ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ວອນທ່ານຜູ້ຮູ້ຊ່ວຍແນະນຳແນ່

໑໗ ກະທູ້
໑໕໙ ໂພສ
ນັກການກະທູ້
ຂ້າພະເຈົ້າຂໍຖາມທ່ານຜູ້ຮູ້ທັງຫລາຍແນ່ວ່າ ໂປຣແກຮມແອນຕີ້ໄວຣັສ ຖ້າເຮົາຊຶລົງສອງໂປແກຣມເລີຍໃນເຄື່ອງດຽວກະຊິໄດ້ຫວາ ເຊັ່ນວ່າເຮົາຊຶລົງໂປແກຣມAVGກັບ Avira ສາມາດລົງນຳກັນໃນເຄື່ອງດຽວໄດ້ບໍ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ນະ
ແຕ່ຍິນອ້າຍອັນໜຶ່ງເວົ້າວ່າ: ມັນຕ້ານກັນ ບໍ່ດີວ່າຊັ້ນ ອາດເປັນໄວຣັດເອງສາເລີຍ ບໍ່ແນ່ໃຈຄືກັນ ອິອິ


໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ລົງໄດ້ແຕ່ບໍແນະນຳ ເພາະເປືອງແມມ ທ່ານຄວນເລືອກຕົວທີ່ທ່ານຄິດວ່າດີສຸດ
ແລ້ວລົງຕົວນັ້ນ


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂປແກຣມAVGກັບ Avira ສາມາດລົງນຳກັນໃນເຄື່ອງດຽວໄດ້ບໍ ?

ອັນນີ້ ເຮົາ ເຄີຍ ລົງ ນຳກັນ ແລ້ວ ແຕ່ວ່າ ບໍໄດ້

ອັນອື່ນ ລະ ເຮົາບໍ່ ຮູ້ ເດີ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາມີສອງ ອັນ ໃນເຄືອ່ງດຽວ ຄື Avira and Rising

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໐ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
Don't know


໒໕ ກະທູ້
໒໘໓ ໂພສ
ຊຳນານການເວັບບອດ
ບໍ່ຈຳເປັນ ລົງຫລາຍ ໂຕດອກ
ລົງໃປກໍ່ບໍ່ມີປະໂຫຍດຫຍັງ ຊ້ຳບໍ່ຫນຳ ຍັງເປືອງຊັບພະຍາກອນ ຂອງເຄື່ອງເຮົາຊື່ໆ


໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ບາງແອນຕີ້ມັນຈະບໍ່ໄຫ້ລົງລອງອັນ ເຊັ່ນ ນອດສາມສິບສອງ ຊິລົງໂຕໄຫມ່ມັນຈະບອກໄຫ້ ຖອນການຕິດຕັ້ງກ່ອນ ... ແຕ່ລົງອັນດຽວຫັ້ນດີແລ້ວ ລົງສອງອັນມັກມີບັນຫາ ນອດ ຟ້ອງ ແກສເປີ້ ເປັນໄວຣັດ ... ແກສເປີ້ ຍ້ານລື່ນ ຟ້ອງ ນອດ ເປັນໄວຣັດອີກ ຜິດກັນຢູ່ຊັ້ນແລະ ... ເລືອກອັນທີ່ຄິດວ່າດີທີ່ສຸດສຳລັບເຈົ້າ ສຳລັບຂ້ອຍ ແມ່ນ ອາເວຈີ ສອງພັນສີບເອັດ .. ມັນບໍ່ສໍ້ປານໄດ ...


໒ ກະທູ້
໒໒໓ ໂພສ
ນັກການກະທູ້
ອ່ານຫົວຂໍ້ກະທູ້ແລ້ວ ເປັນຕາສົງສານເນາະ”ວອນທ່ານຜູ້ຮູ້ຊ່ວຍແນະນຳແນ່“ ຂ້ອຍເຄີຍລົງແຕ່ອັນດຽວ.. ລົງສອງອັນຢ້ານມັນຊິແຍ່ງກັນ 5555


໑໗ ກະທູ້
໑໕໙ ໂພສ
ນັກການກະທູ້
ຂໍຂອບໃຈນຳບັນດາທ່ານທັງຫລາຍທີ່ມາໃຫ້ຄຳແນະນຳ
ຊັ້ນຂ້າພະເຈົ້າກະະຊິລົງໂຕດຽວດັ່ງທີ່ບັນດາທ່ານແນະນຳ ຂໍຂອບໃຈເປັນຢ່າງສູງ


໑໑ ກະທູ້
໓໒໗ ໂພສ
ຊຳນານການເວັບບອດ
ແມ່ນແລ້ວລົງໂຕດຽວນັ້ນລະດີ ລົງສອງອັນມັນຈະເປັນຄືກັບໝາສອງໂຕກີນເຂົ້າຈານດຽວ


໐ ກະທູ້
໕໐ ໂພສ
ຂາປະຈຳເວັບບອດ
no way


໑໗ ກະທູ້
໑໕໙ ໂພສ
ນັກການກະທູ້
ແລ້ວລະຫວ່າງ AVG ກັບ Avira ສອງໂຕນີ້ ໂຕໃດດີກວ່າກັນ ຜູ້ໃດຮູ້ ບອກຂ້າພະເຈົ້າແນ່


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລົງໂຫຼດ ລົງໂຕໃດກໍ່ໄດ້ ອິອິ