ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ຢາກອັບເດດເພງໃໝ່ໆໃນ Extream karaoke ໃຜມີວິທີກະລຸນາຊ່ວຍແນ່.!!

໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ເຫັນເພງອອກມາໃໝ່ມັນກະເລຍຢາກຮ້ອງ....
ແຕ່ກະຍັງບໍຮູ້ວິທີດາວໂຫຼດເພງເປັນໄຟລ kar,ncn,jpeg. ...ຫຼືໄຟລອື່ນໆ ທີ່ສາມາດເອົາເຂົ້າມາຫຼີ້ນໃນ
Extream karaoke ໄດ້. ໃຜມີວິທີດີໆ ທີ່ຢາກແນະນຳ ຫຼື ລິ້ງດາວໂຫຼດ ກະລຸນຊວ່ຍ ຂພຈ ແນ່ "ຂອບໃຈ"


໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ກະເອົາເພງ ທີ່ເປັນວີດີໂອເລີຍແລະ


໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ຍັງສັບສົນຢູ່ກ່ຽວກັບໄຟລເພງ ງົງໆ


໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ມັນກໍ່ບໍ່ຕ່າງຈາກ Karaoke All in one ມັກເພັງໃດກໍ່ໂຫຼດຫຼືຊື້ມາແລ້ວກໍ່ປ່ຽນໄຟເພັງທຳມະດາເປັນ .AVI ຫຼື .WMV ...ອຶ່ນໆອິກ,ແລ້ວກໍ່ເອົາເຂົ້າໂປແກມຄາລາໂອເກະຕາມຂັ້ນຕອນ ຂອງມັນງ່າຍໆຖ້າຮູ້


໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ອັນເພງທີ່ມັນມານຳໂປຣແກຣມມັນຈະເປັນຟາຍທີ່ມີນາມສະກຸນ MIDI ຟາຍໜຶ່ງໃຊ້ໜ່ວຍຄວາມຈຳປະມານ 30 ປາຍ KB ແຕ່ວ່າດົນຕີມັນບໍ່ມ່ວນ ຖ້າຈະເອົາແບບທີ່ເຂົາເຈົ້າຮ້ອງກັນຢູ່ໂຮງແຮມ ຫຼື ຮ້ານອາຫານລະ ເປັນຟາຍ VIDEO ຈຳພວກ Dat , Mpeg, AVI ປະມານນີ້ແຫລະເທົ່າທີ່ເຫັນມາ ເພງໜຶ່ງໃຊ້ໜ່ວຍຄວາມຈຳປະມານ 30-60 MB ນິລະອັນນິມີມິວສິກວີດີໂອໃຫ້ເບິ່ງພ້ອມ ເຈົ້າໝາຍເຖິງອັນໃດລະ


໖ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Toontt2 ຂຽນວ່າ...
ເຫັນເພງອອກມາໃໝ່ມັນກະເລຍຢາກຮ້ອງ....
ແຕ່ກະຍັງບໍຮູ້ວິທີດາວໂຫຼດເພງເປັນໄຟລ kar,ncn,jpeg. ...ຫຼືໄຟລອື່ນໆ ທີ່ສາມາດເອົາເຂົ້າມາຫຼີ້ນໃນ
Extream karaoke ໄດ້. ໃຜມີວິທີດີໆ ທີ່ຢາກແນະນຳ ຫຼື ລິ້ງດາວໂຫຼດ ກະລຸນຊວ່ຍ ຂພຈ ແນ່ "ຂອບໃຈ"


eXtreme Karaoke ກັບ All In One Karaoke ສາມາດຫລິ້ນເພັງຂອງກັນໄດ້ ( .dat .avi .mpeg .wmv ) ໂດຍທ່ານສາມາດເຂົ້າໄປໃນ ໂຟລເດີ ຂອງໂປຣແກມແລ້ວເລືອກ VideoMan.exe ຈາກນັ້ນກໍ່ໃສ່ຂໍ້ມູນຂອງເພງ ເຊັ່ນ: ລະຫັດເພງ ,ເພດ,ຄີ,ຊືເພງ ,ອາລະບ້ຳ,ຜູ້ຮ້ອງ,ຜູ້ແຕ່ງ (ສຳຄັນເວລາເພີ່ມເພງຕ້ອງກຳນົດປະເພດຂອງເພງຕາມນາມສະກຸນຂອງໄຟລ໌ເພງ) ເມື່ອເພີ່ມສຳເລັດແລ້ວຕ້ອງກັບໄປທີ່ໂປແກມຫລິ້ນເພງເພື່ອ ລິດເພງອີກຄັ້ງຫນື່ງ)


໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ຂອງ ຂພຈ ເປັນ Extream karaoke ຍັງງົງໆ ຄືເກົ່າ
ແຕ່ກະຊິພະຍາຍາມ ຂອບໃຈຈ່າ!!


໔ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ແຕ່ວ່າມັນຕ້ອງໄດ້ເອົາເຂົ້າເທື່ອລະເພັງບໍ່ແມ່ນຫວ໋າ ເສຍເວລາຂະໜາດໄປໃຫ້ຮ້ານເຂົາລົງໃຫ້ 50,000 ກີບ ປະມານ 2-3 ຊົ່ວໂມງແລ້ວ, ໄປການກາປະໄວ້ນຳເຂົາ ບາດກັບມາກາແວະເອົາເລີຍ ໄປເສຍເວລາເຮັດຫຍັງ


໑໓ ກະທູ້
໒໘໑ ໂພສ
ນັກການກະທູ້

ຮ່າກວ່າທຸກເທື່ອ