ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ປຸ່ມລັດShort Cut ທີ່ເຈົ້າໃຊ້ເປັນປະຈຳ... ?

໙ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ຫຼາຍຄົນໃນນີ້ ກໍສາມາດເວົ້າໄດ້ວ່າ ເກັ່ງເລື່ອງຄອມ ແລະ ມີຄອມເປັນອາວຸດ(ເວີ້ໂພດບໍ່ນິ55)

ການໃຊ້ ປຸ່ມລັດ(Short Cut) ກະຊ່ວຍເຮັດໃຫ້ການໃຊ້ວຽກໄວຂຶ້ນ, ເທ້(ມີສ່ວນບໍ່ນິ 55), ເພີ່ມທັກສະໄປໃນໂຕ...ຕິເບາະ!! :)

ແຕ່ວ່າ ຫຼາຍຄົນກະຄືຊິໃຊ້ບໍ່ຄືກັນ...
ເພາະບາງເທື່ອ ມັນກະເປັນ ຄວາມຮູ້ໃຫມ່ໃຫ້ ຂ້າພະເຈົ້າ ກໍຄື ໝູ່ເພື່ອນຫຼາຍຄົນໄປໃນໂຕເລີຍ.... ແມ່ນຕວ໋າ... !!

ກະທູ້ນີ້ ກໍເລີຍ ຢາກຖາມໝູ່ເພື່ອນ ວ່າ ປຸ່ມລັດໃດ ທີ່ທ່ານໃຊ້ເປັນປະຈຳ?


ທີ່ເພີ່ນທີ່ໂຕ

໙ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ກ່ອນໝູ່ເລີຍເຮົາ ຖາມເອງຕອບເອງ....

ທີ່ເຮົາ ໃຊ້ເນັດມາດົນ ແລະ ຫາກໍຮູ້ກະແມ່ນ

Alt+Shift (ຫາກໍຮູ້ແທ້ໆ) ເວລາປ່ຽນພາສາຂອງ ແປ້ນພິມ....

ແລະ ອີກອັນໜຶ່ງ Ctrl+Shift ລອງເບິ່ງເດີ້ ຊິເກີດຫຍັງຂຶ້ນ ມີສ່ວນຊ່ວຍເຕີບໃດ ເວລາ ເປີດເວັບເພສຫຼາຍໜ້າພ້ອມກັນ ຫັ້ນນະ :)

ເຫຼືອນັ້ນ ກະ Ctrl + Alt + Del ...... 5555 ບັງເອີນ ຄອມມັກຄ້າງ ກະເລີຍໄດ້ ໃຊ້ຕະຫຼອດ :)

Ctrl + C ------>>>> Ctrl + V ໃຊ້ຕະຫຼອດແຫຼະ ແມ່ນຕວ໋າ? :)

ທີ່ເພີ່ນທີ່ໂຕ

໓ ກະທູ້
໑໙໑ ໂພສ
ນັກການກະທູ້
Ctrl + Z ເອົາໄວ້ undo ພິມ shoutbox ລະມັນບໍ່ອອກ ຂີ້ຄ້ານພິມຄຳເກົ່າຄືນ ກະໃຊ້ອັນນີ້ນິລະ
Ctrl + X Cut ເອົາເພງທີ່ໂຫລດມາ ຈາກບ່ອນໜຶ່ງໄປອີກບ່ອນ
Ctrl + A ເວລາຊິຕອບກະທູ້ຫຼືຫຍັງກະ ເລືອກໄວ້ທັງໝົດແລ້ວກະ copy ໄວ້ກ່ອນ ບາດກົດສົ່ງບໍ່ໄປຫຼືເກີດບັນຫາອື່ນໆຈຶ່ງບໍ່ຕ້ອງມານັ່ງປວດຫົວ (ຕອນນີ້ກະຊິເຮັດເວລາຕອບກະທູ້ນີ້ຄືກັນ)
Ctrl + C ນິກະໃຊ້ copy url ເປັນສ່ວນຫຼາຍ
Ctrl + V ນິກະໃຊ້

Ctrl + T ໃນ Firefox ເປັນການເປີດ Tab ໃໝ່...
F5 ໄດ້ກົດຕະຫຼອດ ເນັດບາງເທື່ອກະຫຼຸດ 555
Shift + Left Alt ເອົາໄວ້ປ່ຽນພາສາ....ແຕ່ກີ້ໃຊ້ປຸ່ມ ຢູ່ທາງຟາກຊ້າຍຂອງເລກ 1 ແຕ່ປາກົດວ່າ ເປີດເກມຂຶ້ນມາແລ້ວບ່ອນໜ້າຄຳສັ່ງມັນ ຕຳກັບປຸ່ມນີ້ເລີຍໄດ້ປ່ຽນ -_-

Windows + E ຕ້ອງໄດ້ເປີດຂຶ້ນມາຈັດການກັບໄຟລ໌ຕະຫຼອດ ບໍ່ຮູ້ວ່າເປັນຫຍັງ
Windows + R ຢູ່ Vista ທີ່ໃຊ້ຢູ່ ບໍ່ຮູ້ວ່າຊິຫາປຸ່ມ run ຢູ່ໃສ ເລີຍໃຊ້ໂຕນີ້ມາຕະຫຼອດ 555 ໃຊ້ມາປີໜຶ່ງແຕ່ບໍ່ເຄີຍຫາມັນເລີຍອັນປຸ່ມ run ນິ


...........ອືມ ຕາມນັ້ນ..............

When I saw you, I was afraid of meeting you. When I met you, I was afraid of kissing you.
When I kissed you, I was afraid to love you. Now that I love you, I'm afraid of losing you.

໙ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
“ Ctrl + A ເວລາຊິຕອບກະທູ້ຫຼືຫຍັງກະ ເລືອກໄວ້ທັງໝົດແລ້ວກະ copy ໄວ້ກ່ອນ ບາດກົດສົ່ງບໍ່ໄປຫຼືເກີດບັນຫາອື່ນໆຈຶ່ງບໍ່ຕ້ອງມານັ່ງປວດຫົວ (ຕອນນີ້ກະຊິເຮັດເວລາຕອບກະທູ້ນີ້ຄືກັນ)”

ແມ່ນເລີຍວິທີນີ້ນະ ປົກກະຕິມັກຂຽນໃດອາລີ້ ເຈິມາຫຼາຍລະ ອັນສົ່ງລົ້ມເຫຼວນິ ກະເລີຍຕ້ອງເຮັດແບບນີ້ ທຸກເທື່ອ ມີການເປີດ wordຂື້ນມາຖີ້ມໄວ້ກ່ອນອີກໃດ໋ຫັ້ນ 5555 ເຮົາກະດາຍ....

ອັນກັບ window + E ນີ້ກະຂາດບໍ່ໄດ້ ເປີ້ດມາໃໝ່ເລື້ອຍໆໆໆໆ

ທີ່ເພີ່ນທີ່ໂຕ

໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
ctrl+home

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າວ ມີຄົນຕອບມາຫມົດລະ ຕາມນັ້ນແຫລະ ທີ່ໃຊ້ປັນປະຈຳ
ລະກະຍັງມີ
Windows+M
Alt+F4 ປິດໂປແກມ
Ctrl + F4 ປິດຫນ້າເອກະສານໃນໂປແກມ Microsoft office ຫລື ແທັບຍ່ອຍໃນ IE ກັບ Firefox
Alt+Tab ກໍລະນີເມົ້າຄ້າງ ຫລືບໍ່ມີເມົ້າ ໃຊ້ປ່ຽນຫລື ສະຫລັບໂປແກມທີ່ເຮົາຈະໃຊ້ງານ
Alt+Enter ເອົາໄວ້ view ເບີ່ງ Properties ຂອງໄຟລ໌ . ໂຟເດີ້ ກັບ ໄດວ໌
Esc
Backspace
Dalete
End
Home
Pause Break
Enter ໂຕນີ້ໃຊ້ທຸກມື້ ປະຈຳເລີຍ

Arrow keys
Tab


Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໑໕ ກະທູ້
໕໓ ໂພສ
ຂາປະຈຳເວັບບອດ
ຄືຍັງບໍ່ເຫັນ
F2
ໃຊ້ Rename


໑໐ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
Ctrl+C and Ctrl+V

ຊີວິດລິຂິດເອງ noOK

໑໐ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
sai pa jam leiy vela khien report

ຊີວິດລິຂິດເອງ noOK

໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
ctrl A

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
ctrl HOME

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໙ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ CoMEuP ຂຽນວ່າ...
ອ້າວ ມີຄົນຕອບມາຫມົດລະ ຕາມນັ້ນແຫລະ ທີ່ໃຊ້ປັນປະຈຳ
ລະກະຍັງມີ
Windows+M
Alt+F4 ປິດໂປແກມ
Ctrl + F4 ປິດຫນ້າເອກະສານໃນໂປແກມ Microsoft office ຫລື ແທັບຍ່ອຍໃນ IE ກັບ Firefox
Alt+Tab ກໍລະນີເມົ້າຄ້າງ ຫລືບໍ່ມີເມົ້າ ໃຊ້ປ່ຽນຫລື ສະຫລັບໂປແກມທີ່ເຮົາຈະໃຊ້ງານ
Alt+Enter ເອົາໄວ້ view ເບີ່ງ Properties ຂອງໄຟລ໌ . ໂຟເດີ້ ກັບ ໄດວ໌
Esc
Backspace
Dalete
End
Home
Pause Break
Enter ໂຕນີ້ໃຊ້ທຸກມື້ ປະຈຳເລີຍ

Arrow keys
Tab



ຂອບໃຈສຳລັບ Alt+Enter ເດີ້ ຫາກໍ່ຮູ້ໃດນີ້ ສຸດຍອດເລີຍ ເສັ້ນຜົມບັງພູເຂົາເນາະ .....

ທີ່ເພີ່ນທີ່ໂຕ

໙ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ຕອບຊ້ຳກັນກະບໍ່ເປັນຫຍັງເດີ້ ພຽງຢາກຮູ້ວ່າ ທຸກຄົນໃນນີ້ ໃຊ້ປຸ່ມລັດໂຕໃດເປັນປະຈຳຫັ້ນນະ :)

ທີ່ເພີ່ນທີ່ໂຕ

໘ ກະທູ້
໒໐໒ ໂພສ
ນັກການກະທູ້
delete ເອົາໄວ້ລືບທາງຫນ້າໄປທາງຫລັງ
Ctrl + Esc ເອົາໄວ້ເປີດປຸ່ມ Start Menu ຫຼື ວ່າກົດປຸ່ມ Windows ກາໄດ້
Windows + Alt + Tab ເອົາໄວ້ປ່ຽນ Programs ຢູ່ Taskbar
Ctrl + Tab ເອົາໄວ້ປ່ຽນ Tab ຢູ່ Firefox


໐ ກະທູ້
໔໔ ໂພສ
ຂາປະຈຳເວັບບອດ
bor mii yang laiiiiiiiiiiiiiiii :suon lai sai ctrl A & f5


໓ ກະທູ້
໓໐໕ ໂພສ
ຊຳນານການເວັບບອດ
Alt+F4 ...

http://laoupload.com/1KOUM075GEAX/Short_Cut_Key.xls.html

//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ່.. ໄດ້ປຸ່ມໃຫມ່...


໙ ກະທູ້
໓໕໕ ໂພສ
ຊຳນານການເວັບບອດ
ລາຍຕາ ຈື່ບໍ່ລ້ອນ

ມາຊ້າ ກັບກ່ອນ ຈ່າຍຜ່ອນ ກິນຫຼາຍ

໔໖ ກະທູ້
໓໙໙ ໂພສ
ຊຳນານການເວັບບອດ
ເອົາລະຂ້ອຍກະເຫັນດີນຳທຸກຄົນທີ່ເວົ້າມາເປັນຕົ້ນແມ່ນ iroza ທີ່ເວົ້າວ່າເຮັດວຽກໄວຂຶ້ນ. ສຳລັບນັກ Programer ແມ່ນຈຳເປັນໃນການເຮັດວຽກເພື່ອໃຊ້ Keyboard ແທນ mouse.

ແຕ່ຍັງອີກໂຕທີ່ຂ້ອຍມັກໃຊ້ຄື: Shift + End ແລະ Shift + Home ໃຊ້ສຳລັບ Select ແຖວ

Expert of Math apply, Math analysis and General Math

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ctrl + C, ctrl + V ອັນນີ້ໃຜກະໃຊ້ຕິ

ctrl + T, ctrl + w ໃຜໃຊ້ ໄຟຟ໊ອກ, ຊາຟາຣີ ກະຄືສິຮູ້ດີ ໄອອີ ລຸ້ນໃຫມ່ກະປຸ່ມນີ້ອີກຕວ່າ??

Window + M ເຂົ້າສູ່ຫນ້າຈໍ

ctrl + ( - ; +) ຊູມອອກ ຊູມເຂົ້າ

ctrl + F ອັນນີ້ ໃຊ້ເລື້ອຍ

ປຸ່ມ Power ນີ້ກະແຕ່ກີ້ໃຊ້ເລື້ອຍຢູ່ ແຕ່ດຽວນີ້ຂີ້ຄ້ານປິດຄອມ ເລີຍບໍ່ໄດ້ໃຊ້

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໐ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
Ctrl + C ນິກະໃຊ້ copy url ເປັນສ່ວນຫຼາຍ

Ctrl + V ນິກະໃຊ້



windows + E



ctrl + F







໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈໄທເຈົ້າທີ່ນຳມາໃຫ້ຮູ້ທາງລັດ!


໑໘ ກະທູ້
໙໖໔ ໂພສ
ຊຳນານການເວັບບອດ

啤酒...:

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
Ctrl+shift+1 ພາສາໄທ
Ctrl+shift+2 ພາສາອັງກິດ
ໄວ້ແຊັດກັບບ່າວໄທບ່າວລາວ ຈົບ


໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນອື່ນກະຊິພະຍາຍາມຈື່ກ່ອນ


໐ ກະທູ້
໙໓ ໂພສ
ຂາປະຈຳເວັບບອດ
Ctrl + S ໃຊ້ຫຼາຍທີ່ສຸດລະແມ່ນໂຕນີ້ ເພາະບັນທຶກຈົນລື້ງມື


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
windows + E
Ctrl + A
Ctrl + V
Ctrl + X
Ctrl + S
F5
Alt + F4
Ctrl + Z
Alt + Tab


ບໍ່ໄດ້ອະທິບາຍເດີ່ ມີຄົນອະທິບາຍຢູ່ເທິງລະ


໑ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ได้ความรู้อีกเยอะเลย ขอเพิ่มเติ่มให้อีกอย่างครับ กด Ctrl แล้วตามด้วย i เป็นการเปิด IE