ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ໂທລະສັບມືຖື, ອຸປະ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໖ ກະທູ້
໓໔ ໂພສ
ຂາປະຈຳເວັບບອດ
ຄືວ່າ ຂ້ອຍຫາກໍຮູ້ວ່າ Unitel ບໍ່ມີແພັກເກັດ 5000ກີບ/ມື້ unlimited ແລ້ວ
ເລີຍຢາກຮູ້ວ່າທຸກຄົນໃຊ້ເຄື່ອຄ່າຍໃດ ແລ້ວມັນມີ unlimited ບໍ່?
ຖ້າຫາກບໍ່ມີ ຂ້ອຍຄິດວ່າຄືຈະໄດ້ກັບມາໃຊ້ ADSL ຄືເກົ່າ .. ຖ້າໃຊ້ ADSL ທຸກຄົນຄິດວ່າເຄື່ອຄ່າຍໃດຖືກແລ້ວໃຊ້ຄຸ້ມຄ່າທີ່ສຸດ ?

(ຂໍຄຳເຫັນຈາກທຸກຄົນແນ່ ,,, ແບບລະອຽດເດີ້ )



໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍໃຊ້ບີລາຍລາຍເດືອນລະ ແສນສາມ ສະເລ່ຍຖືກມື້ລະ 4ພັນ3ຮ້ອຍປາຍ ( ແອກາດມີ 3 ລາຄາຄື: 250000, 300000 ແລະ 350000 ຈະໄວຕາມລາຄາ ວ່າຊັ້ນ)
ຂ້ອຍເລີຍຊື້ອັນ 350000 ມາໃຊ້ກະໄວດີຢູ່ :)
ຖ້າຫຼິນເປັນມື້ລະ 4ພັນ9ຮ້ອຍ



໖ ກະທູ້
໓໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ຂ້ອຍໃຊ້ບີລາຍເດືອນລະ ແສນສາມ ສະເລ່ຍຖືກມື້ລະ 4ພັນ3ຮ້ອຍປາຍ ( ແອກາດມີ 3 ລາຄາຄື: 250000, 300000 ແລະ 350000 ຈະໄວຕາມລາຄາ ວ່າຊັ້ນ)
ຂ້ອຍເລີຍຊື້ອັນ 350000
ຖ້າຫຼິນເປັນມື້ລະ 4ພັນ9ຮ້ອຍ
ກະໄວໂອເຄຢູ່ :)



ຖາມຕື່ມແນ່ ວ່າມັນຈຳກັດບໍ່ເພາະຕອນນັ້ນລອງໃຊ້ ໂຕ4900ເບິ່ງ ມັນວ່າ unlimited ແຕ່ຫຼີ້ນໄປຮອດ 1GB ແມ່ນຊ້າສຸດໆ ຈົນເໜັງບໍ່ໄດ້


໔໑ ກະທູ້
໑໑໑ ໂພສ
ນັກການກະທູ້
ແມ່ນແລ້ວສຳຫຼັບ Unitel ນັ້ນເຂົາໄດ້ຍົກເລິກແບບບໍ່ຈຳກັດລາຍວັນໄປແລ້ວ ເຂົາປ່ຽນເປັນ 5000 ກີບ ຕໍ່ມື້ ໃຫ້ ດາຕ້າຟຣີ(data free) 800MB ຖ້າຫຼິ້ນເກີນ
ຈາກນີ້ ມັນຈະຄິດ 9 ກີບ ຕໍ່ 1 ເມັກ
ສຳຫຼັບບີລາຍ 4900 ກີບຕໍ່ມື້ ຖ້າຫຼິ້ນຮອດ 1 ກິກແລ້ວມັນຈະຫຼຸດຄວາມໄວລົງໃຫ້ພຽງແຕ່ 256 KB ເທົ່ານັ້ນ ຕາມທີ່ຮູ້ມາ
ສຳຫຼັບ Lao telecom ອັນນີ້ບໍ່ຮູ້ລາຍລະອຽດ ໃຜຮູ້ບອກກັນແດ່ເດີ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ nui009 ຂຽນວ່າ...


ຖາມຕື່ມແນ່ ວ່າມັນຈຳກັດບໍ່ເພາະຕອນນັ້ນລອງໃຊ້ ໂຕ4900ເບິ່ງ ມັນວ່າ unlimited ແຕ່ຫຼີ້ນໄປຮອດ 1GB ແມ່ນຊ້າສຸດໆ ຈົນເໜັງບໍ່ໄດ້


ຕອນນີ້ຂ້ອຍໃຊ້ລາຍເດືອນນະ ກະອັນລິມິດແທ້ຫຼິ້ນໄດ້ຕະຫຼອດ
ສ່ວນເບິ່ງວີດີໂອນັ້ນຮູ້ສຶກວ່າກາງຄືນຕອນ12ໂມງຮອດ 4 ໂມງໄວກວ່າເກືອບບໍ່ຄ້າງເລີຍ
ສ່ວນກາງເວັນແມ່ນຄ້າງໜ້ອຍໜຶ່ງກະທຳມະດາ ອິອິ


໖ ກະທູ້
໓໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ khamsavan ຂຽນວ່າ...
ແມ່ນແລ້ວສຳຫຼັບ Unitel ນັ້ນເຂົາໄດ້ຍົກເລິກແບບບໍ່ຈຳກັດລາຍວັນໄປແລ້ວ ເຂົາປ່ຽນເປັນ 5000 ກີບ ຕໍ່ມື້ ໃຫ້ ດາຕ້າຟຣີ(data free) 800MB ຖ້າຫຼິ້ນເກີນ
ຈາກນີ້ ມັນຈະຄິດ 9 ກີບ ຕໍ່ 1 ເມັກ
ສຳຫຼັບບີລາຍ 4900 ກີບຕໍ່ມື້ ຖ້າຫຼິ້ນຮອດ 1 ກິກແລ້ວມັນຈະຫຼຸດຄວາມໄວລົງໃຫ້ພຽງແຕ່ 256 KB ເທົ່ານັ້ນ ຕາມທີ່ຮູ້ມາ
ສຳຫຼັບ Lao telecom ອັນນີ້ບໍ່ຮູ້ລາຍລະອຽດ ໃຜຮູ້ບອກກັນແດ່ເດີ



ຂອບໃຈທີ່ໃຫ້ຄຳແນະນຳ ^^


໖ ກະທູ້
໓໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ nui009 ຂຽນວ່າ...


ຖາມຕື່ມແນ່ ວ່າມັນຈຳກັດບໍ່ເພາະຕອນນັ້ນລອງໃຊ້ ໂຕ4900ເບິ່ງ ມັນວ່າ unlimited ແຕ່ຫຼີ້ນໄປຮອດ 1GB ແມ່ນຊ້າສຸດໆ ຈົນເໜັງບໍ່ໄດ້


ຕອນນີ້ຂ້ອຍໃຊ້ລາຍເດືອນນະ ກະອັນລິມິດແທ້ຫຼິ້ນໄດ້ຕະຫຼອດ
ສ່ວນເບິ່ງວີດີໂອນັ້ນຮູ້ສຶກວ່າກາງຄືນຕອນ12ໂມງຮອດ 4 ໂມງໄວກວ່າເກືອບບໍ່ຄ້າງເລີຍ
ສ່ວນກາງເວັນແມ່ນຄ້າງໜ້ອຍໜຶ່ງກະທຳມະດາ ອິອິ



ຂອບໃຈທີ່ໃຫ້ຄຳແນະນຳ ດຽວຈະລອງໂທຖາມລາຍລະອຽດກັບສູນບີລາຍເບິ່ງ ^^


໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍໂທດນຳຫຼາຍ ຍ້ອມຮັບວ່າຫຼີ້ນຂອງຟຣີ! ກະເລີຍບໍ່ຮູ້ເລື່ອງນຳ!


໖ ກະທູ້
໑໕໕ ໂພສ
ນັກການກະທູ້
Lao Tel 4500kip/day ຫລີ້ນຄົງທີ່ດີ 1-2Mb


໗ ກະທູ້
໕໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Izaya ຂຽນວ່າ...
Lao Tel 4500kip/day ຫລີ້ນຄົງທີ່ດີ 1-2Mb


unlimited ຫວາ?

ຮັກເຈົ້າເດີ...!!!

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້