![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » Bitcoin(ບິດຄອຍ) ສະກຸນເງິນດິຈິຕອນ ວິວັດທະນາການທານາການທາງການເງິນຂອງໂລກ
![]() ສະບາຍດີຊາວພັນລາວທີ່ໜ້າຮັກທຸກທ່ານ. ຫຼາຍໆທ່ານອາດສົງໃສ ວ່າ ສະກຸນເງິນດິຈິຕອນແມ່ນຫຍັງ? ແລະ ເຮົາຈະທຳເງິນກັບມັນໄດ້ຈັ່ງໃດ? OK! ສະກຸນເງິນດິຈິຕອນ ຫຼື ອິກຊື່ໜຶ່ງວ່າ ຄຣິບໂຕເຄີເຣນຊີ(Cryptocurrency) ແລະທ່ານອາດເຄີຍໄດ້ຍິນຄຳວ່າ Bitcoin(ບິດຄອຍ) ມາແລ້ວ. ຖ້າຈະໃຫ້ອະທິບາຍແບບລະອຽດຄົງຈະໄຊ້ເວລາຫຼາຍເກິນໄປ ເພາະອະທິບາຍໄປກໍ່ເຂົ້າໃຈໄດ້ຍາກ ເອົາເປັນວ່າໄຫ້ເຂົ້າໃຈງາ່ຍໆວ່າ: ມັນເປັນວິວັດທະນາການທາງການເງິນແບບດຽວກັນກັບມະນຸດທີ່ມີວິວັດທະນາການເປັນລ້ານໆປີ ເງິນກໍ່ເຊັ່ນດຽວກັນ ຫຼາຍຮ້ອຍປີທີ່ຜ່ານມາມະນຸກແລກປ່ຽນສິນຄ້າກັນດວ້ຍ ຄຳ,ເງິນ ແລະ ທອງແດງ ເມື່ອເວລາຜ່ານໄປ ຈື່ງເລີ່ມມາໄຊ້ທະນາບັດ ຫຼື ເງິນຈ້ຽຍແທນ ຫຼັງຈາກນັ້ນຈື່ງເລີ່ມມີ ບັດ Credit(ເຄຣດິດ), ບັດ Debit(ເດບິດ) ແລະ ເລີ່ມມີການໄຊ້ຈ່າຍເງິນທາງອອນໄລນ ເຊັ່ນ: Paypal ຂັ້ນຕໍ່ມາກະຄື "ສະກຸນເງິນດິຈິຕອນ" ເຊິ່ງສະກຸນເງິນທຳອິດກະຄື Bitcoin(ບິດຄອຍ) ນັ້ນເອງ. ປັດຈຸບັນ ສະກຸນເງິນດິຈິຕອນມີຫຼາຍສະກຸນ ເຊິ່ງນິຍົມສຸງສຸດແມ່ນ Bitcoin(ບິດຄອຍ) ລາຂອງສະກຸນເງິນດິຈິຕອນ ກະມີຂື້ນມີລົງຄືກັບສະກຸນເງິນຕ່າງໆ ແລະ ອັດຕາລາຄາຂອງບິດຄອຍນະປະຈຸບັນປະມານຢູ່ທີ່ 1 Bitcoin = $ 726.70 ແລະ ຈະສຸງຂື້ນເລື່ອຍໆ. ເຮົາຈະຫາ Bitcoin(ບິດຄອຍ)ໄດ້ແນວໃດ? ປັດຈຸບັນການຫາ ບິດຄອຍ ມີຫຼາຍວິທີດັ່ງນີ້: 1. ຫາເກັບບິດຄອຍຕາມເວັບຟຣີຕ່າງ 2. ແລກປ່ຽນ ບິດຄອຍ ຕາມເວັບທີ່ມີການຊື້ຂາຍບິດຄອຍ 3. ການຂຸດເໝືອງ ຫຼື Mining ເຊິ່ງການຂຸດເໝືອງບິດຄອຍນີ້ ບໍ່ແມ່ນຄຸດແບບ ບໍ່ເງິນບໍ່ຄຳ ຄືກັບ ພູເບ້ຍ ຫຼື ເຊໂປນ ແຕ່ຢ່າງໄດ. ແຕ່ເປັນການຂຸດດ້ອຍຄອບພິວເຕີ້. ແມ່ນແລ້ວໄຊ້ຄອມພິວເຕີຂຸດເໝືອງ ເຊີ່ງການຂຸດທີ່ວ່ານີ້ ແມ່ນການຂຸດ ລະຫັດລັບອາກໍຣີທືມຈຳນວນ 21 ຫຼັກ ເຊີ່ງລະຫັດອາກໍຮີທືມທີ່ວ່ານີ້ແຫຼະສາມາດເອົາມາແລກເປັນເງິນໄດ້. ການຂຸດເໜືອງ ຫຼື Mining ມີຢຸ່ 3 ວິທີ ທີ່ນິຍົມ 1. ການຂຸດແບບ ໄຊ້ Hardware ເປັນການຂຸດແບບໄຊ້ງົບປະມານຫຼາຍໃນການຊື້ອຸປະກອນ ເຊີ່ງບໍ່ແນະນຳ 2. ການຂຸດແບບ ໄຊ້ Software ເປັນການຂຸດແບບໄຊ້ Program ເຊີ່ງ ໄຊ້ໂປຣແກຣມສະເພາະໃນການຂຸດ ແລະ ຕ້ອງໄດ້ໄຫ້ຄອມພິວເຕ້ທຳງານຕະຫຼອດເວລາ ແລະ ອາດຈະເຮັດໄຫ້ຄອມພິວເຕີສາມາດເພໄດ້ 3. ການຂຸດແບບ Cloud Mining ເປັນການຂຸດແບບບໍ່ຕ້ອງເປິດຄອບປະໄວ້ຄືກັບແບບທີ່ 2 ພຽງແຕ່ເຮົາເຂົ້າໄປຈັດການເອງໃນ Server ຂອງຜູ້ໄຫ້ບໍລີການ Mining ແລ້ວໄຫ້ມັນຂຸດເອງເລີຍຕະຫຼອດ 24 ຊົ່ວໂມງ. ແຕ່ຕ້ອງໄດ້ລົງທືນຝາກ Bitcoin ຫຼື ເງິນ ເພື່ອຊື້ກຳລັງໃນການຂຸດໄດ້ຂຸດໄດໄວລົງທືນຫຼາຍໄດ້ຫຼາຍ. ຂ້າພະເຈົ້າແນະນຳເລີຍວິທີນີ້ ແນະນຳ 2 ເວັບທີ່ໄຫ້ບໍລິການ Mining ທີ່ຮັບຄວາມນີຍົມຫຼາຍໃນທົ່ວໂລກ 1. Tomine.io 2. HasOcean.com ກ່ອນທີ່ຈະເລີ່ມເຮັດທຸລະກຳກັບສະກຸນເງິນດິຈິຕອນຈະຕ້ອງມີຫຍ້ງແດ່? 1. ສຶກສາກ່ອນບິດຄອຍແມ່ນຫຍ້ງ? 2. ກະເປົາບິດຄອຍ ຫຼື Bitcoin wallet 3. Enjoy!! ຜິດຜາດປະການໄດ ຂໍອະໄພມນະທີ່ນີ້ ຂອບໃຈ!! ![]() ![]() ![]() |
|
![]() ຂ້ອຍວ່າ ໃຫ້ຄົນເກັ່ງໆ ທັງຫລາຍ....ເອົາເວລາໄປຄົ້ນຫາວິທີ່ ແກ້ໂລກຮ້ອນຈະດີກວ່າ ເພາະທຸກມື້ນີ້ ອາກາດຮ້ອນຫລາຍ ຍາມແລ້ງກະບໍ່ມີຮອດນ້ຳປະປາ ຍາມຝົນກະຫລາຍຈົນຖ້ວມ......ມັນສຳຄັນກວ່າເງິນຄຳອີກ |
|
![]() Swis coin, Leo coin ຮອດລາວແລ້ວ |
|
![]() ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ... ຂ້ອຍວ່າ ໃຫ້ຄົນເກັ່ງໆ ທັງຫລາຍ....ເອົາເວລາໄປຄົ້ນຫາວິທີ່ ແກ້ໂລກຮ້ອນຈະດີກວ່າ ເພາະທຸກມື້ນີ້ ອາກາດຮ້ອນຫລາຍ ຍາມແລ້ງກະບໍ່ມີຮອດນ້ຳປະປາ ຍາມຝົນກະຫລາຍຈົນຖ້ວມ......ມັນສຳຄັນກວ່າເງິນຄຳອີກ ກະແມ່ນ ![]() ![]() ![]() |
|
![]() ໄລຍະນີ້ btc ລາຄາຂຶ້ນແຮງ ເສຍດາຍບໍ່ໄດ້ຊື້ໄວ້ແຕ່ດົນ 55 |
|
![]() ຂຸດຢູ່ນີ້ເດ: http://www.mmmglobal.org/ ເຄີຍບໍ ຫລື Fb.: MMM Global Laos ສັງຄົມແຫ່ງການແບ່ງປັນ |
|
![]() ອ້າງເຖິງຂໍ້ຄວາມຈາກ Ninu ຂຽນວ່າ... ຂຸດຢູ່ນີ້ເດ: http://www.mmmglobal.org/ ເຄີຍບໍຫລື Fb.: MMM Global Laos ສັງຄົມແຫ່ງການແບ່ງປັນ ຍັງບໍ່ເຄີຍລອງເທື່ອ ຂ້າພະເຈົ້າຈະລອງສຶກສາກ່ອນ ຂອບໃຈທີ່ແນະນຳ ![]() ![]() ![]() ![]() |
|
![]() ດີແຕ່ຂາຍອອກຕອນbitcoin ມັນຂື້ນ750$ ຕືນເຊົ້າມາມັນລົງ 650$ ຕອນຂ້ອຍຊື 623$ ໄດ້ກຳໄລໄປຫລາຍເຕີບ
www.satoshi250.com
freemoney on faucetbox |
|
![]() ເປັນຄວາມຮູ້ໃໝ່ ທີ່ຈະຕ້ອງໄດ້ສຶກສາເພີ່ມເຕີມແລ້ວລະ ![]() ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ ToonSSV ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Ninu ຂຽນວ່າ... ຂຸດຢູ່ນີ້ເດ: http://www.mmmglobal.org/ ເຄີຍບໍຫລື Fb.: MMM Global Laos ສັງຄົມແຫ່ງການແບ່ງປັນ ຍັງບໍ່ເຄີຍລອງເທື່ອ ຂ້າພະເຈົ້າຈະລອງສຶກສາກ່ອນ ຂອບໃຈທີ່ແນະນຳ ![]() https://www.facebook.com/siwiscoinlao/?pnref=story.unseen-section https://www.facebook.com/monkanousak.xaipouvong?fref=ts |