ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ຜົນຮ້າຍໄວຣັດສ໌ sality ແລະ ການກຳຈັດຂັ້ນເລີ່ມຕົ້ນ

໑໓ ກະທູ້
໒໓໗ ໂພສ
ນັກການກະທູ້
1. ມັນຈະແຊກຊ້ອນເຂົ້າຫາໄຟສ໌ທີ່ເປັນນາມສະກຸນ *exe

2. ບໍ່ສາມາດເຂົ້າ safe mode, regedit , taskmanager ໄດ້

3. ເມື່ອເວລາເປີດໂປແກຼມຕ່າງໆ ຫຼື ເຂົ້າ windows ຈະສະແດງວ່າໄດ້ run ໄວຣັດສ໌ໂຕນີ້ຂື້ນມາແລ້ວ

4. ມັນສາມາດແຜ່ລະບາດທາງລະບົບເຄື່ອຄ່າຍໄດ້

5. ນາມສະກຸນຂອງໂຕໄວຣັດສ໌ມັນແທ້ແມ່ນ .exe .cmd ແລະ .pif

6. ມັນຈະສ້າງ autorun.inf ແລ້ວແຝງໄປນຳ flash drive ຕ່າງໆ ເມື່ອເຮົາເອົາໄປສຽບໃສ່ເຄື່ອງໜ່ວຍອື່ນມັນກໍ່ຈະຕິດໃສ່ເຄື່ອງໜ່ວຍນັ້ນ

7. ຫຼັງຈາກຕິດແລ້ວໂປແກຼມຕ່າງໆທີ່ເຮົາເຄີຍສະສົມມາເປັນເວລາດົນກໍ່ຈະຖືກມັນທຳລາຍໂດຍສະ

ເພາະແມ່ນໄຟສ໌ setup ຫຼື install ກໍ່ຈະຖືກທຳລາຍ

8. ນອກນີ້ Antivirus ທີ່ຢູ່ໃນເຄື່ອງເຮົາທີ່ຂາດການອັບເດດກໍ່ຈະໃຊ້ການບໍ່ໄດ້ເລີຍ

9. ມັນຈະປິດການເຮັດວຽກຂອງ firewall…..

ວິທີແກ້ໄຂເບື້ອງຕົ້ນຖ້າບໍ່ເຖິງຂັ້ນຮ້າຍແຮງປານໃດ

1. ດາວໂຫຼດເອົາ registry key ສຳລັບການເຂົ້າ safe mode ໄດ້ທີ່ນີ້ Link
2. ດາວໂຫຼດເອົາໂປຼແກຼມ sality_off ໄດ້ທີ່ນີ້ Link2

ຫຼື ໂປແກຼມ Win32-Sality-Remover ໄດ້ທີ່ນີ້ Link3

2. ເຂົ້າ msconfig ໄປປິດໂຕທີ່ເຮົາສົງໄສວ່າບໍ່ແມ່ນຊື່ຂອງໂປຼແກຼມ ຫຼື windows ຂອງເຮົາຢູ່ startup ແລະ service

3.ປິດການຕິດຕໍ່ທາງດ້ານ internet

4. Extract file safemode.rar ແລ້ວ double click ໃສ່ file ແຕ່ລະໂຕ
5. run program sality_off ຫຼື Win32-Sality-Remover
5.restart ເຂົ້າ safe mode ເຂົ້າ regedit ແລ້ວໄປຈັດການສ່ວນທີ່ເຫຼືອ
7. restart ອີກຄັ້ງ

ນີ້ເປັນພຽງທິບເລັກໆນ້ອຍໆ ທີ່ເອົາມາຝາກສຳລັບໄວຣັດສ໌ ຊະນິດນີ້ເຊິ່ງປະຈຸບັນມັນໄດ້ກາຍເປັນ
ໄວຣັດສ໌ທີ່ຮ້າຍແຮງທີ່ສຸດຖ້າຫາກຕິດໄວຣັດສ໌ຊະນິດນີ້ເຖິງຂັ້ນຮ້າຍແຮງແມ່ນຈະບໍ່ສາມາດຂ້າໄດ້ເທື່ອ
ທາງທີ່ດີກໍ່ຄືຕ້ອງທຳໃຈກັບການລົງ windows ໃໝ່


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກະເຄີຍເຈີແລ້ວ


໒ ກະທູ້
໑໐໘ ໂພສ
ນັກການກະທູ້
ດີໆ

[center][/center]

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ xxtourvsxx ຂຽນວ່າ...
ດີໆ


ງົງົງົງົງົງົງ
ດີ ແມ່ນ ຫຍັງ ?


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບເຈີ ເຫລີໆ ເນີ້.....


໑ ກະທູ້
໔໓໘ ໂພສ
ຊຳນານການເວັບບອດ
ເວົ້າເລື່ອງໄວຣັສມາ ຂ້ອຍລະບໍ່ຮູ້

何よりも真実を貴ぶ

໑ ກະທູ້
໔໓໘ ໂພສ
ຊຳນານການເວັບບອດ
ແອັນຕິໄວຣັສໃຊ້ຫັຍງດີທີ່ສຸດ ບອກແດ່ເດີ ໃຜກະໄດ້

何よりも真実を貴ぶ

໐ ກະທູ້
໑໒໘ ໂພສ
ນັກການກະທູ້
ອຶ່ມ..ດີດີດີ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈທີ່ນຳມາບອກໃຫ້ຮູ້!


໑໐ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
ຂ້ອຍເຈິຍຸ ສະແກນໄດ້ພັນກວ່າໂຕ


໖ ກະທູ້
໒໐໔ ໂພສ
ນັກການກະທູ້
ຂອບໃຈເດີ


໑໗ ກະທູ້
໑໗໑ ໂພສ
ນັກການກະທູ້
ຮ້າຍແຮງພອສມຄວນໄວຮັສນີ້ ໂດນຄືອກັນ ຂພຈ ຖອດເອາ HDD ໄປສະແກນກັບເຄື່ອງທີ່ມີແອນຕີ້ໄວຮັສຄາປາສກີ້ *ແລ້ວ ສາມາດໃຊ້ໄດ້

*ບາງທ່ານອ່ານແຄສເປອສກາຍ ນ່າຈະຄືອໆກັນ