ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ແກ້ປັນຫາ Firefox ຫລິ້ນວິທະຍຸບໍ່ໄດ້ (ບາງເວັບ)

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ


1 - ດາວໂຫລດແລະຕິດຕັ້ງປລັກອິນທີ່ຊື່ວ່າ Windows Media Player Firefox Plugin
ແລະ ໃນຂະນະຕິດຕັ້ງໃຫ້ປິດບຣາວເຊີອື່ນໆໄວ້ກ່ອນ ເຫລືອໄວ້ແຕ່ Firefox ໂຕດຽວ.

2 - ປິດ Firefox ຢ່າງສົມບູນ ດ້ວຍການກົດປຸ່ມ settings (ມຸມຂວາເທິງ) ແລ້ວເລື່ອນລົງມາກົດປຸ່ມສັນຍາລັກ ພາວເວີອອຟ

3 - ເປີດ Firefox ຂຶ້ນມາໃຫມ່

4 - ພິມຫລືກອບປີ້ເອົາ about:config ໄປໃສ່ທີ່ໂລເຄຊັນບາ(ບ່ອນ URL) ແລ້ວກົດເອັນເຕີ

5 - ເຈີຂໍ້ຄວາມແຈ້ງເຕືອນ ກໍໃຫ້ຄລິກໃສ່ "I'll be careful, I promise!" ເພື່ອດຳເນີນການຕໍ່

6 - ພິມຫລືກອບປີ້ເອົາຄຳວ່າ plugins.load_appdir_plugins ໄປໃສ່ບ່ອນຄົ້ນຫາ(Search)ຢູທີ່ນັ້ນ.

7 - ດັບເບິ້ນຄລິກໃສ່ plugins.load_appdir_plugins ເພື່ອປ່ຽນ value ຈາກ false ໃຫ້ກາຍເປັນ true

8 - ປິດ Firefox ຢ່າງສົມບູນ ດ້ວຍການກົດປຸ່ມ settings (ມຸມຂົວເທິງ) ແລ້ວເລື່ອນລົງມາກົດປຸ່ມສັນຍາລັກ ພາວເວີອອຟ

9 - ໃຊ້ໄດ້!

ທົດສອບເປີດວິທະຍຸອອນໄລທີ່ ວິທະຍຸກະຈາຍສຽງແຫ່ງຊາດລາວ


໑໓ ກະທູ້
໒໒໕ ໂພສ
ນັກການກະທູ້