ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ກ້ອງ ແລະການຖ່າຍຮູບ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ກ້ອງ ແລະການຖ່າຍຮູບ » ໃຜມີຄວາມຮູ້ເລື່ອງກ້ອງຊ່ວຍແດ່

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງມັນມີຢູ່ວ່າ ຂພຈ ກຳລັງຈະຊື້ກລ້ອງແຕ່ບໍ່ຄ່ອຍມີຄວາມຮູ້ກ່ຽວກັບມັນປານໃດ (ກລ້ອງທີ່ມີເລນ Focus ໄດ້)
ມີໜ່ວຍໜຶ່ງຍີ່ຫໍ້ Fuji film S2000 ໃຜຮູ້ຂໍ້ມູນຊ່ວຍບອກແດ່ ຫຼື ຖ້າມີລຸ້ນອື່ນທີ່ດີກະຊ່ວຍແນະນຳແດ່


໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງນີ້ຕ້ອງຖາມ ອ້າຍນິນ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ບໍ່ແມ່ນມັນເປັນ DSLR like ຊື່ໆ ຫວາ? ແບບມັນບໍ່ຕ່າງຫຍັງກັນຫລາຍກັບ ກ້ອງ ຄອມແພັກ ເລີຍ ແນະນຳ ພວກ DSLR ໄປເລີຍ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ມີງົບເທົ່າໃດລະ


໐ ກະທູ້
໗໑ ໂພສ
ຂາປະຈຳເວັບບອດ
ຢາກຮູ້ນຳ ບອກແດ່ເດີ ບາງທີຈະ ຢາກໄດ້ນຳ ນະ ຂ້ອຍກໍ່ບໍ່ຮູ້ຄືກັນ

ສະບາຍດີໜົດທຸກຄົນ ເຂົ້າມາໃຫ້ຄວາມເຫັນນຳກັນນະ
ຄຸນຄ່າຄວາມຮັກຂອງຜູ້ຊາຍ ກັບ ຜູ້ຍິງໃຜຫຼາຍກ່ອນກັນ

໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ชอบการถ่ายภาพ PROTRAIT เพราะภาพที่ออกมาดูอิสระดีครับ[img]null[/img]ใครมีความรู้ขอคำแนะนำด้วยครับหรือใครมีรูปสวยๆลองมาแชร์กันดูครับ..


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນລຸ້ນນີ້ມັນລາຄາ 9.900B ກະເລີຍຢາກຮູ້ວ່າມັນດີບໍ່ (Fuji film S2000HD), ສ່ວນງົບມີປະບໍ່ຫຼາຍ 15.000B ຖ້າ
ຫຼາຍກວ່ານິກະສິພະຍາຍາມຊອກໃສ່ຕື່ມອີກຫັນນ້າ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ບໍ່ເຄີຍຫຼິ້ນ dSLR-like ແຕ່ວ່າເບິ່ງໃນເວັບແລ້ວ FinePix S2000HD ລາຄາຖືກ ຕ່ຳກວ່າໝື່ນບາດ ແຕ່ວ່າກ້ອງລຸ້ນນີ້ຕາມ spec ແລ້ວໃຊ້ຖ່າຍ AA ສີ່ກ້ອນ ບໍ່ໄດ້ເປັນຖ່ານແບບໃນມືຖືທີ່ສາມາດສາກໄດ້ ເຖິງວ່າຈະສາມາດໃຊ້ AA ແບບ rechargeable ໄດ້ກໍຕາມ. ໄດ້ຍິນວ່າ ບ່ອນລັອກສຳລັບໃສ່ຖ່ານມັກຫັກ ບໍ່ຮູ້ວ່າເປັນຫຼາຍຫຼືໜ້ອຍ ສ່ວນ spec ອື່ນໆ ເບິ່ງແລ້ວກໍດີຢູ່ ຖ່າຍວິດີ 720p ໄດ້ນຳ.

ຖ້າຖ່າຍຫຼິ້ນໆ ກໍແນະນຳເບິ່ງ dSLR-like ຫຼາຍໆ ໂຕເບິ່ງ ຫຼືອາດເປັນກ້ອງ Compact ທີ່ຄຸນນະພາບດີໆ ລາຄາປະມານ 13-14,000 ບາດ.

ຫາກວ່າສົນໃຈການຖ່າຍພາບແບບຈິງຈັງກໍອາດຊື້ Nikon D60 ມືສອງ ລາຄາປະມານ 15-17,000 ຕິດເລນ kit ມານຳ.


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈສຳລັບຄຳແນະນຳດີດີ ເດີອ້າຍນິນ


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈສຳລັບຄຳແນະນຳດີດີ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າຍນິນ ຖ້າເປັນກ້ອງ Canon ກະດີລຸ້ນສຳລັບງົບໜ້ອຍຢູ່ເບາະອ້າຍ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ໂອ້.. ອ້າຍ Noukip ລອງເບິ່ງພວກ Canon EOS 1000D ເປັນກ້ອງ dSLR ສຳລັບມືໃໝ່ ລາຄາມືນຶ່ງແບບ Kit (Canon EOS 1000D + Lens EF S 18-55 IS) ແມ່ນປະມານ 18,900 ບາດ



ມືສອງມີຕັ້ງແຕ່ 13,000 ໄປຮອດ 15,000 ແລ້ວແຕ່ສະພາບ

spec:
* 10.1 MP CMOS sensor
* Up to 3fps
* 7-point wide-area AF
* Self-Cleaning Image Sensor
* 2.5” LCD with Live View mode
* DIGIC III processor
* SD/SDHC card slot
* Picture Styles processing
* Compact and lightweight
* Compatible with EF/EF-S lenses and EX Speedlites

ພາບຈາກກ້ອງ 1000D ເບິ່ງໄດ້ໃນ http://www.dpreview.com/gallery/canoneos1000d_samples/


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກ້ອງໂຕນີ້ມີ Flash ໃນໂຕ ຫຼື ວ່າເປັນແບບແຍກສ່ວນ. ຖ້າລາຄາຕ່ຳກວ່ານີ້ກະບໍ່ມີແລ້ວແມ່ນບໍ່ ?


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລ້ວກ້ອງຈຳພວກ Olympus ເປັນຈັງໃດກະດີຢູ່ບໍ​ ? ອ້ານນິນ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ອ້າງເຖິງຂໍ້ຄວາມຈາກ Noukip ຂຽນວ່າ...
ກ້ອງໂຕນີ້ມີ Flash ໃນໂຕ ຫຼື ວ່າເປັນແບບແຍກສ່ວນ. ຖ້າລາຄາຕ່ຳກວ່ານີ້ກະບໍ່ມີແລ້ວແມ່ນບໍ່ ?


1000D ມີ Flash ໃນໂຕ
ອ້າງເຖິງຂໍ້ຄວາມຈາກ Noukip ຂຽນວ່າ...
ແລ້ວກ້ອງຈຳພວກ Olympus ເປັນຈັງໃດກະດີຢູ່ບໍ​ ? ອ້ານນິນ


Olympus ບໍ່ເຄີຍໃຊ້

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອ່ານຕາມ spec ມີ flash ຢູ່ຫົວກ້ອງນຳ ແຕ່ flash ພວກນີ້ໃຊ້ຫຍັງຫຼາຍບໍ່ໄດ້ ເພາະມັນຍິງໄປຊື່ໆ ທາງໜ້າ ແຕ່ກໍດີກວ່າບໍ່ມີ 555

Olympus ບໍ່ຮູ້ ຮູ້ແຕ່ວ່າພວກລຸ້ນໃໝ່ໆ ຂອງ Olympus ມັນເປັນລະບົບ 4/3 ພາບອອກມາອັດຕາສ່ວນ 4/3 ບໍ່ຄືກັບຍີ່ຫໍ້ອື່ນໆທີ່ເປັນອັດຕາສ່ວນ 3:2 ເລື່ອງຄຸນນະພາບກໍ ບໍ່ຈັກຊິວ່າ ບໍ່ເຄີຍໃຊ້ ແຕ່ສ່ວນຫຼາຍມັນອອກແບບມານ້ອຍໆ ເພາະ sensor 4/3 ມັນນ້ອຍ.


໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖາມຕໍ່ແດ່ເດີ້
ກ້ອງຍີ່ຫໍ້ sony ກະດີຢູ່ບໍ??

strawberry

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ກ້ອງຄອມແພັກທຳມະດາຫວາ ນຸ້ຍ?
ກະ ໂອເຄ ແບບ ກ້ອງແນວນີ້ການເລືອກຊື້ກະຕ້ອງເບິ່ງການອອກແບບກ່ອນໂລດ
ເວລາຈົກອອກມາຖ່າຍມັນກະອືມ ໝັ້ນໃຈ! ໂດຍສະເພາະ Sony ນິສີສັນເຕະຕາເລີຍ
ມັນກະຄ້າຍກັບມືຖືຂອງຜູ່ໃຊ້ຫັ້ນແຫລະ ທີ່ຄຸນນະສົມບັດບໍ່ໄດ້ຕ່າງກັນຫລາຍ ແຕ່ຄົນມັກເລືອກໂທລະສັບທີ່ສີສັນ
ເພາະຄັນຢາກໄດ້ຄວາມສາມາດທີ່ສູງໆ ເຂົາກະຊື້ກ້ອງໃຫຍ່ dSLR ພວກນີ້ແລ້ວ.

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ກ້ອງທຸກຍີ່ຫໍ້ມີທັງລຸ້ນດີແລ້ວກໍລຸ້ນບໍ່ດີ ແລ້ວແຕ່ລຸ້ນເດີ້ພີ່ນ້ອງ


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະແລ້ວແຕ່ບຸນແລະວາດສະໜາຂອງຜູ້ຊື້ວ່າສິຖືກໂຕດີ ຫຼື ໂຕບໍ່ດີແມ່ນບໍ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ບົດຄວາມນີ້ອາດຊ່ວຍໄດ້ຫລາຍສຳລັບກ້ອງຄອມແພັກ http://stonezoup.exteen.com/20080114/entry

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາເບິ່ງນຳ

~Vਕਆpïrєی™~

໖ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ
Canon EOS 1000D la kha lut la der...luea pa man 16.900B ni lea..
tha ot thon kerp mn ik noi 1...
sue to ni mue 1 lei ka d...
^^



໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ເກັບເງິນມາຊື້ເລນພີ້ນາ ເຮິໆ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ JVisuaLRocKAncafeNightmareGazetteGraMiyavi ຂຽນວ່າ...
Canon EOS 1000D la kha lut la der...luea pa man 16.900B ni lea..
tha ot thon kerp mn ik noi 1...
sue to ni mue 1 lei ka d...
^^



ລາຄາຫາຊື້ໄດ້ຢູ່ບ່ອນໃດນະ ເພາະວ່າກຳລັງສິຊື້ລຸ້ນນີ້ພໍດີ


໓ ກະທູ້
໒໐໑ ໂພສ
ນັກການກະທູ້
aow cannon aow sa hao sai ຍີ່ຫໍ້ ນິ້ ມາຕັ້ງດົນ ກາຮູ້ສຶກວ່າ ອອກມາລຸ້ນໃດກາເຮັດໃຫ້ເຮົາປະທັບໃຈຂະໜາດ


໑ ກະທູ້
໒໑໓ ໂພສ
ນັກການກະທູ້
http://www.olympusimaging-th.com/product_detail.php?id=25&cate=1
ແຮ ແຮ ເອົາຮູບລົງບໍ່ເປັນ ເລີຍ ເອົາລີ້ງໃຫ້ເບີ່ງສາ ( ເບີ່ງຊ່ວຍ ຂ້າພະເຈົ້າແດ່ ) ..........
ເຮົາກາກຳລັງ ເບີ່ງລຸ້ນນີ້ຢູ່ .... ບໍ່ຮູ້ວ່າ : ມັນຈະ ok ບໍ ???? ລຸ້ນ olympus ( sp- 510uz )

ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ມັນເປັນ dSLR-like ໃດ໋ ບໍ່ສາມາດປ່ຽນເລນໄດ້ ລາຄາ 10,900ບາດ
ເຮົາວ່າ ເຕີ່ມເງິນອີກຫນ້ອຍຫນຶ່ງໄດ້ dSLR ໂຕນ້ອຍລະໃດ໋

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑ ກະທູ້
໒໑໓ ໂພສ
ນັກການກະທູ້
ອືມ .... ຂອບໃຈເດີ :e93 ,,,,,, ດຽວເຣົາຂໍລອງໄປສືກສາອີກເທື່ອໜຶ່ງ ເບີ່ງກ່ອນ .

ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ມັນເປັນ dSLR-like ໃດ໋ ບໍ່ສາມາດປ່ຽນເລນໄດ້ ລາຄາ 10,900ບາດ
ເຮົາວ່າ ເຕີ່ມເງິນອີກຫນ້ອຍຫນຶ່ງໄດ້ dSLR ໂຕນ້ອຍລະໃດ໋


ແມ່ນໆຖືກຕ້ອງທີ່ສຸດ ຂພຈ ກະກຳລັງສຶກສາກ້ອງພວກ dSLR ຄືກັນມີຫຍັງກະຊ່ວຍບອກແດ່


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>