ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ໂທລະສັບມືຖື, ອຸປະ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ສຳຫລັບສາວົກຂອງແອປເປິ້ນທີ່ຢາກມີ apple id ໄວ້ດາວໂຫລດ app free ຫລື ແບບເສຍເງິນຜ່ານ apple store / itunes store ທີ່ຕ້ອງມີ apple id ກ່ອນຈຶ່ງຈະດາວໂຫລດໄດ້ ວິທີການນີ້ຈະໃຊ້ iTunes ເປັນຫລັກໃນການໃຊ້ງານຕ່າງໆ ໃຜຍັງບໍ່ທັນມີໂປຣແກມ iTunes ກໍ່ຫາໂຫລດມາລົງໃນເຄື່ອງກ່ອນ ເຊິ່ງສາມາດໂຫລດຂອງແທ້ຈາກເວັບ apple.com ຕາມລິ້ງ ກົດເພື່ອດາວໂຫລດ iTunes ໂຫລດແລ້ວກໍ່ຕິດຕັ້ງລົງໃນຄອມພິວເຕີໃຫ້ຮຽບຮ້ອຍ ແລ້ວມາເລີ່ມວິທີການສະໝັກສະມາຊິກ apple id ຕໍ່ໄປ

1.ເປີດ iTunes ຂຶ້ນມາແລ້ວໄປທີ່ iTunes Store > App Store ເຮົາຈະສັງເກດເຫັນ Sign In ຢູ່ແຈເບື້ອງຂວາເທິງສຸດຢູ່ ແຕ່ເຮົາຍັງບໍ່ມີ apple id ແລະເຮົາຈະເນັ້ນການສະໝັກແບບບໍ່ໃຊ້ບັດເຄຣດິດເປັນຫລັກ



2.ຈາກນັ້ນໄປແທບເບື້ອງຂວາເລື່ອນລົງມາຫາກຸ່ມ app ເລືອກທີ່ free app ເດີ ແລ້ວຄລິ໊ກທີ່ app ໃດ app ໜຶ່ງແລ້ວກົດເຂົ້າໄປທີ່ free ທັນທີ



3.ພໍກົດເຂົາທີ່ free ມັນຈະເດັ້ງອີກຫນ້າຕ່າງໜຶ່ງຂຶ້ນມາໃຫ້ເຮົາ login ແຕ່ວ່າເຮົາຍັງບໍ່ທັນມີ apple id ກໍ່ກົດທີ່ Create ID Apple ໄດ້ເລີຍ



4.ພໍກົດທີ່ Create ID Apple ມັນຈະເຂົ້າໄປທີ່ໜ້າທີ່ໃຫ້ສະໝັກບັນຊີ iTunes Store ກໍ່ກົດທີ່ Continue ໄດ້ເລີຍ



5.ຈາກນັ້ນມັນຈະຂຶ້ນຂໍ້ຕົກລົງແລະເງື່ອນໄຂຕ່າງໆຈາກ Apple ເຊິ່ງຈະອ່ານຫລືບໍ່ອ່ານກໍ່ແລ້ວແຕ່ *-* ແລ້ວຕິ໊ກຖືກທີ່ I have read... ແລ້ວກົດທີ່ Agree ແລ້ວໄປໜ້າຕໍ່ໄປ



6.ຂັ້ນຕອນນີ້ເປັນລາຍລະອຽດຂອງການຂຽນແບບັອມສະໝັກ Apple ID ຕົວຈິງ ແລະ ໃຫ້ຂຽນໃຫ້ຄົບທຸກຫ້ອງ
- E-Mail ຕ້ອງເປັນອີເມວທີ່ໃຊ້ງານໄດ້ຈິງ
- Password ຕ້ອງມີຢ່າງໜ້ອຍ 8 ຕົວ ປະກອບດ້ວຍຕົວເລກຕົວອັກສອນ ນ້ອຍໃຫຍ່ປົນກັນໄປ (ຕົວຢ່າງ Apple123)
- Security Info ຄືຄຳຖາມກັນລືມ password ຈະເລືອກຂໍ້ໃດແລະຕອບແບບໃດກໍ່ໄດ້ແຕ່ຕ້ອງໃຫ້ຄົບ 3 ຄຳຖາມ
- Optional Rescue Email ອີເມວສຳຮອງເວລາລືມ password ຕ້ອງເປັນອີເມວຄົນລະອີເມວກັບທີ່ເຮົາໃສ່ຫ້ອງອີເມວ
- Enter Your Date of Birth ອັນນີ້ເປັນວັນເດືອນປີເກີດ ໃຜຢາກໜຸ່ມຢາກແກ່ກໍ່ເລືອກກັນໄປ 55+
- ສ່ວນຂອງທີ່ບອກວ່າຮັບຂ່າວສານຕ່າງໆຖ້າບໍ່ຕ້ອງການກໍ່ຕິ໊ກອອກກໍ່ໄດ້
- ເລືອກຄົບທຸດຂໍ້ແລ້ວກໍ່ກົດ Continue ໄດ້ເລີຍ



7.ແລະແລ້ວກໍມາຮອດຂັ້ນຕອນສຳຄັນທີ່ທາງ Apple ຈະໃຫ້ເຮົາເລືອກວ່າຈະສະໝັກແບບໃດ ແບບໃຊ້ບັດເຄຣດິດຫລືສະໝັກແບບບໍ່ຕ້ອງໃຊ້ບັດແລະແນ່ນອນໃນບົດນີ້ເຮົາຈະມາສະໝັກແບບບໍ່ໃຊ້ບັດກັນ
- Please select Payment Method ເຮົາກໍ່ເລືອກ None ໄປເລີຍ ສ່ວນຂໍ້ມູນຫ້ອງອື່ນໆຈະໃສ່ຫລືບໍ່ໃສ່ກໍໄດ້ ແຕ່ຖ້າໃຜບໍ່ໃສ່ເວລາກົດ Create Apple ID ຖ້າຫ້ອງໃດບໍ່ຜ່ານຄ່ອຍມາໃສ່ນຳຫລັງເພາະວ່າຂໍ້ມູນສ່ວນນີ້ສາມາດແກ້ໄຂໄດ້ຢູ່ໃນເວັບອີກເທື່ອໜຶ່ງເລີຍບໍ່ສຳຄັນເທົ່າໃດ



8.ໃກ້ຈະສຳເລັດແລ້ວ ພໍເຮົາເຮັດຕາມຂໍ້ທີ 7 ສຳເລັດມັນຈະຂຶ້ນມາອີກໜ້າຕ່າງແລ້ວກົດ ok ໄດ້ເລີຍ



9.ເປີດອີເມວຂອງເຮົາທີ່ເອົາສະໝັກໄວ້ເພື່ອຍືນຍັນຕົວຕົນ ແລ້ວກົດທີ່ Verify Now ມັນຈຳນຳເຮົາໄປຫາເວັບໄຊທ໌ຂອງ Apple



10.ພໍເຂົ້າໄປໜ້າເວັບຂອງ Apple ເຂົາຈະໃຫ້ຍືນຍັນຕົວຕົນອີກເທື່ອໜຶ່ງ ເຮົາກໍ່ໃສ່ໄປຕາມທີ່ເຮົາສະໝັກໄວ້ ແລ້ວກົດ Verify Address ເພື່ອຍືນຍັນການເປັນສະມາຊິກ Apple ID ຕົວຈິງສຽງຈິງ *-*



11. ພໍກົດຮຽບຮ້ອຍການເປັນສະມາຊິກ Apple ID ກໍ່ສົມບູນແບບພ້ອມໃຊ້ງານ ແລ້ວກົດທີ່ Return to The Store ລະບົບຈະພາເຮົາໄປໂປຣແກມ iTunes ອີກເທື່ອໜຶ່ງ



12.ຕອນນີ້ລະບົບຈະແຈ້ງວ່າ Apple ID ຂອງເຮົາພ້ອມໃຊ້ງານແລ້ວ ເຮົາກໍ່ກົດທີ່ Start shopping ແລະສາມາດດາວໂຫລດ app ຕ່າງໆໄດ້ເລີຍ ໂດຍຈະເລືອກໂຫລດແບບຟຣີຫລືແບບເສຍເງິນກໍ່ມີໃຫ້ເລືອກໄດ້ຫລາຍຢ່າງ ເທົ່ານີ້ກໍ່ຈົບແບບສົມບູນ






ຈົບແລ້ວຫວັງວ່າຈະເປັນແນວທາງໃຫ້ຄົນທີ່ຍັງບໍ່ທັນຮູ້ວ່າຈະສະໝັກ Apple Id ແບບໃດໂດຍບໍ່ຕ້ອງໃຊ້ບັດເຄຣດິດ ກໍ່ສາມາດອ່ານບົດຄວາມນີ້ແລ້ວເຮັດນຳໄດ້ເລີຍ ໃຜທີ່ຮູ້ແລ້ວກໍຜ່ານໄປໄດ້ເລີຍ

ໂອຍ...ຢາກກິນນ້ຳ ໃຜໃຈດີລ້ຽງແດ່ຄໍແຫ້ງແລ້ວ



໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປີດສົດ...


໘ ກະທູ້
໒໘໕ ໂພສ
ນັກການກະທູ້
ເທບຫລາຍເຈົ້ານິ ໃຈດີຂະຫນາດເລີຍ

[img]null[/img]

໑ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
ຂອບໃຈຫຼາຍໆ ແຟນຈີຍອນ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈຫຼາຍໆ


໘ ກະທູ້
໒໘໕ ໂພສ
ນັກການກະທູ້
ຫາກໍ່ຊື້ຶຶ i5 ມາໃຫມ່
ຄົນຂາຍລົງແອັປໃຫມ່ຫລາຍເຕີບ (ເຂົາວ່າແຖມໃຫ້)
ບໍ່ຮູ້ວ່າຂ້ອຍມີໄອດີແລ້ວຫລືຍັງ (ຫລືວ່າເປັນໄອດີຂອງຄົນຂາຍເບາະ)
ລະຂ້ອຍຕ້ອງສ້າງໃຫມ່ບໍ່ລະ (ບໍ່ຮູ້ອີ່ຫລີ່, ຊິວ່າບ້ານນອກກໍ່ໄດ້ໄປ໋)

ຊຽນທັງຫລາຍແນະນຳດ້ວຍ

[img]null[/img]

໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ olloDKDollo ຂຽນວ່າ...
ຫາກໍ່ຊື້ຶຶ i5 ມາໃຫມ່
ຄົນຂາຍລົງແອັປໃຫມ່ຫລາຍເຕີບ (ເຂົາວ່າແຖມໃຫ້)
ບໍ່ຮູ້ວ່າຂ້ອຍມີໄອດີແລ້ວຫລືຍັງ (ຫລືວ່າເປັນໄອດີຂອງຄົນຂາຍເບາະ)
ລະຂ້ອຍຕ້ອງສ້າງໃຫມ່ບໍ່ລະ (ບໍ່ຮູ້ອີ່ຫລີ່, ຊິວ່າບ້ານນອກກໍ່ໄດ້ໄປ໋)



ຄົນເຮົາບໍ່ມີໃຜຮູ້ໄປໝົດທຸກຢ່າງດອກ ຢ່າດູຖູກຕົວເອງເລີຍ ບາງທີບາງເລື່ອງເຈົ້າຮູ້ແຕ່ຄົນອື່ນບໍ່ເຄີຍຮູ້ກໍ່ມີຫລາຍເລື່ອງຢູ່ ເຂົ້າບັນຫາເລີຍແລ້ວກັນຖ້າຊື້ຢູ່ຮ້ານສ່ວນຫລາຍເຂົາເຈົ້າຈະactivateໃຫ້ພ້ອມເລີຍໂດຍໃຊ້ apple id ຂອງເຂົາເຈົ້າເລີຍ (ເຈົ້າລອງຕໍ່ໄອໂຟນເຂົາກັບitunesເບິ່ງຈະເຫັນຊື່ເຂົາເຈົ້າຢູ່) ສ່ວນການລົງແອັບໃນຮ້ານສ່ວນຫລາຍແມ່ນເຂົາເຈົ້າໂຫລດມາເກັບໄວ້ໃນຄອມກ່ອນແລ້ວຈິ່ງລົງເພື່ອປະຫຍັດເງິນຄ່າໂຫລດແອບຈາກແອບເປິ້ນ (ໃນກໍລະນີແອັບທີ່ໄດ້ເສຍເງິນ) ໂດຍທີ່ເຂົາໃຊ້ apple id ຂອງເຂົາເຈົ້າເອງ ສ່ວນຂອງເຈົ້າຖ້າຍັງບໍ່ເຄີຍສະໝັກຈັກເທື່ອສະແດງວ່າຍັງບໍ່ມີໄອດີເທື່ອ ຖ້າຢາກໂຫລດແອັບເອງກໍ່ສະໝັກໄດ້ເລີຍ ຕາມວິທີໃນກະທູ້ນີ້ແຫລະງ່າຍໆ(ເວລາສະໝັກຖ້າຕ້ອງການເຕີມ itunes gift card ໄວ້ໂຫລດແອັບທີ່ເສຍເງິນຕ້ອງເລືອກທີ່ຢູ່ເປັນປະເທດອາເມລິກາເດີ້ ເຕີມເທື່ອລະ10$ເອົາໄວ້ໂຫລດແອັບທີ່ຈຳເປັນກໍ່ພໍແລ້ວ)