໄດ້ຖືກລົບອອກໄປ (ເຊັ່ນ Registry
Key) ຊຶ່ງຈະກິນຊັບຢາກອນເຄື່ອງແລະເຮັດໃຫ້ຄອມພິວເຕີຂອງເຮົາໂຫລດຊ້າແລະເສຍພື້ນທີ່
ໃນ Hard Disk ອີກ ໃນເມື່ອເຮົາໃຊ້ໂປຣແກຣມນີ້ ມັນຈະລົບອອກໃຫ້ໝົດເລີຍ….

ຫາດາວໂຫລດໂປຣແກຣມນີ້ ໄດ້ ທີ່ kitaarnundra

ຂອບໃຈ


໙ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
Thanks Laos


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫລືຊິລອງວິທີນີ້ ກໍໄດ້
ເຂົ້າໄປທີ່ Start - Run ແລ້ວພິມ regedit ໃສ່ຊ່ອງ ແລ້ວກົດ Enter cແລ້ວໄປທີ່
[HKEY_LOCAL_MACHINE\\SOFEWARE\\Microsoft\\windows\\CurentVersion\\Uninstall] ແລ້ວທຳການລົບ Folder ທີ່ຕ້ອງການ ໂດຍ ກົດເມົາ ຂວາ ແລ້ວກົດ Delete


໑໙ ກະທູ້
໒໙໐ ໂພສ
ຊຳນານການເວັບບອດ
ດີໃຈເດ້ ມີແຕ່ຜູ້ເກັ່ງໆ


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບາງໂປຼແກຼມ ຕ້ອງໄດ້ເຊື່ອມຕໍ່ກັບອິນເຕີເນັດກ່ອນຈະ remove ໄດ້