ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ເກັບຂໍ້ມູນໄວໃສຈຶງໄດ້ດົນແລະປອດໄພ

໑໕ ກະທູ້
໘໕ ໂພສ
ຂາປະຈຳເວັບບອດ
-CD-RW-ຫລື DVD-RW ແຜ່ນຊີດີທີຫລາຍໆຄົນມັກເກັບຂໍ້ມູນສຳຄັນເອົາໄວ້ ບໍ່ວ່າຈະເປັນເພັງທີມັກຫລາຍຫລືຂໍ້ມູນສຳຄັນເພາະຄິດຫວ່າຈະເກັບໄວ້ໄດ້ດົນ ເປັນຄວາມຄິດທີ່ຜິດເພາະແຜ່ນຊີດີ ມີອາຍຸໃຊ້ງານພຽງແຕ່ 2-5ປິຕາມຄຸນນະພາບຂອງແຜ່ນ ເພາະແຜ່ນຊີດີເກັບຂໍ້ມູນໄດ້ໂດຍອາໃສຄວາມຮ້ອນຂອງຫົວເລເຊີເພື່ອຂຽນແຜ່ນຖ້າປ່ອຍໄວ້ດົນສານເຄມີທີເຄືອບແຜ່ນກໍ້ຈະເຊື່ອມໄປ ແຕ່ຖ້າເກັບແຜ່ນໄວ້ໃນບອນອາກາດບໍ່ຮ້ອນເກີນໄປຫລືຊື້ນເກີນໄປ ກໍ່ຈະສາມາດເກັບໄວ້ໄດ້ດົນເຖີງ10ປິ
-ເກັບໄວ້ຫາດດີດ ຫລື external harddisk ມີອາຍຸໃຊ້ງານໄດ້ປະມານ 8-10ປີ ເພາະຫາດດີດອາໃສການໜ່ຽວນຳໄຟຟ້າຢູ່ຈານຂອງຫາດດີດ ແຕ່ຖ້າປ່ອຍໄວ້ດົນ ແມ່ເຫລັກໄຟຟ້າກໍ່ຈະເຊື່ອມຄຸນນະພາບໄປເຮັດໃຫ້ຂໍ້ມູນບ່າງຢ່າງເສຍໄປ external harddisk ຖ້າເຮັດຕົກກໍ່ອາດເຮັດໃຫ້ຫົວອາເພກະເປັນໄດ້
-ເກັບໄວ້ USB ຈື່ງຈະສາມາດເກັບຂໍ້ມູນໄວ້ໄດ້ດົນ ດ້ວຍຄວາມສາມາດທີ່ອ່ານແລະຂຽນຂໍ້ມູນໄດ້ເຖິງ 1000ລ້ານຄັ້ງ ຖ້າອ່ານຂຽນມື້ຫນຶ່ງ100ຄັ້ງກໍ່ສາມາເກັບຂໍ້ມູນໄວ້ໄດ້ຫລາຍພັນປີ ແຕ່ຖ້າອ່ານຫລືຂຽນຂໍ້ມູນ1000ຄັ້ງຕໍ່ຫນຶ່ງຊົ່ວໂມງກໍ່ສາມາດເກັບຂໍ້ມູນໄວ້ໄດ້ເຖິງ10ປີ

www.satoshi250.com
freemoney on faucetbox

໓ ກະທູ້
໖໖ ໂພສ
ຂາປະຈຳເວັບບອດ
ແຕ່ຂ້ອຍມັກເກັບຂໍ້ມູນໄວເວັບ
mediafire.com
4shared.com


໑໕ ກະທູ້
໘໕ ໂພສ
ຂາປະຈຳເວັບບອດ
ມັນຢາກແຕ່ຕອນຈະເອົາມາໃຊ້ຫັ້ນລະ ຖ້າບໍ່ມີເນັດດາວໂຫລດເອົາ ຖ້າອິນເຕີເນັດຊ້າ 1G ກະນັ່ງດາວໂຫລດຫລາຍຊົວໂມງໃດຫັ້ນ

www.satoshi250.com
freemoney on faucetbox

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີທີ່ສຸດແມ່ນເກັບຂໍ້ມູນໄວ້ຫລາຍບ່ອນ ຄືຂ້ອຍຫນ່ວຍ 1 ຈະໃຊ້ທຸກມື້ອີກຫນ່ວຍເກັບຂໍ້ມູນໃສ່ແລ້ວເອົາມ່ຽນ
1-2 ເດືອນ Update ເທື່ອ 1


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກັອບປີ່ໃສ່ເຈ້ຍໄວ້ມັນບໍ່ລີໍບ ດີທີ່ສຸດ


໔ ກະທູ້
໑໓໐ ໂພສ
ນັກການກະທູ້
ຢູເອສບີ້


Chelsea fc

໐ ກະທູ້
໑໓ ໂພສ
ຂາປະຈຳເວັບບອດ
ເກັບໄວ້ໃນຫົວຕິ !!!! ດົນ ແລະ ກະປອດໄພ ຖ້າບໍ່ຖືກເຂົາເອົາແກ້ວທຸບຫົວສະກ່ອນ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Superhero ຂຽນວ່າ...
-CD-RW-ຫລື DVD-RW ແຜ່ນຊີດີທີຫລາຍໆຄົນມັກເກັບຂໍ້ມູນສຳຄັນເອົາໄວ້ ບໍ່ວ່າຈະເປັນເພັງທີມັກຫລາຍຫລືຂໍ້ມູນສຳຄັນເພາະຄິດຫວ່າຈະເກັບໄວ້ໄດ້ດົນ ເປັນຄວາມຄິດທີ່ຜິດເພາະແຜ່ນຊີດີ ມີອາຍຸໃຊ້ງານພຽງແຕ່ 2-5ປິຕາມຄຸນນະພາບຂອງແຜ່ນ ເພາະແຜ່ນຊີດີເກັບຂໍ້ມູນໄດ້ໂດຍອາໃສຄວາມຮ້ອນຂອງຫົວເລເຊີເພື່ອຂຽນແຜ່ນຖ້າປ່ອຍໄວ້ດົນສານເຄມີທີເຄືອບແຜ່ນກໍ້ຈະເຊື່ອມໄປ ແຕ່ຖ້າເກັບແຜ່ນໄວ້ໃນບອນອາກາດບໍ່ຮ້ອນເກີນໄປຫລືຊື້ນເກີນໄປ ກໍ່ຈະສາມາດເກັບໄວ້ໄດ້ດົນເຖີງ10ປິ
-ເກັບໄວ້ຫາດດີດ ຫລື external harddisk ມີອາຍຸໃຊ້ງານໄດ້ປະມານ 8-10ປີ ເພາະຫາດດີດອາໃສການໜ່ຽວນຳໄຟຟ້າຢູ່ຈານຂອງຫາດດີດ ແຕ່ຖ້າປ່ອຍໄວ້ດົນ ແມ່ເຫລັກໄຟຟ້າກໍ່ຈະເຊື່ອມຄຸນນະພາບໄປເຮັດໃຫ້ຂໍ້ມູນບ່າງຢ່າງເສຍໄປ external harddisk ຖ້າເຮັດຕົກກໍ່ອາດເຮັດໃຫ້ຫົວອາເພກະເປັນໄດ້
-ເກັບໄວ້ USB ຈື່ງຈະສາມາດເກັບຂໍ້ມູນໄວ້ໄດ້ດົນ ດ້ວຍຄວາມສາມາດທີ່ອ່ານແລະຂຽນຂໍ້ມູນໄດ້ເຖິງ 1000ລ້ານຄັ້ງ ຖ້າອ່ານຂຽນມື້ຫນຶ່ງ100ຄັ້ງກໍ່ສາມາເກັບຂໍ້ມູນໄວ້ໄດ້ຫລາຍພັນປີ ແຕ່ຖ້າອ່ານຫລືຂຽນຂໍ້ມູນ1000ຄັ້ງຕໍ່ຫນຶ່ງຊົ່ວໂມງກໍ່ສາມາດເກັບຂໍ້ມູນໄວ້ໄດ້ເຖິງ10ປີ



USB& internet ຄິດວ່າ


໑ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ກອປີ ໃສ່ ແຜ່ນ CD ຫຼື DVD ແລ້ວໃສ່ໄວ້ໃນຕູ້ເຊັບ (ຄວນ ກອປີ ເປັນສອງແຜ່ນ / ຄັ້ງ ,ແລ້ວເອົາແຜ່ນໜຶ່ງໄປຝາກ "ເຊົ່າ" ໄວ້ທີ່ຕູ້ເຊັບຂອງທະນາຄານ)


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃສ່ໜ່ວຍຄວາມຈຳເຄືໍ່ອງດີທີ່ສຸດ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Chelz ຂຽນວ່າ...
ເກັບໄວ້ໃນຫົວຕິ !!!! ດົນ ແລະ ກະປອດໄພ ຖ້າບໍ່ຖືກເຂົາເອົາແກ້ວທຸບຫົວສະກ່ອນ


ວິທີນີ້ ລະວັງ "ໄວຣັດກາຫົວເສືອ" ທຳລາຍ ອິອິ