ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ລົງວີນໂດແບ່ງ partition ບໍ່ໄດ້ໃຜຮູ້ບອກແດ່

໑໒ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ມື້ວານຊື້ຄອມ acer Aspire V3 - 371 - 50bt ຕອນລົງວີນ ຄິດວ່າຈະແບ່ງເປັນ 5 ຊ່ອງ ໄດ້ພຽງ 3 ຊ່ອງລົງມາ ບໍ່ຮູ້ສາເຫດວ່າເປັນຫຍັງຈິ່ງແບ່ງຫຼາຍກວ່າ 3 ຊ່ອງຂື້ນໄປບໍ່ໄດ້ ົລອງມາທຸກວິທີແລ້ວ ໃຊ້ໂປຮແກມຊ່ວຍກໍ່ບໍ່ໄດ້ກັບໄປລົງ ວີນ 7- 8 ກໍ່ບໍ່ໄດ້


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ລອງໃຊ້ວິທີ Shrink Volume
ໄປທີ່ Disk Mannagement ແລ້ວຄລິກຂວາໃສ່ໄດຣທີ່ຕ້ອງກ່ານແບ່ງ ເຊັ່ນໄດຣ (C:) ຈາກນັ້ນເລືອກ Shrink Volume
ແລ້ວໃສ່ຕົວເລກຈຳນວນ(ຄິດເປັນ MB) ທີ່ຕ້ອງການແບ່ງອອກໃຫ້ເປັນອີກໄດຮຫນຶ່ງນັ້ນ.

ຈະສັງເກດວ່າ ໄດຣທີ່ແບ່ງອອກໄປຈະເປັນ Unallocated ປາກົດຢູ່ຂ້າງຂວາຖັດໄປຈາກໄດຣທີ່ຖືກແບ່ງ(C:) ສະເຫມີ
ຫລັງຈາກນັ້ນເຮົາກໍ່ຄລິກຂວາໃສ່ໄດຣ(Unallocated)ທີ່ແບ່ງອອກແລ້ວນັ້ນ ເພື່ອສ້າງ New Simple Volume ໄດ້ເລີຍເຊັ່ນສ້າງເປັນໄດຣ (H:)
ຫາກວ່າ Unallocated ທີ່ກຳລັງຈະສ້າງໃຫ້ເປັນໄດຣ (H:)ມັນກຳລັງຈະກາຍເປັນໄດຣທີ 5 ເຊິ່ງເຮົາຕ້ອງໄດ້ໃຊ້ໂປຣແກມແບ່ງ Partition
ເຊັ່ນ MiniTool Partition Wizard Home Edition ເຂົ້າມາຊ່ວຍ ມັນຟຣີ, ໂປຣແກຣມນີ້ໃນຂັ້ນຕອນສຸດທ້າຍຕ້ອງກົດ Apply ມຸມຊ້າຍເທິງ.

ສ່ວນເວລາຈະເອົາກັບເຂົ້າມາລວມກັນຄືນເຊັ່ນ ລຶບ(H:) ເຂົ້າໃສ່(C:) ກໍໃຫ້ໄປທີ່ Disk Mannagement
ແລ້ວຄລິກຂວາໃສ່ເຊັ່ນໄດຣ (H:) ແລ້ວ Delete Volume>yes ຂໍ້ມູນຢູ່ (H:) ຈະຫາຍກ້ຽງ
ຈາກນັ້ນ ຄລິກຂວາໃສ່ອີກຄັ້ງແລ້ວ Delete Partition...>yes
ເພື່ອເຮັດໃຫ້ກາຍເປັນ Unallocated ຕໍ່ມາ ຄລິກຂວາໃສ່ໄດຣທາງຊ້າຍເຊັ່ນໄດຣ (C:) ແລ້ວເລືອກ Extended Volume ເພື່ອດູດເອົາ
Unallocated ທີ່ຢູ່ທາງຂວາເຂົ້າມາໂຮມກັນ.




໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ເອົາເປັນວ່າ ໃຊ້ໂປຣແກຣມ MiniTool Partition Wizard Home Edition ແມ່ນເຮັດໄດ້ເລີຍ!
1 ເປີດໂປຣແກຣມຂຶ້ນມາ
2 ຄລິກຂວາໃສ່ ໄດຣທີ່ຕ້ອງການຈະແບ່ງ ເລືອກ Move/Resize
3 ໃສ່ຈຳນວນ MB ທີ່ຕ້ອງການແບ່ງໃສ່ບ່ອນ:
ກ.) ໃສ່ຕົວເລກບ່ອນ Unallocated Space After ກໍ່ຈະໄດ້ Unallocated ໃຫມ່ອອກມາຢູ່ກ້ຳຂວາ
(ງ່າຍສຸດແມ່ນຫຍັບລູກສອນສີດຳທີ່ຊີ້ໄປທາງຂວານັ້ນເຂົ້າມາ)
ຂ.) ໃສ່ຕົວເລກບ່ອນ Unallocated Space Before ກໍ່ຈະໄດ້ Unallocated ໃຫມ່ອອກມາຢູ່ກ້ຳຊ້າຍ
(ງ່າຍສຸດແມ່ນຫຍັບລູກສອນສີດຳທີ່ຊີ້ໄປທາງຊ້າຍນັ້ນເຂົ້າມາ)
3 ຄລິກ OK
4 ຄລິກຂວາໃສ່ Unallocated ທີ່ໄດ້ມາຈາກການແບ່ງນັ້ນ ແລ້ວຄລິກ Create ເພື່ອສ້າງ Partition ໃຫມ່ > OK
5 ຂັ້ນຕອນສຸດທ້າຍ ຄລິກ Apply ຢູ່ມຸມຊ້າຍເທິງ.
ຫາກໄດຣທີ່ຕ້ອງການແບ່ງກຳລັງຖືກໃຊ້ງານຢູ່ ໂປຣແກຣມຈະຖາມໃຫ້ຣີສະຕາດ ກໍ່ OK ຕາມນັ້ນ



໑໒ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ຂ້ອຍໃຊ້ MiniToon partition ແບ່ງໄດ້ແລ້ວ ແຕ່ມັນບໍ່ແມ່ນການແກ້ບັນຫາທີ່ຖາວອນ ເມື່ອກັບໄປລົງວີນໃໝ່ມັນກໍ່ເປັນຄືເກົ່າຕອນແບ່ງຊ່ອງ
ຍ້ອນ ຊ່ອງ D. E , F ມັນບໍ່ສມາດປ່ຽນຄ່າ Frimary ເປັນ lagical ໄດ້.


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ແມ່ນແທ້ ຍ້ອນວ່າຄວາມສາມາດໃນການແບ່ງ partition ແບບທົ່ວໄປ ແມ່ນບໍ່ສາມາດເຮັດໄດ້ຄືໂປຣແກຣມຊ່ວຍເຊັ່ນ
MiniTool Partition Wizard Home Edition.
ການທີ່ເຮົາແບ່ງ ພາທິຊັນ ບໍ່ວ່າຈະໃນຕອນລົງວິນໂດ ຫລື ໃນ Disk Mannagement ແມ່ນຖືວ່າເປັນການແບ່ງ Partition ໃຫ້ກັບຮາດດິສຫນ່ວຍດັ່ງກ່າວ
ສະນັ້ນ ໃນຂັ້ນຕອນດັ່ງກ່າວ ມັນຈະຖືກສຳຫລວດກວດກາເບິ່ງຈຳນວນ Partition ທີ່ມີຢູ່ກ່ອນແລ້ວນັ້ນ + ພາທິຊັນ ທີ່ຈະສ້າງຂຶ້ນມາໃຫມ່ ສະເໝີ
ເມື່ອຖືກກວດສອບແລ້ວວ່າເກີນອະນຸຍາດມັນກໍ່ບໍ່ຍອມໃຫ້ສ້າງ. ເວົ້າງ່າຍໆຄື ຈະແບ່ງເມື່ອໃດ ກໍ່ຈະຖືກກວດສອບເມື່ອນັ້ນ.

ດັ່ງນັ້ນ ຂ້ອຍຈະຂໍລອງແນະນຳແບບນີ້:
- ສ້າງ ພາທິຊັນ ໃຫ້ຄົບຈົນພໍໃຈເສຍກ່ອນ
- ຟໍແມັດ ພາທິຊັນທີ່ຕ້ອງການຈະລົງວິນໂດໄວ້ກ່ອນເລີຍ(ຟໍແມັດເປັນ primary ດ້ວຍ MiniTool Partition Wizard)
- ແລ້ວ ໃນຂັ້ນຕອນຕິດຕັ້ງວິນໂດແມ່ນຫ້າມທຳການສ້າງພາທິຊັນອີກ(ຫລີກລ້ຽງການຖືກກວດສອບ)

ວິທີນີ້ ຂ້າພະເຈົ້າກໍ່ບໍ່ເຄີຍລອງ!