ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ແກ້ໄຂແນວໃດເວລາດາວໂລດຊອບແວມາແລ້ວ ພັດເປັນ IE

໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ຂອ້ຍດາວໂລດ ຊອບແວເພື່ອມາ Set up ລົງຄອມພິວເຕີ, ແຕ່ເມື່ອດາວໂລດມາແລ້ວມັນພັນເປັນ Explorer(ເບິ່ງຕາມຮູບ) ຈະInstall ກະບໍ່ໄດ້
ໃຜມີວິທີແກ້ໄຂວິທີນິ້ຊ່ວຍບອກແດ່.

ຂໍຂອບໃຈ


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າດາວໂລດຊອບແວ່ຫຍັງ ?

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕກໄຟລ ກ່ອນ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໑໙ ກະທູ້
໓໕ ໂພສ
ຂາປະຈຳເວັບບອດ
ແລ້ວໄຟລ໌ຂອງທ່ານມັນເປັນໄຟລ໌ນາມສະກຸນຫຍັງ, ຖ້າເປັນໄຟລ໌ບີບອັດຈຳພວກ .rar ຫຼື .zip ທ່ານກໍ່ໃຊ້ WinRAR ແຕກໄຟລ໌ກ່ອນແລ້ວຈຶ່ງ Run
* ດາວໂຫຼດ WinRAR ທີ່ http://www.rarlab.com/download.htm
* ວິທີສະແດງນາມສະກຸນຂອງໄຟລ໌: ປົກກະຕິແລ້ວເມື່ອທ່ານລົງ windows ໃໝ່ລະບົບຈະບໍ່ສະແດງນາມສະກຸນຂອງໄຟລ໌
ວິທີສະແດງກໍ່ເປີດ Mycomputer -> Tools -> Folder options -> View ແລ້ວກໍ່ກົດເອົາເຄື່ອງໝາຍຖືກໃນ Hide extension for know file types ອອກ, ແລ້ວກົດ Apply -> OK ຕາມຮູບ




໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ຂອບໃຈຫລາຍໆເດີ ແລ້ວເຮົາຈະລອງເບິ່ງ