ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ໂທລະສັບມືຖື, ອຸປະ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໔ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ຂ້ອຍໄດ້ສັ່ງຊື້ iphone 4 ຈາກປະເທດເມັກຊິກໂກ ແຕ່ວ່າ ຄົນທີ່ເຄີຍຊື້ເຂົາພັດວ່າ ລະບົບນີ້ໃຊ້ຢູ່ລາວບໍ່ໄດ້ ໃຊ້ໄດ້ພຽງ iphone 3G ແລະ iphone 4 (ທີ່ຜະລິດຂາຍໃນເອເຊຍ) ແລະ ເຮົາຈະສາມາດປັບລະບົບໄດ້ບໍ່ເມື່ອມາເຖິງປະເທດລາວ ຫຼື ວ່າມີສູນໂທລະສັບບ່ອນໃດທີ່ສາມາດແປງໄດ້. ບຸກຄົນໃດທີ່ຮູ້ ແລະ ເຄີຍຊື້ຈາກຕ່າງປະເທດກະລຸນາ ຊ່ວຍບອກແດ່.
ຂອບໃຈ.

ຄິດຮອດສະເໝີ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Billee ຂຽນວ່າ...

ວ່າແຕ່ iphone 4 ທີ່ເຈົ້າສັ່ງຊື໊ຫັ້ນມັນເປັນເວີຊັ່ນໃດຈຶ່ງໃຊ້ບໍ່ໄດ້? ຖ້າເປັນຄື້ນຄວາມຖີ່ CDMA ທີ່ທາງ Apple ຫາກໍ່ປ່ອຍອອກມາໃໝ່ກະບໍ່ແນ່ໃຈຄືກັນວ່າສິໃຊ້ໄດ້ຫລືບໍ່....

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍບໍ່ຮູ້ວ່າລະບົບທີ່ເຈົ້າວ່ານັ້ນແມ່ນຫຍັງ..
ແຕ່ຖ້າເຈົ້າຊື້ iPhone 4 version 4.1..
ແມ່ນບໍ່ສາມາດໃສ່ຊິມກາຣ໌ດຢູ່ບ້ານເຮົາໄດ້..

໔ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຂ້ອຍບໍ່ຮູ້ວ່າລະບົບທີ່ເຈົ້າວ່ານັ້ນແມ່ນຫຍັງ..
ແຕ່ຖ້າເຈົ້າຊື້ iPhone 4 version 4.1..
ແມ່ນບໍ່ສາມາດໃສ່ຊິມກາຣ໌ດຢູ່ບ້ານເຮົາໄດ້..

ອັນນີ້ຂ້ອຍກະບໍ່ຮູ້ລະອຽດ ວ່າແມ່ນເວີຊັນໃດ ຄືກັນ
ແລະ ເວີຊັນໃດແດ່ທີ່ໃຊ້ຢູ່ລາວໄດ້ນະ.

ຄິດຮອດສະເໝີ

໑ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
iPhone 4 ຫາກເຈົ້າສັ່ງຈາກ Mexico ກໍ່ສະແດງວ່າມັນເປັນ GSM ເພາະຕອນນີ່ iPhone 4 CDMA ມີວາງຂາຍນຳ Verizon ໃນອາເມລິກາເທົ່ານັ້ນ. ສຳລັບ iPhone 4 ທີ່ວາງຂາຍໃນ Mexico ກໍ່ເປັນລຸ້ນປົດລ໊ອກ ຈ່າຍລາຄາເຕັມຈາກໂຮງງານ.​ສະນັ້ນບໍ່ຕ້ອງກັງວົນ ຊື້ມາໄດ້ເລີຍ ພໍມາເຖິງບ້ານກໍ່ຕັດຊິມແລ້ວໃສ່ເລີຍ ບໍ່ຕ້ອງໄປປົດລ໊ອກອິຫຍັງດອກ. ທາງທີ່ດີແນະນຳໃຫ້ຊື້ຈາກປະເທດລາວຈະດີກວ່າ ເພາະລາຄາມັນກໍ່ບໍ່ໄດ້ລື່ນກັນຫລາຍພໍເທົ່າໃດ.

໑ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Billee ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຂ້ອຍບໍ່ຮູ້ວ່າລະບົບທີ່ເຈົ້າວ່ານັ້ນແມ່ນຫຍັງ..
ແຕ່ຖ້າເຈົ້າຊື້ iPhone 4 version 4.1..
ແມ່ນບໍ່ສາມາດໃສ່ຊິມກາຣ໌ດຢູ່ບ້ານເຮົາໄດ້..

ອັນນີ້ຂ້ອຍກະບໍ່ຮູ້ລະອຽດ ວ່າແມ່ນເວີຊັນໃດ ຄືກັນ
ແລະ ເວີຊັນໃດແດ່ທີ່ໃຊ້ຢູ່ລາວໄດ້ນະ.

ເວີຊັ່ນໃດບໍ່ສຳຄັນນະ. ຫາກເຄື່ອງຂອງເຈົ້າຊື້ຈາກປະເທດທີ່ເຂົາເຈົ້າບໍ່ໄດ້ລ໊ອກ... ແຕ່ສຳລັບກໍລະນີຂອງເຈົ້າແມ່ນສະບາຍໃຈໄດ້ມັນບໍ່ແມ່ນເຄື່ອງລັອກ ສະນັ້ນບໍ່ຕ້ອງກັງວົນ ຊື້ມາແລ້ວອັບເກດເປັນ 4.3 ເລີຍກໍ່ຍັງໃຊ້ໄດ້

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວ່າແຕ່ແລ້ວເຄື່ອງ iPhone 4 ທີ່ເຈົ້າສັ່ງຊື້ຫັ້ນມາຮອດເຈົ້າລະບໍ? ຄັນມາຮອດແລ້ວໃຊ້ບໍ່ໄດ້ຈຶ່ງເວົ້າກັນອີກເທື່ອໜຶ່ງ...
ຢ່າໄປເຊື່ອຫລາຍກັບຄຳເຂົາວ່າຫັ້ນນະ... ບາງທີຂະເຈົ້າອາດບໍ່ຮູ້ເທົ່າທີ່ຄວນກະເປັນໄປໄດ້...

໔ ກະທູ້
໗໕໐ ໂພສ
ຊຳນານການເວັບບອດ
ໜ້າຈະບໍ່ມີບັນຫາຫຍັງຫລອກ ຂອງລຸງຊື້ມາແຕ່ຝຣັ່ງກໍຍັງໃຊ້ໄດ້

໐ ກະທູ້
໓໑໔ ໂພສ
ຊຳນານການເວັບບອດ
ອິໆໆໆໆໆໆໆໆໆໆໆໆ ອະ !!

try do see

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ souliyo ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Billee ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຂ້ອຍບໍ່ຮູ້ວ່າລະບົບທີ່ເຈົ້າວ່ານັ້ນແມ່ນຫຍັງ..
ແຕ່ຖ້າເຈົ້າຊື້ iPhone 4 version 4.1..
ແມ່ນບໍ່ສາມາດໃສ່ຊິມກາຣ໌ດຢູ່ບ້ານເຮົາໄດ້..

ອັນນີ້ຂ້ອຍກະບໍ່ຮູ້ລະອຽດ ວ່າແມ່ນເວີຊັນໃດ ຄືກັນ
ແລະ ເວີຊັນໃດແດ່ທີ່ໃຊ້ຢູ່ລາວໄດ້ນະ.

ເວີຊັ່ນໃດບໍ່ສຳຄັນນະ. ຫາກເຄື່ອງຂອງເຈົ້າຊື້ຈາກປະເທດທີ່ເຂົາເຈົ້າບໍ່ໄດ້ລ໊ອກ... ແຕ່ສຳລັບກໍລະນີຂອງເຈົ້າແມ່ນສະບາຍໃຈໄດ້ມັນບໍ່ແມ່ນເຄື່ອງລັອກ ສະນັ້ນບໍ່ຕ້ອງກັງວົນ ຊື້ມາແລ້ວອັບເກດເປັນ 4.3 ເລີຍກໍ່ຍັງໃຊ້ໄດ້

ຖ້າເປັນ Unlock ແຕ່ເປັນເຄື່ອງ US Version 4.1 ຈະມີປັນຫາເນີ້..
ຄືບໍ່ສາມາດໃສ່ຊິມໄດ້..(ເພາະຂອງໝູ່ຂ້ອຍຍັງໃຊ້ບໍ່ໄດ້ຮອດທຸກມື້ນີ້)
ແນະນຳຊື້ Version 4.0.1 ດີກວ່າ..
ບໍ່ຊັ້ນກະຊື້ ໜ່ວຍ Unlock ທີ່ເປັນຂອງ Hong Kong ຈະບໍ່ມີປັນຫາ..
ແຕ່ຈະໃຫ້ດີທີ່ສຸດຊື້ຢູ່ບ້ານເຮົານິແຫຼະ..
ຊື້ເມືອງນອກມັນອາດຈະຖືກກວ່າ ແຕ່ຄວາມສ່ຽງສູງເນີ້..

໔ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ບໍ່ກ່ຽວຫຍັງກັນເລີຍກັບ 4.1

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນີ້ແມ່ນປັນຫາຂອງ iPhone 4.1 ທີ່ມີປັນຫາກ່ຽວກັບການໃສ່ຊິມໂທລະສັບ Click Here..

ຖ້າມີປັນຫາຫຍັງແນະນຳໃຫ້ເຂົ້າໄປຫາຮ້ານມືຖືໃນບ້ານເຮົາທີ່ຈຳໜ່າຍ iPhone ມີຫຼາຍຮ້ານ..
ກວ່າງ ເທເລຄອມ, ລາວໂມບາຍ ກຣຸ໊ປ..
ຖ້າຕ້ອງການປຶກສາປັນຫາຢ່າງເປັນສ່ວນຕົວແນະນຳໄປທີ່ຮ້ານ MyiPhoneiGame ຂ້າງຕະຫຼາດເຊົ້າໄດ້..

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
iPhone 4 version 4.1 ຂອງເຮົາໃຊ້ມາກະບໍ່ໄດ້ມີບັນຫາຫຍັງໄດ້ລະເລື່ອງສັນຍານ...ມີແຕ່ຊ່ວງຫນຶ່ງຢູ່ໆເຄື່ອງກະຊັ່ນເອງເອົາໄປຮ້ານທາງຮ້ານກະເນາະນຳວ່າປ່ອຍໃຫ້ມັນຊັ່ນໄປແຕ່ພໍແບັດໝົດ ສາກແບັດໃໝ່ກະໃຊ້ໄດ້ປົກກະຕິຄືເກົ່າ...ທຸກວັນນີ້ກະຍັງງົງກັບບັນຫານີ້ຢູ່ນິ.

໑ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ເຄື່ອງ US ບໍ່ມີ Unlock ເດີ່ ອັນສຳລັບເວີຊັ່ນນັ້ນບໍ່ກ່ຽວດອກ ລາງຄົນກໍ່ຍັງໃຊ້ 4.2 ເລີຍດຽວນິນະ... ຫາກເປັນເຄື່ອງຈາກ US ຮັບຮອງເລີຍວ່າເປັນເຄື່ອງທີ່ກະເຈົ້າລັອກ ຫາກໄປຊື້ແບບ CDMA ອີກກະປານບໍ່ບວດ ເພາະມັນບໍ່ມີຊິມ. ແລະບໍ່ມີບ່ອນໃສ່ຊິມ... ເຂົ້າໃຈງາຍໆກໍ່ຄື ຄັນເປັນເຄື່ອງປົດລັອກ ໃຊ້ຢູ່ໃສກະໄດ້ທົ່ວໂລກນິນະ ບໍ່ກ່ຽວວ່າເວີຊັນໃດ ຂໍແຕ່ຄວາມຖີ່ມັນຮອງຮັບລະແມ່ນ ຮາໂລ ໂຫຮິວໄດ້ເລີຍ... ຫາກເວົ້າຜິດກະຂໍອະໄພເວົ້າເກີນໄປຫນ້ອຍຫນື່ງ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າມີບັນຫາກ່ຽວກັບອຸປະກອນໄອທີ ແລະການນຳໃຊ້ ແນະນຳເວັບ [url=www.laozaa.com][/url] ມີທຸກຄຳຕອບສຳລັບຄົນໄອທີ...
ເກາະຕິດສິນຄ້າໄອທີມາໃໝ່ຊັ້ນນຳຂອງໂລດເນາະນຳເວັບ [url=www.souliyo.com][/url]

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ຖ້າມີບັນຫາກ່ຽວກັບອຸປະກອນໄອທີ ແລະການນຳໃຊ້ ແນະນຳເວັບ [url=www.laozaa.com][/url] ມີທຸກຄຳຕອບສຳລັບຄົນໄອທີ...
ເກາະຕິດສິນຄ້າໄອທີມາໃໝ່ຊັ້ນນຳຂອງໂລດເນາະນຳເວັບ [url=www.souliyo.com][/url]

ໂທດເດີ,,,ແກ້ໄຂຂໍ້ຜິດພາດໃນການໃສ່ລິ້ງຂ້າງເທິງເພາະບໍ່ສາມາດແກ້ໄຂຄືນໄດ້ເລີຍໂພດສໃໝ່
[url=www.laozaa.com]www.laozaa.com[/url]
[url=www.souliyo.com]www.souliyo.com[/url]

໐ ກະທູ້
໓໑໔ ໂພສ
ຊຳນານການເວັບບອດ
ແວະມາຈອບເບິ່ງ ^_^

try do see

໔ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ souliyo ຂຽນວ່າ...
iPhone 4 ຫາກເຈົ້າສັ່ງຈາກ Mexico ກໍ່ສະແດງວ່າມັນເປັນ GSM ເພາະຕອນນີ່ iPhone 4 CDMA ມີວາງຂາຍນຳ Verizon ໃນອາເມລິກາເທົ່ານັ້ນ. ສຳລັບ iPhone 4 ທີ່ວາງຂາຍໃນ Mexico ກໍ່ເປັນລຸ້ນປົດລ໊ອກ ຈ່າຍລາຄາເຕັມຈາກໂຮງງານ.​ສະນັ້ນບໍ່ຕ້ອງກັງວົນ ຊື້ມາໄດ້ເລີຍ ພໍມາເຖິງບ້ານກໍ່ຕັດຊິມແລ້ວໃສ່ເລີຍ ບໍ່ຕ້ອງໄປປົດລ໊ອກອິຫຍັງດອກ. ທາງທີ່ດີແນະນຳໃຫ້ຊື້ຈາກປະເທດລາວຈະດີກວ່າ ເພາະລາຄາມັນກໍ່ບໍ່ໄດ້ລື່ນກັນຫລາຍພໍເທົ່າໃດ.

ເຈົ້າໆ ຂອບໃຈຫຼາຍໆສຳລັບຄຳແນະນຳ

ຄິດຮອດສະເໝີ

໔ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ວ່າແຕ່ແລ້ວເຄື່ອງ iPhone 4 ທີ່ເຈົ້າສັ່ງຊື້ຫັ້ນມາຮອດເຈົ້າລະບໍ? ຄັນມາຮອດແລ້ວໃຊ້ບໍ່ໄດ້ຈຶ່ງເວົ້າກັນອີກເທື່ອໜຶ່ງ...
ຢ່າໄປເຊື່ອຫລາຍກັບຄຳເຂົາວ່າຫັ້ນນະ... ບາງທີຂະເຈົ້າອາດບໍ່ຮູ້ເທົ່າທີ່ຄວນກະເປັນໄປໄດ້...

ເຄື່ອງມາຮອດ ປະມານວັນທີ 26-27 ຖ້າໃຊ້ໄດ້ກະໂຊກດີໄປ

ຄິດຮອດສະເໝີ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Billee ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ວ່າແຕ່ແລ້ວເຄື່ອງ iPhone 4 ທີ່ເຈົ້າສັ່ງຊື້ຫັ້ນມາຮອດເຈົ້າລະບໍ? ຄັນມາຮອດແລ້ວໃຊ້ບໍ່ໄດ້ຈຶ່ງເວົ້າກັນອີກເທື່ອໜຶ່ງ...
ຢ່າໄປເຊື່ອຫລາຍກັບຄຳເຂົາວ່າຫັ້ນນະ... ບາງທີຂະເຈົ້າອາດບໍ່ຮູ້ເທົ່າທີ່ຄວນກະເປັນໄປໄດ້...

ເຄື່ອງມາຮອດ ປະມານວັນທີ 26-27 ຖ້າໃຊ້ໄດ້ກະໂຊກດີໄປ

ຫວັງວ່າຄົງຈະໃຊ້ໄດ້,,,,,,,,,