ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ຄອມປິດເອງ ຊິແກ້ແນວໃດ ?

໙ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ລົງ windows 8 ມາແລ້ວຫຼີ້ນໃປປະມານ 1 ຊົ່ວໂມງ ແລ້ວມັນກະປິດເອງ, ໃຜຮູ້ຊ່ວຍບອກແນ່

Have @ nice day

໑໙ ກະທູ້
໒໙໐ ໂພສ
ຊຳນານການເວັບບອດ
ເອົາເຂົ້າມາເຊັກຢູ່ຮ້ານຂ້ອຍເລີຍ ລາຄາເປັນກັນເອງ


໑໓ ກະທູ້
໒໒໕ ໂພສ
ນັກການກະທູ້
ຊີຟີຢູ່ ຄັກໆ ສົງໃສຄອມແພ້ ວິນໂດ8


໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ສົງໃສຄອມເຈົ້າສະເປັກຕ່ຳເກີນກວ່າທີ່ຈະຮອງຮັບວິນໂດ8ໄດ້ ມັນເລີຍດັບ


໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ເຈົ້າຕ້ອງເພິ່ມແລມອີກເພາະການລົງວິນໂດ8ຄວາມຈຳມັນຕ້ອງຫລາຍຊ່າງຄອມເຂົາບອກເຄີຍເປັນຄືກັນ ແຕ່ຖ້າບໍ່ຢາກເພິ່ມແລມກໍ່ມີແຕ່ລົງວິນໂດXPຫັ້ນແລ້ວ


໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ອັນວິນໂດວ 8 ນິຊາຂ້ອຍຮູ້ມາມັນສຳລັບຄອມລຸ່ນທີ່ສາມາດສຳຜັດໜ້າຈໍໄດ້ໃດ ມັນບໍ່ເໝາະສຳລັບ ຄອມທົ່ວໆໄປ ເພາະຟັງຊັ່ນຕ່າງໆອອກມາສຳຫຼັບການສຳຜັດທາງໜ້າຈໍເປັນສ່ວນໃຫຍ່ ຢາກອັບເດດວິນໂດວໃຫ້ທັນຍຸກທັນສະໄຫມ ຕ້ອງອັບ ລຸ້ນຂອງຄອມໄປນຳເດີ ອັບແຕ່ຊອບແວ ມັນບໍ່ເວີກ


໙ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ແຕ່ຄອມໝູ່ຂ້ອຍຍັງບໍ່ເປັນຫຍັງ,ຫຼີ້ນໃດ້ສະບາຍຢູ່ ຄອມລາວຫັ້ນ acer , ram 4g, hd 500 ຄືກັນຕ່າງແຕ່ລຸ້ນ,ສ່ວນຄອມຂ້ອຍແມ່ນ sony vaio e series vpceh36eh ຄິດວ່າຄົງບໍ່ເປັນປັນຫາຫຍັງຕິ

Have @ nice day

໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ມັນລາຄາແພງໂພດຫັນນະ ຊື້ລຸ້ນດີຫຼາຍວິນໂດວ ແປດເລີຍບໍ່ຮອງຮັບ ປ່ຽນໃໝ່ເດີ


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ປົກກະຕິ ຖ້າໃຊ້Keyເຖື່ອນ ເຄື່ອງສິດັບເອັງທຸົກໆ1ຊົ່ວໂມງ
ລົງໃໝ່ ແລ້ວໄປຊອກຫາWindows 8 Activator Offline ມາActivateໃຊ້ສາ


໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກວດເບິ່ງ ຮະບົບລະບາຍຄວມຮ້ອນ ຂອງ ຊີພີຢູ ເບິ່ງນຳ
ຊີພີຢູ AMD ຂອງໂນ໊ຕບຣຸຄ ຖ້າຮ້ອນຈັດມັນຊິປິດໂຕເອງອັດຕະໂນມັດ
ລອງເປົ່າ ຂີ້ຝຸ່ນ ອອກຈາກແຜງຮະບາຍຄວມຮ້ອນ ເບິ່ງເດີ້

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໓໒ ກະທູ້
໒໘໒ ໂພສ
ຊຳນານການເວັບບອດ
ຢ້ານວ່າເຈົ້າຕັ້ງປະຫຍັດ Battery ຫຼາຍເກີນໄປບໍ?
ກວດເບິ່ງເດີ...!