ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ເປັນຫຍັງ IDM ຂອງເຮົາຄືໂຫລດ File ຈາກ www.laoupload.com ບໍ່ໄດ້

໔ ກະທູ້
໑໑໓ ໂພສ
ນັກການກະທູ້
ບໍ່ເຂົ້າໃຈຄືກັນ ວ່າເປັນຫຍັງເວລາກົດໂຫລດມັນຈະປ່ຽນ File ທີ່ໄດ້ມາເປັນ .htm ສະເຫມີ
ເຊັ່ນວ່າ ຖ້າໂຫລດ file ທີ່ເປັນ xxxxx.rar ມັນກໍ່ປ່ຽນເປັນ .htm ຕໍ່ທ້າຍສະເຫມີ
ຂໍຄໍາເເນະນຳເເດ່ເດີ້
ຂໍຂອບໃຈ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ມັນບໍ່ໄດ້ອອກແບບມາໃຫ້ດາວໂຫຼດແບບ direct link


໔ ກະທູ້
໑໑໓ ໂພສ
ນັກການກະທູ້
ເເລ້ວມີວິທີເເກ້ໄຂບໍ່ ອ້າຍນິນ
ເພາະມັກໃຊ້ເເຕ່ IDM ບໍ່ຢາກໃຊ້ຫລາຍໂຕຮ່ວມກັນ
ຫລືວ່າເເນະນຳຕົວທີ່ດີກ່ວາ IDM ກະໄດ້ ສິລອງໄປຊອກໃຊ້ເບິ່ງ ຂໍຂອບໃຈ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ກໍບໍ່ຕ້ອງໃຊ້ຫຼາຍໂຕເລີຍ ໃຊ້ໂປຣແກຣມຫຍັງເປີດເວັບກໍໃຊ້ໂປຣແກຣມນັ້ນລະໂຫຼດ


໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ກໍບໍ່ຕ້ອງໃຊ້ຫຼາຍໂຕເລີຍ ໃຊ້ໂປຣແກຣມຫຍັງເປີດເວັບກໍໃຊ້ໂປຣແກຣມນັ້ນລະໂຫຼດ

ສະແດງວ່າໃຊ້ IDM ດາວໂຫຼດບໍ່ໄດ້ຫວາ ?


໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັ່ງວ່າເດີ້ ບໍ່ຮູ້ຄືກັນ

~Vਕਆpïrєی™~

໔ ກະທູ້
໑໑໓ ໂພສ
ນັກການກະທູ້
ເເລ້ວຕ້ອງການໂຫລດຢູ່ laoupload ເຮິດເເນວໃດດີ


໓ ກະທູ້
໒໕໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ກໍບໍ່ຕ້ອງໃຊ້ຫຼາຍໂຕເລີຍ ໃຊ້ໂປຣແກຣມຫຍັງເປີດເວັບກໍໃຊ້ໂປຣແກຣມນັ້ນລະໂຫຼດ


=w= " ອ້າຍນິນ ສົມມຸດວ່າໄຟລ໌ມັນໃຫຍ່ເດ ຈຳເປັນຕ້ອງໄດ້ໃຊ້ຕົວຊ່ວຍໂຫລດໃດ໋
ເຮົາກະຈຳເປັນຕ້ອງໃຊ້IDMຄືກັນ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ກໍໃຊ້ເນັດໄວໆ ໂຫຼດໃຫ້ມັນແລ້ວໄວ

ອັນທີ່ຈິງເວັບໃຫຍ່ໆ ແບບ rapidshare ຫຼື megaupload ຫຼື mediafire ເຂົາກໍບໍ່ໃຫ້ direct link ຢູ່ແລ້ວ ມັນເປືອງ bandwidth ແລະບໍ່ໄດ້ຄ່າໂຄສະນາ ຮະຮະ


໓ ກະທູ້
໒໕໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ກໍໃຊ້ເນັດໄວໆ ໂຫຼດໃຫ້ມັນແລ້ວໄວ

ອັນທີ່ຈິງເວັບໃຫຍ່ໆ ແບບ rapidshare ຫຼື megaupload ຫຼື mediafire ເຂົາກໍບໍ່ໃຫ້ direct link ຢູ່ແລ້ວ ມັນເປືອງ bandwidth ແລະບໍ່ໄດ້ຄ່າໂຄສະນາ ຮະຮະ


ເວົ້າໄປອ້າຍນິນ
Rapidshare ຫຼື megaupload ຫຼື mediafire ເຮົາຍັງໃຊ້ direct link ໄດ້ຢູ່ໃດ໋ =w="
ອ້າຍເຮັດເພື່ອນ້ອງແດ່ເດ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ເວົ້າໄປ ແມ່ນຫຍັງ IDM ຊິເທບປານນັ້ນ ໃສລອງໂຫຼດ http://rapidshare.com/files/231252662/free-css-drop-down-menu.rar ໃຫ້ເບິ່ງດຸ capture ໜ້າຈໍໂປຣແກຣມ IDM ຕອນໂຫຼດມາເບິ່ງພ້ອມ ດຽວນີ້ມັນເທບປານນັ້ນພຸ້ນແລ້ວບໍນິ ບໍ່ໄດ້ໃຊ້ດົນ


໓ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ໃຊ້ firefox or IE ໂຫລດ


໓ ກະທູ້
໒໕໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ເວົ້າໄປ ແມ່ນຫຍັງ IDM ຊິເທບປານນັ້ນ ໃສລອງໂຫຼດ http://rapidshare.com/files/231252662/free-css-drop-down-menu.rar ໃຫ້ເບິ່ງດຸ capture ໜ້າຈໍໂປຣແກຣມ IDM ຕອນໂຫຼດມາເບິ່ງພ້ອມ ດຽວນີ້ມັນເທບປານນັ້ນພຸ້ນແລ້ວບໍນິ ບໍ່ໄດ້ໃຊ້ດົນ





໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອັນ Pause ມັນເປັນສີເທົາ ຄລິກບໍ່ໄດ້ແມ່ນບໍ່
ລອງໂຫຼດໄປໄດ້ຈັກ 10% ແລ້ວ Cancel
ແລ້ວມາໂຫຼດຄືນໃໝ່ເບິ່ງ ມັນຊິຕໍ່ຈາກ 10% ໄປບໍ່
ອີກຢ່າງນຶ່ງ ປົກກະຕິພວກໂປຣແກຣມຊ່ວຍດາວໂຫຼດມັນຈະແບ່ງເປັນຫຼາຍໆ thread ໃນການໂຫຼດ ເພື່ອໃຫ້ໄວຂຶ້ນແມ່ນບໍ່ ປົກກະຕິຈະເປັນ 5 thread ໃນເວລາດຽວກັນ ແລ້ວອັນ IDM ໂຫຼດ rapidshare ຫັ້ນ ມັນແບ່ງ thread ໄດ້ບໍ່


໓ ກະທູ້
໒໕໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ອັນ Pause ມັນເປັນສີເທົາ ຄລິກບໍ່ໄດ້ແມ່ນບໍ່
ລອງໂຫຼດໄປໄດ້ຈັກ 10% ແລ້ວ Cancel
ແລ້ວມາໂຫຼດຄືນໃໝ່ເບິ່ງ ມັນຊິຕໍ່ຈາກ 10% ໄປບໍ່
ອີກຢ່າງນຶ່ງ ປົກກະຕິພວກໂປຣແກຣມຊ່ວຍດາວໂຫຼດມັນຈະແບ່ງເປັນຫຼາຍໆ thread ໃນການໂຫຼດ ເພື່ອໃຫ້ໄວຂຶ້ນແມ່ນບໍ່ ປົກກະຕິຈະເປັນ 5 thread ໃນເວລາດຽວກັນ ແລ້ວອັນ IDM ໂຫຼດ rapidshare ຫັ້ນ ມັນແບ່ງ thread ໄດ້ບໍ່


ແລ້ວມາໂຫຼດຄືນໃໝ່ເບິ່ງ ມັນຊິຕໍ່ຈາກ 10% ໄປບໍ່
ຕອບ ບໍ່ໄດ້
ປົກກະຕິພວກໂປຣແກຣມຊ່ວຍດາວໂຫຼດມັນຈະແບ່ງເປັນຫຼາຍໆ thread ໃນການໂຫຼດ ເພື່ອໃຫ້ໄວຂຶ້ນແມ່ນບໍ່ ປົກກະຕິຈະເປັນ 5 thread ໃນເວລາດຽວກັນ ແລ້ວອັນ IDM ໂຫຼດ rapidshare ຫັ້ນ ມັນແບ່ງ thread ໄດ້ບໍ່
ຕອບ ບໍ່ຮູ້ຈັກເຮັດ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ສະມັກ Premium Member ນຳ ນິນແມະ ໂຮະໆ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຖ້າເຮັດບໍ່ໄດ້ ມັນກໍບໍ່ຕ່າງຫຍັງກັບໃຊ້ Firefox ຫຼື IE ໂຫຼດດອກ xcboy

ປະໂຫຍດຂອງໂປຣແກຣມຊ່ວຍດາວໂຫຼດກໍຄື ມັນສາມາດໂຫຼດໄຟລ໌ໃດນຶ່ງດ້ວຍການແບ່ງ thread ໄດ້ ເຮັດໃຫ້ໄວຂຶ້ນ ແລະທີ່ສຳຄັນ ສາມາດຢຸດຄ້າງໄວ້ແລ້ວມື້ໜ້າມາໂຫຼດຕໍ່ບ່ອນເກົ່າໄດ້ ຖ້າສອງອັນນີ້ເຮັດບໍ່ໄດ້ ມັນກໍບໍ່ຕ່າງຫຍັງກັບໃຊ້ browser ໂຫຼດເອົາ ມີຄ່າເທົ່າກັນ

ຕັ້ງ IDM ຍັງເສຍເວລາຫຼາຍກວ່າຊ້ຳ ກຳຈິງຈິງ

ພວກເວັບດາວໂຫຼດເຂົາເຮັດແບບນີ້ເພາະຕ້ອງການຂາຍ Premium account ເປັນບໍລິການລາຍເດືອນ ຫຼືລາຍວັນ ຫຼືລາຍປີ ແມ່ນຫຍັງກໍແລ້ວແຕ່ ກໍວ່າກັນໄປ ເມື່ອສະໝັກແລ້ວຈະມີສິດໂຫຼດແບບ direct link ໄດ້ ສາມາດ resume ຫຼືແບ່ງ thread ໂຫຼດໄດ້ ແລ້ວແຕ່ເງື່ອນໄຂເວັບນັ້ນໆ

ຈົບ


໑໔ ກະທູ້
໔໓໒ ໂພສ
ຊຳນານການເວັບບອດ
ແຕ່ກີ້ເຮົາກະເປັນພີມຽມ ລືມລະຫັດວຸ້ຍ ຍ່າມັນໃຊ້ແຕ່ອັບໂຫລດບໍ່ຄອຍດາວໂຫລດ
5555

DarkEnCieL

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ອ້າງເຖິງຂໍ້ຄວາມຈາກ DarkEnCiel ຂຽນວ່າ...
ແຕ່ກີ້ເຮົາກະເປັນພີມຽມ ລືມລະຫັດວຸ້ຍ ຍ່າມັນໃຊ້ແຕ່ອັບໂຫລດບໍ່ຄອຍດາວໂຫລດ
5555



ສະມັກ Premium ເພື່ອເຜື່ອແພ່

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໓ ກະທູ້
໒໕໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ຖ້າເຮັດບໍ່ໄດ້ ມັນກໍບໍ່ຕ່າງຫຍັງກັບໃຊ້ Firefox ຫຼື IE ໂຫຼດດອກ xcboy

ປະໂຫຍດຂອງໂປຣແກຣມຊ່ວຍດາວໂຫຼດກໍຄື ມັນສາມາດໂຫຼດໄຟລ໌ໃດນຶ່ງດ້ວຍການແບ່ງ thread ໄດ້ ເຮັດໃຫ້ໄວຂຶ້ນ ແລະທີ່ສຳຄັນ ສາມາດຢຸດຄ້າງໄວ້ແລ້ວມື້ໜ້າມາໂຫຼດຕໍ່ບ່ອນເກົ່າໄດ້ ຖ້າສອງອັນນີ້ເຮັດບໍ່ໄດ້ ມັນກໍບໍ່ຕ່າງຫຍັງກັບໃຊ້ browser ໂຫຼດເອົາ ມີຄ່າເທົ່າກັນ

ຕັ້ງ IDM ຍັງເສຍເວລາຫຼາຍກວ່າຊ້ຳ ກຳຈິງຈິງ

ພວກເວັບດາວໂຫຼດເຂົາເຮັດແບບນີ້ເພາະຕ້ອງການຂາຍ Premium account ເປັນບໍລິການລາຍເດືອນ ຫຼືລາຍວັນ ຫຼືລາຍປີ ແມ່ນຫຍັງກໍແລ້ວແຕ່ ກໍວ່າກັນໄປ ເມື່ອສະໝັກແລ້ວຈະມີສິດໂຫຼດແບບ direct link ໄດ້ ສາມາດ resume ຫຼືແບ່ງ thread ໂຫຼດໄດ້ ແລ້ວແຕ່ເງື່ອນໄຂເວັບນັ້ນໆ

ຈົບ



ອໍ ເຂົ້າໃຈແລ້ວ
ເຮົາບໍ່Premium account ຊື່ໆ
ທີ່ຈິງເຫັນ ແວ໊ບໆຢູ່ ເພາະເຂົາແຈກ Premium account


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ພວກເວັບແຈກ premium account ກໍຢ່າໄປເສຍເວລານຳມັນຫຼາຍ ດີບໍ່ດີໄດ້ໄວຣັສມາແທນ

ທາງທີ່ດີລະແມ່ນໂຫຼດຕອນກາງຄືນ ຕອນເນັດບໍ່ຫຼຸດງ່າຍໆ ມັນຈຶ່ງບໍ່ສະດຸດລະຫວ່າງໂຫຼດ


໓ ກະທູ້
໒໕໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ພວກເວັບແຈກ premium account ກໍຢ່າໄປເສຍເວລານຳມັນຫຼາຍ ດີບໍ່ດີໄດ້ໄວຣັສມາແທນ

ທາງທີ່ດີລະແມ່ນໂຫຼດຕອນກາງຄືນ ຕອນເນັດບໍ່ຫຼຸດງ່າຍໆ ມັນຈຶ່ງບໍ່ສະດຸດລະຫວ່າງໂຫຼດ



ໄວລັດຫວ໋າ ບໍ່ແນ່ໃຈ ເພາະເວັບໂຫລດ ກະເປັນເວັບທີ່ພາກັນຮູ້ຈັກແດ່


໖ ກະທູ້
໕໗ ໂພສ
ຂາປະຈຳເວັບບອດ
ຂໍຝາກແງ່ ຄິດສາເນາະ
ການນໍາໃຊ້ IDM ມັນດີສໍາລັບຜູ້ໂລດ ແຕ່ມີຜົນເສຍສໍາລັບ Server
ຖ້າໃຜອີດູຕົນServer ແລ້ວຢ່າໃຊ້ IDM ເດີ ພີ່ນ້ອງ