ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເຈົ້າບອກມາ...ແລ້ວຂ້ອຍຊິຂຽນຕໍ່..

ໜ້າທີ່ 15 ຈາກທັງໝົດ 17 ໜ້າ <<<12345 ... 1314151617>>>


໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮາໆໆໆໆໆໆ ເຂົ້າມາຫົວ


໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນົກເຂົາໄຂ່ ຍັງເອົາແກ້ມກ່າຍຄອນ
ນົກເຂົານອນ ຍັງເອົາ...............


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ One2 ຂຽນວ່າ...
ຮາໆໆໆໆໆໆ ເຂົ້າມາຫົວ



ນຶ່ງສອງນຶ່ງສອງ ຮາໆໆໆນຶ່ງສອງ
ເປັນນຶ່ງ ຄົນທີ່ສອງຫຼື ສອງຈິດສອງໃຈ
ເຂົ້າມາຫົວມາຍິ້ມນ້ອຍໃຫຍ່
ຄົງພໍໃຈ ມີນຶ່ງຕໍ່ເປັນສອງ

ແລ້ວນ້ອງເປັກກີ້ມີຫຍັງຕໍ່?
ບອກມາໃຫ້ເໜາະເພາະວ່າພໍໃຈ
ຫຼີ້ຈະໃຫ້
ຫຼືຈະໃຫ້ຢິກກົ້ນໄປກ່ອນຈຶ່ງຈະຕື່ນ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕື່ນແຕ່ເຊົ້າ..............ຕ້ອງເຂົ້າພາຂວັນ
ຊວນສາວໄປ............ໄລ່ຈຳປຸຈຳປູ້
ຫາກວ່າດູລາຍມືໃຫ້.....ບອກສາວໄປຊິໄດ້ຄູ່
ຫາກຍັງຫາຊູ້ບໍ່ພໍ້.......ເອົາໝໍນີ້ແກ້ກະດີ!!


໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດກ່ອນມື້ໜ້າຈະມາ ຕໍ່ນຳ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Bing ຂຽນວ່າ...
ຄິດກ່ອນມື້ໜ້າຈະມາ ຕໍ່ນຳ



ອ້າຍບິ້ງວ່າຈະມາຕໍ່ນຳ.....ມື້ໜ້າ..ວ່າເດ
ຄິດກ່ອນຂຽນໃຫ້ມັນເທ້ໆ...ຈຶ່ງມາ
ຄິດກ່ອນມື້ໜ້າຈະມາ ຕໍ່ນຳຫັ້ນໜາ
ແລ້ວມື້ນີ້ຂໍມາພຽງເວົ້າຈາປາໄສທັກທາຍ!!


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫງົາຫຼາຍ ຄິດຮອດບ້ານ ຄິດຮອດແມວ

ຄິດດີ ເວົ້າດີ ເຮັດດີ

໖ ກະທູ້
໑໗໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເສຍໃຈອົກຫັກ ຮຽນໜັກ ບໍ່ມີເວລາພັກ ຈັກຊີເຮັດແນວໃດ


໒໓ ກະທູ້
໖໖໐ ໂພສ
ຊຳນານການເວັບບອດ
ແລ້ວໃຜສິໃຫ້ຄຳຕອບ ກັບຄຳຖາມທີໄຫຼມາຕະຫຼອດ
ເພາະອາດບໍ່ມີຄຳຕອບ ຂະນ້ອຍກາເລີຍຂໍສອດຂື້ນມາ....ຫຸຫຸ

.ເຮີເຮີ



໑ ກະທູ້
໒໖໑ ໂພສ
ນັກການກະທູ້
ອຸກໃຈນ່າ ເງີນເດືອນບໍ່ສົມກັບຄ່າແຮງງານ

ເວົ້າເລື່ອງຂ້າເລື່ອງຕີໜີບໍ່ສູ້ ເວົ້າເລື່ອງກີນເລື່ອງຢູ່ສູ້ບໍ່ໜີ ອິອິອິ

໖ ກະທູ້
໑໗໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
5555555555555555 h y kue wa sun sing


໑ ກະທູ້
໒໖໑ ໂພສ
ນັກການກະທູ້
ສິງເຄີຍເປັນຄູສອນມາປີໜຶ່ງແລ້ວມຸ້ຍ ບໍ່ມີເງີນເດືອນກີນ ມີແຕ່ເງີນນິຈະພັດ30ພັນກີບ ບັດເງີນອອກມາແທ້ໆລະຂະເຈົ້າຫັກໄປເສຍຄ່າພັນທະ2ພັນກີບ ພໍດີຕົກມືເຮົາ28ພັນກີບສິເຮັດຫຍັງໄດ້ລະມຸ້ຍເອີຍ (ປີ2008) ແຖມໃຫ້ເຮົາໄປຢູ່ເຂດຫ່າງໄກຊອກຫຼີກອີກ ເວົ້າມາລະເຊັງອຸກໃຈຍັງຄຽດບໍ່ແລ້ວບໍ່ຢ່າເທືອນີ້ນ່າ ຄິດມາລະ ບັດຄົນທີ່ບໍ່ມີນ້ຳໃຈເສຍສະຫຼະພັດໃຫ້ຂະເຈົ້າໄດ້ດີກວ່າອຸກໃຈບ່ອນນີ້ລະ ບໍ່ຍຸດຕິທຳເລີຍ.

ເວົ້າເລື່ອງຂ້າເລື່ອງຕີໜີບໍ່ສູ້ ເວົ້າເລື່ອງກີນເລື່ອງຢູ່ສູ້ບໍ່ໜີ ອິອິອິ

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າມາຈອບໆໆໆໆໆໆໆໆໆໆໆໆ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໖ ກະທູ້
໑໗໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສີງເວົ້າແນວນີ້ມຸ້ຍບໍ່ຢາກໄປເປັນຄູຢູ່ບ້ານເຮົາເລີຍ
ຄູຢູ່ນີ້ໄດ້ເງີນເດືອນຫຼາຍໄດ


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຟນເຂົາເຮົາຍ່ອມບໍ່ມີສິດ ແຕ່ຖ້າລົມຕິດ ກໍ່ເປັນລິຂະສິດທີ່ຖຶກຕ້ອງ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັກຄົນໂສດສັດຕູ ມີເປັນແສນ
ມັກຄົນມີ ແຟນ ສັດຕູຄົນດຽວ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກຍັງເອີ້ນເຂົາວ່າ ແຟນ ແລ້ວຈະມາຄວງແຂນ ຂ້ອຍເຮັດຫັຍງ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າມັກໃຜ ຮັກໃຜ ຂ້ອຍບໍວ່າ ແຕ່ຢ່າມາຄວງໃຜໃຫ້ຂ້ອຍເຫັນ ເພາະຂ້ອຍບໍ່ແມ່ນ ຄົນໃຈເຢັນ ຫາກໄດ້ ເຫັນ..........................

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໖ ກະທູ້
໑໗໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ຫາກຍັງເອີ້ນເຂົາວ່າ ແຟນ ແລ້ວຈະມາຄວງແຂນ ຂ້ອຍເຮັດຫັຍງ


ຈັດໜັກເລີຍເນາະ
ໄປໂກດໄປຄ້ານໃຜມານີ້


໑ ກະທູ້
໒໖໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ D3KD3N ຂຽນວ່າ...
ສີງເວົ້າແນວນີ້ມຸ້ຍບໍ່ຢາກໄປເປັນຄູຢູ່ບ້ານເຮົາເລີຍ
ຄູຢູ່ນີ້ໄດ້ເງີນເດືອນຫຼາຍໄດ


ແມ່ນຫວາ ອືມ..ຖ້າດີແທ້ກະຫາເຮັດວຽກຢູ່ພຸ້ນເລີຍໂລດ ບ່ອນໃດມີເງື່ອນໄຂດີກ່ວາແລະສະບາຍກະຊອກຫາເອົາເອງລະ ສິງຍັງບໍ່ຢາກກັບໄປບ້ານຊ້ຳ ກັບໄປລະບໍ່ຊ່າງຢູ່ນ່າ ຈັກແນວໃດບຸ ໝູ່ກະບໍ່ມີຈັກຄົນໄປຮຽນໝົດ ນອກນັ້ນກະເອົາຜົວເອົາເມຍປະກັນໝົດຄົນໂສດຄືເຮົາກະເລີຍເຊັງ ສິໃຫ້ໄປຄົບຄ້າສະມາຄົມກັນຄືເກົ່າກະບໍ່ເປັນແລ້ວເພາະຂະເຈົ້າກະມີພາລະແນວອື່ນ ກະເລີຍບໍ່ລຶ້ງຖ້າບໍ່ມີພໍ່ແມ່ຢູ່ຫັ້ນກະຄືສິບໍ່ກັບບ້ານເລີຍດ໋ອກ ຄິດວ່າຖ້າບໍ່ມີວຽກເຮັດງານທຳດີໆບໍ່ມີອາຊີບໝັ້ນຄົງພໍສິບໍ່ຂໍກັບບ້ານວ່າຊັ້ນເດ....ຄວາມຫວັງ.

ເວົ້າເລື່ອງຂ້າເລື່ອງຕີໜີບໍ່ສູ້ ເວົ້າເລື່ອງກີນເລື່ອງຢູ່ສູ້ບໍ່ໜີ ອິອິອິ

໑ ກະທູ້
໒໖໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...
ນົກເຂົາໄຂ່ ຍັງເອົາແກ້ມກ່າຍຄອນ
ນົກເຂົານອນ ຍັງເອົາ...............


ສິຕໍ່ໃຫ້ເດີສາວນ້ຳຫວານ...............................

ນົກເຂົາໄຂ່ ຍັງເອົາແກ້ມກ່າຍຄອນ
ນົກເຂົານອນ ຍັງເອົາແກ້ມກ່າຍໄມ້
ບັດວ່າສາວນ້ຳຫວານໄຫ້ ສິເອົາແກ້ມກ່າຍຜູ້ໃດ໋ເດນໍ..! ອິອິ

ເວົ້າເລື່ອງຂ້າເລື່ອງຕີໜີບໍ່ສູ້ ເວົ້າເລື່ອງກີນເລື່ອງຢູ່ສູ້ບໍ່ໜີ ອິອິອິ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Organ ຂຽນວ່າ...
ເຫງົາຫຼາຍ ຄິດຮອດບ້ານ ຄິດຮອດແມວ



ຫາກເຫງົາຫຼາຍຄິດຮອດບ້ານຄິດຮອດແມວ
ຕ້ອງຈັດຫາຣົຖແຖວແລ້ວຟ້າວກັບ
ຈັ່ງໃດນ້ຳກໍຖ້ວມແບ໋ງຄ່ອກແບ໊ງຊັບ
ກັບໄປຫາອີ່ແມວມັນຍັງມີແນວອິອຸ່ນໃຈ!!!



໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ One2 ຂຽນວ່າ...
ຮາໆໆໆໆໆໆ ເຂົ້າມາຫົວ



ຮາໆໆໆເຂົ້າມາຫົວຫົວຂວັນກັນບໍ້
ປັດໂທອ້າຍນີ້ກໍ້ສ່າງເປັນ
ສາວຄົນອື່ນເຂົາມາວ່າມາຢາກເປັນ
ນາງເອກແຫ່ງເມືອງເຕັນ.ກເຕັ້ນລຳຄັກໆໆ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ D3KD3N ຂຽນວ່າ...
ເສຍໃຈອົກຫັກ ຮຽນໜັກ ບໍ່ມີເວລາພັກ ຈັກຊີເຮັດແນວໃດ


ຫຼາຍຄົນເຂົາຮຽນທັງຮຽນຮັກ
ຊິເອົາແຕ່ມັກແຕ່ມັ້ນນຳແຕ່ການຮຽນ
ແລ້ວທາງໂລກເດມັນບໍ່ຖ້າຈົນຈົບຮຽນເດິ
ຕ້ອງທັງຮຽນທັງຮຽນຮັກ..ໃຫ້ມັນຄັກໆ ແຕ່ໃຫ້ຮັກຮຽນ...


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ AMBS7 ຂຽນວ່າ...
ແລ້ວໃຜສິໃຫ້ຄຳຕອບ ກັບຄຳຖາມທີໄຫຼມາຕະຫຼອດ
ເພາະອາດບໍ່ມີຄຳຕອບ ຂະນ້ອຍກາເລີຍຂໍສອດຂື້ນມາ....ຫຸຫຸ



ໃຜຕອບກະໄດ້....ບໍ່ຕ້ອງເກງໃຈ
ຂໍແຕ່ໃຫ້ມັນເຂົ້າຂື່ເຂົ້າຮອຍ
ຄຳຕອບຂອງເຈົ້າຂ້ອຍກະພອຍເຫັນວ່າ
ມັນກໍມີຄ່າພາກັນໄປນຳທາງ
ທີ່ຜູ່ຄົນທຽວທ່ອງຫາຫ້ອງແອດຫ້ອງແຊດ
ແຕ່ຕ້ອງຍ່າງຕາກແດດໄປຮອດໜອງແຮດໜອງແຊງ...
ຢູ່ໃສ ອິນເຕິແນດກາເຟ?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Mphone ຂຽນວ່າ...
ອຸກໃຈນ່າ ເງີນເດືອນບໍ່ສົມກັບຄ່າແຮງງານ



ຫາກມັນສຳຄັນກະຢິບຢືມເອົາຂອງນາຍ
ໄປຢ່າງສະບາຍໆ ບອກວ່າຢືມ
ຫາກນາຍມາຖາມເປັນຫຍັງລັກເອົາໄປ
ກໍບອກໃຫ້ໄດ້ວ່າພຽງຢິບພຽງຢຶມ
ຢ່າມາດ່າວ່າລັກຈັກໜ່ອຍຊັກພ້າອິ່ໂຕ້
ຟັນຫົວນາຍຂາດໂຂ້ໂຫຼ້ ໃຫ້ປາ ປິຣາເນັຍກິນ!!!
(ຢ່າເອົານຳເດິ! ພຽງສອດກ້ຽວໃຫ້ມັນຄ່ອງແລະຕຫຼົກໆສື່ໆ!)


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ D3KD3N ຂຽນວ່າ...
5555555555555555 h y kue wa sun sing



ອັນສະຣະ ີ h ນີ້ຕ້ອງໃຫ້ເຈົ້າຣະວັງ!!
ຫາກມັນບໍ່ເປັນດັ່ງໃຈເຮົາຢາກບອກ
ມັອາຈອອກສຽງບອກວ່າ ອັນນັ້ນ...ຫັ້ນໜາ??


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Mphone ຂຽນວ່າ...
ສິງເຄີຍເປັນຄູສອນມາປີໜຶ່ງແລ້ວມຸ້ຍ ບໍ່ມີເງີນເດືອນກີນ ມີແຕ່ເງີນນິຈະພັດ30ພັນກີບ ບັດເງີນອອກມາແທ້ໆລະຂະເຈົ້າຫັກໄປເສຍຄ່າພັນທະ2ພັນກີບ ພໍດີຕົກມືເຮົາ28ພັນກີບສິເຮັດຫຍັງໄດ້ລະມຸ້ຍເອີຍ (ປີ2008) ແຖມໃຫ້ເຮົາໄປຢູ່ເຂດຫ່າງໄກຊອກຫຼີກອີກ ເວົ້າມາລະເຊັງອຸກໃຈຍັງຄຽດບໍ່ແລ້ວບໍ່ຢ່າເທືອນີ້ນ່າ ຄິດມາລະ ບັດຄົນທີ່ບໍ່ມີນ້ຳໃຈເສຍສະຫຼະພັດໃຫ້ຂະເຈົ້າໄດ້ດີກວ່າອຸກໃຈບ່ອນນີ້ລະ ບໍ່ຍຸດຕິທຳເລີຍ.



ຊີວິດຂອງນາຍຄູນີ້ ມັນດີແນວນຶ່ງ
ຄືຄ່ຳແຮງບໍ່ຕ້ອງສົນມັນຊິຈົນໃຈຊ້ຳ
ແໜງສູ້ສອນໃຫ້ເດັກໄດ້ດີບໍ່ຕ້ອງຈົ່ມ
ຫາກເປັນລົມແລ້ວຊິໄດ້ນອນພັກບ້ານເບິ່ງຫຼານ!!
ໂຮງຮຽນປະໃຫ້ຕ່າງບ້ານສອນເສກອັກສອນ
ພາສາໃດກະຕາມແລທີ່ອາດຍາປະສົງແລ້ວ
ພາສາ...ພາສາຫໍ້ ທຸນກະລົງໝໍ້ໃຫຍ່
ຕາຍໄປແລ້ວບໍ່ໄດ້ໃຊ້ພາສຫໍ້ແລະແກວ!!ໂອ ໂທດ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ TP1 ຂຽນວ່າ...
ເຂົ້າມາຈອບໆໆໆໆໆໆໆໆໆໆໆໆ



ເຂົ້າມາຈອບປານໂຈນເຂົ້າບ້ານ
ຣະວັງຂວັນເຂົາຊິໜ່ຳ..ເດິ
ບາດໄປຢຽບຫາງແມວກະຍັງດີກວ່າຫາງໝາ
ຫາກໄປຢຽບຫາງມ້າ ມັນຊິທື້ນຖີບແອວຫັ້ນກໍ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ D3KD3N ຂຽນວ່າ...
ສີງເວົ້າແນວນີ້ມຸ້ຍບໍ່ຢາກໄປເປັນຄູຢູ່ບ້ານເຮົາເລີຍ
ຄູຢູ່ນີ້ໄດ້ເງີນເດືອນຫຼາຍໄດ



ກະດ໋ຽວວ່າພັກແລະລັດ! ໃຫ້ອຸດົມການສູງປານນັ້ນ ຍັງຊິມາຄິດເຫັນແຕ່ເງິນເດືອນ!!
ຫາກແມ່ນຣັຖແທ້ໆເຂົາຄົງໃຫ້ເງິນຈິງ
ແຕ່ເປັນລັດຄືລິງເຂົາໃຫ້ເງິນຫຼ້າງ
ຍາມອຶດກິນເຂົາບໍ່ຮ້ອນນາຍຄູ່ສື່ໆ
ມື້ໃໝ່ມານັບຮ້ອຍອຶດຕາຍແລ້ວກະຊ່າງເຂົາແຫຼະຄູນີ້ນະ!!


ໜ້າທີ່ 15 ຈາກທັງໝົດ 17 ໜ້າ <<<12345 ... 1314151617>>>