ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ເຖິງຜູ້ຮູ້ທຸກທ່ານ... ຂ້າ...ເຈົ້າ ເປີດຄອມບໍ່ຂື້ນ ເຫັນແຕ່ໜ້າດຳໆ ແລະມີຂໍ້ຄວາມບາງຢ່າງ...

໑ ກະທູ້
໐ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເຖິງຜູ້ຮູ້ທຸກໆໆໆໆທ່ານ
ຂໍຄວາມກະລຸນາຊ່ວຍເຫຼືອ ຂ້າ...ເຈົ້າ (...ບໍ່ຢາກເວົ້າຄຳນັ້ນ...ຈັກໜ່ອຍບາບຊິກິນຫົວ) ແດ່!!!
ທັກທາຍເລັກນ້ອຍ...ຂ້າ...ເຈົ້າ ເປັນສະມາຊິກໃໝ່ ບໍ່ຄ່ອຍຖະໜັດກ່ຽວກັບການໃຊ້ເວັບນີ້ ແລະ ບໍ່ເຄີຍຄິດມາກ່ອນວ່າຈະມີເວັບເປັນພາສາລາວ (ຂໍສະແດງຄວາມຊົມເຊີຍກັບທິມງານ 1000ລາວ ທຸກທ່ານທີ່ມີນ້ຳໃຈຮັກເຊື້ອແພງຊາດ ເປັນໃຫ້ຊາດເຮົາປະກົດຢູ່ໃນເວທີສາກົນ........ບູ໋ໆໆໆໆໆໆໆໆໆໆໆໆ(ພາສາບອກຊາດ.......)

ເຂົ້າເລື່ອງກ່ອນ....ເວົ້າຫຼາຍຈັກໜ່ອຍຖືກລືບ....
ເລື່ອງມີຢູ່ວ່າ ຄອມຂອງ ຂ້າ...ເຈົ້າ ຍີ່ຫໍ້ TOSHIBA Settellite L305-S5933 ເປີດບໍ່ເຂົ້າລະບົບປະຕິບັດການ (Windows) ເຫັນແຕ່ໜ້າ ດຳໆໆໆໆໆໆໆໆໆໆໆໆໆໆໆໆ ແລະມີຂໍ້ຄວາມວ່າ........
NTLDR IS MISSING...
PRESS CTRL+ALT+DEL TO RESTART
ຂ້າ...ເຈົ້າ ປະຕິບັດຕາມແລ້ວ (CTRL+ALT+DEL ) ມັນເລີ່ມເປີດເຄື່ອງໃໝ່ ແລ້ວປະກົດຂໍຄວາມອັນເກົ່າ..........ແນວນີ້ສະແດງວ່າເປີດບໍ່ໄດ້ແນ່ນອນ
ປລ. 1. ຊ້ຳກັບຫົວຂໍ້ອື່ນບໍ່???? ຖ້າຊ້ຳແນະນຳແດ່ວ່າຢູ່ແຖວໃດ...ຊິນຳໄປຫາໃຫ້ເຈີ ຈົນໄດ້....
ປລ 2. ເຖິງທຳງານ Emotion ໜ້າຈະໃຫ້ເຫັນເປັນຮູບໃຫ້ເລືອກເລີຍ (ຫຼືວ່າເປັນນຳເຄື່ອງ ຂ້າ...ເຈົ້າ ທີ່ບໍ່ເຫັນເອງຊ້ຳບໍ!!!)
ຂໍຂອບໃຈທຸກທ່ານທີ່ມີເມດຕາຈິດ ຊ່ວຍເຫຼືອ ແບ່ງປັນ ເຊິ່ງກັນແລະກັນ...


໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
bg bios la pup mua bg..... ee.. ka bor hu dr un ni na.. pup sata mun bg

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໐ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ
ລອງໃຊ້ແຜ່ນ Window live( winpe) ແລ້ວໄປຊອກຄັດລອກໄຟລ NTLDR ໃສ່ຊ້ອງ C


໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
3ອ ໄຟລ໌ລະບົບເສຍຫາຍນີ້ເອງ
ລອງວິທີນີ້ເບີ່ງ
ວິທີທີ່ 1

ໄປຫາກອ໋ບເອົາໄຟລ໌ NTLDR, boot.ini, ntdetect.com , IO.SYS ໃນຊ່ອງ C: ຈາກຄອມທີ່ໃຊ້ OS ດຽວກັນ ໂດຍໄປທີ່
My computer > C: > Tool > Folder option > View > Show hidden file and folder
ຫລັງຈາກນັ້ນກໍ່ ຕິກເອົາເຄື່ອງຫມາຍຖືກvອກຫນ້າຄຳວ່າ
Hide Extensions.....
Hide Protected.....

ແລ້ວກົດ OK
ກັບມາຊ່ອງ C: ເຮົາຈະເຫັນມີໄຟລ໌ທີ່ເປັນຮູບມົວໆ ຫລື ຈາງໆດອກ ໃຫ້ເລືອກກອ໋ບເອົາ 4 ໄຟລ໌ລຸ່ມນີ້ໃສ່ USB ໄວ້
NTLDR
boot.ini
ntdetect.com
IO.SYS

ຄັນຈື່ບໍ່ຜິດ

ກັບມາທີ່ຄອມໂຕທີ່ມັນເປີດບໍ່ໄດ້ ໃຫ້ໃຊ້ແຜ່ນ WinXP or Win PE ເພື່ອບູດເຂົ້າລະບົບ ແລ້ວເອົາໄຟ໌ທີ່ເຮົາກອ໋ບໄວ້ ມາ paste ໃສ່ຊ່ອງ C

ວິທີທີ່ 2

ຫາຊື້ແຜ່ນວິນໂດ Professional XP or Vista ແລ້ວແຕ່ລະບົບທີ່ເຮົາໃຊ້ ມາ repair ມັນ ຂັ້ນຕອນຄ້າຍໆກັບຕອນລົງວິນໃຫ່ມ ແຕ່ຈະມີ option ໃຫ້ເລືອກເປັນ Repair Windows ແລ້ວໃຫ້ເຮົາກົດ R ແຄ່ນີ້ລະ

ວິທີທີ່ 3

ໄປຫາດາວໂຫລດ ໂປຣແກຣມ Fix NTLDR is missing Program
1. ແຕກໄຟລ໌ ແລ້ວ write ໃສ່ແຜ່ນ CD ໄວ້
2. ກຳນົດເຄື່ອງໃຫ້ບູດຈາກ CD ROM
3. ເມື່ອເຈິຫນ້າຈໍທີ່ຂຽນວ່າ

1ST TRY THIS seleccione esto primero
2ND TRY THIS essayez ceci en deuzieme
3RD TRY THIS wahlen Sie diesen Third
4TH TRY THIS selezioni questo fourth
5TH TRY THIS selecione este fifth
6TH TRY THIS seleccione este sexto
7TH TRY THIS essayez ceci en septieme
8TH TRY THIS wahlen Sie dieses achte
9TH TRY THIS selezioni questo nono
10TH TRY THIS selecione este decimo

ຖ້າບໍ່ມີຫນ້າພວກນີ້ໃຫ້ເລືອກ ສະແດງວ່າຕາມມາບໍ່ຖືກວິທີ
ໃຫ້ເລືອກໂຕທຳອິດ ມັນຈະເປັນການພາເຮົາເຂົ້າໄປສູ່ຫນ້າວິນໂດ ຖ້າເຂົ້າບໍ່ໄດ້ກະໃຫ້ເລືອກໂຕຖັດໄປຈົນກວ່າຈະໄດ້

4. ຫລັງຈາກເຂົ່າໄດ້ແລ້ວ ໄປທີ່ຊ່ອງ CD ໂດຍທີ່ຍັງໃສ່ແຜ່ນຊີດີທີ່ເຮົາສ້າງໄວ້ຢູ່
ກອ໋ບປີ້ໄຟລ໌ລຸ່ມນີ້
Boot.ini, ntldr, ແລະ ntdetect.com
ມາວາງໃສ່ຊ່ອງ C:



Restart ເຄື່ອງໃຫ່ມ
ຈະເຂົ້າມາຫນ້າຈໍທີ່ມີຕົວເລືອກ 10 ອັນໃຫ້ເລືອກເຂົ້າວິນໂດອີກເທື່ອ 1

5. ໄປທີ່ My Computer ເລືອກ Properties ເລືອກແທັບ Advance
ຫາຄຳວ່າ Startup and Recovery ກົດ Settings
ແລ້ວຈະເຫັນ Startup and Recovery
ປັບ Time to display list of operating systems ໃຫ້ເປັນ 1 ຈາກແຕ່ເກົ່າ 30



ແລ້ວ restart ເຄື່ອງໃຫ່ມໂດຍເອົາແຜ່ນອອກ

ມັນມີຫລາຍວິທີ ແຕ່ເອົາວິທີພື້ນໆຂ້າງຕົ້ນນີ້ກ່ອນວ່າຈະໄດ້ບໍ່ ຖ້າບໍ່ໄດ້ ແລ້ວມາລົມກັນໃຫ່ມ
ບໍ່ເຂົ້າໃຈໂຕໃດຖາມມາ ຕອບບໍ່ໄດ້ກະຫາກມີຄົນອື່ນຕອບແທນດອກ ໃນພັນລາວນີ້ມີຄົນເກັ່ງຫລາຍຄົນຢູ່

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໑໑ ກະທູ້
໑໐໑ ໂພສ
ນັກການກະທູ້
ໄປຫາຊື້ແຜ່ນ Windows Dark Edition V.6 ມັນຈະມີ Boot Menu ແລ້ວເລືອກ Repair NTLDR ຫຍັງປະມານນີ້ແຫຼະ ບໍ່ຈື່ ຈື່ແຕ່ວ່າມີ NTLDR ແລ້ວກໍ່ຈະເຂົ້າສູ່ລະບົບໄດ້ ຈາກນັ້ນໃຫ້ໄປກ໊ອບປີ້ເອົາຟາຍ NTLDR ຢູ່ເຄື່ອງອື່ນທີ່ເປັນ Service Pack ດຽວກັນມາວາງໃສ່
ເປັນອັນຈົບ


໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ທ່ານສາມາລົງ ວີນໂດໄຫ່ມ


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈເດີສາວ CoMEup

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໒ ກະທູ້
໔໖໕ ໂພສ
ຊຳນານການເວັບບອດ
ເຂົ້າມາຈອບ...............ຢາກຮູ້ຄືກັນ.......ມັກໆ.....ເລື່ອງກ່ຽວກັບຄັອມນິ! ແຮແຮ


໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...
ຂອບໃຈເດີສາວ CoMEup


ດ້ວຍຄວາມຍິນດີ ....
ຊີ້ລະ ພັນລາວ ສັງຄົມແຫ່ງການແບ່ງປັນ.....ລະແບ່ງປັນຫຍັງລະ ອິອິອິ

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໐ ກະທູ້
໒໒ ໂພສ
ຂາປະຈຳເວັບບອດ
ຫາກະເປັນຄືກັນໄດ້ລົງ windows ໃຫມ່ເລີຍ